ຊາວຫວຽດນາມ ອາໄສຢູ່​ເຊັກໂກ ​ສະໜັບສະໜູນ​ພີ່ນ້ອງ​ຮ່ວມ​ຊາດພາຍ​ໃນ​ປະ​ເທດ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ພາຍຸ

ຊາວຫວຽດນາມ ອາໄສຢູ່​ເຊັກໂກ ​ສະໜັບສະໜູນ​ພີ່ນ້ອງ​ຮ່ວມ​ຊາດພາຍ​ໃນ​ປະ​ເທດ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ພາຍຸ

ຍສໝ - ​ວັນ​ທີ 22 ຕຸລາ, ຢູ່​ນະຄອນຫຼວງ Prague, ສາທາລະນະ​ລັດ ເຊັກ​ໂກ, ​ໂດຍ​ພາຍໃຕ້​ການ​ເປັນ​ສັກຂີ​ພິຍານ​ຂອງ​ສະຖານທູດ, ສະຫະພັນ​ບັນດາ​ສະມາຄົມຊາວ​ຫວຽດນາມ ປະຈຳ ​ເຊັກ​ໂກ ​ໄດ້​ມອບ​ເງິນ 5,4 ຕື້​ດົ່ງ​ໃຫ້​ຜູ້ຕາງໜ້າ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ.

ປະເທດຍີ່ປຸ່ນ ສົ່ງສິນຄ້າຊ່ວຍເຫຼືອສຸກເສີນ ເພື່ອຊ່ວຍເຫຼືອຫວຽດນາມ ຜ່ານຜ່າຜົນ​ຮ້າຍຂອງພາຍຸນໍ້າຖ້ວມ.

ປະເທດຍີ່ປຸ່ນ ສົ່ງສິນຄ້າຊ່ວຍເຫຼືອສຸກເສີນ ເພື່ອຊ່ວຍເຫຼືອຫວຽດນາມ ຜ່ານຜ່າຜົນ​ຮ້າຍຂອງພາຍຸນໍ້າຖ້ວມ.

ຍສໝ - ວັນທີ 13 ຕຸລາ, ສິນຄ້າຊ່ວຍເຫຼືອດ່ວນຂອງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ສຳລັບປະຊາຊົນຫວຽດນາມທີ່ໄດ້ຮັບຜົນກະທົບຈາກພາວະພາຍຸນ້ຳຖ້ວມ ໄດ້ມາຮອດສະໜາມບິນນານາຊາດໂນ້ຍບາຍ, ພ້ອມສົ່ງຕໍ່ໄປທີ່ແຂວງບັກນິງ. ນີ້ແມ່ນຂະໜົມສິນຄ້າຊ່ວຍເຫຼືອສາກົນຊຸດທຳອິດໃນໄພພິບັດທີ່ຮ້າຍແຮງເທື່ອນີ້, ຊຶ່ງສະທ້ອນໃຫ້ເຫັນເຖິງມິດຕະພາບແລະການຊ່ວຍເຫຼືອທີ່ທັນເວລາຂອງລັດຖະບານ ແລະ ປະຊາຊົນຍີ່ປຸ່ນຕໍ່ຫວຽດນາມ.

GNI ຊ່ວຍເຫຼືອໃນການຜ່ານຜ່າຜົນກະທົບຈາກພາຍຸໝາຍເລກ 5 ທີ່ແຂວງຮາຕິ້ງ.

GNI ຊ່ວຍເຫຼືອໃນການຜ່ານຜ່າຜົນກະທົບຈາກພາຍຸໝາຍເລກ 5 ທີ່ແຂວງຮາຕິ້ງ.

ຍສໝ - ວັນທີ 15 ຕຸລາ ປີ 2025, ອົງການ GNI ໄດ້ມອບຊຸດການຊ່ວຍເຫຼືອເພື່ອຜ່ານຜ່າຜົນກະທົບຫຼັງຈາກພາຍຸໝາຍເລກ 5 (Kajiki) ໃຫ້ໂຮງຮຽນປະຖົມຊວນອຽນ, ບ້ານ ຕຽນດຽນ, ແຂວງ ຮາຕິ້ງ ດ້ວຍງົບປະມານລວມ 770 ລ້ານດົງ (ເທົ່າທຽມ 30.000 ໂດລາສະຫະລັດ) ແລະ ຊຸດວິທະຍາການວິທະຍາທານມູນຄ່າ 41,5 ລ້ານດົງ (ປະກອບມີເສື້ອ polo, ຫົວໜອນເດັກນ້ອຍ ແລະ ໄມ້ຕີຍຸງ).

