ລາວ ອາດຈະໃຫ້ບໍລິການ ວີຊ້າ ເອເລັກໂຕນິກ (E-visa) ທ້າຍປີ 2018 ນີ້

08:48 | 06/06/2018

ຍສ​ໝ - ອີງຕາມ ໜັງສືພິມວຽງຈັນທາມ, ການໃຫ້ບໍລິການ ອອກວີຊ້າ ( E-visa) ຈະໄດ້ນຳໃຊ້ໃນທ້າຍປີນີ້ ຫຼື ຕົ້ນປີ 2019 ເພື່ອແນໃສ່ດຶງດູດນັກທ່ອງທ່ຽວຕ່າງປະເທດໃຫ້ມາທ່ຽວລາວຫຼາຍຂຶ້ນ.

ຜູ່​ຊີ້ນຳຂັ້ນ​​ສູງ​ຂອງສະ​ຖານ​ກົງ​ສຸນ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄດ້​ກ່າວ​ກັບ ໜັງ​ສື​ພິມ​ ວຽງ​ຈັນ​ທາມ ອາ​ທິດ​ກ່ອນນີ້​ວ່າ: ອຳ​ນາດ​ການ​ປົກ​ຄອງ​ກຳ​ລັງ​ຊຸກ​ຍູ້ ບັນ​ດາ ລະ​ບຽບ​ການ ແລະ ວຽກ​ງານ​ທີ່​ກ່ຽວ​ຂ້ອງ​ເພື່ອ​ກະ​ກຽມ​ໃຫ້​ການ​ເປີດ​ໃຊ້-ການ​ໃຫ​ບໍ​ລິ​ການ ວີ​ຊ້າ​ອອນ​ລາຍ.


ລາວ ອາດຈະໃຫ້ບໍລິການ ວີຊ້າ ເອເລັກໂຕນິກ (E-visa) ທ້າຍປີ 2018 ນີ້

ລາວ​ກຳ​ລັງ​ພິ​ຈາ​ລະ​ນາ​ຢ່າງ​ເອົາ​ຈິງ​ເອົາ​ຈັງ​ເພື່ອ​ສະ​ເໜີ​ການ​ອອກວີ​ຊ້າ​ໃຫ້​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ອອນ​ລາຍ ໃນ​ທ້າຍ​ປີນີ້​ ຫຼື​ ຕົ້ນ​ ປີ 2019. (ພາບ: Asean Travel)

ມີ​ພຽງ​ແຕ່​ນັກ​ທ່ອງ​ທ່ຽວ​ຄົ​ນຕ່າງປະເທດ​ເທົ່າ​ນັ້ນທີ່ສາມາດ ລົງບຽ​ນ​ຂໍວີຊ່າອອນລາຍໄດ້. ສຳ​ລັພະ​ນັກ​ງານ ແລະ ນັກທຸລະກິດແມ່ນ​ຍັງ​ຄົງຕ້ອງໄດ້ສືບຕໍ່ ຂໍວີຊ່າຈາກສະຖານທູດ ແລະ ສະຖານກົງສຸນ ລາວ ຕາມປົກກະຕິ. "ໃນເບື້ອງຕົ້ນ, ພວກເຮົາຈະສະຫນອງການບໍລິການ E-visa ສໍາລັບນັກທ່ອງທ່ຽວ ແລະ ຈາກນັ້ນມີບົດຮຽນຈາກການຈັດ​ຕັ້ງປະຕິບັດໂຄງການ ຂໍວີຊ້າອອນລາຍ"

