ງານວັນລາວ ຈັດຂຶ້ນ ທີ່ນະຄອນໂຮ່ຈີ່ມິງ ຢ່າງຄຶກຄື້ນ

22:48 | 08/09/2018

ໃນຄືນວັນທີ 7 ກັນຍາ 2018 ເພື່ອເປັນການໂຄສະນາສິລະປະວັດທະນະທຳ ແລະ ການທ່ອງທ່ຽວຂອງລາວ ໃຫ້ຊາວຫວຽດນາມ ແລະ ຕ່າງປະເທດ ຮັບຮູ້ ປີທ່ອງທ່ຽວລາວ 2018 ຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ງານວັນລາວ ໄດ້ຈັດ ງານວັນລາວ ທີ່ງານວາງສະແດງ ITE ຢູ່ ນະຄອນໂຮ່ຈີມິງ 2018 ສສ ຫວຽດນາມ.

ງານວັນລາວ ຈັດຂຶ້ນ ທີ່ນະຄອນໂຮ່ຈີ່ມິງ ຢ່າງຄຶກຄື້ນ

ງານວັນລາວ ຈັດຂຶ້ນໃນງານ ວາງສະແດງ ITE ຢູ່ ນະຄອນໂຮ່ຈີມິງ 2018 ສສ ຫວຽດນາມ.

ງານວັນລາວ ຈັດຂຶ້ນໃນໂອກາດງານ ວາງສະແດງ ITE ນະຄອນໂຮ່ຈີມິງ 2018 ສສ ຫວຽດນາມ ໃນຄືນວັນທີ 7 ກັນຍາ 2018 ເພື່ອເປັນການໂຄສະນາສິລະປະວັດທະນະທຳ ແລະ ການທ່ອງທ່ຽວຂອງລາວ ໃຫ້ຊາວຫວຽດນາມ ແລະ ຕ່າງປະເທດທີ່ເຂົ້າຮ່ວມງານດັ່ງກ່າວ ໄດ້ຮັບຮູ້ ໃນໂອກາດປີທ່ອງທ່ຽວລາວ 2018 ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີບັນດາຜູ້ຕາງ ໜ້າ ຈາກ ກຳປູເຈຍ, ມຽນມາ, ໄທ ແລະ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂອງລາວເຂົ້າຮ່ວມຢ່າງຫລວງຫລາຍ.

ໃນໂອກາດກ່າວໄຂງານວັນລາວ, ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ກ່າວສະແດງຄວາມຕ້ອນຮັບ ບັນດາແຂກທີ່ມີກຽດ ທີ່ເຂົ້າຮ່ວມງານ, ສະແດງຄວາມຊົມເຊີຍຄະນະ ຮັບຜິດຊອບ ຈັດຕັ້ງພິທີທັງສອງຝ່າຍ ລາວ-ຫວຽດນາມ ທີ່ໄດ້ເອົາໃຈໃສ່ຮ່ວມມືກັນສະໜິດແໜ້ນ ແລະ ມີປະສິດທິຜົນ ເຮັດໃຫ້ງານວັນລາວ ຈັດຂຶ້ນຢ່າງສົມກຽດ ແລະ ສະຫງ່າຜ່າເຜີຍ ເພື່ອສ້າງບັນຍາກາດອັນຄຶກຄື້ນມ່ວນຊື່ນ ເຕັມໄປດ້ວຍໄມ ຕີຈິດ ມິດຕະພາບຖານອ້າຍນ້ອງ ລະຫວ່າງ ລາວ-ຫວຽດນາມ, ປະກອບສ່ວນເຂົ້າໃນວາງສະແດງ ໄອທີອີ ໂຮ່ຈີມິງ 2018, ທັງເປັນການໂຄສະນາສົ່ງເສີມການທ່ອງທ່ຽວລາວ 2018 ໃຫ້ກວ້າງຂວາງຂຶ້ນຕື່ມ, ໂດຍຜ່ານລາຍການສະແດງ ສິລະປະ ວັດທະນະ ທຳ ແລະ ຮີດຄອງປະເພນີຂອງລາວ ທີ່ເປັນເອກະລັກອັນດີງາມຂອງປະຊາຊົນລາວບັນດາເຜົ່າ.

ງານຄັ້ງນີ້ຈັດຂຶ້ນພາຍຫລັງ ສປປ ລາວ ໄດ້ປະກາດເປັນທາງການໃຫ້ປີ 2018 ເປັນປີທ່ອງທ່ຽວລາວ, ພາຍໃຕ້ຄຳຂວັນ ທ່ອງທ່ຽວເມືອງລາວ ຮຽນຮູ້ປະຫວັດສາດ, ຊື່ນຊົມທຳມະຊາດ ແລະ ອະນະນຸລັກສົ່ງເສີມວັດທະນະທຳ; ໃນໄລຍະ 6 ເດືອນຕົ້ນປີນີ້ ມີນັກທ່ອງທ່ຽວເຂົ້າມາລາວ 2,1 ລ້ານເທື່ອຄົນ, ເພີ່ມຂຶ້ນ 6% ທຽບໃສ່ໄລຍະດຽວກັນປີ2017.

ງານວັນລາວຄັ້ງນີ້ ມີການສະແດງສິລະປະວັນນະຄະດີ ລາຍການຕ່າງໆອັນສະທ້ອນເຖິງ ວັດທະນະທຳ, ຮີດຄອງປະເພນີອັນດີງາມ ແລະ ເປັນການເຊີນຊວນທ່ອງທ່ຽວລາວ ໄປພ້ອມໆກັນ. ງານຄັ້ງນີ້ໄດ້ດຳເນີນໄປດ້ວຍບັນຍາກາດມ່ວນຊື່ນ ແຕ່ຕົ້ນຕະຫລອດປາຍ ເຊິ່ງໄດ້ຮັບຄວາມສົນ ໃຈຈາກຜູ້ເຂົ້າຮ່ວມງານ ໄອທີອີ ເປັນຢ່າງດີ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.