ສານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

11:09 | 01/06/2018

ສະເຫຼີມສະຫຼອງວັນເດັກສາກົນ ເພື່ອປົກປ້ອງ ແລະ ສົ່ງເສີມເດັກ ໃນທົ່ວໂລກ, ພວກເຮົາພ້ອມກັນສະເຫຼີມສະຫຼອງ ວັນເດັກ ສາກົນ ວັນທີ 1 ມິຖຸນາ 2018 ຢ່າງເປັນຂະບວນຟົດຟື້ນ.

ສານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສ​ປ​ປ​ ລາວ.

ເນື່ອງໃນໂອກາດວັນເດັກສາກົນ ວັນທີ 1 ມິຖຸນາ 2018, ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫຼາຍ ! ໃນທ່າມກາງບັນຍາກາດທີ່ບັນດາປະຊາຊາດ ພວມສະເຫຼີມສະຫຼອງວັນເດັກສາກົນ ເພື່ອປົກປ້ອງ ແລະ ສົ່ງເສີມເດັກ ໃນທົ່ວໂລກ, ພວກເຮົາພ້ອມກັນສະເຫຼີມສະຫຼອງ ວັນເດັກ ສາກົນ ວັນທີ 1 ມິຖຸນາ 2018 ຢ່າງເປັນຂະບວນຟົດຟື້ນ.

ໃນ ໂອກາດທີ່ມີຄວາມໝາຍສຳຄັນນີ້, ຂ້າພະເຈົ້າ ຂໍຕາງໜ້າໃຫ້ ການນຳພັກ ແລະ ລັດຖະບານ ອວຍພອນໃຫ້ເດັກໝົດທຸກຄົນ ຊຶ່ງເປັນລູກ, ເປັນຫຼານ ແລະ ເປັນອະນາຄົດຂອງຊາດລາວ ເຮົາ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ຕັ້ງໜ້າໃນການຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນຜູ້ໃຫຍ່ທີ່ ມີຄວາມຮູ້, ຄວາມສາມາດ, ຄວາມຮັບຜິດຊອບ ແລະ ຄຸນສົມ ບັດສິນທຳປະຕິວັດ ເພື່ອສືບຕໍ່ໃນການປົກປັກຮັກສາ ແລະ ພັດທະນາປະເທດເຮົາໃນອະນາຄົດ. ໃນທຸກໆປີ, ພັກ ແລະ ລັດຖະບານເຮົາ ກໍໄດ້ຖືໂອກາດ ສຳຄັນນີ້ ເພື່ອທົບທວນຄືນການຈັດຕັ້ງປະຕິບັດ ບັນດາແນວ ທາງນະໂຍບາຍຂອງພັກ ແລະ ລັດເຮົາ ທີ່ມີຕໍ່ເດັກ ກໍຄືພັນທະ ຕໍ່ສາກົນ ແລະ ພາກພື້ນ ໃນວຽກສິດທິຂອງເດັກ ໂດຍສະເພາະ ໃນວຽກປ້ອງກັນ ແລະ ລຶບລ້າງການໃຊ້ຄວາມຮຸນແຮງຕໍ່ເດັກ, ການຄ້າ-ຂາຍປະເວນີເດັກ ລວມທັງການໃຊ້ແຮງງານເດັກ ເພື່ອຮັບປະກັນການຢູ່ລອດ, ການພັດທະນາ, ການປົກປ້ອງ ແລະ ການມີສ່ວນຮ່ວມຂອງເດັກທຸກຄົນ, ເຮັດໃຫ້ເດັກລາວບັນ ດາເຜົ່າ ໄດ້ມີຄວາມຜາສຸກ, ໄດ້ຮັບຄວາມຮັກອັນອົບອຸ່ນ ແລະ ການເບິ່ງແຍງດູແລເອົາໃຈໃສ່ເປັນຢ່າງດີຈາກພໍ່ແມ່, ຄອບຄົວ, ຊຸມຊົນ, ສັງຄົມ ແລະ ການຈັດຕັ້ງທຸກຂັ້ນ. ນອກຈາກນັ້ນ ພວກ ເຮົາຍັງຈະໄດ້ທົບທວນຄືນບັນດາຄາດໝາຍຕ່າງໆ ໃນລະດັບ ຊາດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກສິດທິເດັກ ກໍຄືການ ຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ທີ່ຕິດພັນ ກັບວຽກງານຕ້ານການໃຊ້ຄວາມຮຸນແຮງຕໍ່ເດັກ.

ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫຼາຍ! ຜ່ານການຈັດຕັ້ງປະຕິບັດວຽກງານຕົວຈິງ ໃນວຽກທີ່ກ່ຽວ ຂ້ອງກັບເດັກ, ພວກເຮົາມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ ເຫັນວ່າ ພວກເຮົາສາມາດຍາດໄດ້ຜົນສຳເລັດຫຼາຍດ້ານ ໃນ ວຽກງານດ້ານນີ້. ໃນນັ້ນ, ອັນພົ້ນເດັ່ນແມ່ນໄດ້ສະຫຼຸບຕີລາຄາ, ປະເມີນ ແລະ ເຮັດສຳເລັດບົດລາຍງານແຫ່ງຊາດ ກ່ຽວກັບ ການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍສິດທິເດັກ ຕາມກຳ ນົດເວລາ, ສຳເລັດບົດລາຍງານການຈັດຕັ້ງປະຕິບັດອະນຸສັນ ຍາ ກ່ຽວກັບການເຂົ້າຮ່ວມຂອງເດັກ ໃນການປະທະກັນດ້ວຍ ກຳລັງປະກອບອາວຸດ ແລະ ບົດລາຍງານອະນຸສັນຍາ ກ່ຽວກັບ ການຄ້າຂາຍເດັກ, ການຄ້າປະເວນີເດັກ ແລະ ສິ່ງລາມົກອະ ນາຈານ ກ່ຽວກັບເດັກ. ນອກຈາກນັ້ນ ໃນໄລຍະ 1 ປີຜ່ານມາ ພວກເຮົາຍັງໄດ້ຕ້ອນຮັບການມາຢ້ຽມຢາມ ຂອງຜູ້ລາຍງານ ພິເສດຂອງອົງການສະຫະປະຊາຊາດ ຮັບຜິດຊອບວຽກການ ຄ້າຂາຍເດັກ, ການຄ້າປະເວນີເດັກ ແລະ ສິ່ງລາມົກອະນາຈານ ກ່ຽວກັບເດັກ ທີ່ເປັນການຢັ້ງຢືນ ແລະ ເປັນສ່ວນໜຶ່ງ ໃນການ ທົບທວນຄືນຄວາມຄືບໜ້າຂອງລັດຖະບານ ຕໍ່ການແກ້ໄຂສິ່ງ ທ້າທາຍຕ່າງໆຕໍ່ເດັກໃນ ສປປ ລາວ. ການມາຢ້ຽມຢາມຂອງ ຄະນະດັ່ງກ່າວນັ້ນ ແມ່ນເປັນການຢັ້ງຢືນຕື່ມອີກ ຕໍ່ການປະຕິ ບັດພັນທະຂອງ ສປປ ລາວ ທີ່ໄດ້ໃຫ້ສັດຕະຍາບັນຕໍ່ສົນທິສັນ ຍາອາຊຽນ ວ່າດ້ວຍການຕ້ານການຄ້າມະນຸດ.