Campaign for Tobacco-Free Kids (ອາເມລິກາ) ຊ່ວຍໃຫ້ເດັກນ້ອຍ 2.400 ຄົນ ໄດ້ຮຽນລອຍນໍ້າຢ່າງປອດໄພ

Campaign for Tobacco-Free Kids (ອາເມລິກາ) ຊ່ວຍໃຫ້ເດັກນ້ອຍ 2.400 ຄົນ ໄດ້ຮຽນລອຍນໍ້າຢ່າງປອດໄພ

ຍສໝ - ໂຄງການ “ໜູນຊ່ວຍການ​ຜັນ​ຂະຫຍາຍ​ບັນດາການຍື່ນມືຊ່ວຍຢ່າງມີປະສິດທິຜົນ ແລະ ຍືນຍົງ ເພື່ອປ້ອງກັນ, ຕ້ານເດັກນ້ອຍຈົມນ້ຳ” ໂດຍອົງການ Campaign for Tobacco-Free Kids, ອາເມລິກາ ໄດ້ອຸປະຖຳ ຈະຊ່ວຍໃຫ້ເດັກນ້ອຍ 2.400 ຄົນຢູ່ ຮ່າໂນ້ຍ ໄດ້ຮຽນລອຍນ້ຳຢ່າງປອດໄພ.

ChildCare Vietnam: ບ່ອນອີງໃຫ້ສຳລັບເດັກພິການ

ChildCare Vietnam: ບ່ອນອີງໃຫ້ສຳລັບເດັກພິການ

ຍສໝ - ຫງວຽນຈີກຽນ (ອາຍຸ 6 ປີ, ເມືອງ ຝູນິງ, ແຂວງ ກວ໋າງນາມ) ສາມາດກິນເຂົ້າເອງ, ທັກທາຍຄູສອນ ແລະ ຫຼິ້ນກັບໝູ່ເພື່ອນໄດ້. ນີ້​ແມ່ນ​ໝາກຜົນ​ແຫ່ງ​ການ​ສົມທົບ​ກັນ​ຢ່າງ​ກົມກຽວ​ ລະຫວ່າງ​ຄອບຄົວ, ຖັນແຖວຄູ​ສອນ ​ແລະ ບັນດາ​ຮູບ​ແບບ​ການ​ສຶກສາ​ພິ​ເສດ​ຂອງອົງການ ChildCare ຫວຽດນາມ (CCV).

ຊ່ວຍແຮງເພື່ອຟື້ນຟູເຂດນໍ້າຖ້ວມ

ຊ່ວຍແຮງເພື່ອຟື້ນຟູເຂດນໍ້າຖ້ວມ

ພາຍຫຼັງ​ພາຍຸ​ເລກ 3 ຜ່ານ​ມາ, ປະຊາຊົນ​ຢູ່​ເຂດ​ປະສົບ​ໄພ​ນ້ຳ​ຖ້ວມ​ທາງ​ພາກ​ເໜືອ​ ຫວຽດນາມ ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຢ່າງ​ທັນ​ການ ​ແລະ ລ້ຳຄ່າ​ຈາກ​ບັນດາ​ປະ​ເທດ, ອົງການ​ສາກົນ, ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ ​ແລະ ຊາວ ຫວຽດນາມ ອາໄສຢູ່​ຕ່າງປະ​ເທດ. ບັນດາຂອງຂວັນບັນເທົາທຸກສຸກເສີນ ແລະ ບັນດາການເຄື່ອນໄຫວຟື້ນຟູບໍ່ພຽງແຕ່ຊ່ວຍໃຫ້ປະຊາຊົນຜ່ານຜ່າຄວາມຫຍຸ້ງຍາກໃນເບື້ອງຕົ້ນເທົ່ານັ້ນ ຫາກຍັງສ້າງພື້ນຖານ ເພື່ອຄວາມໝັ້ນຄົງຊີວິດໃນໄລຍະຍາວອີກດ້ວຍ.

