ກອງປະຊຸມສຸດຍອດສື່ມວນຊົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ປີ 2018 ໄຂຂຶ້ນຢ່າງເປັນທາງການ

23:31 | 02/07/2018

ກອງປະຊຸມສຸດຍອດສື່ມວນຊົນ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ປີ 2018 ຈັດຂຶ້ນ ໂດຍພາຍໃຕ້ການເປັນປະທານຮ່ວມ ຂອງກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ແລະ ໜັງສືພິມປະຊາຊົນລາຍວັນ ສປ ຈີນ, ເຊິ່ງ​ຈະ​ດຳ​ເນີນ​ໄປ​ເຖິງວັນ​ທີ 3 ກໍ​ລະ​ກົດ 2018.

ກອງປະຊຸມສຸດຍອດສື່ມວນຊົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ປີ 2018 ໄຂຂຶ້ນຢ່າງເປັນທາງການ

ພິທີໄຂກອງປະຊຸມສຸດຍອດສື່ມວນຊົນຂອບການຮ່ວມມື ແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ 2018. (ພາບ: KPL)

ກອງປະຊຸມສຸດຍອດສື່ມວນຊົນ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ປະ​ຈຳ​ປີ 2018 ໄຂຂຶ້ນຢ່າງເປັນທາງການໃນວັນທີ 2 ກໍລະກົດ 2018 ທີ່ນະຄອນຫລວງວຽງຈັນ, ໃຫ້​ກຽດ​ເຂົ້າ​ຮ່ວມ ​ມີ​ ທ່ານ ກິ​ແກ້ວ ໄຂ​ຄຳ​ພິ​ທູນ ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ ປະ​ຊາ​ຊົນປະ​ຕິ​ວັດ​ລາວ, ທ່ານ ຫ່ວງ ຄຸນ​ໝິງ ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ; ທ່ານ ບໍ່​ແສງ​ຄໍາ ວົງ​ດາ​ລາ ລັດ​ຖະ​ມົນ​ຕີ​ ກະ​ຊວງ​ຖະ​ແຫລງ​ຂ່າວ, ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ, ພ້ອມ​ດ້ວຍ​ບັນ​ດາ​ຮອງ​ລັດ​ຖະ​ມົນ​ຕີ, ແຂກ​ຖືກ​ເຊີນ ​ທັງ ລາວ ​ແ​ລະ ຈີນ, ຫົວໜ້າອົງການສື່ມວນຊົນ​ຫລັກ ​ແລະ ​ຄະ​ນະຜູ້​ແທນ​ສື່​ມວນ​ຊົນຈາກ 6 ປະ​ເທດ​ສະມາຊິກຂອບ​ການ​ຮ່ວມ​ມື ​ແມ່​ນ້ຳຂອງ-​ແມ່​ນ້ຳ​ລ້ານ​ຊ້າງ ຄື: ຣາຊະອານາຈັກກໍາປູເຈຍ, ສປ.ຈີນ, ສປປ ລາວ, ສສ.ມຽນມາ, ຣາຊະອານາຈັກໄທ ແລະ ສສ. ຫວຽດນາມ​ເຂົ້າ​ຮ່ວມ.

ກອງປະຊຸມສຸດຍອດສື່ມວນຊົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ປີ 2018 ໄຂຂຶ້ນຢ່າງເປັນທາງການ

ບັນດາການນຳເຂົ້າຮ່ວມກອງປະຊຸມ. (ພາບ: KPL)

