ອ​ພ​ສ ​ແຂວງ​ສະ​ຫວັນ​ນະ​ເຂດສະ​ເຫຼີມ​ສະ​ຫຼອງ ວັນ​ວິ​ສາ​ຂະ​ບູ​ຊາ ປະ​ຈຳ​ປີ ພ​ສ 2562

09:35 | 22/05/2019

ໃນຕອນບ່າຍວັນທີ 17 ພຶດ ສະພາ 2019 ນີ້, ຢູ່ທີ່ວັດໃຫຍ່ ໄຊຍະພູມ ໄດ້ມີພິທີສະເຫຼີມສະ ຫຼອງວັນວິສາຂະບູຊາປະຈຳ ປີ ພສ 2562 ໂດຍມີພະ ອາຈານໃຫຍ່ມະ​ຫາ ສົມບູນ ສິ ລິປັນໂຍ ປະທານ ອົງການ ພຸດທະສາສະໜາສຳພັນລາວ ແຂວງສະຫວັນນະເຂດ,ທ່ານ ບຸນຍູ້ ທໍາມະວົງເຈົ້າ ນະ ຄອນໄກ​ສອນ ພົມວິຫານ, ບັນ ດາທ່ານໃນຄະນະນຳ​ຂອງ ແຂວງ ແລະພຣະເຖຣານຸເຖ ຣະ ພ້ອມອອກຕົນຍາດໂຍມ ນະຄອນໄກສອນ ພົມວິຫານ.

ອ​ພ​ສ ​ແຂວງ​ສະ​ຫວັນ​ນະ​ເຂດສະ​ເຫຼີມ​ສະ​ຫຼອງ ວັນ​ວິ​ສາ​ຂະ​ບູ​ຊາ ປະ​ຈຳ​ປີ ພ​ສ 2562

ພິທີສະເຫຼີມສະ ຫຼອງວັນວິສາຂະບູຊາປະຈຳ ປີ ພສ 2562.

ໃນພິທີ, ພຣະອາຈານ ຄຳປານ ສຸພັດໂທ ປະທານອົງ ການພຸດທະສາສະໜານະຄອນ ໄກສອນ ພົມວິຫານ ກໍ່ໄດ້ເລົ່າ ຄືນກ່ຽວກັບປະຫວັດຄວາມເປັນມາຂອງວັນວິຊາຄະບູ ຊາ ເຊິ່ງໃຫ້ຮູ້ວ່າ: ວັນວິສາຂະບູ ຊາຖືເປັນວັນສຳຄັນທີ່ສຸດ ສຳລັບຊາວພຸດທະສາສະນິກະ ຊົນທຸກຄົນເປັນວັນທີ່ມີການ ທຳພິທີພຸດ ທະບູຊາ ເພື່ອເປັນການນ້ອມລະນຶກເຖິງພຣະບໍລິສຸດທິຄຸນ ພຣະປັນຍາທິຄຸນ ແລະພຣະມະຫາກະຣຸນາທີຄຸນ ຂອງອົງພຣະສຳມາສຳພຸດ ທະເຈົ້າ, ທີ່ມີຕໍ່ມວນມະນຸດ ສັບພະສັດທັງຫຼາຍ, ເທວະດາ ທັງຫຼາຍ ແລະເພື່ອເປັນການລະ ນຶກເຖິງເຫດການອັດສະຈັນ ທີ່ສຸດ ທັງ 3 ປະການທີ່ເກີດຂື້ນ ໃນມື້ດຽວກັນໃນວັນແຮມ ເດືອນ 6 ຄື: ວັນປະສູດກົງກັບວັນ ສຸກໃນວັນເພັງເດືອນ 6 ປີຈໍ ເວລາໃກ້ທ່ຽງກ່ອນພຸດທະສັກ ກະຫຼາດ 80 ປີ; ວັນຕັດສະຮູບ ເກີດຂຶ້ນໃນເວລາ 35 ປີ ຕໍ່ມາພາຍ ຫຼັງທີ່ຈັນທະກຸມມານສະເດັດ ຄົບຮອບ 6 ປີ ແລະຕັດສະຮູບໃກ້ ຕົ້ນພະສີມະຫາໂພ ເຊິ່ງພະອົງ ເຮັດໃຫ້ຮູ້ຊົ່ວ-ດີ, ບາບ-ບຸນ ຄຸນໂທດ ສິ່ງທີ່ເປັນປະໂຫຍດ ແລະບໍ່ເປັນປະໂຫຍດ, ຮູ້ຈັກ ພາຕົນໃຫ້ພົ້ນຈາກກອງທຸກທັງ ມວນໄດ້ຖາວອນ; ວັນປະຣິນິ ພານເກີດຂຶ້ນໃນ 10 ປີພະແຫ່ງ ຊວນມາ ຍຸຂອງພະພຸດທະເຈົ້າ. ໃນນີ້, ພວກເຮົາຈົ່ງນ້ອມນຳເອົາຫຼັກທຳຄຳສັ່ງສອນຂອງ ພຣະສຳມາສຳພຸດທະເຈົ້າມາ ເປັນແນວທາງໃນການປະ ພຶດ-ປະຕິບັດໃນການດຳເນີນ ຊີວິດຂອງຕົນ

