ສະກັດກັ້ນ COVID-19 ຢ່າງສຳເລັດຜົນ, ຫວຽດນາມ ເພີ່ມທະວີການດຶງດູດນັກລົງທຶນສາກົນ

15:26 | 22/06/2020

ຍສໝ - ເມື່ອບໍ່ດົນມານີ້, ສະຖາບັນອາຊີ - Scotland (Asia Scotland Institute) ຂອງປະເທດອັງກິດ ໄດ້ຈັດຕັ້ງກອງປະຊຸມ ສຳມະນາທາງອອນລາຍ ພາຍໃຕ້ຫົວຂໍ້ວ່າ "ຜົນສຳເລັດຂອງຫວຽດນາມ ໃນການສະກັດກັ້ນໂລກລະບາດ COVID-19, ພື້ນຖານເສດຖະກິດ ແລະ ໂອກາດຂອງຫວຽດນາມ ຫຼັງຈາກການລະບາດຂອງພະຍາດ COVID-19”.

ສະກ ດກ ນ covid 19 ຢ າງສຳເລ ດຜ ນ ຫວຽດນາມ ເພ ມທະວ ການດ ງດ ດນ ກລ ງທ ນສາກ ນ ຫວຽດ​ນາມ - ຍີ່​ປຸ່ນ: ຍູ້​ແຮງ​ການ​ຮ່ວມ​ມື​ສອງ​ຝ່າຍ​ພາຍຫຼັງ ໂລກ​ລະ​ບາດ Covid – 19
ສະກ ດກ ນ covid 19 ຢ າງສຳເລ ດຜ ນ ຫວຽດນາມ ເພ ມທະວ ການດ ງດ ດນ ກລ ງທ ນສາກ ນ ໄລ​ຍະຫຼັງ Covid - 19 ​ຖື​ເສດ​ຖ​ະ​ກິດ​ຂຽວ​ເປັນ​ກຳ​ລັງ​ໜູນ​ພັດ​ທະ​ນາ

ກອງປະຊຸມສຳມະນາດັ່ງກ່າວ ໄດ້ດຶງດູດຄວາມສົນໃຈ ແລະ ການເຂົ້າຮ່ວມການຕິດຕາມກວດກາທາງຫ່າງໄກຂອງຜູ້ຊົມ, ຜູ້ຟັງຈຳນວນປະມານ 70 ຄົນ ເຊິ່ງແມ່ນນັກລົງທຶນສ່ວນບຸກຄົນ ແລະ ຜູ້ຕາງໜ້າ ມະຫາວິທະຍາໄລອັງກິດ, ກອງທຶນລົງທຶນ ແລະ ວິສາຫະກິດ ພ້ອມດ້ວຍກຸ່ມວິສາຫະກິດໃນຂົງເຂດການປຶກສາ, ສາທາລະນະສຸກ ແລະ ເຕັກໂນໂລຢີ.

ສະກ ດກ ນ covid 19 ຢ າງສຳເລ ດຜ ນ ຫວຽດນາມ ເພ ມທະວ ການດ ງດ ດນ ກລ ງທ ນສາກ ນ
ປີ 2020, ຫວຽດນາມ ໄດ້ຄາດຄະເນວ່າ ຈະແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດເຕີບໂຕໃນພາກພື້ນ. (ພາບ: baodautu)

