ສະພາກາແດງ ໄທ, ອົສຕຣາຣີ ແລະ ສະວິດ ໃຫ້ຄວາມ ຊ່ວຍເຫລືອຜູ້ປະສົບໄພ ເມືອງ ສະໜາມໄຊ ແຂວງອັດຕະປື

09:02 | 16/08/2018

ຍສໝ- ຕົ້ນອາທິດນີ້, ຢູ່ພາກສະໜາມ ເມືອງສະໜາມໄຊ ແຂວງ ອັດຕະປື ສະພາກາແດງ ໄທ, ອົສຕຣາຣີ ແລະ ສະວິດ ໃຫ້ຄວາມ ຊ່ວຍເຫລືອຜູ້ປະສົບໄພ ເມືອງ ສະໜາມໄຊ ແຂວງອັດຕະປື.

ສະພາກາແດງ ໄທ, ອົສຕຣາຣີ ແລະ ສະວິດ ໃຫ້ຄວາມ ຊ່ວຍເຫລືອຜູ້ປະສົບໄພ ເມືອງ ສະໜາມໄຊ ແຂວງອັດຕະປື

ສະພາກາແດງບັນດາປະເທດ ຊ່ວຍເຫຼືອຜູ້ປະສົບໄພແຂວງອັດຕະປື.

ໃນວັນທີ 14 ສິງຫາ 2018 ຢູ່ພາກສະໜາມ ເມືອງສະໜາມໄຊ ແຂວງ ອັດຕະປື ທ່ານ ແນັກນະຄອນ ພວງມະລາ ນັກຂ່າວສະພາກາແດງ ແຈ້ງໃຫ້ຮູ້ວ່າ ຫລາຍພາກສ່ວນຍັງສືບຕໍ່ ໃຫ້ການຊ່ວຍເຫລືອຢ່າງຕໍ່ເນື່ອງ, ນັບແຕ່ໄດ້ຊາບຂ່າວ ເກີດໄພພິບັດນ້ຳຖ້ວມບ້ານເຮືອນ, ຖະໜົນຫົນທາງ, ພື້ນຖານໂຄງລ່າງ, ໂຮງຮຽນໂຮງໝໍ, ພື້ນທີ່ການຜະລິດ, ປະຊາຊົນ 13 ບ້ານ ເຊັ່ນ: ບ້ານໃໝ່, ບ້ານຫີນລາດ, ບ້ານສະໜອງໃຕ້, ບ້ານທ່າ ແສງຈັນ, ບ້ານຕະມໍຍອດ, ບ້ານທ່າຫີນໃຕ້, ບ້ານທ່າບົກ, ບ້ານມ່ວງ ແລະ ບ້ານອື່ນໆ ທີ່ໄດ້ຮັບຜົນກະທົບ, ມີປະຊາຊົນສູນຫາຍ 131 ຄົນ, 587 ຄອບຄົວ, 3.000 ພັນກວ່າຄົນຂາດທີ່ພັກອາໃສ, ຍ້ອນພະຍຸເຊີນຕິນ.

ຕໍ່ສະພາບດັ່ງກ່າວ, ສະພາກາແດງ ອົສຕຣາຣີ ກໍໄດ້ຮີບຮ້ອນຈັດສົ່ງ ເຄື່ອງຊ່ວຍເຫລືອບັນເທົາທຸກ ໃຫ້ແກ່ອົງການກາແດງລາວ ເພື່ອນຳໄປຊ່ວຍເຫລືອປະຊາຊົນຜູ້ປະສົບໄພ, ໂດຍການລໍາລຽງຂົນສົ່ງດ້ວຍເຄື່ອງບິນ C130 ກອງທັບອາກາດ ອົສຕຣາຣີ ລົງຈອດທີ່ສະໜາມບິນ ປາກເຊ ແຂວງຈຳປາສັກ ເມື່ອອາທິດຜ່ານມາ ແລະ ຂົນສົ່ງ ໄປເມືອງສະໜາມໄຊ ແຂວງ ອັດຕະປື, ເຄື່ອງຊ່ວຍເຫລືອໃນຄັ້ງນີ້, ປະກອບ ມີ ມຸ້ງ 500 ຝືນ ແລະ ແພຢາງ 500 ແຜ່ນ ຄິດເປັນມູນຄ່າປະມານ 10.520 ໂດລາ.