ພ້ອມດຽວກັນນີ້ ບັນດາຂະແໜງການຕ່າງໆ ທັງໃນລະ ດັບສູນກາງ ແລະ ທ້ອງຖິ່ນ ກໍໄດ້ລົງທຶນສຸມໃສ່ວຽກຈົດທະ ບຽນການເກີດ, ວຽກສຸຂະພາບແມ່ ແລະ ເດັກ, ວຽກໂພຊະນາ ການ, ວຽກສັກຢາກັນພະຍາດ, ວຽກລ້ຽງລູກດ້ວຍນົມແມ່, ວຽກ ສຶກສາ, ວຽກແຮງງານ ແລະ ສະຫວັດດີການສັງຄົມ, ວຽກສານ, ໄອຍະການ, ຍຸຕິທຳ, ສະຫະພັນແມ່ຍິງ ໃນການປົກປ້ອງ ແລະ ຊ່ວຍເຫຼືອເດັກ ຈາກຄວາມຮຸນແຮງທຸກຮູບແບບ ລວມທັງການ ຂູດຮີດທາງເພດຕໍ່ເດັກ, ການຄ້າປະເວນີເດັກ ແລະ ການໃຊ້ ແຮງງານເດັກ, ສ້າງຕັ້ງສານເດັກ, ໜ່ວຍໄກ່ເກ່ຍ, ເປີດສາຍ ດ່ວນ ແລະ ສູນໃຫ້ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຕ່າງໆ ຊຶ່ງ ທັງໝົດເຫຼົ່ານີ້ ແມ່ນການລົງທຶນເບື້ອງຕົ້ນໃສ່ວຽກພັດທະນາ ເດັກຢູ່ ສປປ ລາວ ເພື່ອສ້າງຊັບພະຍາກອນມະນຸດ ທີ່ເປັນຄົນ ຮຸ່ນໃໝ່ທີ່ຈະກາຍເປັນຄູ, ເປັນແພດ, ເປັນໝໍ, ເປັນນັກວິທະ ຍາສາດ, ເປັນຜູ້ນຳ ແລະ ເປັນຫົວໜ້າຄອບຄົວໃນສັງຄົມລາວ ເພື່ອປະກອບສ່ວນພັດທະນາປະເທດ ໃຫ້ຫຼຸດພົ້ນອອກຈາກສະ ຖານະປະເທດດ້ອຍພັດທະນາ ໃນປີ 2020 ຕາມທີ່ໄດ້ກຳນົດ ໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 8 ໄລຍະ 2016-2020. ສິ່ງທີ່ພົ້ນເດັ່ນອີກອັນໜຶ່ງ ແມ່ນຄວາມຮັບຮູ້ ແລະ ເຂົ້າໃຈ ຂອງສັງຄົມ ທີ່ເຫັນວ່າເດັກມີບົດບາດສຳຄັນໃນຊີວິດສັງຄົມ ຊຶ່ງນອກຈາກເດັກ ຈະເປັນລູກຮັກຫຼານແພງຂອງຄອບຄົວ, ຊຸມ ຊົນ ແລະ ສັງຄົມແລ້ວ, ເດັກຍັງເປັນຕົວແທນຂອງການປ່ຽນ ແປງ ເພື່ອສືບທອດການພັດທະນາ ແລະ ສ້າງສາປະເທດ ໃນ ອະນາຄົດຢ່າງໝັ້ນຄົງ. ຍ້ອນຄວາມສຳຄັນດັ່ງກ່າວ, ໃນແຕ່ລະ ປີ ການນຳພັກ ແລະ ລັດຖະບານ ໄດ້ຖືເອົາໂອກາດວັນເດັກ ນ້ອຍສາກົນ ເພື່ອສະເຫຼີມສະຫຼອງວັນເດັກ ເພື່ອເປັນການປູກ ຈິດສຳນຶກໃຫ້ທົ່ວປວງຊົນ ໃຫ້ລະນຶກເຖິງຄວາມສຳຄັນຂອງ ເດັກ ແລະ ເຫັນໄດ້ສະພາບຂອງເດັກລາວບັນດາເຜົ່າ ກັບເດັກ ຊາດອື່ນໆໃນພາກພື້ນ ແລະ ໃນໂລກ.

