ຄວາມ​ໝາຍສຳ​ຄັນ ​ໃນ​ການສ້າງຂີດຄວາມສາມາດໃນການແຂ່ງຂັນຂັ້ນແຂວງ (PCI)

14:25 | 09/07/2018

ຍ​ສ​ໝ - ຕົ້ນ​ເດືອນ ກໍລະກົດນີ້ 2018 ທີ່ ໂຮງແຮມ ດອນຈັນ ພາເລດ ນະຄອນຫລວງວຽງຈັນ ໄດ້ຈັດ ກອງປະຊຸມ ການເຜີຍແຜ່ຜົນການສຳຫລວດດັດສະນີການສ້າງສິ່ງອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການລົງທຶນຂັ້ນແຂວງ ແລະ ນະຄອນຫລວງວຽງຈັນ (ProFIT).

ຄວາມ​ໝາຍສຳ​ຄັນ ​ໃນ​ການສ້າງຂີດຄວາມສາມາດໃນການແຂ່ງຂັນຂັ້ນແຂວງ (PCI)

ກອງ​ປະ​ຊຸມ ການເຜີຍແຜ່ຜົນການສຳຫລວດດັດສະນີການສ້າງສິ່ງອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການລົງທຶນຂັ້ນແຂວງ ແລະ ນະຄອນຫລວງວຽງຈັນ. (ພາບ: ເຟ​ສ​ບຸກ ​ສ​ຄກ)

ຕົ້ນ​ເດືອນ ກໍລະກົດນີ້ 2018 ທີ່ ໂຮງແຮມ ດອນຈັນ ພາເລດ ນະຄອນຫລວງວຽງຈັນ ໄດ້ຈັດ ກອງປະຊຸມ ການເຜີຍແຜ່ຜົນການສຳຫລວດດັດສະນີການສ້າງສິ່ງອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການລົງທຶນຂັ້ນແຂວງ ແລະ ນະຄອນຫລວງວຽງຈັນ (ProFIT) ໂດຍການເປັນປະທານຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ, ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອ ແຫ່ງຊາດລາວ ແລະ Mr. Andreas ZURBURGG Deputy Head of Mission Australian Embassy.

ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ (ສຄອ ແຫ່ງຊາດ) ໄດ້ເລີ້ມສ້າງໂຄງການ “ການພັດທະນາດັດສະນີການສ້າງສິ່ງອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການລົງທຶນຂັ້ນແຂວງ” Provincial Facilitation Investment and Trade Index (ProFIT) ເປັນຄັ້ງທໍາອິດໃນ ສປປ ລາວ ໃນປີ 2017. ໂດຍໄດ້ຮັບການສະໜັບສະໜູນຈາກ ທະນາຄານພັດທະນາອາຊີ (ADB).

ຄວາມ​ໝາຍສຳ​ຄັນ ​ໃນ​ການສ້າງຂີດຄວາມສາມາດໃນການແຂ່ງຂັນຂັ້ນແຂວງ (PCI)

ທ່ານ. ນາງ. ວາລີ ເວດສະພົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ກ່າວ​ຄຳ​ປາ​ໄສ. (ພາບ: ເຟ​ສ​ບຸກ ​ສ​ຄກ)


ທ່ານ. ນາງ. ວາລີ ເວດສະພົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຜູ້ຮັບຜິດຊອບຊີ້ນໍາໂຄງການ ການພັດທະນາດັດສະນີ ProFIT ໄດ້ກ່າວວ່າ : ProFIT ແມ່ນເຄື່ອງມືນຶ່ງທີ່ມີຄຸນຄ່າແລະສຳຄັນ ທີ່ຈະນໍາໃຊ້ເພື່ອສະທ້ອນໃຫ້ພາກລັດໄດ້ເຫັນບັນຫາ ອຸປະສັກຂອດອຸດຕັນຕົວຈິງທີ່ເກີດຂື້ນຂອງພາກເອກກະຊົນ. ProFIT ມີຈຸດປະສົງເພື່ອວັດແທກຂີດຄວາມສາມາດ ໃນການດຳເນີນງານ ຂອງອົງການປົກຄອງແຂວງ, ນະຄອນຫຼວງວຽງຈັນ ແລະ ພະແນກການຕ່າງໆ ໃນການສົ່ງເສີມທຸລະກິດພາກເອກະຊົນ, ເພື່ອວິເຄາະຕົວຊີ້ວັດຕ່າງໆ ທີ່ນຳໄປສູ່ການເພີ່ມຄວາມເຂົ້າໃຈໃນຈຸດແຂງ ແລະ ຈຸດອ່ອນຂອງແຕ່ລະແຂວງ ໂດຍອີງຕາມການສົ່ງເສີມທຸລະກິດຈາກການບໍລິການພາກລັດຕໍ່ ພາກເອກະຊົນ, ແລະ ເພື່ອກະຕຸ້ນການພັດທະນາເສດຖະກິດທ້ອງຖິ່ນທີ່ຢູ່ພາຍໃຕ້ການຄຸ້ມຄອງ ຂອງແຂວງ ແລະ ນະຄອນຫລວງວຽງຈັນ.

