ຫວຽດນາມ ຊຸກຍູ້ການຮ່ວມມືດ້ານສາທາລະນະສຸກ ແລະ ເຊື່ອມຕໍ່ຄູ່ຮ່ວມພັດທະນາ ຢູ່ ຕີມໍ-ເລສເຕ

11:23 | 27/11/2026

ຍສໝ - ວັນທີ 25/11, ຢູ່ນະຄອນຫຼວງ ດີລີ, ທ່ານ ຟ້າມ ບິ່ງ ດ່າມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ຕີມໍ-ເລສເຕ ໄດ້ເຮັດວຽກກັບຜູ້ຕາງໜ້າອົງການອະນາໄມໂລກ (WHO) ແລະ ອົງການຮ່ວມມືສາກົນສາທາລະນະລັດ ເກົາຫຼີ (KOICA) ເພື່ອເສີມຂະຫຍາຍຄວາມສາມາດດ້ານວິຊາສະເພາະ, ເຕັກໂນໂລຊີຂອງຫວຽດນາມ ແລະ ຊຸກຍູ້ການຮ່ວມມືພັດທະນາຢູ່ໃນພື້ນທີ່.

ຫວຽດນາມລົງນາມ 2 ຂໍ້ຕົກລົງຮ່ວມມືດ້ານມາດຕະຖານ Halal ຢູ່ຕວກກີ ຫວຽດນາມ - ລາວ ໃຫ້ບຸລິມະສິດແກ່ການເຊື່ອມໂຍງໂຄງລ່າງພື້ນຖານ, ມຸ່ງສູ່ມູນຄ່າການຄ້າສອງຝ່າຍ 10 ຕື້ USD

ໃນການເຮັດວຽກກັບ ທ່ານ ອາວິນ ມາທູຣ (Arvind Mathur) ຫົວໜ້າຜູ້ຕາງໜ້າ WHO ປະຈຳ ຕີມໍ-ເລສເຕ, ຝ່າຍ WHO ໄດ້ແບ່ງປັນຜົນສຳເລັດດ້ານສາທາລະນະສຸກຂອງ ຕີມໍ-ເລສເຕ ນັບຕັ້ງແຕ່ໄດ້ຮັບເອກະລາດ ພ້ອມດ້ວຍສິ່ງທ້າທາຍທີ່ຍັງຄົງຄ້າງກ່ຽວກັບແຫຼ່ງຊັບພະຍາກອນມະນຸດ, ການປິ່ນປົວວິຊາສະເພາະ, ການສະໜອງຢາ ແລະ ຄວາມສາມາດໃນການເຂົ້າເຖິງການບໍລິການສາທາລະນະສຸກຢູ່ທ້ອງຖິ່ນ. ໂດຍຕີລາຄາສູງຕໍ່ການປະກອບສ່ວນຂອງ WHO, ທ່ານເອກອັກຄະລັດຖະທູດ ຟ້າມ ບິ່ງ ດ່າມ ໄດ້ສະແດງຄວາມປາຖະໜາຢາກເສີມຂະຫຍາຍບົດຮຽນປະສົບການຂອງຫວຽດນາມ ເພື່ອສະໜັບສະໜູນປະເທດເພື່ອນມິດໃນການສ້າງນະໂຍບາຍສາທາລະນະສຸກ, ແລກປ່ຽນຊ່ຽວຊານ, ຝຶກອົບຮົມບຸກຄະລາກອນ ແລະ ຖ່າຍທອດເຕັກນິກ.

ສອງຝ່າຍໃຫ້ຄວາມສົນໃຈເປັນພິເສດຕໍ່ການຫັນເປັນດີຈີຕອນດ້ານສາທາລະນະສຸກ, ໂດຍຈຸດສຸມແມ່ນການກວດ ແລະ ປິ່ນປົວພະຍາດທາງໄກ. ບົນພື້ນຖານໝາກຜົນເບື້ອງຕົ້ນຂອງຮູບແບບທົດລອງທີ່ໄດ້ຮັບການສະໜັບສະໜູນຈາກ WHO, ສອງຝ່າຍໄດ້ເຫັນດີເປັນເອກະພາບສົມທົບກັນສຳຫຼວດຕົວຈິງ ແລະ ເຊື່ອມຕໍ່ບັນດາຄູ່ຮ່ວມມືຂອງຫວຽດນາມ ເພື່ອຂະຫຍາຍຂອບເຂດຂອງຮູບແບບດັ່ງກ່າວ. ທ່ານເອກອັກຄະລັດຖະທູດ ຟ້າມ ບິ່ງ ດ່າມ ຕີລາຄາວ່າ ການທີ່ ຕີມໍ-ເລສເຕ ກະກຽມຮັບຕຳແໜ່ງປະທານອາຊຽນ ໃນປີ 2029 ແມ່ນໂອກາດທີ່ອຳນວຍເພື່ອດຶງດູດແຫຼ່ງກຳລັງສາກົນ, ຍູ້ໄວການຍົກລະດັບລະບົບສາທາລະນະສຸກ, ທັງຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການຈັດຕັ້ງເຫດການສາກົນ ແລະ ທັງນຳມາເຊິ່ງຜົນປະໂຫຍດອັນຍາວນານໃຫ້ແກ່ປະຊາຊົນ.