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ ລະດົມການຊ່ວຍເຫຼືອ​ປະຊາຊົນ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ພາຍຸ Yagi​

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ ລະດົມການຊ່ວຍເຫຼືອ​ປະຊາຊົນ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ພາຍຸ Yagi​

ຍສໝ - ໂດຍຕອບ​ສະໜອງ​ຄຳ​ຮຽກຮ້ອງ​ຂອງ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ ແລະ ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ, ໃນ​ວັນ​ທີ 18 ກັນຍາ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ ໄດ້​ຈັດ​ຕັ້ງລາຍການ​ບໍລິຈາກ​ເພື່ອ​ໜູນ​ຊ່ວຍ​ປະຊາຊົນທີ່​ໄດ້​ຮັບ​ຜົນ​ເສຍ​ຫາຍ​ຈາກ​ພາຍຸ​ເລກທີ 3 (Yagi), ດ້ວຍການ​ເຂົ້າ​ຮ່ວມ​ຂອງພະນັກງານທັງໝົດຂອງອົງການຜູ້ປະຈຳ ແລະ ບັນດາ​ອົງການ​ສະມາຊິກ​ຢູ່ສູນ​ກາງ ຢ່າງຕັ້ງໜ້າ.

ອົງການ UNICEF ຊ່ວຍເຫຼືອສຸກເສີນບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພະຍຸ Yagi

ອົງການ UNICEF ຊ່ວຍເຫຼືອສຸກເສີນບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພະຍຸ Yagi

ຍສໝ - ອົງການ UNICEF ໄດ້ສະໜອງອຸປະກອນໃນຂະແໜງນ້ຳເພື່ອໜູນຊ່ວຍບັນດາຄົວເຮືອນ, ໂຮງໝໍ, ຮາກຖານສາທາລະນະສຸກ ແລະ ໂຮງຮຽນຢູ່ບັນດາແຂວງທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກພາຍຸ Yagi.

ສຸມ​ທຸກກຳລັງ​ເພື່ອ​ຊ່ວຍ​ເຫຼືອ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ພະ​ຍຸລູກທີ 3

ສຸມ​ທຸກກຳລັງ​ເພື່ອ​ຊ່ວຍ​ເຫຼືອ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ພະ​ຍຸລູກທີ 3

ຍສໝ - ພາກ​ເໜືອ​ ຫວຽດນາມ ພວມ​ປະ​ເຊີນໜ້າກັບ​ສະພາບ​ຝົນຕົກນ້ຳຖ້ວນຢ່າງສັບສົນ, ເຮັດ​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ​ຕໍ່ຊີວິດອິນຊີ ​ແລະ ​ຊັບ​ສິນ. ບັນດາກຳລັງເຈົ້າທີ່ ໄດ້ຜັນຂະຫຍາຍການປະຕິບັດການກູ້​ໄພ​ຢ່າງ​ວ່ອງ​ໄວ ​ແລະ ໜູນ​ຊ່ວຍ​ປະຊາຊົນ​ຢູ່​ເຂດ​ປະສົບ​ໄພ​ຢ່າງ​ຮ້າຍ​ແຮງ​ຄື: ລາວກາຍ, ອຽນ​ບ໋າຍ, ກາວ​ບັງ... ຄວາມ​ມານະພະຍາຍາມປ້ອງ​ກັນ​ໄພ​ນ້ຳ​ຖ້ວມ ພວມ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ຮີບ​ດ່ວນ ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພໃຫ້ແກ່​ປະຊາຊົນ ​ແລະ ແກ້ໄຂຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ໄພ​ທຳ​ມະ​ຊາດ.

ແຂວງກວາງນາມ: ເພີ່ມທີ່ຢູ່ທີ່ໜ້າເຊື່ອຖືຂອງແມ່ຍິງ ແລະ ເດັກນ້ອຍພິການທີ່ຖືກໃຊ້ຄວາມຮຸນແຮງ

ແຂວງກວາງນາມ: ເພີ່ມທີ່ຢູ່ທີ່ໜ້າເຊື່ອຖືຂອງແມ່ຍິງ ແລະ ເດັກນ້ອຍພິການທີ່ຖືກໃຊ້ຄວາມຮຸນແຮງ

ຍສໝ - ສະຖາບັນຄົ້ນຄວ້າການພັດທະນາຊຸມຊົນ (ACDC) ຫາກໍ່ມອບເຮືອນ ບິ່ງມິງ ເຊິ່ງເປັນບ່ອນຢູ່ທີ່ໜ້າເຊື່ອຖື ແລະ ເປັນມິດຕໍ່ແມ່ຍິງພິການ ແລະ ເດັກຍິງທີ່ຖືກໃຊ້ຄວາມຮຸນແຮງຢູ່ ກວາງນາມ.

