ເຢຍລະມັນ ແລະ ສປປ ລາວ ປະສານສົມທົບ ພັດທະນາພື້ນຖານໂຄງລ່າງຊົນນະບົດ

17:27 | 30/09/2019

ໃນວັນທີ 28 ກັນຍາ 2019 ທີ່ກະຊວງການເງິນ ໄດ້ຈັດຕັ້ງພິທີເຊັນສັນຍາໃຫ້ການຊ່ວຍເຫຼືອລ້າ ຈາກລັດຖະບານເຢຍລະມັນ ແກ່ ສປປ ລາວ ໄດ້ຈັດຂຶ້ນ ໂດຍຮ່ວມລົງນາມລະຫວ່າງ ທ່ານນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ວຽງສະຫວັດ ສີພັນດອນ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທ່ານ ຢັນ ວີເກວມັນ ຜູ້ອຳນວຍການທະນາຄານພັດທະນາເຢຍລະມັນປະຈຳລາວ ມີທ່ານ ເຢັນ ລຸກເກີແຮມ ເອກອັກຄະລັດຖະທູດເຢຍລະມັນປະຈຳລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ການ​ຊ່ວຍ­ເຫຼືອ​ລ້າ​ຂອງ​ລັດ­ຖະ­ບານ​ເຢຍ​ລະ​ມັນ​ສຳ­ລັບ​ສອງ​ໂຄງ­ການ ມູນ​ຄ່າ 18 ລ້ານ​ເອີ​ໂຣ ແລະ ລັດ­ຖະ­ບານ​ລາວ​ໄດ້​ປະ­ກອບ­ສ່ວນ​ສົມ­ທົບ 9 ແສນ​ເອີ​ໂຣ ເຊິ່ງ​ທັງ​ສອງ​ໂຄງ­ການ​ຄາດ​ວ່າ​ຈະ​ເລີ່ມ​ໃນ​ໄຕ​ມາດ​ສຸດ​ທ້າຍ ປີ 2019 ແລະ ຈະ​ໃຫ້​ສຳ ເລັດ​ປີ 2022 ຈັດ​ຕັ້ງ​ປະ­ຕິ­ບັດ​ໂດຍ​ກະ­ຊວງ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ ເຊິ່ງ​ຈະ​ໄດ້​ຮັບ​ການ​ສະ­ໜັບ­ສະ­ໜູນ​ທາງ​ດ້ານ​ເຕັກ­ນິກ​ວີ​ຊາ​ການ ຈາກ​ບໍ­ລິ­ສັດ​ທີ່​ປຶກ­ສາ​ສາ­ກົນ ນັບ​ຕັ້ງ­ແຕ່​ປີ 2003 ປະ­ເທດ​ເຢຍ​ລະ​ມັນ​ສືບ­ຕໍ່​ໃຫ້ການ​ສະ­ໜັບ­ສະ­ໜູນ ສຳ­ລັບ​ຂະ­ແໜງ ການ​ພັດ­ທະ­ນາ​ຊົນ­ນະ­ບົດ​ເປັນ​ເວ­ລາ​ດົນ​ນານ ເຮັດ​ໃຫ້­ການ​ປະ­ກອບ­ສ່ວນ​ທັງ​ໝົດ​ມີ​ມູນ​ຄ່າ​ຫຼາຍ​ກວ່າ 70 ລ້ານ​ເອີ​ໂຣ.

ເຢຍລະມັນ ແລະ ສປປ ລາວ ປະສານສົມທົບ ພັດທະນາພື້ນຖານໂຄງລ່າງຊົນນະບົດ

ທ່ານ ວຽງສະຫວັດ ສີພັນດອນ ແລະ ທ່ານ ຢັນ ວີເກວມັນ ຜູ້ອຳນວຍການທະນາຄານພັດທະນາເຢຍລະມັນປະຈຳລາວ ໃນພິທີເຊັນສັນຍາ. (ພາບ: vientianemai.net)

ທັງ​ສອງ​ໂຄງ­ການ​ໃໝ່​ນີ້ ຈະ​ນຳ​ໃຊ້​ທຶນ​ຊ່ວຍ­ເຫຼືອ​ລ້າ​ຈາກ​ລັດ­ຖະ­ບານ​ເຢຍ​ລະ​ມັນ​ໃນ​ການ​ຟື້ນ​ຟູ ແລະ ປັບ­ປຸງ​ເສັ້ນ­ທາງ​ຊົນ­ນະ­ບົດ ຂົວ​ຂ້າມ​ນ້ຳ ແລະ ພື້ນຖານ​ໂຄງ​ລ່າງ​ອື່ນໆ​ເພີ່ມ​ຕື່ມ ຢູ່​ເມືອງ​ໄຊ​ບົວ­ທອງ ເມືອງ​ບົວ­ລະ­ພາ ແຂວງ​ຄຳ​ມ່ວນ ແລະ ຫຼາຍ​ເມືອງ​ໃນ​ແຂວງ​ພາກ​ໃຕ້​ຂອງ​ລາວ ໂດຍ​ສະ­ເພາະ ເມືອງ​ສະ­ໜາມ​ໄຊ ແຂວງ​ອັດ​ຕະ​ປື ໂຄງ­ການ​ຟື້ນ​ຟູ​ພື້ນ­ຖານ​ໂຄງ​ລ່າງ​ຢູ່​ພາກ​ໃຕ້​ຂອງ​ລາວ ເປັນ​ໂຄງ­ການ​ພິ­ເສດ​ເພື່ອ​ຟື້ນ​ຟູ​ເສັ້ນ­ທາງ ແລະ ກໍ່­ສ້າງ​ພື້ນຖານ​ໂຄງ​ລ່າງ​ໃນ​ເຂດ​ທີ່​ປະ­ສົບ​ໄພ​ນ້ຳ​ຖ້ວມ​ທາງ​ພາກ​ໃຕ້​ຂອງ​ລາວ ແລະ ຍັງ​ສະ­ໜັບ­ສະ­ໜູນ​ລັດ­ຖະ­ບານ​ລາວ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ຄວາມ​ຕ້ອງການ​ຫຼັງ​ໄພ­ພິ­ບັດ​ຫຼັງ​ຈາກ​ການ​ແຕກ​ຂອງ​ສັນ​ເຂື່ອນ​ໄຟ­ຟ້າ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ ແລະ ຈະ​ປັບ­ປຸງ​ເສັ້ນ­ທາງ​ເພື່ອ​ສະ­ໜອງ​ການ​ເຂົ້າ​ເຖິງ​ຕະ­ຫຼາດ ໂຮງຮຽນ­ຮຽນ ສາ­ທາ­ລະ­ນະ​ສຸກ ແລະ ສະ­ຖານ­ທີ່​ອຳ­ນວຍ​ຄວາມ​ສະ­ດວກ​ອື່ນໆ ໂດຍ​ສະ­ເພາະ ໂຄງ­ການ​ຟື້ນ​ຟູ​ພື້ນ­ຖານ​ໂຄງ​ລ່າງ​ຢູ່​ພາກ​ໃຕ້​ຂອງ​ລາວ​ອາດ​ຈະ​ໃຫ້­ການ​ຊ່ວຍ­ເຫຼືອ​ພື້ນ­ຖານ​ໂຄງ​ລ່າງ​ທາງ​ສັງ­ຄົມ ເຊັ່ນ: ກໍ່­ສ້າງ​ໂຮງ­ຮຽນ ສຸກ­ສາ­ລາ ຫຼື ການ​ສະ­ໜອງ​ນ້ຳ ແລະ ຊົນ­ລະ­ປະ­ທານ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.