ຊຸກຍູ້ການຮ່ວມມືຂອງອາຊຽນກັບບັນດາອົງການການຄ້າ - ພັດທະນາຂອງ ອະເມຣີກາ ແລະ ທະນາຄານ Eximbank.

16:40 | 04/03/2020

ຍສໝ - ເມື່ອບໍ່ດົນມານີ້, ທ່ານນາງ ເອກອັກຄະລັດຖະທູດ ຮ່າກີມຫງອກ ແລະ ບັນດາເອກອັກຄະລັດຖະທູດອາຊຽນຢູ່ Washington DC ໄດ້ເຮັດວຽກກັບຮັກສາການແທນຜູ້ອຳນວຍການຂອງອົງການການຄ້າ ແລະ ພັດທະນາອະເມຣີກາ (USTDA) ທ່ານ Thomas Hardy ແລະ ປະທານທະນາຄານ Export - Import bank (Eximbank) ທ່ານ Kimberly Reed.

ໃນຕອນເຮັດວຽກເກີດຂຶ້ນວັນທີ 28 ເດືອນກຸມພາ ທ່ານ ເອກອັກຄະລັດຖະທູດ ຮ່າກີມຫງອກ ໄດ້ຕີລາຄາສູງສາຍພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ອາເມຣີກາ, ພ້ອມກັນນັ້ນໃຫ້ຮູ້ວ່າຫວຽດນາມຖືເປັນສຳຄັນສາຍພົວພັນຄູ່ຮ່ວມມືຫຼາຍຝ່າຍກັບອາເມຣີກາ. ຫວຽດນາມຫວັງວ່າຈະມີຫຼາຍໂຄງການຮ່ວມມືເພື່ອຊຸກຍູ້ສາຍພົວພັນ ອາເມຣີກາ - ອາຊຽນ ແລະ ເພື່ອການສັນຕິພາບ, ໝັ້ນຄົງ, ຮ້ວມມື ແລະ ພັດທະນາຢູ່ໃນເຂດ.

ທ່ານເອກອັກຄະລັດທະທູດໄດ້ພິຈາລະນາເຖິງບັນດາດ້ານທີ່ໄດ້ບູຣີມະສິດຂອງອາຊຽນ ແລະ ຫວຽດນາມຄື: ພັດທະນາພື້ນຖານໂຄງລ່າງພະລັງງານ, ຄົມມະນາຄົມຂົນສົ່ງ, ກະສິກຳ, ສາທາລະນະສຸກ. ເອກອັກຄະລັດຖະທູດ ຮ່າກີມຫງອກ ກໍ່ຮຽກຮ້ອງບັນດາອົງການຂອງອາເມຣີກາ ສ້າງສາຍຸດທະສາດການຮ່ວມມືຮ່ວມທີ່ມີວິໄສທັດ, ຈຸດປະສົງ, ແລະ ຮັບປະກັນກຳນົດໄລຍະຍາວໃນເຂດອາຊຽນ ແລະ ຖືອາຊຽນເປັນຄູຮ່ວມມືທີ່ບູຣີມະສິດ; ເພີ່ມທະວີການປຶກສາ ແລະ ຟັງຄວາມຄິດເຫັນຂອງບັນດາຄູ່ຮ່ວມມືຢູ່ໃນເຂດ; ເພີ່ມທະວີໜູນຊ່ວຍການອົບຮົມກຳລັງຄົນ, ໜູນຊ່ວຍເຕັກນິກ ແລະ ຕິດພັນກັນບັນດາແຜນການ, ນະໂຍບາຍການຮ່ວມມືກ່ຽວກັບການພັດທະນາພື້ນໂຄງລ່າງຂອງອາຊຽນ.

ຊຸກຍູ້ການຮ່ວມມືຂອງອາຊຽນກັບບັນດາອົງການການຄ້າ - ພັດທະນາຂອງ ອະເມຣີກາ ແລະ ທະນາຄານ Eximbank.