ພິຈາລະນາການຊ່ວຍເຫຼືອສຸກເສີນໃຫ້ 30 ທ້ອງຖິ່ນແກ້ໄຂຜົນຮ້າຍຈາກໄພທໍາມະຊາດ

ພິຈາລະນາການຊ່ວຍເຫຼືອສຸກເສີນໃຫ້ 30 ທ້ອງຖິ່ນແກ້ໄຂຜົນຮ້າຍຈາກໄພທໍາມະຊາດ

ຍສໝ - ຕອນບ່າຍວັນທີ 23 ຕຸລາ, ຢູ່ສໍານັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫງຽດນາມ ເລມີງຄາຍ ໄດ້ປະຊຸມກັບບັນດາກະຊວງ, ຂະແໜງການກ່ຽວກັບການໜູນຊ່ວຍສຸກເສີນເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ ແລະ ດິນເຈື່ອນຢູ່ບັນດາແຂວງພາກກາງ, ເຂດພູດອຍພາກກາງ, ເຂດພູດອຍທາງພາກເໜືອ ຫວຽດນາມ,...

ພະນັກງານ, ນັກຮົບຫຼາຍພັນຄົນໄປໜູນຊ່ວຍນະຄອນໂຮ່ຈີມິນ ປ້ອງກັນ, ຕ້ານພະຍາດໂຄວິດ-19

ພະນັກງານ, ນັກຮົບຫຼາຍພັນຄົນໄປໜູນຊ່ວຍນະຄອນໂຮ່ຈີມິນ ປ້ອງກັນ, ຕ້ານພະຍາດໂຄວິດ-19

ກອງພົນ 5 (ທະຫານເຂດ 7) ໄດ້ຈັດສົ່ງພະນັກງານ, ນັກຮົບຫຼາຍພັນຄົນໄປໜູນຊ່ວຍນະຄອນໂຮ່ຈີມິນ ປ້ອງກັນ, ຕ້ານພະຍາດໂຄວິດ-19 ໃນໄລຍະຜ່ານມາ.

ຕັ້ງໜ້າຊ່ວຍເຫຼືອຊາວປະມົງເພື່ອໃຫ້ຊາວປະມົງອຸ່ນອ່ຽນໃຈອອກໄປຫາປາໄກຝັ່ງ

ຕັ້ງໜ້າຊ່ວຍເຫຼືອຊາວປະມົງເພື່ອໃຫ້ຊາວປະມົງອຸ່ນອ່ຽນໃຈອອກໄປຫາປາໄກຝັ່ງ

ໃນຊຸມວັນນີ້, ບັນດາກົມກອງຕໍາຫຼວດທະເລຫວຽດນາມ ທັງເຮັດໜ້າທີ່ປະຕິບັດກົດໝາຍວ່າດ້ວຍທະເລ, ທັງຮ່ວມແຮງຮ່ວມໃຈປ້ອງກັນ, ຕ້ານພະຍາດໂຄວິດ-19, ຕັ້ງໜ້າຊ່ວຍເຫຼືອຊາວປະມົງເພື່ອໃຫ້ຊາວປະມົງອຸ່ນອ່ຽນໃຈອອກໄປຫາປາໄກຝັ່ງ…

ໂລກລະບາດໂຄວິດ - 19: ລາວ ຕີ​ລາ​ຄາ​ສູງ​ຕໍ່​ການ​ຊ່ວຍ​ເຫຼືອ​ຂອງ​ຄະ​ນະ​ນັກ​ຊ່ຽວ​ຊານ​ດ້ານ​ສາ​ທາ​ລະ​ນະ​ສຸກ ຂອງ ຫວຽດ​ນາມ

ໂລກລະບາດໂຄວິດ - 19: ລາວ ຕີ​ລາ​ຄາ​ສູງ​ຕໍ່​ການ​ຊ່ວຍ​ເຫຼືອ​ຂອງ​ຄະ​ນະ​ນັກ​ຊ່ຽວ​ຊານ​ດ້ານ​ສາ​ທາ​ລະ​ນະ​ສຸກ ຂອງ ຫວຽດ​ນາມ

