ແຜ່ນດິນໄຫວຢູ່ລາວ ຄວາມແຮງ 6,4 ຣິກເຕີ

10:27 | 21/11/2019

ຕອນເຊົ້າຂອງວັນທີ່ 21 ພະຈິກ 2019 ນີ້ ໄດ້ເກິດແຜ່ນດິນໄຫວຢູ່ ໃນຂອບເຂດຂອງ ສປປ ລາວ, ຈຳນວນ 18 ຄັ້ງ: ຄັ້ງທີ 2 ມີຄວາມແຮງ 5,9 ຣິກເຕີ, ໃນເວລາ 4:30, ຄັ້ງທີ 17 ມີຄວາມແຮງ 6,4 ຣິກເຕີ ໃນເວລາ 6 ໂມງ 50 ນາທີ ຢູ່ທີ່ ເມືອງຫົງສາ ແຂວງໄຊຍະບູລີ ແລະ ຮູ້ສຶກໄດ້ໃນບັນດາແຂວງພາກເໜືອ ຈົນເຖິງນະຄອນຫຼວງວຽງຈັນ.

ແຜ່ນດິນໄຫວຢູ່ລາວ ຄວາມແຮງ 6,4 ຣິກເຕີ

ແຜ່ນດິນໄຫວຢູ່ລາວ ຄວາມແຮງ 6,4 ຣິກເຕີ.(ພາບ: khaodunk.com)

ອີງຕາມອົງການຕິດຕາມທໍລະນີສາດຂອງສະຫະລັດອາເມລິກາ (USGS) ໃຫ້ຮູ້ວ່າ: ໄດ້ເກີດເຫດແຜ່ນດິນໄຫວຢູ່ທີ່ເມືອງ ຫົງສາ ທາງພາກເໜືອຂອງລາວ, ຄວາມແຮງວັດແທກໄດ້ 6,4 ຣິກເຕີ, ຢູ່ເລິກໄປໃນໃຕ້ພື້ນດິນ 10 ກມ, ວົງລັດສະໝີ 100 ກມ. ຫ່າງຈາກເມືອງຫົງສາ ໄປທິດຕາເວັນອອກສ່ຽງເໜືອປະມານ 92 ກມ ແລະ ຫ່າງຈາກນະຄອນຫຼວງວຽງຈັນປະມານ 219 ກມ.

ແຜ່ນດິນໄຫວຢູ່ລາວ ຄວາມແຮງ 6,4 ຣິກເຕີ

ແຜ່ນດິນໄຫວຢູ່ລາວ ຄວາມແຮງ 6,4 ຣິກເຕີ

ແຜ່ນດິນໄຫວຢູ່ລາວ ຄວາມແຮງ 6,4 ຣິກເຕີ

ແຜ່ນດິນໄຫວຢູ່ລາວ ຄວາມແຮງ 6,4 ຣິກເຕີ

ແຜ່ນດິນໄຫວຢູ່ລາວ ຄວາມແຮງ 6,4 ຣິກເຕີ

ຄວາມແຮງວັດແທກໄດ້ 6,4 ຣິກເຕີ, ຢູ່ເລິກໄປໃນໃຕ້ພື້ນດິນ 10 ກມ, ວົງລັດສະໝີ 100 ກມ.(ພາບ: khaodunk.com)

ອີງຕາມແຫຼ່ງຂ່າວຂອງ ອາເປ (AP) ໃຫ້ຮູ້ວ່າ: ປະຊາຊົນທີ່ຢູ່ອ້ອມແອ້ມຈຸດສູນກາງແຜ່ນດິນໄຫວເຊັ່ນ: ແຂວງຊຽງໃໝ່, ຊຽງລາຍ ປະເທດໄທຮູ້ສຶກໄດ້ການສັ່ນສະເທຶືອນເປັນເວລາດົນສົມຄວນ. ແຕ່ບໍ່ໄດ້ມີລາຍງານວ່າມີຜົນເສຍຫາຍເກີດຂຶ້ນ ຂອງແຜ່ນດິນໄຫວໃນຄັ້ງນີ້.

(ນົກແອ່ນແດນໜາວ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.