ຕໍ່ຜົນສຳເລັດດັ່ງກ່າວ, ຕາງໜ້າໃຫ້ການນຳພັກ ແລະ ລັດຖະບານ, ຂ້າພະເຈົ້າ ຂໍສະແດງຄວາມຍ້ອງຍໍສັນລະເສີນມາ ຍັງຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ ຍິງ ແລະ ແມ່-ເດັກ ແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ, ຂະແໜງ ການຕ່າງໆ ແລະ ອຳນາດການປົກຄອງທ້ອງຖິ່ນ, ແນວລາວ ສ້າງຊາດ ແລະ ບັນດາອົງການຈັດຕັ້ງມະຫາຊົນ, ບັນດາການ ຈັດຕັ້ງ ແລະ ຫົວໜ່ວຍທຸລະກິດທັງພາກລັດ ແລະ ເອກະຊົນ ຕະຫຼອດຮອດພີ່ນ້ອງປະຊາຊົນລາວບັນດາເຜົ່າ ລວມທັງເດັກ ທຸກຄົນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນວຽກແມ່ ແລະ ເດັກ ເຮັດໃຫ້ພວກເຮົາສາມາດຮັບປະກັນໃຫ້ເດັກລາວທຸກຄົນ ໄດ້ຢູ່ລອດ, ມີການພັດທະນາບຸກຄະລິກ, ພອນສະຫວັນ, ກຳ ລັງວັງຊາ ແລະ ສະຕິປັນຍາເຕັມຄວາມສາມາດ, ສ້າງສັງຄົມ ທີ່ມີສິ່ງແວດລ້ອມ ໃນຄອບຄົວ, ຊຸມຊົນ ແລະ ສັງຄົມ ທີ່ມີບັນ ຍາກາດທີ່ເຕັມໄປດ້ວຍຄວາມຮັກ, ຄວາມອົບອຸ່ນ, ຄວາມເຂົ້າ ໃຈ ແລະ ໃຫ້ໂອກາດເດັກນ້ອຍ ໃນການຮັບຮູ້ຂໍ້ມູນຂ່າວສານ ທີ່ເໝາະສົມ ທັງໄດ້ເຂົ້າຮ່ວມໃນທຸກວຽກງານທີ່ກ່ຽວຂ້ອງກັບເດັກ. ໃນໂອກາດນີ້, ຂ້າພະເຈົ້າ ກໍຂໍສະແດງຄວາມຂອບໃຈມາ ຍັງບັນດາປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ ຕະຫຼອດ ຮອດອົງການຈັດຕັ້ງທາງສັງຄົມ ທີ່ໄດ້ໃຫ້ການສະໜັບສະໜູນ ຊ່ວຍເຫຼືອ ເພື່ອຈັດຕັ້ງປະຕິບັດບັນດານະໂຍບາຍ ຂອງລັດຖະ ບານກ່ຽວກັບການສ້າງສາ ແລະ ພັດທະນາເດັກ ແລະ ຫວັງຢ່າງ ຍິ່ງວ່າບັນດາທ່ານຈະສືບຕໍ່ໃຫ້ການຊ່ວຍເຫຼືອ ເພື່ອພັດທະນາ ເດັກນ້ອຍລາວບັນດາເຜົ່າ ໃຫ້ໄດ້ຮັບສິດ ແລະ ໂອກາດເທົ່າ ທຽມກັບເດັກນ້ອຍຊາດອື່ນໆໃນພາກພື້ນ ແລະ ໃນໂລກ.