ໂດຍອີງໃສ່ບົດຮຽນຈາກຫຼາຍປະເທດ ໂດຍສະເພາະແມ່ນ ສສ ຫວຽດນາມ ທີ່ໄດ້ປະສົບຜົນສຳເລັດເປັນຢ່າງສູງໃນການປະເມີນການດຳເນີນງານ ຂອງອົງການປົກຄອງແຂວງ ພາຍໃຕ້ໂຄງການສ້າງຂີດຄວາມສາມາດໃນການແຂ່ງຂັນຂັ້ນແຂວງ (PCI) Provincial Competitiveness Index ທີ່ໄດ້ເລີ້ມຈັດຕັ້ງປະຕິບັດແຕ່ປີ 2005 ແລະ ໄດ້ສືບຕໍ່ປະເມີນຈົນຮອດປັດຈຸບັນ. ບົດຮຽນຂອງ ສສ ຫວຽດນາມໃນການດຳເນີນໂຄງການລັກສະນະດັ່ງກ່າວເປັນເວລາຕໍ່ກັນ 14 ປີ ແລະໄດ້ຮັບຜົນສຳເລັດເປັນຢ່າງສູງ ພັກຄອມມູນິດຫວຽດນາມໄດ້ເອົາຂໍ້ມູນສຳຫລວດຂອງໂຄງການດັ່ງກ່າວ ໄປເປັນບ່ອນອີງໃນການປະເມີນເພື່ອກຳນົດຕຳແຫນ່ງງານຂອງບຸກຄະລາກອນໃນແຕ່ລະຂົງເຂດທີ່ຕິດພັນກັບວຽກງານດັ່ງກ່າວ.

ສຄອ ແຫ່ງຊາດລາວ ໄດ້ດຳເນີນການສຳຫຼວດທຸລະກິດຂັ້ນແຂວງ ແລະ ນະຄອນຫລວງເພື່ອຈັດລະດັບການດຳເນີນງານຂອງອົງການປົກຄອງຂັ້ນແຂວງ ແລະ ນະຄອນຫລວງວຽງຈັນ, ໂດຍນໍາໃຊ້ 6 ດັດສະນີຍ່ອຍ ແລະ 26 ຕົວຊີ້ວັດ. ເກືອບ 1300 ຫົວໜ່ວຍທຸລະກິດຈາກ 17 ແຂວງ ທີ່ໄດ້ເຂົ້າຮ່ວມໃນການປະເມີນ.

ຄວາມ​ໝາຍສຳ​ຄັນ ​ໃນ​ການສ້າງຂີດຄວາມສາມາດໃນການແຂ່ງຂັນຂັ້ນແຂວງ (PCI)

ບັນ​ຍາ​ກາດ​ກອງ​ປະ​ຊຸມ.(ພາບ: ເຟ​ສ​ບຸກ ​ສ​ຄກ)

