ຂອງຂວັນພິເສດຂອງໂຮງໝໍກາງສະໜາມຫວຽດນາມ ຢູ່ຊູດັງໃຕ້

10:29 | 19/12/2020

ບໍ່ພຽງແຕ່ປະຕິບັດໜ້າທີ່ວິຊາສະເພາະຂອງບັນດາແພດໝໍໃສ່ໝວກເບເລສີຟ້າ ສົ່ງເສີມສຸຂະພາບໃຫ້ກໍາລັງຮັກສາສັນຕິພາບສະຫະປະຊາຊາດ (ສປຊ), ບັນດາແພດໝໍຫວຽດນາມ ຢູ່ໂຮງໝໍກາງສະໜາມຂັ້ນ 2 ເລກ 2 ເຂົ້າຮ່ວມຄະນະປະຕິບັດງານຮັກສາສັນຕິພາບ ສປຊ ຢູ່ຊູດັງໃຕ້ (UNMISS) ​ເທົ່າ​ນັ້ນຫາກຍັງຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວສົມທົບກັນລະຫວ່າງການແພດທະຫານ-ປະຊາຊົນ (CIMIC), ປະກອບສ່ວນສ້າງຄວາມປະທັບໃຈທີ່ດີງາມກ່ຽວກັບຮູບພາບທະຫານໃສ່ໝວກເບເລສີຟ້າ ສປຊ ເວົ້າລວມ ແລະຮູບພາບກອງທັບປະຊາຊົນຫວຽດນາມ ເວົ້າສະເພາະໃນສາຍຕາເພື່ອນມິດສາກົນກໍ່ຄືປະຊາຊົນປະເທດປະຈຳຖິ່ນ.

ຂອງຂວ ນພ ເສດຂອງໂຮງໝ ກາງສະໜາມຫວຽດນາມ ຢ ຊ ດ ງໃຕ ການປຽນແປງໃໝ່ປະດິດສ້າງຮອບດ້ານ ເພື່ອຊຸກຍູ້ການເຕີບໂຕ ແລະພັດທະນາເສດຖະກິດຫວຽດນາມ
ຂອງຂວ ນພ ເສດຂອງໂຮງໝ ກາງສະໜາມຫວຽດນາມ ຢ ຊ ດ ງໃຕ ບັນດາຮູບພາບ ໃນການຕ້ານພະຍາດ COVID-19 ຢູ່ຫວຽດນາມໄດ້ປະກົດຕົວຢູ່ສະໜາມຫຼວງຍຸກສະໄໝ (ອາເມລິກາ)
ຂອງຂວ ນພ ເສດຂອງໂຮງໝ ກາງສະໜາມຫວຽດນາມ ຢ ຊ ດ ງໃຕ
ສໍາລັບບັນດາພາລະກອນໂຮງໝໍກາງສະໜາມຂັ້ນ 2 ເລກ 2 ແລ້ວ, ເລື່ອງເຂົ້າຮ່ວມບັນດາການເຄື່ອນໄຫວ CIMIC ທີ່ມີຄວາມໝາຍນີ້ຈະແມ່ນອະນຸສອນທີ່ດີງາມໃນການປະຕິບັດງານຢູ່ UNMISS. ພາບ: qdnd.vn.

ຫວ່າງແລ້ວນີ້, ໃນຂອບເຂດການເຄື່ອນໄຫວ CIMIC, ໂຮງໝໍກາງສະໜາມຂັ້ນ 2 ເລກ 2 ສົມທົບກັບຄະນະປະຕິບັດງານ UNMISS, ກະຊວງສຶກສາ-ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະສະຫວັດດິການສັງຄົມລັດ Unity (ຊູດັງໃຕ້) ໄດ້ຈັດຕັ້ງພິທີມອບໂຕະຕັ່ງ 31 ໜ່ວຍ ແລະຕົວອັກສອນ alphabet 100 ຊຸດພ້ອມກັບອຸປະກອນການຮຽນ, ເຄື່ອງຫຼິ້ນ... ໃຫ້ແກ່ພວກນ້ອງນັກຮຽນທີ່ໂຮງຮຽນປະຖົມສຶກສາ Bentiu B, ລັດ Unity (ຊູດັງໃຕ້). ສິ່ງພິເສດແມ່ນອຸປະກອນການຮຽນ, ຕົວອັກສອນ, ເຄື່ອງຫຼິ້ນ... ລ້ວນແຕ່ໄດ້ເຮັດຈາກເສດຢາງປະກອບສ່ວນປົກປັກຮັກສາສິ່ງແວດລ້ອມ.

