ຫົວພັນ ຈັດພິທີທາງສາສະໜາກະກຽມ ກໍ່ສ້າງໂຮງໝໍ ມິດຕະພາບລາວ-ຫວຽດນາມ

15:52 | 31/05/2018

ໃນ​ວັນ​ທີ 30 ພຶດສະພາ ຜ່ານ​ມາ, ​ແຂວງ​ຫົວ​ພັນ​ໄດ້​ເລີ່ມ​ການກໍ່​ສ້າງ​ໂຮງ​ໝໍ ມິດ​ຕະ​ພາບລາວ-ຫວຽດ ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂັ້ນ​ແຂວງ ແລະ ຂະ​ແໜງ​ການ​ອ້ອມ​ຂ້າງ​.

ຫົວພັນ ຈັດພິທີທາງສາສະໜາກະກຽມ ກໍ່ສ້າງໂຮງໝໍ ມິດຕະພາບລາວ-ຫວຽດນາມ

ພິ​ທີ​ສູດ ເພື່ອ​ລົງ​ມື​ສ້າງ​ອາ​ຄານ​ໂຮງ​ໝໍ ມິດ​ຕະ​ພາບ​ລາວ-ຫວຽດ​ນາມ.

ພະແນກແຜນການ ແລະ ການລົງທຶນແຂວງຫົວພັນ ໃນນາມເຈົ້າຂອງໂຄງການກໍ່ສ້າງໂຮງໝໍ ມິດຕະພາບລາວ-ຫວຽດນາມ ຈັດ​ພິທີ​ທາງ​ສາສະໜາ ກຽມລົງມື​ກໍ່ສ້າງ​ໂຄງການ​ດັ່ງ​ກ່າວ ​ໃນ​ວັນ​ທີ 30 ພຶດສະພາ ຜ່ານ​ມາ, ​ໂດຍ​ມີ ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງຫົວພັນ, ທ່ານ ວິງ ອຳນວຍການບໍລິສັດຫຸ້ນສ່ວນກໍ່ສ້າງ ແລະ ການຄ້າ 68 ພ້ອມດ້ວຍທີມງານ, ຫົວໜ້າ ພະແນກສາທາລະນະສຸກແຂວງ, ຄະນະອຳນວຍການໂຮງໝໍແຂວງ, ພະແນກການທີ່ກ່ຽວຂ້ອງອ້ອມຂ້າງແຂວງ ເຂົ້າຮ່ວມ.

ໂຄງການກໍ່ສ້າງໂຮງໝໍມິດຕະພາບລາວ -ຫວຽດນາມ ມີສະຖານທີ່ກໍ່ສ້າງຢູ່ໃນເຂດໂຮງໝໍແຂວງຫົວພັນ ​ໃນເນື້ອທີ່ 5 ເຮັກຕາ, ຕຶກອາຄານ ອອກແບບຮູບຊົງລາວ, ມີ 9 ຊັ້ນ, ​ ໂດຍໄດ້ແບ່ງອອກເປັນ 2 ໄລຍະຄື: ໄລຍະທີ 1 ກໍ່ສ້າງຕຶກອາຄານຫລັງໃໝ່ 9 ຊັ້ນ ແລະ ຈັດຊື້ອຸປະກອນ ແລະ ເຄື່ອງຮັບໃຊ້ ທາງດ້ານການແພດເລີ່ມແຕ່ປີ 2018-2019, ໄລຍະທີ 2 ຈະໄດ້ປັບປຸງ ແລະ ກໍ່ສ້າງພື້ນຖານໂຄງລ່າງເຊັ່ນ: ເດີ່ນ, ການສະໜອງນໍ້າ, ປະຕູ, ຮົ້ວ, ລະບົບໄຟຟ້າ, ລະບົບນໍ້າເສຍ, ຫ້ອງນໍ້າລວມ ແລະ ສາງເກັບມ້ຽນຢາ ແມ່ນຈະຈັດຕັ້ງປະຕິບັດ ພາຍຫລັງທີ່ໄດ້ມີການຮັບຮອງ ຜົນ ສຳເລັດ ຂອງວຽກງານໃນໄລຍະທີ 1. ລວມມູນຄ່າການກໍ່ສ້າງທັງໝົດ 518 ກວ່າຕື້ດົງ, ​ໃນ​ນັ້ນ ທຶນຊ່ວຍເຫລືອລ້າ ຂອງລັດຖະບານ ສສ ຫວຽດນາມ 514 ກວ່າຕື້ດົງ ແລະ ທຶນສົມທົບຂອງ ສປປ ລາວ ຈຳນວນ 3 ກວ່າຕື້ດົງ, ໂດຍແມ່ນບໍລິສັດ ຫຸ້ນສ່ວນກໍ່ສ້າງ ແລະ ການຄ້າ 68 ເປັນຜູ້ຮັບເໝົາກໍ່ສ້າງ.

ຫົວພັນ ຈັດພິທີທາງສາສະໜາກະກຽມ ກໍ່ສ້າງໂຮງໝໍ ມິດຕະພາບລາວ-ຫວຽດນາມ

ພິ​ທີ​ສູດ ເພື່ອ​ລົງ​ມື​ສ້າງ​ອາ​ຄານ​ໂຮງ​ໝໍ ມິດ​ຕະ​ພາບ​ລາວ-ຫວຽດ​ນາມ.

ເມື່ອ​ໂຄງການ​ດັ່ງກ່າວ​ສຳ​ເລັດ ຈະ​ເປັນ​ການຕອບສະໜອງ ຄວາມຕ້ອງການໃນບໍລິການຮັບໃຊ້ສັງຄົມ, ການກວດບົ່ງມະຕິພະຍາດ, ປິ່ນປົວສຸຂະພາບໃຫ້ປະຊາຊົນລາວ ໃຫ້ມີຄວາມທັນສະໄໝຂຶ້ນ​ ໂດຍສະເພາະແມ່ນ ເພື່ອຮັບໃຊ້ປະຊາຊົນ ແຂວງຫົວພັນ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.