ຫວຽດນາມ: ການໂອ້ລົມສົນທະນາ ແມ່ນຂໍກະແຈສຳຄັນຕໍ່ສະຖຽນລະພາບໃນປະເທດອີຣັກ

18:00 | 28/08/2020

ຍສໝ - ຜູ້ຕາງໜ້າຄະນະຜູ້ແທນຫວຽດນາມ ໄດ້ຮຽກຮ້ອງໃຫ້ມີການເຄົາລົບຄວາມເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດອີຣັກ; ຢືນຢັນວ່າການໂອ້ລົມສົນທະນາ, ຄວາມສາມັກຄີ ແມ່ນຂໍກະແຈສຳຄັນຕໍ່ສະຖຽນລະພາບໃນປະເທດອີຣັກ.

ຫວຽດນາມ ການໂອ ລ ມສ ນທະນາ ແມ ນຂ ກະແຈສຳຄ ນຕ ສະຖຽນລະພາບໃນປະເທດອ ຣ ກ ຫວຽດນາມ ໄດ້ຕາງໜ້າໃຫ້ອາຊຽນ ເພື່ອຮຽກຮ້ອງຫັນການເລີກລ້າງອາວຸດນິວເຄຼຍ

ຍສໝ - ຕາມສຳນັກຂ່າວສານຫວຽດນາມ ປະຈຳອາເມລິກາ, ໃນວັນທີ 27 ສິງຫາ ກອງປະຊຸມຄົບຄະນະສະຫະປະຊາຊາດ ໄດ້ຈັດກອງປະຊຸມລະດັບສູງ ເພື່ອສະເຫຼີມສະຫຼອງວັນສາກົນຕ້ານການທົດລອງອາວຸດນິວເຄຼຍໃນວັນທີ 29 ສິງຫາ.

ຫວຽດນາມ ການໂອ ລ ມສ ນທະນາ ແມ ນຂ ກະແຈສຳຄ ນຕ ສະຖຽນລະພາບໃນປະເທດອ ຣ ກ WB: ຫວຽດນາມແມ່ນປະເທດ ທີ່ມີ ກຳລັງບືນ​ຕົວ​ຂຶ້ນທີ່ດີໃນຄວາມຫຍຸ້ງຍາກ

ຍ​ສ​ໝ - ທ່ານ Jacques Morisset ເຊື່ອວ່ານີ້ແມ່ນກາລະໂອກາດທີ່ດີ ແລະ ຫວຽດນາມພວມຢູ່ໃນ "ສາຍຕາ" ຂອງນັກລົງທຶນຫຼາຍຄົນ.

ເມື່ອບໍ່ດົນມານີ້, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມຖ່າຍທອດສົດ ກ່ຽວກັບສະຖານະການໃນປະເທດອີຣັກ. ຜູ້ຕາງໜ້າພິເສດ ຂອງເລຂາທິການໃຫຍ່ສະຫະປະຊາຊາດ ກ່ຽວກັບອີຣັກ, ຫົວໜ້າຄະນະຜູ້ຕາງໜ້າອົງການສະຫະປະຊາຊາດ ປະຈຳອີຣັກ (UNAMI), ທ່ານນາງ Jeanine Hennis-Plasschaert - ເອກອັກຄະລັດຖະທູດອີຣັກ ປະຈຳ ສະຫະປະຊາຊາດ ໄດ້ເຂົ້າຮ່ວມ ແລະ ລາຍງານໃນກອງປະຊຸມ.

ທ່ານນາງ Hennis-Plasschaert ກ່າວວ່າລັດຖະບານໃໝ່ໃນປະເທດອີຣັກ ໄດ້ບຸກບືນເພື່ອປະຕິບັດຄຳໝັ້ນສັນຍາຂອງຕົນ ເພື່ອຮັບມືຕໍ່ພະຍາດ COVID-19, ຟື້ນຟູພື້ນຖານເສດຖະກິດ ແລະ ວາງແຜນການຈັດຕັ້ງການເລືອກຕັ້ງໃນວັນທີ 6 ມິຖຸນາ 2021.

ຫວຽດນາມ ການໂອ ລ ມສ ນທະນາ ແມ ນຂ ກະແຈສຳຄ ນຕ ສະຖຽນລະພາບໃນປະເທດອ ຣ ກ
ກຳລັງຮັກສາຄວາມສະຫງົບຂອງອີຣັກ ໃນລະຫວ່າງການບັ້ນຮົບທຳລາຍລ້າງ IS ຢູ່ເມືອງ Salaheddine ຕິດກັບຊາຍແດນປະເທດຊີເຣຍ. (ພາບ: AFP/TTXVN)

ທ່ານນາງ Hennis-Plasschaert ກ່າວອີກວ່າ: ປະເທດອີຣັກຍັງ ສືບຕໍ່ປະສົບກັບຄວາມຫຍຸ້ງຍາກ, ໃນນັ້ນພື້ນຖານເສດຖະກິດຫລຸດລົງ 9,7%; ອັດຕາຄວາມອຶດຫິວທຸກຍາກເພີ່ມຂື້ນຫຼາຍກ່ວາ 10%, ໜຶ່ງສ່ວນສາມຈຳນວນປະຊາກອນ ທີ່ດຳລົງຊີວິດຢູ່ໃນລະດັບຕ່ຳກ່ວາລະດັບອຶດຫິວທຸກຍາກ, ນັກຮຽນຈຳນວນ 11 ລ້ານຄົນ ຖືກຂາດຕິດຂາດຕອນການຮຽນ...