ທ່ານ ກິແກ້ວ ໄຂຄໍາພິທູນ ຫົວໜ້າໂຄສະນາອົບຮົມ ສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ໃຫ້ກຽດ​ກ່າວ​ປ​າ​ໄສ ຕໍ່ກອງປະຊຸມ, ໂດຍໄດ້ຕີລາຄາສູງຕໍ່ຜົນສໍາເລັດຂອງກອງປະຊຸມສຸດຍອດ ສື່ມວນຊົນຂອບການຮ່ວມມືແມ່ນໍ້າລ້ານຊ້າງ -ແມ່ນໍ້າຂອງ ທີ່ໄດ້ຈັດຂຶ້ນ ທີ່ນະຄອນຫລວງປັກກິ່ງ ສປ ຈີນ ໃນປີຜ່ານມາ ແລະ ສະໜັບສະໜູນເວທີປຶກສາຫາລື ການຮ່ວມມືຂອງບັນດາສື່ມວນຊົນ 6 ປະເທດ ທີ່ໄດ້ກໍານົດເປົ້າໝາຍ ແລະ ຈຸດປະສົງ ລະດັບຄາດໝາຍຮ່ວມກັນ ໃນການປະກອບສ່ວນ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຂອງບັນດາປະເທດໃນພາກພື້ນນີ້; ສ້າງຄວາມຈະເລີນຮຸ່ງເຮືອງຮ່ວມກັນ; ສ້າງສັນຕິພາບ-ມິດຕະພາບ; ສ້າງຄວາມເຂົ້າອົກເຂົ້າໃຈຮ່ວມກັນ ບົນພື້ນຖານຈິດໃຈຂອງຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ ໂຄງການຮ່ວມມືແມ່ນໍ້າລ້ານຊ້າງ -ແມ່ນໍ້າຂອງ ທີ່ພວມໄດ້ຮັບ ການຈັດ ຕັ້ງ ປະຕິບັດຢ່າງເປັນຮູບປະທໍາ ຢູ່ໃນປັດຈຸບັນ. ຕາງໜ້າພັກ-ລັດ ກໍ່ຄືປະຊາຊົນລາວ ແລະ ປະຊາຊົນ 6 ປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ສະແດງຄວາມຫວັງຢ່າງສູງ ທີ່ຢາກຈະເຫັນອົງ ການສື່ມວນຊົນ 6 ປະເທດພວກເຮົາ ປະຕິບັດພາລະບົດບາດ ແລະ ໜ້າທີ່ເປັນກະບອກສຽງສໍາຄັນ ໃນການໂຄສະນາເຜີຍແຜ່ປະຊາສໍາພັນ ດ້ວຍການລາຍງານຂ່າວຢ່າງຮອບດ້ານ, ມີລັກສະນະຕົວຈິງ, ຖືກຕ້ອງ, ພາວະວິໄສ ແລະ ທ່ຽງທໍາ, ສ້າງສັນ, ສະເໝີພາບ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ ດ້ວຍຄວາມຈິງໃຈ ເໝືອນຄອບຄົວດຽວກັນ.

ໃນໂອກາດກ່າວປາໄສ ໄຂກອງປະຊຸມຄັ້ງນີ້, ທ່ານ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ສະແດງຄວາມຍິນດີຕ້ອນຮັບ ບັນດາການນໍາຂັ້ນ ສູງຂອງຈີນ, ຄະນະນໍາ ແລະ ຜູ້ແທນສື່ມວນຊົນຈາກບັນດາ ປະເທດລ້ອງແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ; ພ້ອມທັງໄດ້ຕີລາຄາສູງການຈັດກອງປະຊຸມໃນຄັ້ງນີ້, ເປັນການຜັນຂະຫຍາຍຂໍ້ລິເລີ່ມ ໃນຖະແຫລງ ການຮ່ວມຂອງ ກອງປະຊຸມສຸດຍອດສື່ມວນຊົນ ຂອບການຮ່ວມມືແມ່ນໍ້າລ້ານຊ້າງ -ແມ່ນໍ້າຂອງ ຈັດຂຶ້ນເມື່ອທ້າຍປີ 2017 ຜ່ານມາ ທີ່ນະຄອນຫລວງປັກກິ່ງ. ກອງປະຊຸມ ຄັ້ງນີ້, ຈັດຂຶ້ນພາຍໃຕ້ຫົວຂໍ້ “ການຮ່ວມມືປະຊາຄົມ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເພື່ອອະນາຄົດອັນສະຫວ່າງສະໄຫວ”. ພ້ອມຫວັງຢ່າງຍິ່ງວ່າກອງປະຊຸມຄັ້ງນີ້, ບັນດາຜູ້ແທນອົງການສື່ມວນຊົນ 6 ປະເທດ ຈະໄດ້ຮ່ວມກັນປຶກສາຫາລື ເພື່ອຮ່ວມກັນພັດທະນາ ແລະ ຊຸກຍູ້ເຮັດໃຫ້ ການຮ່ວມມືໃນດ້ານຕ່າງໆ ລະຫວ່າງ 6 ປະເທດໃນພາກພື້ນນີ້ ໄດ້ຮັບຜົນສໍາເລັດຢ່າງໜ້າເພິ່ງພໍໃຈ ແລະ ໃຫຍ່ຫລວງກວ່າເກົ່າ.

