4 ມື້ແລ້ວ, ທີ່ຫວຽດນາມບໍ່ກວດພົບຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ໃນຊຸມຊົນ

17:52 | 02/09/2020

ນັບແຕ່ເວລາ 18 ໂມງຂອງວັນທີ 1 ກັນຍາ ຮອດເວລາ 6 ໂມງຂອງວັນທີ 2 ກັນຍາ, ຫວຽດນາມບໍ່ກວດພົບຜູ້ຕິດເຊື້ອພະຍາດໃໝ່ຕື່ມອີກ.

4 ມ ແລ ວ ທ ຫວຽດນາມບ ກວດພ ບຜ ຕ ດເຊ ອພະຍາດ covid 19 ໃໝ ໃນຊ ມຊ ນ ເພີ່ມທະວີການຮ່ວມມືດ້ານເສດຖະກິດລະຫວ່າງຫວຽດນາມ ແລະໂຮນລັງ

ຍ​ສ​ໝ - ທ່ານນາງ Sigrid Kaag ກ່າວວ່າໃນໄລ​ຍະນີ້ທັງສອງຝ່າຍຕ້ອງການມີຫຼາຍກິດຈະກຳ ເຕີມອີກເພື່ອຊຸກຍູ້ການຄ້າ ແລະຜ່ານຜ່າຜົນສະທ້ອນຈາກການລະບາດຂອງ Covid-19 ຕໍ່ເສດຖະກິດຂອງສອງປະເທດ.

4 ມ ແລ ວ ທ ຫວຽດນາມບ ກວດພ ບຜ ຕ ດເຊ ອພະຍາດ covid 19 ໃໝ ໃນຊ ມຊ ນ ບັນ​ດາພິທີສະເຫຼີມສະຫຼອງ 75 ປີແຫ່ງວັນຊາດຫວຽດນາມ ຢູ່​ຕ່າງ​ປະ​ເທດ

ຍ​ສ​ໝ - ຢູ່ອີຢິບ, ສະຖານທູດຫວຽດນາມ ປະຈຳອີຢິບ ໄດ້ຈັດເຫດການໂຄສະນາວັດທະນະທຳ ແລະ ພາບພົດກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມ ເຖິງສື່ມວນຊົນ ແລະ ເພື່ອນມິດອີຢິບ. ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອີຢິບ ເຈິ່ນແທັ່ງກົງ, ໄດ້ເປັນປະທານການພົບປະກັບສື່ມວນຊົນ ແລະ ແນະນຳກ່ຽວກັບບັນດາຈຸດຄວາມງາມທາງດ້ານວັດທະນະທຳ, ອາຫານການກິນຂອງຫວຽດນາມ ເຖິງສື່ມວນຊົນ ແລະ ເພື່ອມມິດອີຢິບ.

4 ມ ແລ ວ ທ ຫວຽດນາມບ ກວດພ ບຜ ຕ ດເຊ ອພະຍາດ covid 19 ໃໝ ໃນຊ ມຊ ນ
ພາບປະກອບ

ຕາມຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ແລ້ວ, ປັດຈຸບັນ, ຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ຢູ່ຫວຽດນາມທັງໝົດແມ່ນ 1.044 ຄົນ, ໃນນັ້ນມີ 735 ຄົນ ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ. ດັ່ງນັ້ນ ແມ່ນ 4 ມື້ແລ້ວ, ທີ່ຫວຽດນາມບໍ່ກວດພົບຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ໃນຊຸມຊົນ.

ໄລ່ຮອດຕອນເຊົ້າວັນທີ 02 ກັນຍາ, ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ກວ່າ 25,8 ລ້ານຄົນ, ໃນນັ້ນມີ 860.000 ຄົນເສຍຊີວິດ. ອາເມລິກາ ພວມແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດໃນໂລກຍ້ອນໂລກລະບາດໂຄວິດ-19 ດ້ວຍຜູ້ຕິດເຊື້ອແມ່ນກວ່າ 6,2 ລ້ານຄົນ ແລະ ກວ່າ 188.600 ຄົນເສຍຊີວິດ. ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ຈຳນວນຜູ້ຕິດເຊື້ອໂຄວິດ-19 ໃນທົ່ວທະວີບອາຊີໄດ້ເພີ່ມຂຶ້ນ 102.000 ຄົນ, ຂຶ້ນເປັນ 7,1 ລ້ານຄົນ. ອິນເດຍ ແມ່ນໜຶ່ງໃນບັນດາປະເທດອາຊີ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນຢ່າງໄວດ້ວຍຜູ້ຕິດໃໝ່ແມ່ນ 78.000 ຄົນໃນຮອບເວລາ 24 ຊົ່ວໂມງຜ່ານມາ.

ຫວ່າງແລ້ວນີ້, ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ WHO ໃຫ້ຮູ້ວ່າ ອົງການນີ້ໄດ້ຮຽກຮ້ອງໃຫ້ບັນດາປະເທດຮັກສາບັນດາມາດຕະການຈຳກັດແນໃສ່ຮັບມືກັບໂລກລະບາດໂຄວິດ-19, ພ້ອມທັງຖືວ່າ ເລື່ອງເປີດປະຕູໂດຍຂາດການຄວບຄຸມຕໍ່ໜ້າການແຜ່ລະບາດຂອງໄວຣັດ SARS-CoV-2 ຈະ“ເຮັດໃຫ້ໄພພິບັດເກີດຂຶ້ນ”.