ໃນໂອກາດດຽວກັນ, ກາແດງສະວິດ ກໍໄດ້ໃຫ້ການຊ່ວຍເຫລືອ ເຄື່ອງອຸປະໂພກ-ບໍລິໂພກ ມີມູນຄ່າປະມານ 32.000.000 ກີບ, ເຄື່ອງຈຳນວນດັ່ງກ່າວ ແມ່ນໄດ້ແຈກຢາຍໃຫ້ປະຊາຊົນ 4 ບ້ານ ຄື: ບ້ານສະໜອງ ໃຕ້, ບ້ານຫີນລາດ, ບ້ານທ່າຫີນ ແລະ ບ້ານທ່າແສງຈັນ.

ສະພາກາແດງ ໄທ, ອົສຕຣາຣີ ແລະ ສະວິດ ໃຫ້ຄວາມ ຊ່ວຍເຫລືອຜູ້ປະສົບໄພ ເມືອງ ສະໜາມໄຊ ແຂວງອັດຕະປື

ສະພາກາແດງບັນດາປະເທດ ຊ່ວຍເຫຼືອຜູ້ປະສົບໄພແຂວງອັດຕະປື.

ກ່ອນໜ້ານັ້ນ ສະພາກາຊາດໄທ ກໍ່ໃຫ້ການຊ່ວຍເຫລືອເແກ່ຜູ້ປະສົບໄພ ເມືອງສະໜາມໄຊ ແຂວງ ອັດຕະປືເກືອບ 7 ລ້ານບາດ.ໂດຍໃນວັນທີ 10 ສິງຫາ 2018, ທ່ານ ກາວີພອນ ສຸດທີ ຫົວໜ້າກອງຊ່ວຍເຫລືອ ແລະ ບັນເທົາທຸກທີ່ປະຈໍາຢູ່ພາກສະໜາມ ໄດ້ແຈ້ງໃຫ້ຮູ້ວ່າ: ກ່ຽວກັບການການຊ່ວຍເຫລືອປະຊາຊົນ ເມືອງສະໜາມໄຊ ແຂວງ ອັດຕະປື ທີ່ສົບໄພນໍ້າຖ້ວມ ແລະ ມີຫລາຍພາກສ່ວນ ໄດ້ສຸມໃສ່ໃຫ້ການຊ່ວຍເຫລືອຢ່າງຮິບດ່ວນເພື່ອກອບກູ້ເອົາຊິວິດ ແລະ ຊັບສິນຂອງປະຊາຊົນໂດຍໄວ. ສະນັ້ນ, ການຊ່ວຍເຫລືອ ອົງການກາແດງລາວ ໃນປະຕິບັດຕາມໜ້າທີ່ ແລະ ພາລະບົດ ເວລາສຸກເສີນ ກໍ່ຄື ກາແດງເພື່ອນມິດ ກໍ່ໄດ້ຈັດສົ່ງສິ່ງຂອງຊ່ວຍເຫລືອປະຊາຊົນໃຫ້ຜູ້ປະສົບໄພ, ເວົ້າລວມເວົ້າສະເພາະ ສະພາກາຊາດ ແມ່ນປະຕິບັດກອບສັນຍາຮ່ວມມືທັງສອງຝ່າຍ, ລະຫວ່າງ ອົງການກາແດງລາວ ແລະ ສະພາກາຊາດໄທ ນັນແຕ່ປີ 2018-2022 ໃນການຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃຫ້ປະກົດຜົນເປັນຈິ່ງ.

