ຄາດວ່າທ້າຍປີນີ້ ຈະເປີດທົດລອງການ ທ່ອງທ່ຽວທຳມະຊາດ ແບບອະນຸລັກ ໃນເຂດໂອງ-ມັ່ງ ທີ່ເມືອງຊົນນະບູລີ

17:00 | 10/10/2019

ຫຼາຍພາກສ່ວນທັງພາກລັດ ແລະເອກະຊົນ ໄດ້ເຂົ້າຮ່ວມໃນ ກອງປະຊຸມຜ່ານແຜນການ ຈັດສັນ, ຄຸ້ມຄອງການທ່ອງ ທ່ຽວ ແລະວາງແຜນກິດຈະກຳ ການທ່ອງທ່ຽວທຳມະຊາດ ແບບອະນຸລັກໂອງ-ມ່ັງ ແລະ ເຂດສູນອະນຸລັກລະບົບນິເວດ ປ່າໂຄກ ທີ່ເມືອງຊົນນະບູລີ, ແນໃສ່ເພື່ອເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວໃນເຂດດັ່ງກ່າວ ໃຫ້ເປັນຮູບປະທຳຫຼາຍຂຶ້ນ ໂດຍຄາດວ່າຈະເປີດທົດລອງການທ່ອງທ່ຽວໃນທ້າຍປີ 2019ນີ້ ແລະຈະເປັນເປັນທາງການໃນຕົ້ນປີ 2020.


ຄາດວ່າທ້າຍປີນີ້ ຈະເປີດທົດລອງການ ທ່ອງທ່ຽວທຳມະຊາດ ແບບອະນຸລັກ ໃນເຂດໂອງ-ມັ່ງ ທີ່ເມືອງຊົນນະບູລີ

ກອງປະຊຸມຜ່ານແຜນການ ຈັດສັນ, ຄຸ້ມຄອງການທ່ອງ ທ່ຽວ ແລະວາງແຜນກິດຈະກຳ ການທ່ອງທ່ຽວທຳມະຊາດ ແບບອະນຸລັກໂອງ-ມ່ັງ ແລະ ເຂດສູນອະນຸລັກລະບົບນິເວດ ປ່າໂຄກ ທີ່ເມືອງຊົນນະບູລີ.(ພາບ:ຂປລ)

ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 3-4 ຕຸລາ 2019 ຜ່ານມານີ້, ທີ່ສະໂມສອນຂອງເມືອງຊົນນະບູລີ ໂດຍການເປັນປະທານຂອງທ່ານ ບຸນເລດ ຈັນທອງທິບ ຮັກສາການຫົວໜ້າພະແນກກະສິກຳ-ປ່າໄມ້ແຂວງສະຫວັນນະເຂດ, ທ່ານ ລຳມອນ ທິລະວົງ ຮອງເຈົ້າເມືອງຊົນນະບູລີ ແລະທ່ານ ສີຫາ ພັນນະວົງ ຄະນະຊີ້ນຳໂຄງການຄຸ້ມຄອງດິນ ແລະປ່າໄມ້ແບບຍືນຍົງໃນລະບົບນິເວດປ່າໂຄກພາກໃຕ້ຂອງ ສປປ ລາວ, ຈາກນີ້ກໍ່ມີພາກລັດທີ່ກ່ຽວຂ້ອງຂັ້ນຕ່າງໆ, ຄະນະຮັບຜິດຊອບໂຄງການ, ສະມາຄົມທຸລະກິດໂຮງແຮມເຮືອນພັກ ແລະຮ້ານອາຫານ ແລະບໍລິສັດທ່ອງທ່ຽວພາຍໃນແຂວງເຂົ້າຮ່ວມ.
ໂອກາດນີ້, ກອງປະຊຸມ ຍັງໄດ້ມີການນຳສະເໜີແຜນແຜນຈັດສັນ, ຄຸ້ມຄອງແຫຼ່ງທ່ອງທ່ຽວໃນເຂດອະນຸລັກໂອງ-ມັ່ງ, ນຳສະເໜີແຜນພັດທະນາການທ່ອງທ່ຽວທຳມະຊາດແບບອະນຸລັກເຂດອະນຸລັກໂອງ-ມັ່ງປີ 2020-2025, ນຳສະເໜີຮ່າງລະບຽບຂອງເມືອງ ວ່າດ້ວຍການຄຸ້ມຄອງທີ່ດິນ ແລະປ່າໄມ້ແບບຍືນຍົງໃນລະບົບນິເວດປ່າໂຄກພາກໃຕ້ ສປປ ລາວ ພ້ອມນີ້ ໃນກອງປະຊຸມ ຍັງໄດ້ມີການປຶກສາຫາລືກັນໃນວຽກງານຕ່າງໆທີ່ກ່ຽວຂ້ອງຮ່ວມກັນ ຫຼັງຈາກນັ້ນ, ບັນດາບໍລິສັດທ່ອງທ່ຽວ, ສະມາຄົມທຸລະກິດໂຮງແຮມເຮືອນພັກ ແລະຮ້ານອາຫານ ແລະຄະນະຮັບຜິດຊອບໂຄງການຂອງເມືອງຊົນນະບູລີ ກໍ່ໄດ້ລົງໄປສຳຫຼວດຈຸດສຳຄັນ ທີ່ຈະພັດທະນາເປັນຜະລິດຕະພັນ, ກິດຈະກຳ ແລະລາຍການທ່ອງທ່ຽວໃນເຂດອະນຸລັກໂອງ-ມັ່ງ ແລະໃນເຂດສູນອະນຸລັກລະບົບນິເວດປ່າໂຄກນຳອີກ.
ທ່ານ ສີຫາ ພັນນະວົງ ໃຫ້ສຳພາດຕໍ່ນັກຂ່າວພວກເຮົາວ່າ: ສຳລັບກອງປະຊຸມມື້ນີ້ ແມ່ນເປັນການຜ່ານແຜນ ການຈັດສັນ, ຄຸ້ມຄອງການທ່ອງທ່ຽວ ແລະວາງແຜນກິດຈະກຳການທ່ອງທ່ຽວທຳມະຊາດແບບອະນຸລັກໂອງ-ມ່ັງ ແລະເຂດສູນອະນຸລັກລະບົບນິເວດປ່າໂຄກ ທີ່ເມືອງຊົນນະບູລີ, ຈຸດປະສົງຫຼັກແມ່ນຢາກຄຸ້ມຄອງໂອງ-ມັ່ງ ທີ່ເປັນສັດໃກ້ຈະສູນພັນ ເພື່ອໃຫ້ມີຄວາມຍືນຍົງ ທັງເຮັດໃຫ້ຊຸມຊົນອ້ອມຂ້າງທີ່ກ່ຽວພັນກັບໂອງ-ມັ່ງ ໄດ້ຮັບຜົນປະໂຫຍດ ແລະສາມາດຢູ່ຮ່ວມກັນໄດ້ຢ່າງຍືນຍົງ ຊຶ່ງໃນກອງປະຊຸມ ຫຼາຍພາກສ່ວນກໍ່ໄດ້ປະກອບຄຳຄິດຄຳເຫັນທີ່ເປັນປະໂຫຍດ ເພື່ອກະກຽມສູ່ການເປີດການທ່ອງທ່ຽວທຳມະຊາດແບບອະນຸລັກໃນເຂດອະນຸລັກໂອງ-ມັ່ງ ໂດຍມີແຜນຈະເປີດເປັນທາງການໃນທ້າຍປີ 2019 ຫຼືຕົ້ນປີ 2020.