ຍສໝ - ທ່ານຮອງນາຍົກລັດຖະມົນຕີ ລາວ ກິແກ້ວ ໄຂຄຳພິທຸນ ໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອຢ່າງທັນການ ແລະ ມີປະສິດທິຜົນຂອງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໂດຍບໍ່ພຽງແຕ່ໃຫ້ການໜູນຊ່ວຍທາງດ້ານການເງິນ ແລະ ວັດຖຸອຸປະກອນການແພດໃຫ້ແກ່ ລາວ ເທົ່ານັ້ນ, ຫາກຍັງສົ່ງຄະນະນັກຊ່ຽວຊານມາຊ່ວຍ ລາວ ໃນໄລຍະເວລາ ທີ່ລາວ ພວມປະເຊີນໜ້າກັບການແຜ່ລະບາດຮອບໃໝ່ຂອງໂລກລະບາດໂຄວິດ - 19 ຢ່າງຮ້າຍແຮງ.

ຫວຽດນາມ ມອບເຄື່ອງຊ່ວຍຫຼືອໃຫ້ແກ່ກໍາລັງປະກອບອາວຸດ ແລະປະຊາຊົນ ລາວ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸນໍ້າຖ້ວມ

ຫວຽດນາມ ມອບເຄື່ອງຊ່ວຍຫຼືອໃຫ້ແກ່ກໍາລັງປະກອບອາວຸດ ແລະປະຊາຊົນ ລາວ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸນໍ້າຖ້ວມ

ຍສໝ - ຍ້ອນພາຍຸນໍ້າຖ້ວມແກ່ຍາວໃນໄລຍະຜ່ານມາ, ບັນດາບໍລິເວນຕິດກັບຊາຍແດນຂອງແຂວງສາລະວັນ ແລະເຊກອງ ສປປ.ລາວ ກໍ່ໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງ. ເສັ້ນທາງຫຼາຍເສັ້ນຖືກເປ່ເພ, ການຈາລະຈອນຖືກຕັດຂາດ, ສະນັ້ນ, ການດໍາລົງຊີວິດຂອງປະຊາຊົນຈຶ່ງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ.

ສະຖານທູດຫວຽດນາມປະຈຳ ກຳປູເຈຍ ຢ້ຽມຢາມບັນດາຄອບຄົວຊາວຫວຽດນາມ ປະສົບສະພາບການທີ່ຫຍຸ້ງຍາກ

ສະຖານທູດຫວຽດນາມປະຈຳ ກຳປູເຈຍ ຢ້ຽມຢາມບັນດາຄອບຄົວຊາວຫວຽດນາມ ປະສົບສະພາບການທີ່ຫຍຸ້ງຍາກ

ຍສໝ - ຜູ້ຕາງໜ້າສະຖານທູດໄດ້ມອບອາຫານທີ່ຈຳເປັນໃຫ້ແກ່ພໍ່ແມ່ປະຊາຊົນ;  ພ້ອມດຽວກັນນັ້ນກໍ່ໄດ້ແຈ້ງການມາໃຫ້ແກ່ພໍ່ແມ່ປະຊາຊົນກ່ຽວກັບການຕິດຕໍ່ພົວພັນກັບສາຂາສະມາຄົມໃນທ້ອງຖິ່ນ ແລະ ສະຖານທູດ ເພື່ອຂໍຄວາມຊ່ວຍເຫລືອໃນການປ່ຽນອາຊີບ.    

ເອກອັກຄະລັດຖະທູດກາຕາປະຈຳ ຫວຽດນາມ ໄດ້ມອບຂອງຂວັນມີມູນຄ່າ 100 ລ້ານດົ່ງ ໃຫ້ສູນປົກປ້ອງສັງຄົມ 3, ນະຄອນຫຼວງຮ່າໂນ້ຍ

ເອກອັກຄະລັດຖະທູດກາຕາປະຈຳ ຫວຽດນາມ ໄດ້ມອບຂອງຂວັນມີມູນຄ່າ 100 ລ້ານດົ່ງ ໃຫ້ສູນປົກປ້ອງສັງຄົມ 3, ນະຄອນຫຼວງຮ່າໂນ້ຍ

ຍສໝ - ຕອນເຊົ້າວັນທີ 28 ພຶດສະພາ, ທີ່ຮ່າໂນ້ຍ, ທ່ານເອກອັກຄະລັດຖະທູດກາຕາປະຈຳ ຫວຽດນາມໄດ້ມາຢ້ຽມຢາມ ແລະ ມອບຂອງຂວັນ ທີ່ມີມູນຄ່າ 100 ລ້ານດົ່ງ ໃຫ້ແກ່ສູນປົກປ້ອງສັງຄົມ 3, ເມືອງມຽວຍາ, ໄຕໂໝ, ນາມຕື່ລຽມ, ຮ່າໂນ້ຍ.    