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ດັ້ງດິ່ງກຸ໊ຍ - ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນຂອງຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ຊົມເຊີຍບັນດາບາດກ້າວທີ່ດີຂອງອີຣັກໃນຊຸມປີມໍ່ໆມານີ້, ພິເສດແມ່ນການສ້າງຕັ້ງລັດຖະບານໃໝ່ ແລະ ຄຳໝັ້ນສັນຍາຂອງລັດຖະບານກ່ຽວກັບການປ້ອງກັນ ແລະ ຕ້ານ COVID-19, ຕ້ານການສໍ້ລາດບັງຫຼວງ, ການສະໜອງບໍລິການຂັ້ນພື້ນຖານ, ການປະຕິຮູບພື້ນຖານເສດຖະກິດ ແລະ ການສ້າງຄວາມເຂັ້ມແຂງຂອງກົດບັນຢັດແຫ່ງລັດ.

ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ໄດ້ສະແດງຄວາມວິຕົກກັງວົນ ຕໍ່ການສະພາບການຜັນແປສັບສົນຂອງພະຍາດ COVID-19 ແລະ ສະພາບການດ້ານມະນຸດສະທຳໃນອີຣັກ, ປະຊາຊົນຫຼາຍລ້ານຄົນປະເຊີນກັບຄວາມທຸກຍາກ. ສະນັ້ນ ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນສືບຕໍ່ປະຕິບັດຄຳໝັ້ນສັນຍາຂອງຕົນໃນການຊ່ວຍເຫຼືອອີຣັກ; ຮຽກຮ້ອງໃຫ້ມີການເຄົາລົບຄວາມເປັນເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດອີຣັກ; ຢືນຢັນວ່າການໂອ້ລົມສົນທະນາ, ຄວາມສາມັກຄີ ແລະ ຄວາມສອດຄ່ອງລະດັບຊາດ ແມ່ນຂໍກະແຈສຳຄັນຕໍ່ສະຖຽນລະພາບໃນປະເທດອີຣັກ; ເນັ້ນໜັກວ່າການສົນທະນາ ແມ່ນຂໍກະແຈສຳຄັນຕໍ່ສະຖຽນລະພາບໃນປະເທດອີຣັກ.

ຫວຽດນາມ ການໂອ ລ ມສ ນທະນາ ແມ ນຂ ກະແຈສຳຄ ນຕ ສະຖຽນລະພາບໃນປະເທດອ ຣ ກ ອິນເດຍ ໄດ້ຕີລາຄາສູງບັນດາມາດຕະການຮັບມືກັບພະຍາດ COVID-19 ຂອງຫວຽດນາມ

ຍສໝ - ທ່ານຟ້າມບິ່ງມິນ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະ ລັດຖະມົນຕີການຕ່າງປະເທດອິນເດຍ ໄດ້ເຫັນດີວ່າສອງປະເທດຄວນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ແບ່ງປັນຂໍ້ມູນຂ່າວສານ ແລະ ປະສົບການ ໃນການປ້ອງກັນ ແລະ ສະກັດກັ້ນພະຍາດ COVID-19.

ຫວຽດນາມ ການໂອ ລ ມສ ນທະນາ ແມ ນຂ ກະແຈສຳຄ ນຕ ສະຖຽນລະພາບໃນປະເທດອ ຣ ກ ຜູ້ນຳຂອງບັນດາປະເທດ MLC ໄດ້ຕີລາຄາສູງຕໍ່ຜົນສຳເລັດ ຂອງການຮ່ວມມືລ້ານຊ້າງ - ແມ່ນໍ້າຂອງ

ຍສໝ - ຜູ້ນຳຂອງບັນດາປະເທດສະມາຊິກ MLC ລ້ວນແຕ່ຕີລາຄາສູງບັນດາໝາກຜົນ ຂອງການຮ່ວມມືທີ່ບັນລຸໄດ້ໃນ 2 ປີທີ່ຜ່ານມາ, ປະກອບສ່ວນປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນພາກພື້ນຢ່າງຫຼວງຫຼາຍ.

ຫວຽດນາມ ການໂອ ລ ມສ ນທະນາ ແມ ນຂ ກະແຈສຳຄ ນຕ ສະຖຽນລະພາບໃນປະເທດອ ຣ ກ ຫວຽດ​ນາມ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຕ້ານ​ການ​ກໍ່​ການ​ຮ້າຍ​ບົນ​ພື້​ນຖານ​ປະ​ຕິ​ບັດ​ຕາມ​ກົດ​ບັດ ສ​ປ​ຊ ແລະ ກົດ​ໝາຍ​ສາ​ກົນ

ຍສໝ - ວັນທີ 24 ສິງຫາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດຕັ້ງກອງປະຊຸມທາງອອນລາຍເພື່ອຮັບຟັງບົດລາຍງານຄັ້ງທີ 11 ຂອງທ່ານເລຂາທິການໃຫຍ່ ສປຊ ກ່ຽວກັບຄວາມສ່ຽງກໍ່ການຮ້າຍຈາກບັນດາ ອົງການລັດອິດສະລາມ (IS) ອ້າງຊື່ເອງທີ່ ນາບຂູ່ສັນຕິພາບ, ຄວາມໝັ້ນຄົງສາກົນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.