ຄາດວ່າທ້າຍປີນີ້ ຈະເປີດທົດລອງການ ທ່ອງທ່ຽວທຳມະຊາດ ແບບອະນຸລັກ ໃນເຂດໂອງ-ມັ່ງ ທີ່ເມືອງຊົນນະບູລີ

ໂອ່ງ-ມັ່ງ ເມືອງຊົນນະບູລີ.(ພາບ:ສະຫວັນພັດທະນາຂ່າວ)


ທ່ານ ຄຳໄພ ໄຊຍະລາດ ຫົວໜ້າສູນອະນຸລັກລະບົບນິເວດປ່າໂຄກ ທີ່ເມືອງຊົນນະບູລີ ໃຫ້ສຳພາດຕື່ມວ່າ: ເຂດທີ່ສາມາດພົບໂຕໂອງ-ມ່ັງຫຼາຍທີ່ສຸດແມ່ນຢູ່ໃນບໍລິເວນບໍ່ເອືອດ ທີ່ຢູ່ໃນເຂດຫວງຫ້າມເດັດຂາດ ເຊິ່ງເປັນເຂດປ່າໃກ້ກັບບ້ານສະໜາມໄຊ, ຕັ່ງຫວາຍນ້ຳ ແລະບ້ານໜອງສອງຫ້ອງ ສາມາດພົບໄດ້ທຸກຍາມ ໂດຍສະເພາະຍາມເຊົ້າ ແລະແລງ ຊຶ່ງພງກເຮົາໄດ້ກຳນົດເອົາຈຸດນີ້ ເປັນບ່ອນຕັ້ງຫໍຄອຍ ເພື່ອເບິ່ງໂອງ-ມັ່ງ, ສັດປີດ ແລະສັດປ່າປະເພດຕ່າງໆ , ທາງດ້ານຈຳນວນໂຕໂອງ-ມັ່ງ ທີ່ອີງຕາມສະຖິຕິຂອງນັກຄົ້ນຄວ້າແມ່ນມີປະມານ 170 ໂຕ, ເຊິ່ງຄວາມຫວັງພົບໂອງ-ມັ່ງຂອງນັກທ່ອງທ່ຽວແມ່ນສູງເຖິງ 70-80% ແລະອີງຕາມຄວາມເຊື່ອຂອງປະຊາຊົນໃນເຂດນີ້ ໂຕໂອງໂຕງມັ່ງ ແມ່ນເປັນສັດແຫ່ງຄວາມໂຊກດີ ໃຜໄດ້ພົບຖືວ່າມີວາດສະໜາ.

(ແຫຼ່ງ​ຂໍ້​ມູນ​: ສະຫວັນພັດທະນາ ຂ່າວ)

ເຫດການ
302 Found

Found

The document has moved here.