ຈາກຜົນໄດ້ຮັບຈາກການສຳຫຼວດ ProFIT ໃນປີ 2017 ໄດ້ສະແດງໃຫ້ເຫັນວ່າ ຍັງມີຫຼາຍດ້ານທີ່ທາງພາກລັດຍັງສາມາດປັບປຸງໄດ້ ໂດຍສະເພາະແມ່ນກົນໄກ ການປະສານງານ ຄວາມເປັນເອກກະພາບໃນການ ຈັດຕັ້ງປະຕິບັດກົດໝາຍ ແລະອື່ນຯ ໂດຍອີງໃສ່ຂໍ້ມູນຜົນຂອງການສຳຫລວດດັ່ງກ່າວ. ສຄອ ແຫ່ງຊາດລາວ ຄາດຫວັງວ່າຈະສາມາດເຂົ້າໄປປະສານສົມທົບຮ່ວມມືກັບອົງການປົກຄອງແຂວງ ແລະ ນະຄອນຫລວງວຽງຈັນ ເພື່ອຊ່ວຍເພີ່ມຄວາມເຂົ້າໃຈ ກ່ຽວກັບຄວາມຕ້ອງການຂອງທຸລະກິດພາກເອກະຊົນຕໍ່ວຽກງານສົ່ງເສີມການຄ້າການລົງທຶນແລະການອຳນວຍຄວາມສະດວກ ແກ້ໄຂຂອດອຸດຕັນຕໍ່ການດຳເນີນທຸລະກິດ, ແລະ ນຳໄປສູ່ການປັບປຸງການພັດທະນາທຸລະກິດພາກເອກະຊົນໃນແຂວງເຫຼົ່ານັ້ນໃຫ້ດີຂຶ້ນເພື່ອໃຫ້ເຂົາເຈົ້າເຫລົ່ານັ້ນໄດ້ມີໂອກາດມີສ່ວນຮ່ວມຫລັກຕໍ່ວຽກງານການພັດທະນາ ເສດຖະກິດຂອງແຂວງ.

ຂໍ້ມູນດັ່ງກ່າວຈະເປັນເຄື່ອງມືແລະບ່ອນອີງໃຫ້ພາກສ່ວນທີ່ກ່ຽວຂ້ອງໄດ້ເຫັນບັນຫາຕົວຈິງຂອງຂະແຫນງການນັ້ນໆ ເພື່ອໃຫ້ມີການປັບປຸງແກ້ໄຂແບບມີຈຸດສຸມ ແລະເພື່ອສ້າງບັນຍາກາດການລົງທຶນໃນລາວໃຫ້ດີຂຶ້ນ

ພາຍຫຼັງເປີດໂຕບົດລາຍງານດັ່ງກ່າວ ພວກເຮົາໄດ້ວາງແຜນຈະຈັດກອງປະຊຸມປຶກສາຫາລືຮ່ວມກັບອົງການປົກຄອງແຂວງ ນະຄອນຫລວງ ເພື່ອຊອກຫາ ວິທີການແກ້ໄຂບັນຫາທີ່ຖືກຈຸດ ແລະ ນຳໄປສູ່ການປັບປຸງບາງດັດສະນີຂອງ ProFIT ທີ່ຍັງມີຄະແນນຕໍ່າ. ການຈັດຕັ້ງປະຕິບັດດັ່ງກ່າວ ຈະຊ່ວຍປັບປຸງສະພາບແວດລ້ອມຂອງການດຳເນີນທຸລະກິດໃນຂັ້ນແຂວງໃຫ້ດີຂື້ນ ກ້າວໄປເຖິງການຫລຸດອັນດັບທີ, ທີ່ທາງທະນາຄານໂລກໄດ້ມີການປະເມີນທຸກໆປີ ກ່ຽວກັບຄວາມງ່າຍດາຍໃນການເຮັດທຸລະກິດ ຂອງ ສປປ ລາວ ໃຫ້ເຫລືອພຽງ 2 ຕົວເລກຕາມຄວາມຄາດຫວັງຂອງລັດຖະບານເວົ້າລວມ, ເວົ້າສະເພາະກໍແມ່ນທ່ານນາຍຍົກ ທີ່ໄດ້ປະກາດໃນກອງປະຊຸມສະໄໝສາມັນຄັ້ງທີ 4 ຂອງສະພາແຫ່ງຊາດ 2017 ວ່າຈະພະຍາຍາມເຮັດໃຫ້ລາວຢູ່ໃນອັນດັບ 2 ຕົວເລກ.
, ໂຄງການ ProFIT ເປັນໂຄງການທີ່ສະທ້ອນໃຫ້ເຫັນເຖິງການຮ່ວມມືກັນຢ່າງຈິງຈັງລະຫວ່າງພາກລັດ ແລະພາກທຸລະກິດໃນການຊອກໄດ້ບັນຫາຕົວຈິງທີ່ເປັນອຸປະສັກກີດຂວາງຕໍ່ວຽກງານການຄ້າ ແລະ ການລົງທຶນໃນລາວ.