ພາຍຫລັງຮູ້ຂ່າວ ນ້ຳຖ້ວມປະຊາຊົນ ເມືອງສະໜາມໄຊ ແຂວງອັດຕະປື, ຍ້ອນນ້ຳຖ້ວມຈາກ ພະຍຸ ແລະ ຝົນຕົກໜັກຕິດຕໍ່ກັນຫລາຍວັນ ເປັນສາເຫດເຮັດໃຫ້ຄູດິນສັນເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍລົ້ນ ແລະ ແຕກ ໄຫລຖ້ວມບ້ານເຮືອນ, ຖະໜົນຫົນທາງ, ພື້ນຖານໂຄງລ່າງ, ໂຮງຮຽນໂຮງໝໍ, ພື້ນທີ່ທໍາການຜະລິດ ແລະ ເຮືອນປະຊາຊົນໃນ 13 ບ້ານ ເຊັ່ນ: ບ້ານໃໝ່, ບ້ານຫີນລາດ, ບ້ານສະໜອງໄຕ້, ບ້ານທ່າແສງຈັນ, ບ້ານຕະມໍຍອດ, ບ້ານທ່າຫີນໃຕ້, ບ້ານທ່າບົກ, ບ້ານມ່ວງ ແລະ ບ້ານອື່ນໆ ທີ່ໄດ້ສົ່ງຜົນກະທົບຕໍ່ປະຊາຊົນ ແລະ ສູນຫາຍ 131 ຄົນ, 587 ຄອບຄົວ ຂາດທີ່ພັກພາອາໃສ 3.060 ຄົນ ຍ້ອນພະຍຸເຊີນຕິນ.
ສະພາກາຊາດໄທ ໄດ້ຮີບຮ້ອນຈັດສົ່ງເຄື່ອງຊ່ວຍເຫລືອບັນເທົາທຸກ ໃຫ້ແກ່ອົງການກາແດງລາວ ເພື່ອໄປຊ່ວຍເຫລືອປະຊາຊົນຜູ້ປະສົບໄພ ຢູ່ເມືອງສະໜາມໄຊ, ໂດຍການລໍາລຽງຂົນສົ່ງທາງ ບົກ ໃສ່ລົດບັນທຸກ ຜ່ານດ່ານຊອງເມັກ ແຂວງ ຈຳປາສັກ ແລະ ລົງມາສູ່ເມືອງສະໜາມໄຊ ແຂວງອັດຕະປື. ເຄື່ອງຂອງທີ່ສົ່ງມາໃນຄັ້ງນີ້ ປະກອບມີ: ເຂົ້າສານ, ນໍ້າດື່ມ, ອາຫານສຳເລັດຮູບ, ຢາປົວພະຍາດ, ຈຳນວນ 1.500 ຊຸດ ແລະ ຜ້າເຕັ້ນ 10 ຝືນ, ເປັນມູນຄ່າ 1.960.500 ບາດ ແລະ ເງິນສົດ 5 ລ້ານບາດ, ລວມມູນຄ່າທັງໝົດ 6.980.000 ລ້ານບາດ, ເຄື່ອງດັ່ງກ່າວ ໄດ້ແຈກຢາຍໃຫ້ປະຊາຊົນ 6 ບ້ານ ເຊັ່ນ: ບ້ານໃໝ່, ສະໜອງໃຕ້, ບ້ານຫີນລາດ, ບ້ານທ່າຫີນ, ບ້ານທ່າແສງຈັນ ແລະ ບ້ານສະໜອງ ຈໍານວນ 582 ຄອບຄົວ 2.496 ຄົນ, ເຊິ່ງໄດ້ແຈກຢາຍແຕ່ວັນທີ 28 ກໍລະກົດ ເປັນຕົ້ນມາ ແລະ ສະພາກາຊາດໄທ ຍັງຈະສືບຕໍ່ໃຫ້ການຊ່ວຍເຫລືອຕື່ມອີກ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