ສປປ ລາວ ຍັງເຫຼືອ 1 ເງື່ອນໄຂ ໃນການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ

15:53 | 12/06/2018

ຍ​ສ​ໝ - ທ່ານ ທອງລຸນ ສີສຸລິດ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງ ສສຊ ວ່າ: ຕະຫຼອດ 43 ປີຜ່ານ ມາ ພັກ ແລະ ລັດຖະບານ ໄດ້ມີຄວາມພະຍາຍາມແກ້ໄຂ ຄວາມທຸກຍາກຂອງປະຊາຊົນ ແລະ ພະຍາຍາມສູ້ຊົນ ເຮັດ ໃຫ້ປະເທດເຮົາຫຼຸຸດພົ້ນອອກ ຈາກສະຖານະພາບປະເທດ ດ້ອຍພັດທະນາ.

ສປປ ລາວ ຍັງເຫຼືອ 1 ເງື່ອນໄຂ ໃນການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ

ສ​ປ​ປ ລາວ ຍັງ​ບໍ່​ທັນ​ສາ​ມາດຫຼຸຸດພົ້ນອອກຈາກ ປະເທດດ້ອຍພັດທະນາ​ໄດ້​ໃນ​ປີ 2020.

ການຫຼຸຸດພົ້ນອອກຈາກ ປະເທດດ້ອຍພັດທະນານັ້ນ ສະຫະປະຊາຊາດ (ສປຊ) ໄດ້ ຕັ້ງໄວ້ 3 ເງື່ອນໄຂຄື:

​ໜຶ່ງ: ລວມຍອດລາຍໄດ້ແຫ່ງຊາດ ຫຼື GNI ຕ້ອງບັນລຸ 1.230 ໂດລາ, ສອງ: ດັດຊະນີຊັບສິນມະນຸດ ຫຼື ການພັດທະນາຊັບພະຍາກອນ ມະນຸດ HAI ຕ້ອງສູງກວ່າ 66 ແລະ ສາມ: ຄວາມບອບບາງດ້ານ ເສດຖະກິດຕ້ອງຕ່ຳກວ່າ 32; ສ່ວນ ສປປ ລາວ ບັນລຸແລ້ວ 2 ເງື່ອນໄຂ ຍັງເຫຼືອເງື່ອນໄຂທີ 3 ຄື: ຄວາມບອບບາງດ້ານເສດ ຖະກິດ ຊຶ່ງ ສປປ ລາວ ຢູ່ທີ່ 33,7. ໃນວາລະດຳເນີນກອງ ປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII ເມື່ອວັນທີ 8 ມິຖຸນາຜ່ານມານີ້ ພາຍໃຕ້ການເປັນປະທານຂອງທ່ານ ນາງ ປານີຢາ ທໍ່ຕູ້ ປະທານສະພາແຫ່ງຊາດ; ທ່ານ ທອງລຸນ ສີສຸລິດ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງ ສສຊ ວ່າ: ຕະຫຼອດ 43 ປີຜ່ານ ມາ ພັກ ແລະ ລັດຖະບານ ໄດ້ມີຄວາມພະຍາຍາມແກ້ໄຂ ຄວາມທຸກຍາກຂອງປະຊາຊົນ ແລະ ພະຍາຍາມສູ້ຊົນ ເຮັດໃຫ້ປະເທດເຮົາຫຼຸຸດພົ້ນອອກ ຈາກສະຖານະພາບປະເທດດ້ອຍພັດທະນາ ທີ່ 3 ເງື່ອນໄຂ ຂອງສະຫະປະຊາຊາດວາງອອກ.