ໃຫ້ກຽດກ່າວເປີດພິທີຮ່ວມ, ທ່ານ Andreas Zurbrugg, ສະຖານທູດອ໋ອດສະເຕຼເລຍໄປຈຳລາວ ໄດ້ກ່າວວ່າ “ລັດຖະບານອ໋ອດສະເຕຼເລຍແລະ ADB ມີຄວາມຍິນດີເປັນຢ່າງຍິ່ງທີ່ໄດ້ມີສ່ວນຮ່ວມໃນການໃຫ້ສະໜັບສະໜູນ ສຄອ ແຫ່ງຊາດລາວ ໄດ້ຈັດການປະເມີນການສ້າງສິ່ງອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການລົງທຶນຂັ້ນແຂວງ ນະຄອນຫລວງທີ່ປະເມີນໂດຍພາກເອກກະຊົນ ເປັນຄັ້ງທຳອິດໃນ ສປປລາວ, ພວກເຮົາໄດ້ເຫັນເຖິງບົດຮຽນຂອງ ສສ ຫວຽດນາມ ທີ່ປະສົບຜົນສຳເລັດໃນການຈັດຕັ້ງປະຕິບັດຜ່ານມາຈົນຮອດປັດຈຸບັນຖືເປັນປີທີ 14 ແລ້ວ, ພວກເຮົາຫວັງວ່າຜົນຂອງການສຳຫລວດ ຂໍ້ມູນໃນບົດລາຍງານນີ້ ຈະສາມາດນຳໃຊ້ເປັນຂໍ້ມູນອ້າງອີງ ໃຫ້ທຸກແຂວງນຳໄປປັບປຸງການດຳເນີນງານຂອງເຂົາເຈົ້າໃນອານາຄົດໄດ້”.

ທ່ານ. ນາງ. ນານາ ສວນນະວົງ, ນັກທຸລະກິດລາວໄດ້ໃຫ້ສໍາພາດວ່າ “ຂ້າພະເຈົ້າດີໃຈຫລາຍ ທີ່ໄດ້ເຫັນການເປີດຕົວຂອງໂຄງການ ProFIT ມື້ນີ້. ຂ້າພະເຈົ້າຫວັງວ່າ ມັນຈະຊ່ວຍສ້າງໃຫ້ເກີດການແຂ່ງຂັນ ທີ່ເຮັດໃຫ້ແຕ່ລະແຂວງພະຍາຍາມປັບປຸງຕົນເອງ ເພື່ອໃຫ້ກ້າວຂຶ້ນເຖິງອັນດັບສູງສຸດ, ສິ່ງເຫຼົ່ານີ້ຈະນຳຜົນປະໂຫຍດມາສູ່ທຸລະກິດ ຂະໜາດນ້ອຍ ແລະ ກາງຂອງ ທຸລະກິດແມ່ຍິງພວກເຮົາອີກດ້ວຍ. ຂ້າພະເຈົ້າດີໃຈທີ່ໄດ້ເຫັນ ສຽງຂອງພາກທຸລະກິດພວກເຮົາໄດ້ຖືກເຕົ້າໂຮມກັນ ແລະ ນຳສະເໜີຜ່ານໂຄງການ ProFIT. ຂ້າພະເຈົ້າຫວັງວ່າ ໂຄງການດັ່ງກ່າວຈະມີການສືບຕໍ່ໃນປີຕໍ່ໆໄປ ເພື່ອຊ່ວຍຍົກບົດບາດຂອງພວກເຮົາຕື່ມ ແລະ ແຕ່ລະແຂວງກໍຈະໄດ້ມີການປັບປຸງຕົນເອງເພື່ອປັບປຸງອັນດັບຂອງເຂົາເຈົາໃຫ້ດີຂຶ້ນເປັນກ້າວຯ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.