ທັດສະນີຍະພາບກອງປະຊຸມເຮັດວຽກ. (ພາບ: baoquocte)

ໃນເຫດການ, ເອກອັກຄະລັດຖະທູດບັນດາປະເທດອາຊຽນຊົມເຊີຍບົດບາດຂອງ USTDA ແລະ Eximbank ໃນການຊຸກຍູ້ຮ່ວມມືໃນເຂດ, ພ້ອມກັນແບ່ງປັນບັນດາຄວາມບູຣີມະສິດຂອງຕົນເອງໃນການພັດທະນາພື້ນໂຄງລ່າງ. ທ່ານ ໂທມາດສ ຮາຣີ ໄດ້ສະແດງຄວາມຂອບໃຈ ແລະ ຮອງຮັບການຕັ້ງຂໍ້ສະເໜີ ແລະ ຄວາມປະກອບຂອງຫວຽດນາມ ແລະ ຄວາມຄິດເຫັນຂອງບັນດາປະເທດອາຊຽນອື່ນ. USTDA ຊົມເຊີຍບັນດາປະເທດອາຊຽນແບ່ງປັນບັນດາຄວາມບູຣີມະສິດຂອງຕົນເອງໃນດ້ານທີ່ລະອຽດ ແລະ ຢາກໄດ້ອາຊຽນໜູນຊ່ວຍ, ສົມທົບກັນຈັດຕັ້ງເວທີວິສາຫະກິດ ອີນເດຍ - ປາຊີຟິກ ຄາດຄະເນຈະເກີດຂຶ້ນໃນເດືອນພະຈິກ ຢູ່ຮ່າໂນ້ຍ.

ໃນຂອບເຂດຈຳກັດຂອງຕອນເຮັດວຽກ, ປະທານທະນາຄານ Eximbank ທ່ານ ກີມເບີລີ ແຣດ ໄດ້ສົ່ງຂ່າວເຖີງເອກອັກຄະລັດຖະທູດບັນດາປະເທດອາຊຽນ ກ່ຽວກັບບັນດາໂອກາດການເງີນສຳລັບເຂດເອກະຊົນຜ່ານຮູບແບບປ່ອຍເງີນກູ້ໂດຍກົງ, ປ່ອຍເງີນກູ້ຮັບປະກັນ, ສິນເຊື່ອສົ່ງອອກໃຫ້ບັນດາວິສາຫະກິດຂະໜາດນ້ອບ. Eximbank ຢາກຊຸກຍູ້ບັນດາບໍລິສັດຂອງອາເມຣີກາສົ່ງອອກຜະລິດຕະພັນທີ່ມີຄຸນນະພາບສູງໃນດ້ານສະຕິປັນຍາທຽມ, ເຕັກໂນໂລຢີ ຊີວະພາບ, ອຸປະກອນໂທລະຄົມມະນາ ຄົມບໍ່ມີສາຍ, ເຕັກໂນໂລຢີ 5G, ເຕັກໂນໂລຢີໃນບໍລິການການເງິນ, ພະລັງງານໃໝ່ ແລະ ອື່ນໆ.

ທ່ານ ກີມເບີລີ ແຣດ ໄດ້ຢັ້ງຢືນວ່າ Eximbank ພ້ອມສະເໝີກັບ USTDA ຊອກຫາ ແລະ ເພີ່ມທະວີຮ່ວມມືກັບອາຊຽນໃນບັນດາດ້ານບູຣີມະສິດດັ່ງກ່າວ. ປະທານທະນາຄານ Eximbank ກໍ່ສະແດງຄວາມຂອບໃຈຫວຽດນາມ, ໃນບົດບາດເປັນປະທານອາຊຽນ 2020 ໄດ້ມີບັນດາຂໍ້ສະເໜີທີ່ເໝາະສົມເພື່ອຊຸກຍູ້ຮ່ວມມືລະຫວ່າງ ອາຊຽນ ແລະ Eximbank, USTDA.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.