ໂດຍ ສປປ ລາວເຮົາ ໄດ້ກຳນົດສູ້ຊົນໃຫ້ ສປປ ລາວ ອອກຈາກປະເທດດ້ອຍພັດທະນາມາແຕ່ ປີ 2001 ເປັນຕົ້ນມາ. ຊຶ່ງແຜນພັດທະນາເສດຖະ ກິດ-ສັງຄົມ ໄລຍະນັ້ນ ໄດ້ກຳນົດວ່າ: ອີກ 20 ປີຂ້າງໜ້າ ຈະພັດທະນາໃຫ້ປະເທດເຮົາຫຼຸຸດພົ້ນອອກຈາກປະເທດດ້ອຍພັດທະນາໃຫ້ໄດ້. ຊຶ່ງໄລຍະຜ່ານມາ ພັກ ແລະ ລັດຖະບານ ກໍພະຍາຍາມສູ້ຊົນໃຫ້ໄດ້. ແຕ່ຜ່ານການສຳຫຼວດຂອງ ສປຊ ຄັ້ງທຳອິດແມ່ນຍັງບໍ່ສາມາດຫຼຸຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໄດ້. ເນື່ອງຈາກວ່າ 3 ເງື່ອນ ໄຂທີ່ ສປຊ ວາງອອກນັ້ນ ສປປ ລາວ ປະຕິບັດໄດ້ແລ້ວ 2 ເງື່ອນໄຂຄື: ລາຍຮັບແຫ່ງຊາດ ສປຊ ຕັ້ງໄວ້ 1.230 ໂດລາ, ສປປ ລາວ ປະຕິບັດໄດ້ 1.996 ໂດລາ ຖືວ່າປະຕິບັດໄດ້ແລ້ວ, ສ່ວນເງື່ອນໄຂທີ 2 ແມ່ນດັດ ຊະນີຊັບສິນມະນຸດ ຕ້ອງສູງກວ່າ 66 ສປປ ລາວ ຢູ່ທີ່ 72,8 ຊຶ່ງສາມາດປະຕິບັດໄດ້ແລ້ວ ແລະ ເງື່ອນໄຂທີ 3 ແມ່ນດັດຊະນີຄວາມບອບບາງດ້ານ ເສດຖະກິດ EVI ຕ້ອງຕ່ຳກວ່າ 32, ແຕ່ ສປປ ລາວເຮົາ ຢູ່ທີ່ 33,7 ຊຶ່ງເງື່ອນໄຂທີ 3 ນີ້ເອງທີ່ພວກເຮົາຍັງປະຕິບັດບໍ່ທັນໄດ້.

ແນວໃດກໍຕາມ ປີ 2021 ສປຊ ຈະມາສຳຫຼວດອີກຄັ້ງ ໜຶ່ງ ວ່າຄວາມບອບບາງດ້ານເສດຖະກິດຂອງລາວເຮົາຈະ ບັນລຸເງື່ອນໄຂ ຫຼື ບໍ່?. ທ່ານນາຍົກລັດຖະມົນຕີກ່າວອີກວ່າ: ນະໂຍບາຍຂອງ ພັກ ແລະ ລັດຖະບານ ໄດ້ສຸມທຸກຄວາມພະຍາຍາມໃສ່ການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ສ້າງຮາກຖານໃຫ້ເຂັ້ມແຂງ, ສ້າງວຽກເຮັດງານທຳໃຫ້ ປະຊາຊົນມີລາຍຮັບທີ່ໝັ້ນຄົງ ແລະ ນັບມື້ນັບສູງຂຶ້ນ, ສ້າງການຜະລິດຢູ່ຮາກຖານໃຫ້ເຂັ້ມແຂງ, ມີສິນຄ້າ, ມີຕະຫຼາດຈຳໜ່າຍທີ່ແນ່ນອນ ແລະ ເຮັດໃຫ້ລາຍຮັບຂອງຄອບຄົວ, ບ້ານ ແລະ ເມືອງນັບມື້ສູງຂຶ້ນ ນັ້ນຄືເປົ້າໝາຍຂອງພັກ ແລະ ລັດຖະບານ. ສ່ວນບັນຫາຢາເສບຕິດ ທ່ານນາຍົກລັດຖະມົນຕີ ໄດ້ກ່າວວ່າ: ຢາເສບຕິດເປັນໄພອັນຕະລາຍທີ່ສຸດ ຊຶ່ງຫາກປ່ອຍປະໄປຈະສົ່ງຜົນກະທົບ ອັນໃຫຍ່ຫຼວງຕໍ່ຊາວໜຸ່ມເຍົາວະຊົນ ຊຶ່ງເປັນເສົາຄ້ຳຂອງຊາດ.

ດັ່ງນັ້ນ ລັດຖະບານ ຈຶ່ງປະກາດເອົາຈິງເອົາຈັງໃນການ ປາບປາມຢາເສບຕິດ ໂດຍມອບໃຫ້ກະຊວງ ປກສ ໃນການສະກັດກັ້ນ ແລະ ປາບປາມຢາເສບຕິດ ຊຶ່ງສາມາດຈັບກຸມຜູ້ຄ້າຂາຍຢາເສບຕິດ ເປັນຈຳນວນຫຼວງຫຼາຍ. ແຕ່ກໍຍັງບໍ່ທັນແກ້ໃຫ້ໝົດໄປ ແຕ່ແນວໃດກໍຕາມ ລັດຖະບານ ຈະເອົາໃຈໃສ່ເປັນພິເສດຕໍ່ກັບ ບັນຫາດັ່ງກ່າວນີ້. ສ່ວນການເກັບລາຍຮັບ-ຄຸ້ມຄອງລາຍຈ່າຍນັ້ນ ນາຍົກຢືນຢັນວ່າ ຕ້ອງຫັນໄປສູ່ທັນສະໄໝເທົ່ານັ້ນ ຈຶ່ງສາມາດອັດຮູຮົ່ວຂອງງົບປະມານໄດ້.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.