ເນື້ອໃນທີ່ຜູ້ເຂົ້າຮ່ວມມີຄວາມສົນໃຈທີ່ສຸດກ່ຽວກັບບັນດາບັນຫາ, ຄື: ບົດຮຽນທີ່ປະສົບຜົນສຳເລັດຂອງຫວຽດນາມໃນການສະກັດກັ້ນການລະບາດຂອງພະຍາດ COVID-19; ສະພາບພື້ນຖານເສດຖະກິດ ແລະ ທິດທາງນະໂຍບາຍຂອງຫວຽດນາມ ໃນປະຈຸບັນ ໃນການຟື້ນຟູ ແລະ ພັດທະນາເສດຖະກິດຫຼັງຈາກການລະບາດພະຍາດ COVID-19; ທັດສະນະ, ນະໂຍບາຍການຕ່າງປະເທດ ແລະ ບົດບາດຂອງຫວຽດນາມໃນພາກພື້ນ ແລະ ໃນທົ່ວໂລກ ເພື່ອຮັກສາສະພາບແວດລ້ອມສັນຕິພາບ ແລະ ໝັ້ນຄົງ; ກາລະໂອກາດການລົງທຶນ ແລະ ການຮ່ວມມືດ້ານການຄ້າລະຫວ່າງ ຫວຽດນາມ ແລະ ອັງກິດເວົ້າລວມ ແລະ Scotland ເວົ້າສະເພາະ…

ບັນດາຜູ້ເຂົ້າຮ່ວມໄດ້ສະແດງຄວາມປະທັບໃຈເປັນພິເສດຕໍ່ບັນດາຂໍ້ມູນທີ່ໄດ້ແບ່ງປັນໃນກອງປະຊຸມສຳມະນາ ກ່ຽວກັບຜົນສຳເລັດຂອງຫວຽດນາມ ໃນການຕອບໂຕ້ຕໍ່ໂລກລະບາດ, ເມື່ອຫວຽດນາມມີພຽງແຕ່ກໍລະນີຕິດ​ເຊື້ອພະຍາດ COVID-19 ຈຳນວນ 340 ຄົນ ແລະ ບໍ່ມີຜູ້ເສຍຊີວິດ.

ທ່ານ ເຈີນງອກແອັງ - ນັກປາຖະກະຖາ, ເອກອັກຄະລັດຖະທູດຫວຽດນາມ ປະຈຳປະເທດອັງກິດ ໄດ້ເນັ້ນໜັກວ່າ ບົດຮຽນທີ່ປະສົບຜົນສຳເລັດຂອງຫວຽດນາມ ໃນການຕອບໂຕ້ຕໍ່ການລະບາດຂອງພະຍາດ COVID-19 ແລະ ການດຶງດູດນັກລົງທຶນສາກົນທີ່ກຳລັງຊອກຫາຈຸດໝາຍທີ່ໝັ້ນຄົງດ້ານການເມືອງ, ດ້ວຍຄວາມຕັດສິນໃຈ ແລະ ຄວາມເປັນເອກະພາບລະຫວ່າງລັດຖະບານ ແລະ ປະຊາຊົນ.

ໃນການສົນທະນາ, ບັນດາຜູ້ເຂົ້າຮ່ວມກ່າວວ່າ ຫວຽດນາມ ໄດ້ຮັບການຕີລາຄາສູງໃນການສືບຕໍ່ນຳເອົາໂອກາດການລົງທຶນ ແລະ ການຮ່ວມມືຕັ້ງໜ້າກັບວິສາຫະກິດ ແລະ ອົງການຈັດຕັ້ງຕ່າງໆຂອງປະເທດອັງກິດໃນຂົງເຂດການສຶກສາ (ການຝຶກອົບຮົມພາສາອັງກິດ, ເຕັກໂນໂລຢີ, ມະຫາວິທະຍາໄລ ແລະ ພາຍຫຼັງການຈົບປະລິນຍາຕີ), ພະລັງງານສ້າງໃໝ່, ພັດທະນາພື້ນຖານໂຄງລ່າງ, ສາທາລະນະສຸກ…

