ປະທານປະເທດ ຕ້ອນຮັບທູດ ປະເທດເພື່ອນມິດ ເຂົ້າຍື່ນສານຕາຕັ້ງ

09:19 | 18/05/2018

ທ່ານປະທານ ປະເທດ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີ ຕ້ອນຮັບ ແລະ ຕີລາຄາສູງ ຕໍ່ບັນດາທ່ານທູດ ປະເທດເພື່ອນມິດຕ່າງໆ ທີ່ໄດ້ຖືກແຕ່ງຕັ້ງ ມາດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ປະຈໍາຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ປະທານປະເທດ ຕ້ອນຮັບທູດ ປະເທດເພື່ອນມິດ ເຂົ້າຍື່ນສານຕາຕັ້ງ


ປະທານປະເທດ ຕ້ອນຮັບທູດ ປະເທດເພື່ອນມິດ ເຂົ້າຍື່ນສານຕາຕັ້ງ


ປະທານປະເທດ ຕ້ອນຮັບທູດ ປະເທດເພື່ອນມິດ ເຂົ້າຍື່ນສານຕາຕັ້ງ


ປະທານປະເທດ ຕ້ອນຮັບທູດ ປະເທດເພື່ອນມິດ ເຂົ້າຍື່ນສານຕາຕັ້ງ


ປະທານປະເທດ ຕ້ອນຮັບທູດ ປະເທດເພື່ອນມິດ ເຂົ້າຍື່ນສານຕາຕັ້ງ


ປະທານປະເທດ ຕ້ອນຮັບທູດ ປະເທດເພື່ອນມິດ ເຂົ້າຍື່ນສານຕາຕັ້ງ


ປະທານປະເທດ ຕ້ອນຮັບທູດ ປະເທດເພື່ອນມິດ ເຂົ້າຍື່ນສານຕາຕັ້ງ

ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສາທາລະນະ​ລັດ ປະຊາ​ທິປະ​ໄຕ ປະຊາ​ຊົນລາວ ໄດ້ຕ້ອນຮັບ ບັນດາທູດປະ ເທດ​ເພື່ອນມິດຕ່າງໆ.

ມື້​ວານນີ້, ທີ່ທໍານຽບ ປະທານປະເທດ, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສາທາລະນະ​ລັດ ປະຊາ​ທິປະ​ໄຕ ປະຊາ​ຊົນລາວ ໄດ້ຕ້ອນຮັບ ບັນດາທູດປະ ເທດ​ເພື່ອນມິດຕ່າງໆ ເຂົ້າຍື່ນສານຕາຕັ້ງເພື່ອດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດ ຄົນໃໜ່ ປະຈໍາ ສປປ ລາວ ຕາມ​ລຳດັບດັ່ງ​ນີ້:

ທ່ານ ຣ.ປ.ປຣະຕິໂຕ ຊູຮາຣິໂຢ (R.P.P ratito Soeharyo) ເຂົ້າຍື່ນສານຕາຕັ້ງ ເພື່ອດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ປະຈໍາລາວ, ເຊິ່ງມີສໍານັກງານການທູດຕັ້ງຢູ່ ນະຄອນຫລວງວຽງຈັນ. ລາວ ແລະ ອິນໂດເນເຊຍ ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 30 ສິງຫາ 1957, ກອ່ນມາປະຕິບັດໜ້າທີ່ການທູດຢູ່ລາວ ທ່ານ ຣ.ປ.ປຣະຕິໂຕ ຊູຮາຣິໂຢ ດໍາລົງຕໍາແໜ່ງ ເປັນຜູ້ອຳນວຍການດ້ານການເພີ່ມຂີດຄວາມສາມາດ ດ້ານທຸລະກິດຂອງ ຄະນະກຳມະການປະສານງານ ດ້ານການລົງທຶນປະເທດອິນໂດເນເຊຍ.

ທ່ານ ກຽດຕິຄຸນ ຊາດປຣະເສີດ (Kiattikhun Chartprasert) ເຂົ້າຍື່ນສານຕາຕັ້ງ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະຣາຊະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກໄທ ປະຈໍາລາວ, ໂດຍມີສຳນັກ​ງານການທູດຕັ້ງຢູ່ ນະຄອນຫລວງວຽງຈັນ. ລາວ ແລະ ໄທ ໄດ້ສ້າງຕັ້ງສາຍພົວ ພັນການທູດນໍາກັນ ໃນວັນທີ 19 ທັນວາ 1950, ກ່່ອນມາປະຕິບັດໜ້າທີ່ ຢູ່ ສປປ ລາວ ກຽດຕິຄຸນ ຊາດປຣະເສີດ ໄດ້ດຳລົງຕຳແໜ່ງ ເປັນເອກອັກຄາຣາຊະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ຣາຊະອາ ນາຈັກໄທ ປະຈຳສະວີເດັນ.