ຜູ້ຕາງໜ້າໂຮງຮຽນປະຖົມສຶກສາ Bentiu B ໄດ້ກ່າວຄໍາເຫັນສະແດງຄວາມນັບຖືຕໍ່ນ້ຳໃຈຂອງບັນດາແພດໝໍ ແລະພາລະກອນໂຮງໝໍກາງສະໜາມຫວຽດນາມ. ນີ້ແມ່ນຂອງຂວັນທີ່ມີຄວາມໝາຍສໍາລັບໂຮງຮຽນໃນໄລຍະນີ້ຍ້ອນໂຮງຮຽນປະຖົມສຶກສາ Bentiu B ປະສົບກັບຄວາມຫຍຸ້ງຍາກດ້ານພື້ນຖານວັດຖຸອຸປະກອນສິດສອນ. ຈໍານວນໂຕະຕັ່ງທີ່ໄດ້ຮັບແມ່ນມີຄຸນຄ່າເມື່ອພວກນ້ອງນັກຮຽນໄປຮຽນຄືນໃໝ່ໃນເດືອນເມສາ 2021.

ທີ່ພິທີ, ຜູ້ຕາງໜ້າຄະນະປະຕິບັດງານ UNMISS, ຜູ້ຕາງໜ້າອົງການຈັດຕັ້ງ UNICEF ຕີລາຄາສູງຕໍ່ການເຄື່ອນໄຫວ CIMIC ໃນຄັ້ງນີ້ຂອງໂຮງໝໍກາງສະໜາມຫວຽດນາມ, ປະກອບສ່ວນແຜ່ຂະຫຍາຍຈິດໃຈມະນຸດຊາດຂອງທະຫານຮັກສາສັນຕິພາບ ສປຊ.

ຂອງຂວ ນພ ເສດຂອງໂຮງໝ ກາງສະໜາມຫວຽດນາມ ຢ ຊ ດ ງໃຕ ງານວາງສະແດງຮູບພາບກ່ຽວກັບນໍ້າໃຈມິດຕະພາບຫວຽດນາມ-ອິນໂດເນເຊຍ ຢູ່ບາລີ

ຫວ່າງແລ້ວນີ້, ສະຖານທູດຫວຽດນາມ ປະຈໍາ ອິນໂດເນເຊຍ ໄດ້ສົມທົບກັບອໍານາດການປົກຄອງທ້ອງຖິ່ນແຂວງ ບາລີ, ອິນໂດເນເຊຍ ໄຂສັບປະດາງານວາງສະແດງຮູບພາບຜ່ານລະບົບທາງໄກ ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ອິນໂດເນເຊຍ.

ຂອງຂວ ນພ ເສດຂອງໂຮງໝ ກາງສະໜາມຫວຽດນາມ ຢ ຊ ດ ງໃຕ ຄວາມສະໜິດຕິດພັນຫວຽດນາມ-ລາວ

ເພື່ອປະຕິບັດການຊີ້ນໍາຂອງພັກ, ລັດ, ໄລຍະ 2016-2020, ແຂວງເງະອານ ໄດ້ນໍາໃຊ້ງົບປະມານຫຼາຍກວ່າ 500 ຕື້ດົ່ງເພື່ອຊ່ວຍເຫຼືອແຂວງຕ່າງໆຂອງເພື່ອນມິດລາວ.

ຂອງຂວ ນພ ເສດຂອງໂຮງໝ ກາງສະໜາມຫວຽດນາມ ຢ ຊ ດ ງໃຕ ມອບຫຼຽນກາລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງຊາດຕ່າງໆ” ໃຫ້ທ່ານ Jaime Chomali ເອກອັກຄະລັດຖະທູດຈີເລ ປະຈໍາ ຫວຽດນາມ

ຍສໝ - ເມື່ອບໍ່ດົນມານີ້, ທີ່ຮ່າໂນ້ຍ, ທ່ານນາງ ຫງວຽນທິເຟືອງງາ ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ (VUFO) ໄດ້ຕາງໜ້າຄະນະປະທານ VUFO ມອບຫຼຽນກາລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງຊາດຕ່າງໆ” ໃຫ້ທ່ານ Jaime Chomali ເອກອັກຄະລັດຖະທູດຈີເລ ປະຈໍາ ຫວຽດນາມ.

la.qdnd.vn

ເຫດການ
302 Found

Found

The document has moved here.