ສະຫະພັນບັນດາອົງການມິດຕະພາບ ເກີ່ນເທີ  ໄດ້ລະດົມເງິນຊ່ວຍເຫຼືອ ຈຳນວນ 3 ລ້ານໂດລາສະຫະລັດໃຫ້ແກ່ແຂວງໃນໄລຍະ 5 ປີ

ສະຫະພັນບັນດາອົງການມິດຕະພາບ ເກີ່ນເທີ ໄດ້ລະດົມເງິນຊ່ວຍເຫຼືອ ຈຳນວນ 3 ລ້ານໂດລາສະຫະລັດໃຫ້ແກ່ແຂວງໃນໄລຍະ 5 ປີ

ຍສໝ - ສະຫະພັນ ເກີ່ນເທີ  ໄດ້ຮ່ວມມືກັບຫຼາຍກວ່າ 40 ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ  ເພື່ອຈັດຕັ້ງປະຕິບັດປະມານ 45 ໂຄງການ, ໂຄງການ ດ້ວຍການລະດົມທຶນທັງໝົດ 3 ລ້ານໂດລາສະຫະລັດ.    

ທະຫານຊາຍແດນຫວຽດນາມ ໄດ້ມອບສິ່ງທີ່ຈຳເປັນ ໃຫ້ແກ່ທະຫານຊາຍແດນປະເທດລາວ ເພື່ອຕໍ່ຕ້ານ COVID-19.

ທະຫານຊາຍແດນຫວຽດນາມ ໄດ້ມອບສິ່ງທີ່ຈຳເປັນ ໃຫ້ແກ່ທະຫານຊາຍແດນປະເທດລາວ ເພື່ອຕໍ່ຕ້ານ COVID-19.

ຍສໝ - ວັນທີ 15 ພຶດສະພາ, ຢູ່ດ່ານຊາຍແດນສາກົນ ເກົ່າແຈວ, ແຂວງຮ່າຕິ້ງ, ກອງບັນຊາການທະຫານຊາຍແດນຫວຽດນາມ ໄດ້ຈັດຕັ້ງການມອບເຄື່ອງຊ່ວຍເຫຼືອ ປະກອບມີ:  ຜ້າບັງປາກ 30.000 ແຜ່ນ, ນໍ້າຢາລ້າງມື 1.500 ຂວດ, ເຄື່ອງນຸ່ງປ້ອງກັນການລະບາດ 3,000 ຊຸດ , ເຂົ້າສານ 3  ໂຕນ ແລະ ໝີ່ສໍາເລັດຮູບຈຳນວນ 150 ກ່ອງ ສຳລັບປະເທດລາວ.

ອາເມລິກາ ຊ່ວຍເຫຼືອ ຫວຽດນາມ 9,5 ລ້ານ USD ເພື່ອຄວບຄຸມໂລກລະບາດໂຄວິດ-19

ອາເມລິກາ ຊ່ວຍເຫຼືອ ຫວຽດນາມ 9,5 ລ້ານ USD ເພື່ອຄວບຄຸມໂລກລະບາດໂຄວິດ-19

ຍສໝ - ອີງຕາມແຈ້ງການໃນເວບໄຊ ຂອງກະຊວງການຕ່າງປະເທດ ອາເມລິກາ ໃນວັນທີ 1 ພຶດສະພາ, ປະເທດ ອາເມລິກາ ໄດ້ຢືນຢັນວ່າ, ຫວຽດນາມຈະໄດ້ຮັບເງິນຊ່ວຍເຫຼືອຈຳນວນເກືອບ 9,5 ລ້ານໂດລາ ເພື່ອຕອບສະໜອງຕໍ່ການລະບາດຂອງພະຍາດ Covid-19, ປະກອບມີ 5 ລ້ານໂດລາສົ່ງໃຫ້ກອງທຶນສະໜັບສະໜູນດ້ານເສດຖະກິດ.

1 2