ວີຊ້ເອເລັກໂຕຼນິກ ຍັງຈະຊ່ວຍແກ້ໄຂບັນຫາ ຄືໃນບາງປະເທດອາດ​ຈະ​ຍັງ​ບໍ່​ທັນ​ມີ ສະ​ຖານ​ທູດ ຫຼື​ ສະ​ຖານ​ກົງ​ສຸນ. ເຈົ້າຫນ້າທີ່ທີ່​ກ່ຽວ​ຂ້ອງ​ໄດ້​ກ່າວວ່າ "ສະຖານທູດ ຫລື ສະຖານກົງສຸນຂອງລາວ ແມ່ນບໍ່ທັນມີຢູ່ໃນຫຼາຍໆປະເທດ, ເຮັດໃຫ້ເປັນສິ່ງທີ່ບໍ່ສະດວກສໍາລັບນັກທ່ອງທ່ຽວ ຈາກບັນດາປະເທດ ທີ່​ຈະໄປ ທ່ອງ​ທ່ຽວ ຫຼື ຢ້ຽມຢາມລາວ. ລາວມີ ຫ້ອງ​ການ​ຕ່າງ​ໜ້າ ກະ​ຊວງ​ການ​ຕ່າງ​ປະ​ເທດ 39 ແຫ່ງ, ປະ​ກອບ​ມີ: ສະ​ຖານ​ທູດ 26 ແຫ່ງ, ສໍານັກງານຖາວອນ 3 ແຫ່ງ, ສະຖານກົງສຸນ 9 ແຫ່ງ ກໍ່​ຄື ສະ​ຖາ​ນ​ກົງ​ສຸນ ກິ​ຕິ​ມະ​ສັກຢູ່ຕ່າງປະເທດ​ອີກ 17 ແຫ່ງ.

​ຫົ​ວ​ໜ້າ​ກົມ ​ໂຄ​ສະ​ນາ-ທ່ຽວ​ທ່ຽວ, ກະຊວງ ວັດທະນະທໍາ, ຂ່າວສານ ແລະ ທ່ອງທ່ຽວ, ທ່ານ ສູນ ມະນີວົງ, ຊົມ​ເຊີຍແຜນການ ການ​ເຮັດວີຊ່າ ເປັນ​ອີ-ວີຊ້າ, ໂດຍກ່າວວ່າ: ວີຊ້ານີ້ຈະສ້າງຄວາມສະດວກໃຫ້ນັກທ່ອງທ່ຽວຕ່າງປະເທດ ເຂົ້າມາໃນລາວ, ຊ່ວຍພວກ​ເຂົາປະຢັດເວລາ ແລະ ເປັນ​ເຈົ້າ​ການ​ໃນ​ການ​ວາງແຜນທ່ອງທ່ຽວຫຼາຍຂຶ້ນ.

ໃນປີ 2017 ລາວໄດ້ຮັບນັກທ່ອງທ່ຽວຕ່າງປະເທດ 3.8 ລ້ານເທື່ອຄົນ. ລັດຖະບານລາວ ກໍາລັງວາງເປົ້າຫມາຍ 5 ລ້ານຄົນ ໃນປີນີ້, ໂດຍມີໂຄງການ ສະຫນັບສະຫນູນຈໍານວນຫນຶ່ງ, ເຊິ່ງຫນຶ່ງໃນນັ້ນແມ່ນ ການເປີດ​ປີ​ທ່ອງ​ທ່ຽວລາວ ປີ 2018.
ພົນລະເມືອງຫວຽດນາມທີ່ເດີນທາງໄປປະເທດລາວບໍ່ຈໍາເປັນຕ້ອງມີວີຊ່າ ເພາະອາຍຸໃນ​ການ​ພັກ​ອາ​ໄສ​ຊົ່ວ​ຄາວ​ໄດ້​ເຖິງ 30 ວັນ. ນອກເຫນືອຈາກປະເທດຫວຽດນາມ, ປະຊາຊົນຂອງ 14 ປະເທດບູໄນ, ກໍາປູເຈຍ, ອິນໂດເນເຊຍ, ຍີ່ປຸ່ນ, ລັກເຊມເບີກ, ມາເລເຊຍ, ມົງໂກລີ, ມຽນມາ, ຟີລິບປິນ, ຣັດເຊຍ, ສິງກະໂປ, ເກົາຫລີ, ສະວິດເຊີແລນແລະໄທບໍ່ຈໍາເປັນຕ້ອງມີວີຊ່າທ່ອງທ່ຽວລາວ. (ດ້ວຍອາຍຸໃນ​ການ​ພັກ​ອາ​ໄສ​ຊົ່ວ​ຄາວທີ່ແຕກຕ່າງກັນ).

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.