|
ລົງນາມໃນເອກະສານແລກປ່ຽນ 4 ໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ
ເອກະສານແລກປ່ຽນໂຄງການຊ່ວຍເຫຼືອດັ່ງກ່າວ ປະກອບມີໂຄງການເພາະພັນປາ ມູນຄ່າ 200 ລ້ານເຢັນ ໂຄງການຕ້ານອາຊະຍາກຳຂ້າມຊາດ ມູນຄ່າ 200 ລ້ານເຢັນ ໂຄງການຊ່ວຍເຫຼືອລ້ານອກໂຄງການ ມູນຄ່າ 500 ລ້ານເຢັນ ແລະ ໂຄງການຂະຫຍາຍລະບົບທໍ່ສົ່ງນ້ຳປະປາ ນະຄອນຫຼວງພະບາງ (ຂັ້ນຕອນອອກແບບ) ມູນຄ່າ 97 ລ້ານເຢັນ ລວມມູນຄ່າ 997 ລ້ານເຢັນ ຫຼື ປະມານ 70,42ຕື້ກີບ ເຊິ່ງ 4 ໂຄງການທີ່ລົງນາມຄັ້ງນີ້ ແມ່ນນອນຢູ່ໃນແຜນການຮ່ວມມື ລາວ-ຍີ່ປຸ່ນ ເພື່ອພັດທະນາ ສປປ ລາວ ແບບຍືນຍົງ ທີ່ນາຍົກລັດຖະມົນຕີລາວ ແລະ ຍີ່ປຸ່ນ ໄດ້ເຫັນດີຮ່ວມກັນໃນເດືອນກັນຍາ 2016 ໂດຍປະຕິບັດຄຽງຄູ່ກັບແຜນພັດທະນາເສດຖະກິດ-ສົງຄົມ 5 ປີ ຄັ້ງທີ 8 (2016-2020) ຂອງ ສປປ ລາວ.
ນອກຈາກ 4 ໂຄງການນີ້ແລ້ວ ວັນທີ 6 ມີນາ ຜ່ານມາ ຍັງໄດ້ມີການລົງນາມຮັບເອົາການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ 4 ໂຄງການ ຜ່ານບັນດາອົງການ UNICEF UN-Habitat ແລະ FAO ປະຈຳລາວ ເພື່ອຊ່ວຍເຫຼືອຟື້ນຟູໄພພິບັດຢູ່ແຂວງອັດຕະປື ເປັນຕົ້ນ ການຟື້ນຟູກະສິກຳ ເຮືອນ ການສຶກສາ ແລະ ການສະໜອງນ້ຳສະອາດແກ່ ສປປ ລາວ ມູນຄ່າ 7,6 ລ້ານໂດລາສະຫະລັດ ຫຼື ປະມານ 65,27 ຕື້ກີບ.
(ແຫຼ່ງຂໍ້ມູນ: vientianemai.net)