ທ່ານ ເຈີນງອກແອັງ - ນັກປາຖະກະຖາ, ເອກອັກຄະລັດຖະທູດຫວຽດນາມ ໃຫ້ຮູ້ວ່າ ກອງປະຊຸມສຳມະນາແມ່ນໜຶ່ງໃນບັນດາການເຄື່ອນໄຫວ ເຊິ່ງສະຖານທູດຫວຽດນາມປະຈຳອັງກິດ ໄດ້ຮ່ວມມືຢ່າງແໜ້ນແຟ້ນກັບບັນດາອົງການຈັດຕັ້ງຢູ່ປະເທດອັງກິດ ເພື່ອຊຸກຍູ້ ແລະ ເພີ່ມທະວີການຮ່ວມມືລະຫວ່າງສອງປະເທດ, ເອົາຊະນະຜົນກະທົບທີ່ເກີດຈາກການລະບາດຂອງພະຍາດ COVID-19, ໃນສະພາບການການພົວພັນທີ່ເຂັ້ມແຂງລະຫວ່າງສອງປະເທດໃນຊຸມປີມໍ່ໆມານີ້.

ສະກ ດກ ນ covid 19 ຢ າງສຳເລ ດຜ ນ ຫວຽດນາມ ເພ ມທະວ ການດ ງດ ດນ ກລ ງທ ນສາກ ນ ພິທີມອບຮັບຈົດໝາຍທາງການທີ່ປະກາດ ຫວຽດນາມໃຫ້ສັດຕະຍາບັນ EVFTA ແລະ EVIPA ໃຫ້ ເອກອັກຄະລັດຖະທູດ EU

ຍສໝ - ຕອນບ່າຍວັນທີ 18 ມິຖຸນາ ທີ່ຮ່າໂນ້ຍ, ທ່ານບຸ່ຍແທງເຊີນ - ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ມອບຈົດໝາຍທາງການທີ່ປະກາດ ປະເທດຫວຽດນາມໃຫ້ສັດຕະຍາບັນ EVFTA ແລະ EVIPA ໃຫ້ທ່ານເອກອັກຄະລັດຖະທູດ ສະຫະພາບເອີຣົບ.

ສະກ ດກ ນ covid 19 ຢ າງສຳເລ ດຜ ນ ຫວຽດນາມ ເພ ມທະວ ການດ ງດ ດນ ກລ ງທ ນສາກ ນ ຫວຽດນາມ ໄດ້ຮຽກຮ້ອງທົ່ວໂລກຈົ່ງແບ່ງປັນຄວາມຫຍຸ້ງຍາກ ແລະ ມີຄວາມຮັບຜິດຊອບສຳຫຼັບຄົນລີ້ໄພ

ຍສໝ - ວັນທີ 18 ມິຖຸນານີ້, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມອອນລາຍເພື່ອຮັບຟັງການລາຍງານຂອງ ທ່ານ Filippo Grandi - ຫົວໜ້າກົມຮັບຜິດຊອບສຳຫຼັບຄົນລີ້ໄພ ຂອງ ສະຫະປະຊາຊາດ. ໃນກອງປະຊຸມ, ຫວຽດນາມ ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນ ຕ້ອງການສຸມໃສ່ບັນດາວິທີການແກ້ໄຂ ເພື່ອຖືປະຊາຊົນເປັນຈຸດໃຈກາງ ແລະ ມີຄວາມຮັບຜິດຊອບສຳຫຼັບຄົນລີ້ໄພ.

ສະກ ດກ ນ covid 19 ຢ າງສຳເລ ດຜ ນ ຫວຽດນາມ ເພ ມທະວ ການດ ງດ ດນ ກລ ງທ ນສາກ ນ ຫວຽດນາມ ນຳສົ່ງພົນລະເມືອງ ຈຳນວນ 266 ຄົນ ຈາກປະເທດ ຄູເວດ, ກາຕາ ແລະ ອີຢີບ ກັບຄືນປະເທດຢ່າງປອດໄພ

ຍສໝ - ເມື່ອບໍ່ດົນມານີ້, ຖ້ຽວບິນຫວຽດນາມ Bamboo Airway ໄດ້ນຳສົ່ງພົນລະເມືອງ ຈຳນວນ 266 ຄົນ ກັບຄືນປະເທດຢ່າງປອດໄພ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.