ມູນຄ່າການ ນໍາເຂົ້າ-ສົ່ງອອກ 3 ເດືອນຕົ້ນ ປີ2018 ລາວມີມູນຄ່າ 2,353 ລ້ານໂດລາສະຫະລັດ

13:57 | 28/05/2018

ຍ​ສ​ໝ - ສາມ​ເດືອນ​ຕົ້ນ​ປີ ສ​ປ​ປ ລາວ ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ ຂອງ ລັດ​ຖະ​ບານ ແລະ ຄວາມ​ເປັນ​ເຈົ້າ​ການ​ຂອງ ບັນ​ດາ​ຜູ່​ນຳ​ຂອງ​ທຸກ​ຂະ​ແໜງ​ການ​ທີ່​ກ່ຽວ​ຂໍ້ ໃນ​ກົ​ນ​ຈັກ​ລັດ ເຮັດໃຫ້​ ພື້ນ​ຖານ​ເສດ​ຖະ​ກິດ ບັນ​ລຸ​ໝາກ​ຜົນ​ເປັນ​ທີ່​ໜ້າ​ພໍ​ໃຈ​ໃນ​ຕົ້ນ​ປີ​ນີ້.

ມູນຄ່າການ ນໍາເຂົ້າ-ສົ່ງອອກ 3 ເດືອນຕົ້ນ ປີ2018 ລາວມີມູນຄ່າ 2,353 ລ້ານໂດລາສະຫະລັດ

ມູນຄ່າການນໍາເຂົ້າ-​ສົ່ງ​ອອກ ຂອງ ສປປ ລາວ ສາມາດບັນລຸໄດ້ທັງໝົດ 2,353 ລ້ານໂດລາສະຫະລັດ.

ກົມການນໍ້ານໍາເຂົ້າ-​ສົ່ງ​ອອກ, ກະຊວງ ອຸດສາຫະກໍາ ແລະ ການຄ້າ ລາຍງານວ່າ: ໃນງວດທີ1 (ເດືອນ 1, 2 ແລະ 3) ປີ2018 ມູນຄ່າການນໍາເຂົ້າ-​ສົ່ງ​ອອກ ຂອງ ສປປ ລາວ ສາມາດບັນລຸໄດ້ທັງໝົດ 2,353 ລ້ານໂດລາສະຫະລັດ (ບໍ່ລວມເອົາຂໍ້ມູນການນໍາເຂົ້າ-​ສົ່ງ​ອອກ ໄຟຟ້າ ຍ້ອນຍັງ ບໍ່ທັນໄດ້ຮັບຂໍ້ມູນຄົບຖ້ວນຈາກຂະແໜງການທີ່ ກ່ຽວຂ້ອງ), ເພີ່ມ​ຂື້ນ 12.8% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ການສົ່ງອອກປະຕິບັດໄດ້ 989 ລ້ານໂດລາສະຫະລັດ ເພີ່ມ​ຂື້ນ 1.4% ເມື່ອທຽບໃສ່ໄລຍະດຽວກັນຂອງປີທີ່ຜ່ານມາ, ສ່ວນການນໍາເຂົ້າບັນລຸໄດ້1,363 ລ້ານ ເພີ່ມຂື້ນ 22.8%. ສິນຄ້າທີ່ ນໍາເຂົ້າຕໍ ແມ່ນ: ນໍ້າມັນເຊື້ອໄຟ (ນໍ້າມັນແອັດຊັງ, ກາຊວນ ແລະ ກາດ), ພາຫະນະທາງບົກ ແລະ ຊິ້ນສ່ວນອາໄຫຼ່, ອຸປະກອນກົນຈັກ, ເຫຼັກ ແລະ ອຸປະກອນ ທີ່ ເຮັດດ້ວຍເຫຼັກ, ເຄື່ອງໃຊ້ໄຟຟ້າ...

ມູນຄ່າການ ນໍາເຂົ້າ-ສົ່ງອອກ 3 ເດືອນຕົ້ນ ປີ2018 ລາວມີມູນຄ່າ 2,353 ລ້ານໂດລາສະຫະລັດ

ສິນ​ຄ້າ​ນຳ​ເຂົ້າ​ຕົ້ນ​ຕໍ.

ສິນຄ້າທີ່ ສົ່ງອອກຕົ້ນ​ຕໍ ແມ່ນ: ທອງ ແລະ ແຮ່ທອງ, ໂຄງຮ່າງກ້ອງບັນທຶກພາບ, ມັນ​ຕົ້ນ, ເຄື່ ອງນຸ່ງຫົ່ ມ, ເຄື່ ອງໃຊ້ໄຟຟ້າ, ກາເຟ, ໝາກກ້ວຍ, ນໍ້າ ຕານ...

ມູນຄ່າການ ນໍາເຂົ້າ-ສົ່ງອອກ 3 ເດືອນຕົ້ນ ປີ2018 ລາວມີມູນຄ່າ 2,353 ລ້ານໂດລາສະຫະລັດ

ສິນ​ຄ້ານ​ສົ່ງ​ອອກ​ຕົ້ນ​ຕໍ.

ປະເທດທີ່ ສປປ.ລາວ ນໍາ​ເຂົ້​າສິນຄ້າສ່ວນໃຫຍ່ຍັງແມ່ນບັນດາປະເທດທີ່ ມີຊາຍແດນຕິດຈອດເຊັ່​ນ: ໄທ, ຈີນ ແລະ ຫວຽດນາມ. ນອກນັ້ນ ຍັງນໍ າ ເຂົ້າມາຈາກປະເທດຍີ່ປຸ່ນ, ເກົາຫີຼໃຕ້, ອິນໂດເນເຊຍ, ສິງກະໂປ, ອົດສະຕາລີ, ຮົງກົງ.

ມູນຄ່າການ ນໍາເຂົ້າ-ສົ່ງອອກ 3 ເດືອນຕົ້ນ ປີ2018 ລາວມີມູນຄ່າ 2,353 ລ້ານໂດລາສະຫະລັດ

ສ​ປ​ປ ລາວ ນຳ​ເຂົ້າ​ຈາກ​ບັນ​ດາ​ປະ​ເທດ​ໄທ , ສ​ປ ຈີນ ເປັນ​ສ່ວນ​ໃຫຍ່.

ປະເທດສົ່ ງອອກຕົ້ນ​ຕໍແມ່ນ ໄທ, ຈີນ, ຫວຽດນາມ, ຍີ່ ປຸ ່ນ, ເຢຍລະມັນ ແລະ ອິນເດຍ.

ມູນຄ່າການ ນໍາເຂົ້າ-ສົ່ງອອກ 3 ເດືອນຕົ້ນ ປີ2018 ລາວມີມູນຄ່າ 2,353 ລ້ານໂດລາສະຫະລັດ

ບັນ​ດາ​ປະ​ເທດ​ທີ່ ສ​ປ​ປ ລາວ​ ສົ່ງ​ອອກ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.