ຫວຽດນາມ ຊຸກຍູ້ການຮ່ວມມືດ້ານສາທາລະນະສຸກ ແລະ ເຊື່ອມຕໍ່ຄູ່ຮ່ວມພັດທະນາ ຢູ່ ຕີມໍ-ເລສເຕ

ທ່ານ ຟ້າມບິ່ງດ່າມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ຕີມໍ-ເລສເຕ ແລກປ່ຽນການຮ່ວມມືຮ່ວມກັບຜູ້ຕາງໜ້າອົງການຮ່ວມມືສາກົນສາທາລະນະລັດ ເກົາຫຼີ (KOICA) ໃນຕອນບ່າຍວັນທີ 25/11.

ຊົມເຊີຍບັນດາຂໍ້ສະເໜີຂ້າງເທິງ, ທ່ານ ອາວິນ ມາທູຣ ໄດ້ເຫັນດີຄົ້ນຄວ້າສ້າງໂຄງການຍົກສູງຄວາມສາມາດລະບົບສາທາລະນະສຸກຂອງ ຕີມໍ-ເລສເຕ ເພື່ອລະດົມການເຂົ້າຮ່ວມຂອງບັນດາຄູ່ຮ່ວມພັດທະນາ; ພ້ອມກັນນັ້ນ ກໍໃຫ້ຮູ້ວ່າ WHO ຈະຟື້ນຟູກົນໄກປະສານງານຄູ່ຮ່ວມພັດທະນາດ້ານສາທາລະນະສຸກ ນັບແຕ່ປີ 2027 ເປັນຕົ້ນໄປ ແລະ ປາຖະໜາຢາກໃຫ້ສະຖານເອກອັກຄະລັດຖະທູດຫວຽດນາມ ເຂົ້າຮ່ວມຢ່າງຕັ້ງໜ້າ.

ໃນຕອນບ່າຍວັນດຽວກັນ, ທ່ານເອກອັກຄະລັດຖະທູດ ຟ້າມ ບິ່ງ ດ່າມ ກໍໄດ້ເຮັດວຽກກັບຜູ້ຕາງໜ້າ KOICA ປະຈຳ ຕີມໍ-ເລສເຕ, ສືບຕໍ່ຄວາມພະຍາຍາມເຊື່ອມຕໍ່ບັນດາຄູ່ຮ່ວມພັດທະນາ ເພື່ອຊຸກຍູ້ຮູບແບບການຮ່ວມມື ໃຕ້ - ໃຕ້ ແລະ ການຮ່ວມມືສາມຝ່າຍ, ຕອບສະໜອງຄວາມຕ້ອງການພັດທະນາຂອງປະເທດເຈົ້າພາບຢ່າງແທດຈິງ.

ນາຍົກ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມື ຕີມໍ-ເລສເຕ ນາຍົກ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມື ຕີມໍ-ເລສເຕ
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ດິໂອນິຊິໂອ ດາ ຄອສຕາ ບາໂບ ໂຊອາເຣສ (Dionisio da Costa Babo Soares), ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມື ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ ພ້ອມດ້ວຍຄະນະ ໃນວັນທີ 6 ມິຖຸນານີ້ ທີ່ສຳນັກງານນາຍົກລັດຖະມົນຕີ.
ຫວຽດນາມ - ລາວ ໃຫ້ບຸລິມະສິດແກ່ການເຊື່ອມໂຍງໂຄງລ່າງພື້ນຖານ, ມຸ່ງສູ່ມູນຄ່າການຄ້າສອງຝ່າຍ 10 ຕື້ USD ຫວຽດນາມ - ລາວ ໃຫ້ບຸລິມະສິດແກ່ການເຊື່ອມໂຍງໂຄງລ່າງພື້ນຖານ, ມຸ່ງສູ່ມູນຄ່າການຄ້າສອງຝ່າຍ 10 ຕື້ USD
ຍສໝ -​ ຫວຽດນາມ ແລະ ລາວ ກຳລັງສຸມໃສ່ປະຕິບັດບັນດາໂຄງການເຊື່ອມໂຍງດ້ານຄົມມະນາຄົມ, ພະລັງງານ ແລະ ພັດທະນາຕ່ອງໂສ້ສະໜອງຮ່ວມກັນ, ມຸ່ງສູ່ເປົ້າໝາຍຍົກມູນຄ່າການຄ້າສອງຝ່າຍໃຫ້ບັນລຸ 10 ຕື້ USD, ພ້ອມທັງຫັນເນື້ອໃນຂອງ “ຄວາມຜູກພັນທາງຍຸດທະສາດ” ໃນສາຍພົວພັນສອງປະເທດໃຫ້ເປັນຮູບປະທຳ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