ທ່ານ Jorge Rondon Uzcategui ເຂົ້າຢື່ນສານຕາຕັ້ງ ເພື່ອດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ບໍລິວາລຽນ ເວເນຊູເອລາ ປະຈໍາ ສປປ ລາວ, ເຊິ່ງສໍານັກງານການທູດຕັ້ງຢູ່ຮ່າໂນຍ, ສສ.ຫວຽດນາມ. ລາວ ແລະ ເວເນຊູເອລາ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 15 ກໍລະກົດ 1965, ກ່ອນມາ ປະຕິບັດໜ້າທີ່ການທູດຢູ່ລາວ ທ່ານ Jorge Rondon Uzcategui ເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ປະຈຳ ສສ ຫວຽດນາມ.

ທ່ານ ມາມຸດ ຮາຊານ ນາເຍວ (Mahmoud Hasan Nayel) ເຂົ້າຍື່ນສານຕາຕັ້ງ ເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ອາຣັບເອຢິບ ປະຈຳລາວ, ​ເຊິ່ງມີສຳນັກງານການທູດຕັ້ງຢູ່ຮ່າໂນຍ, ສສ.ຫວຽດນາມ. ລາວ ແລະ ເອຢິບ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ​ໃນເດືອນພະຈິກ 1976. ກ່ອນມາດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ທ່ານ ມາມຸດ ຮາຊານ ນາເຍວ ດຳລົງຕຳແໜ່ງເປັນ ຮອງຜູ້ຊ່ວຍລັດຖະມົນຕີ ຮັບຜິດຊອບປະເທດລຸ່ມແມ່ນ້ຳໄນ.

ທ່ານ ນາງ Ana Lucy Gentil Cabral Petersen ເຂົ້າຍື່ນສານຕາຕັ້ງ ເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສະຫະພັນ ສາທາລະນະລັດ ບຣາຊິນ ປະຈຳລາວ, ໂດຍມີສຳນັກງານການທູດ ຕັ້ງຢູ່ບາງກອກ ປະເທດໄທ. ລາວ ແລະ ບຣາຊິນ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 12 ມິຖຸນາ 1995.

ທ່ານ Gunnar Snorri Gunnarsson ເຂົ້າຍື່ນສານຕາຕັ້ງ ເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ອິດສະລັງ (Iceland)ປະຈຳລາວ, ໂດຍມີສຳນັກງານການທູດຕັ້ງຢູ່ ປັກກິ່ງ ສປ ຈີນ. ລາວ ແລະ ອິດສະລັງ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 2 ກັນຍາ 2004,ກ່ອນມາດຳລົງຕຳ​ແໜ່ງ ເປັນເອກອັກຄະລັດຖະທູດ ທ່ານ Gunnar Snorri Gunnarsson ດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດ ປະຈຳຢູ່ສາທາລະນະລັດ ປະຊາຊົນຈີນ, ພ້ອມຮັບຜິດຊອບ ຣາຊະອານາຈັກກຳປູເຈຍ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນເກົາຫລີ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ມົງໂກລີ, ສາທາລະນະລັດເກົາຫລີ, ຣາຊະອານາຈັກໄທ ແລະ ສາທາລະນະລັດ ສັງຄົມນິຍົມຫວຽດນາມ.

ໃນໂອກາດນີ້, ທ່ານປະທານ ປະເທດ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີ ຕ້ອນຮັບ ແລະ ຕີລາຄາສູງ ຕໍ່ບັນດາທ່ານທູດ ປະເທດເພື່ອນມິດຕ່າງໆ ທີ່ໄດ້ຖືກແຕ່ງຕັ້ງ ມາດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ປະຈໍາຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນຄັ້ງນີ້, ພອ້ມທັງໄດ້ແຈ້ງສະພາບການ ພັດທະນາຂອງລາວ ໃຫ້ແກ່ບັນດາທ່ານທູດໄດ້ຮັບຊາບ ແລະ ຫວັງວ່າ ໃນຕະຫລອດໄລ ຍະຂອງການປະຕິບັດໜ້າ ທີ່ການທູດຢູ່ລາວ ບັນດາທ່ານທູດ ຈະປະກອບສ່ວນ ເສີມສ້າງສາຍພົວພັນ ແລະ ການຮວ່ມມື ທີ່ມີຢູ່ແລ້ວໃຫ້ນັບມື້ຂະຫຍາຍຕົວຂຶ້ນ ເລື້ອຍໆ. ລັດຖະບານ​ລາວ ພ້ອມແລ້ວຈະ​ໃຫ້ການ​ຮ່ວມ​ມື, ອໍານວຍຄວາມສະດວກໃຫ້ແກ່ທຸກທ່ານ ໃນການປະຕິບັດໜ້າທີ່ຢູ່ລາວ ​ ໃຫ້ປະສົບຜົນສໍາເລັດ ເພື່ອເພີ່ມພູນຄູນສ້າງ ສາຍພົວພັນ ແລະ ການຮວ່ມມືທີ່ມີຢູ່ແລ້ວ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.