ກອງປະຊຸມສຸດຍອດສື່ມວນຊົນ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ປີ 2018 ຈັດຂຶ້ນ ໂດຍພາຍໃຕ້ການເປັນປະທານຮ່ວມ ຂອງກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ແລະ ໜັງສືພິມປະຊາຊົນລາຍວັນ ສປ ຈີນ, ເຊິ່ງ​ຈະ​ດຳ​ເນີນ​ໄປ​ເຖິງວັນ​ທີ 3 ກໍ​ລະ​ກົດ 2018. ໃນໂອກາດດໍາເນີນກອງປະຊຸມ ຍັງ​ມີ​ການ​ແລກ​ປ່ຽນ​ສັນ​ຍາ​ຮ່ວມ​ມື ​ຮ່ວມ​ມື​ຈຳ​ນວນ​ໜຶ່ງ ແລະ ມີການປະກອບຄໍາເຫັນ ຂອງຜູ້ຕາງໜ້າອົງການສື່ມວນຊົນຫລັກຈາກ 6 ປະເທດ, ຜູ້ຕາງໜ້າໂຄງການເສັ້ນທາງລົດໄຟ ລາວ-ຈີນ, ໂຄງການດາວທຽມລາວ -ອາຊີປາຊີຟິກ, ບໍລິສັດໂທລະພາບລາວດີຈີຕອນ, ບໍລິສັດທ່ອງທ່ຽວຊາວໜຸ່ມຈີນ ແລະ ອື່ນໆ; ພ້ອມທັງໄດ້ຈັດໃຫ້ມີກອງປະຊຸມ ເວທີສົນທະນາປຶກສາຫາລືສືບຕໍ່ ການຮ່ວມມືໃນອະນາຄົດ, ພາຍໃຕ້ຫົວຂໍ້ “ສື່ໃໝ່” ແລະ ສົ່ງເສີມການທ່ອງທ່ຽວ” ອີກດ້ວຍ. ໃນໂອກາດດຽວກັນນີ້, ຄະນະຜູ້ແທນກອງປະຊຸມ ພ້ອມດ້ວຍຕາງໜ້າສື່ມວນຊົນ 6 ປະເທດ ຍັງຈະໄດ້ໄປຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກຢູ່ ນະຄອນຫລວງພະບາງ ແຂວງຫລວງພະບາງ ແລະ ແຂວງຈໍາປາສັກ ເພື່ອເກັບກໍາຂໍ້ມູນ, ສໍາພາດບັນດາໂຄງການ ຮ່ວມມື ລາວ-ຈີນ ກໍ່ຄື ບັນດາສະຖານທີ່ທ່ອງທ່ຽວຂອງລາວ, ເປັນການສ້າງບັນຍາກາດໃຫ້ແກ່ການຈັ ດກອງປະຊຸມໃນຄັ້ງນີ້ ກໍ່ຄືສົ່ງເສີມປີທ່ອ ງທ່ຽວລາວ 2018 ໃຫ້ມີຄວາມຟົດຟື້ນຍິ່ງຂຶ້ນ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.