ທີມ​ຊາດ​ຍິງ​ລາວ ອາຍຸ 17 ປີ ເຂົ້າ​ຮ່ວມ​ແຂ່ງຂັນ​ລາຍການ​ພິເສດ​ຢູ່​ຮົງ​ກົງ

00:54 | 15/05/2019

ຄະນະ​ນຳ ຄະນະ​ຄູ​ເຝິກ ແລະ ນັກກີລາ ທີມ​ຊາດ​ຍິງ​ລາວ ຮຸ່ນ​ອາຍຸ​ບໍ່​ເກີນ 17 ປີ ນຳ​ໂດຍ ທ່ານ​ນາງ ຍອດ​ແກ້ວ ພາວະ​ດີ ຜູ້​ຈັດການ​ທີມ ໄດ້​ອອກ​ເດີນທາງໃນ​ວັນ​ທີ 26 ມີນາ 2019 ທີ່​ສະໜາມ​ບິນ​ສາກົນ​ວັດ​ໄຕເພື່ອ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ລາຍການ​ພິເສດ Jockey Club Girls' International Youth Invitational Football Tournament 2019 ຢູ່​ເຂດ​ເສດຖະກິດ​ພິເສດຮົງ​ກົງ.

ທີມ​ຊາດ​ຍິງ​ລາວ ອາຍຸ 17 ປີ ເຂົ້າ​ຮ່ວມ​ແຂ່ງຂັນ​ລາຍການ​ພິເສດ​ຢູ່​ຮົງ​ກົງ

ທີມ​ຊາດ​ຍິງ​ລາວ ອາຍຸ 17 ປີ ເຂົ້າ​ຮ່ວມ​ແຂ່ງຂັນ​ລາຍການ​ພິເສດ​ຢູ່​ຮົງ​ກົງ

ຄະນະ​ນຳ ຄະນະ​ຄູ​ເຝິກ ແລະ ນັກກີລາ ທີມ​ຊາດ​ຍິງ​ລາວ ຮຸ່ນ​ອາຍຸ​ບໍ່​ເກີນ 17 ປີ ນຳ​ໂດຍ ທ່ານ​ນາງ ຍອດ​ແກ້ວ ພາວະ​ດີ ຜູ້​ຈັດການ​ທີມ ໄດ້​ອອກ​ເດີນທາງ ໃນ​ວັນ​ທີ 26 ມີນາ 2019 ທີ່​ສະໜາມ​ບິນ​ສາກົນ​ວັດ​ໄຕ ເພື່ອ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ລາຍການ​ພິເສດ Jockey Club Girls' International Youth Invitational Football Tournament 2019 ຢູ່​ເຂດ​ເສດຖະກິດ​ພິເສດ ຮົງ​ກົງ ເຊິ່ງ​ຈັດ​ຂຶ້ນ​ໃນ​ລະຫວ່າງ​ວັນ​ທີ 28–31 ມີນາ 2019 ມີ 4 ທີມ​ເຂົ້າ​ຮ່ວມ ປະກອບ​ມີ: ຮົງ​ກົງ (ເຈົ້າພາບ) ​ສປປ ລາວ ເກາະ​ກວມ ແລະ ​ນອສ​ເທີນ ມາ​ເຣຍ​ນາ ໂດຍ​ຮູບ​ແບບ​ການ​ແຂ່ງຂັນ​ແມ່ນ​ແຂ່ງຂັນ​ແບບ​ພົບ​ກັນ​ໝົດ.

ສຳລັບ​ຕາຕະລາງ​ແຂ່ງຂັນ​ຂອງ​ທີມ​ຊາດ​ຍິງ​ລາວ ນັດ​ທຳ​ອິດ ວັນ​ທີ 28 ມີນາ 2019 ເວລາ 16:00 ໂມງ ພົບ ເກາະ​ກວມ ນັດ​ທີ​ສອງ ວັນ​ທີ 29 ມີນາ 2019 ເວລາ 16:00 ໂມງ ພົບ ຮົງ​ກົງ ແລະ ນັດ​ສຸດ​ທ້າຍ ວັນ​ທີ 31 ມີນາ 2019 ເວລາ 16:00 ໂມງ ພົບ ​ນອສ​ເທີນ ມາ​ເຣຍ​ນາ ທຸກໆ​ນັດ​ແມ່ນ​ແຂ່ງຂັນ​ຢູ່​ສະໜາມ​ກີລາ PO KONG VILLAGE ROAD PARK FOOTBALL PITCH.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ເຫດການ
302 Found

Found

The document has moved here.