ແຂວງໄຊຍະບູລີ ກໍາລັງຊອກຫາແຫຼ່ງທຶນເພື່ອກໍ່ສ້າງ ຫໍຫຼັກເມືອງ

09:42 | 11/06/2018

ໃນອາ​ທິດ​ທີ່​ຜ່ານນີ້, ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປຶກສາຫາລື ໃນການຈັດສັນງົບປະມານ ລະດົມທຶນກໍ່ສ້າງ ຫໍຫຼັກເມືອງ ແຂວງໄຊຍະບູລີ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ເພັງນິລັນ ຄໍາພັນເພັງ ຮອງເຈົ້າແຂວງ ຫົວໜ້າຄະນະຮັບຜິດຊອບລະດົມທຶນ, ມີພະສົງສາມະເນນ, ຄະນະຮັບຜິດຊອບລະດົມທຶນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ

ແຂວງໄຊຍະບູລີ ກໍາລັງຊອກຫາແຫຼ່ງທຶນເພື່ອກໍ່ສ້າງ ຫໍຫຼັກເມືອງ

ແຂວງໄຊຍະບູລີ.

ທ່ານ ນາງ ບົວຈັນ ພັນທະວົງ ຮອງຫົວໜ້າພະແນກຖະແຫ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຂື້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ເລກທີ 527/ຈຂ.ຊຍ ລົງວັນທີ 01 ມີຖຸນາ 2018 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບລະດົມແຫຼ່ງທຶນ ເພື່ອກໍ່ສ້າງຫໍຫຼັກເມືອງ ແຂວງໄຊຍະບູລີ, ຮ່າງຂໍ້ຕົກລົງ ວ່າດ້ວຍການແບ່ງຄວາມຮັບຜິດຊອບໃຫ້ຄະນະກໍາມະການລະດົມທຶນ ກໍ່ສ້າງຫໍຫຼັກເມືອງ ແລະ ຮ່າງຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງກອງເລຂາຊ່ວຍວຽກ ຄະນະກໍາມະການລະດົມທຶນ ກໍ່ສ້າງຫໍຫຼັກເມືອງ ແຂວງໄຊຍະບູລີ.

ແຂວງໄຊຍະບູລີ ກໍາລັງຊອກຫາແຫຼ່ງທຶນເພື່ອກໍ່ສ້າງ ຫໍຫຼັກເມືອງ

ກອງປະຊຸມປຶກສາຫາລື ໃນການຈັດສັນງົບປະມານ ລະດົມທຶນກໍ່ສ້າງ ຫໍຫຼັກເມືອງ ແຂວງໄຊຍະບູລີ.

ຫໍຫຼັກເມືອງຕັ້ງຢູ່ ບ້ານທ່ານາ ເມືອງໄຊຍະບູລີ ແຂວງໄຊຍະບູລີ ເພື່ອເປັນບ່ອນສັກກະບູຊາ, ບ່ອນຈາລືກ, ສຶກສາຄົ້ນຄວ້າໃຫ້ພໍ່ແມ່ປະຊາຊົນ ເຫັນໄດ້ຄຸນຄ່າ ແລະ ຄວາມຊົງຈໍາກ່ຽວກັບປະຫວັດຄວາມເປັນມາຢ່າງຍາວນານຂອງແຂວງ ຫໍຫຼັກເມືອງມີຮູບຊົງຫໍປະສາດ ມີ 4 ໜ້າ, 4 ດ້ານ ປະດັບປະດາໄປດ້ວຍດວງ, ລວດລາຍ ເຊິ່ງສະແດງໃຫ້ເຫັນເຖິງການດໍາລົງຊີວິດ, ຮີດຄອງປະເພນີອັນດີງານ ທີ່ນໍາເອົາສະຖາປັດຕະຍະກໍາສິນ ທີ່ເປັນເອກະລັກທາງດ້ານວັດທະນະທໍາມາລວມຢູ່ຫໍຫຼັກເມືອງ ສູງ 19 ແມັດ, ແຕ່ລະດ້ານມີຄວາມກ້ວາງ 9 ແມັດ ໂດຍມີເສົາຫຼັກເມືອງທີ່ເຮັດດ້ວຍໄມ້ຈັນຫອມອາຍຸຫຼາຍຮ້ອຍປີ ຈໍານວນ 01 ເສົາ ປະດິດສະຖານຢູ່ພາຍໃນ ໂດຍມີເສົາຫຼັກເມືອງຂະໜາດໃຫຍ່ ສູງ 9 ແມັດ ແລະ ມີຄວາມຍາວຮອບເສົາ 60 ເຊັນຕິແມັດ ແລະ ມີ 8 ເສົາ ທີ່ຕັ້ງຢູ່ຮອບເສົາຫຼັກເມືອງ ມີຄວາມສູງ 05 ແມັດ ຊີ່ງມີມູນຄ່າ 8,390 ຕື້ກີບ ( ແປດຕື້ສາມຮ້ອຍເກົ້າສິບລ້ານກີບ ). ຈາກນັ້ນ, ຄະນະຮັບຜິດຊອບ ກໍ່ໄດ້ປະກອບຄໍາຄິດຄໍາເຫັນ ເພື່ອຄົ້ນຄ້ວາເປົ້າໝາຍການລະດົມທຶນ, ວາງແຜນການເຄື່ອນໄຫວກິດຈະກໍາແຕ່ລະໄລຍະ ເພື່ອປຸກລະດົມທຶນພະນັກງານ, ທະຫານ, ຕໍາຫຼວດ, ປະຊາຊົນບັນດາເຜົ່າ, ຜູ້ປະກອບການທຸລະກິດພາຍໃນ ແລະ ຕ່າງປະເທດ ການຈັດຕັ້ງສັງຄົມ ເປັນເງິນ, ວັດຖຸ ເພື່ອສົມທົບທຶນເຂົ້າໃນການກໍ່ສ້າງຫໍຫຼັກເມືອງໃຫ້ສໍາເລັດຕາມລະດັບຄາດໝາຍ.


(ແຫຼ່ງ​ຂໍ້​ມູນ​: tonamchanews.com)

ເຫດການ
302 Found

Found

The document has moved here.