ຫຼັງຈາກສຳເລັດພິທີທາງ ພຸດທະສາສະໜາແລ້ວກໍ່ໄດ້ ຖວາຍວັດຖຸປັດໄຈ ເຄື່ອງໄຊຍະ ທານ ແລະຄາຣາວະຢາດນໍ້າຮັບພອນສຳເລັດເປັນທີ່ຮຽບ ຮ້ອຍແລ້ວ ກໍ່ໄດ້ມີການແຫ່ພຣະ ພຸດທະຮູບປາງຊະນະມານ, ປາງປະສູດ, ປາງຕຣັ​ສຮູ້, ປາງ ປະຣິນິພານ. ພ້ອມດ້ວຍຂະ ບວນພະສົງສຳມະເນນ, ຄະນະ ການນໍາຂັ້ນແຂວງ, ນະຄອນ, ຂະບວນພຸດທະສາສະນິກະ ຊົນ, ນັກຮຽນນັກສຶກສາຕາມລຳ ດັບຢ່າງຫຼວງຫຼາຍ./.

ພາບບັນຍາກາດຂະບວນແຫ່:

ອ​ພ​ສ ​ແຂວງ​ສະ​ຫວັນ​ນະ​ເຂດສະ​ເຫຼີມ​ສະ​ຫຼອງ ວັນ​ວິ​ສາ​ຂະ​ບູ​ຊາ ປະ​ຈຳ​ປີ ພ​ສ 2562


ອ​ພ​ສ ​ແຂວງ​ສະ​ຫວັນ​ນະ​ເຂດສະ​ເຫຼີມ​ສະ​ຫຼອງ ວັນ​ວິ​ສາ​ຂະ​ບູ​ຊາ ປະ​ຈຳ​ປີ ພ​ສ 2562


ອ​ພ​ສ ​ແຂວງ​ສະ​ຫວັນ​ນະ​ເຂດສະ​ເຫຼີມ​ສະ​ຫຼອງ ວັນ​ວິ​ສາ​ຂະ​ບູ​ຊາ ປະ​ຈຳ​ປີ ພ​ສ 2562


ອ​ພ​ສ ​ແຂວງ​ສະ​ຫວັນ​ນະ​ເຂດສະ​ເຫຼີມ​ສະ​ຫຼອງ ວັນ​ວິ​ສາ​ຂະ​ບູ​ຊາ ປະ​ຈຳ​ປີ ພ​ສ 2562

ຂະບວນແຫ່ ວັນວິສາຂະບູຊາ ຂອງພະສົງສຳມະເນ ແລະ ພຸດທະສາສະນິກະຊົນ ສະຫັວນນະເຂດ 2562.

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.