ເມື່ອບໍ່ດົນມານີ້, ຢູ່ກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19, ທ່ານນາຍົກລັດຖະມົນຕີ ສສ.ຫວຽດນາມ ຫງວຽນຊວັນຟຸກ ໄດ້ຊີ້ແຈ້ງວ່າ ໃນໄລຍະຈະມາເຖິງ, ຄວາມສ່ຽງເກີດໂລກລະບາດ ຍັງຄົງຕົວຢູ່ ແລະ ອາດຈະສືບຕໍ່ມີຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກໃນປະຊາຄົມ. ບັນດາຂະແໜງການຂັ້ນຕ່າງໆສືບຕໍ່ຕ້ອງຍົກສູງສະຕິລະວັງຕົວ, ບໍ່ໃຫ້ປະໝາດ, ຖືເບົາຕໍ່ໂລກລະບາດ, ຖືວ່າ ການຕ້ານໂລກລະບາດຕ້ອງໄດ້ຮັບການປະຕິບັດໃນໄລຍະຍາວນານ ແລະ ຄ່ອຍໆສ້າງຕັ້ງວິຖີການດຳລົງຊີວິດ, ມີການປະພຶດທີ່ເໝາະສົມໃນເງື່ອນໄຂເກີດໂລກລະບາດ. ຂະແໜງການສາທາລະນະສຸກ ຕ້ອງເພີ່ມຄວາມໄວໃນການຄົ້ນຄ້ວາ ວັກຊີນ. ຄຽງຄູ່ກັນນັ້ນ, ວຽກງານຖະແຫຼງຂ່າວ ແລະ ສື່ສານສືບຕໍ່ປະຕິບັດໃຫ້ເປັນຢ່າງດີ ແລະ ມີປະສິດທິຜົນກ່ວາເກົ່າ, ເພື່ອ ປະຊາຊົນໃຫ້ຍາມໃດກໍ່ມີສະຕິລະວັງຕົວແຕ່ບໍ່ສ້າງຄວາມແຕກຕື່ມກະວົນກະວາຍ.

4 ມ ແລ ວ ທ ຫວຽດນາມບ ກວດພ ບຜ ຕ ດເຊ ອພະຍາດ covid 19 ໃໝ ໃນຊ ມຊ ນ ບຸນວັນຊາດ ໃນໃຈຂອງຊາວຫວຽດນາມ ຢູ່ ລາວ

ຍສໝ - 70 ກວ່າປີໄດ້ຜ່ານໄປ, ແຕ່ທ່ານນາງ ເນືອງ ຍັງຈື່ຢູ່ວ່າໃນມື້ຊຸມນຸມມື້ນັ້ນ, ຜູ້ຄົນເຂົ້າຮ່ວມເປັນຈຳນວນຫລວງຫລາຍ, ປະຊາຊົນທຸກຊັ້ນຄົນ, ຜູ້ເຖົ້າ ແລະ ໄວໜຸ່ມໄດ້ເຕົ້າໂຮມກັນ, ທຸກຄົນລ້ວນແຕ່ມີຄວາມຮູ້ສຶກພາກພູມໃຈ, ດີໃຈແມ່ນຍາກທີ່ຈະພັນລະນາເມື່ອກ່າວເຖິງສອງຄຳວ່າ "ຫວຽດນາມ".

4 ມ ແລ ວ ທ ຫວຽດນາມບ ກວດພ ບຜ ຕ ດເຊ ອພະຍາດ covid 19 ໃໝ ໃນຊ ມຊ ນ ສະຫະພັນບັນດາອົງການມິດຕະພາບແຂວງ ຢາລາຍ ໄດ້ມອບຂອງຂວັນໃຫ້ນັກສຶກສາຫວຽດນາມ ຢູ່ແຂວງ Ratanakiri

ຍສໝ - ຄະນະຜູ້ແທນສະຫະພັນບັນດາອົງການມິດຕະພາບແຂວງ ຢາລາຍ ໄດ້ມອບຂອງຂວັນຈຳນວນ 47 ຢ່າງໃຫ້ນັກຮຽນຫວຽດນາມຢູ່ແຂວງ Ratanakiri (ກຳປູເຈຍ).

4 ມ ແລ ວ ທ ຫວຽດນາມບ ກວດພ ບຜ ຕ ດເຊ ອພະຍາດ covid 19 ໃໝ ໃນຊ ມຊ ນ ຫວຽດນາມ ມອບຂອງຂວັນໜູນຊ່ວຍໃຫ້ແກ່ລັດຖະບານ ແລະ ປະຊາຊົນ Maldives ເພື່ອຕ້ານການລະບາດ COVID-19

ຍສໝ - ທີ່ນະຄອນຫຼວງ Colombo ຂອງປະເທດສີລັງກາ, ທ່ານນາງ ຟ້າມຖິບິກຫງອກ - ເອກອັກຄະລັດຖະທູດຫວຽດນາມ ປະຈຳສີລັງກາ ໄດ້ມອບເງິນຈຳນວນ 20.000 USD ຂອງລັດຖະບານຫວຽດນາມ ໃຫ້ແກ່ລັດຖະບານ ແລະ ປະຊາຊົນ Maldives ເພື່ອໜູນຊ່ວຍການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ COVID-19.

ໄຊພອນ

ເຫດການ
302 Found

Found

The document has moved here.