ບັນດາທ່ານທີ່ຮັກແພງທັງຫຼາຍ! ເຖິງແມ່ນວ່າຈະມີຜົນສຳເລັດຫຼາຍດ້ານກໍຕາມ ແຕ່ພວກ ເຮົາກໍຍັງປະເຊີນໜ້າກັບສິ່ງທ້າທາຍຫຼາຍປະການຕໍ່ເດັກ ທີ່ຍັງ ຕ້ອງໄດ້ຮັບການປັບປຸງແກ້ໄຂ ເປັນຕົ້ນບັນຫາໂພຊະນາການ ລວມທັງການລ້ຽງລູກດ້ວຍນົມແມ່ພຽງຢ່າງດຽວ, ອັດຕາການ ສັກຢາກັນພະຍາດ, ອັດຕາການຕາຍຂອງແມ່ ແລະ ເດັກ, ອັດ ຕາການເຂົ້າຮຽນ ແລະ ການຮຽນຕໍ່ຂອງເດັກໃນຊັ້ນຕ່າງໆ, ສະພາບການໃຊ້ຄວາມຮຸນແຮງຕໍ່ເດັກ, ການຄ້າປະເວນີເດັກ, ການໃຊ້ແຮງງານເດັກ, ລວມທັງຄວາມເຂົ້າໃຈຂອງຄົນໃນສັງ ຄົມ ແລະ ຮີດຄອງປະເພນີຂອງເຜົ່າຕ່າງໆຕໍ່ເດັກໂດຍລວມ, ໂດຍສະເພາະແມ່ນໃນເຂດທຸກຍາກ, ຫ່າງໄກສອກຫຼີກ ຍັງ ຕ້ອງໄດ້ເອົາໃຈໃສ່ເປັນພິເສດ ແລະ ຕ້ອງເພີ່ມການລົງທຶນໃສ່ ວຽກງານປູກຈິດສຳນຶກທົ່ວປວງຊົນ, ວຽກງານການສ້າງຄວາມ ເຂັ້ມແຂງໃຫ້ຄົນໃນການຈັດຕັ້ງຕ່າງໆແຕ່ລະຂັ້ນ ແລະ ວຽກ ລົງທຶນໃສ່ເດັກ ຕິດພັນກັບການປັບປຸງຂອດປະສານງານ, ການ ສ້າງແຜນວຽກ, ແຜນຄົນ, ແຜນເງິນ ຕິດພັນກັບການຕິດຕາມ ກວດກາ, ສະຫຼຸບລາຍງານຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ. ນອກຈາກສິ່ງທ້າທາຍພາຍໃນປະເທດ, ພວກເຮົາຍັງຕ້ອງ ເອົາໃຈໃສ່ ໃນການສ້າງບຸກຄະລາກອນທີ່ເປັນຄົນຮຸ່ນໃໝ່ ທີ່ມີ ຄວາມສາມາດທາງດ້ານພາສາອັງກິດ ແລະ ວິຊາສະເພາະ ໃນການເຊື່ອມໂຍງພາກພື້ນ ແລະ ໃນໂລກ.

ໃນໂອກາດສະເຫຼີມສະຫຼອງວັນເດັກສາກົນ 1 ມິຖຸນາ 2018 ນີ້, ຕາງໜ້າໃຫ້ລັດຖະບານ, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງບັນ ດາການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ ແລະ ອົງການຈັດ ຕັ້ງມະຫາຊົນ,ບັນດາການຈັດຕັ້ງ ແລະ ຫົວໜ່ວຍທຸລະກິດທັງ ພາກລັດ ແລະ ເອກະຊົນ ຕະຫຼອດເຖິງປະຊາຊົນ ແລະ ເດັກ ນ້ອຍລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ຈົ່ງຍົກສູງ ຄວາມຮັບຜິດຊອບຂອງຕົນ ແລະ ເພີ່ມທະວີອອກແຮງຈັດຕັ້ງ ປະຕິບັດວຽກງານກ່ຽວກັບເດັກ ເພື່ອຮັບປະກັນການດູແລເອົາ ໃຈໃສ່, ການພັດທະນາ, ການປົກປ້ອງ ແລະ ການມີສ່ວນຮ່ວມ ຂອງເດັກນ້ອຍທີ່ເປັນລູກຫຼານຂອງພວກເຮົາ ໃຫ້ມີໄວເດັກທີ່ ສົດໃສ ເພື່ອກ້າວເປັນຜູ້ໃຫຍ່ທີ່ມີອະນາຄົດ, ເປັນກຳລັງຕົ້ນຕໍ ຂອງຊາດ ໃນການປະກອບສ່ວນນຳເອົາປະເທດໃຫ້ຫຼຸດພົ້ນ ຈາກຄວາມດ້ອຍພັດທະນາ ໃນປີ 2020. ສຸດທ້າຍນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ການສະເຫຼີມສະ ຫຼອງວັນເດັກສາກົນປີນີ້ ພາຍໃຕ້ຄຳຂວັນທີ່ວ່າ "ສົ່ງເສີມສິດທິ ເດັກ, ຮູ້ນຳໃຊ້ເຕັກໂນໂລຊີທີ່ປອດໄພ, ໃສ່ໃຈສິ່ງແວດລ້ອມ ແລະ ພ້ອມໃຈກັນເປັນເຈົ້າພາບທີ່ດີ ປີທ່ອງທ່ຽວລາວ 2018" ຈົ່ງປະສົບຜົນສຳເລັດຢ່າງຈົບງາມ.

(ແຫຼ່ງ​ຂໍ້​ມູນ​: ປ​ຊ​ຊ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.