ແຂວງຫົວພັນ ເປີດປີທ່ອງທ່ຽວລາວ ພ້ອມສະຫລອງໜ່ວຍ ແກ້ວຫລັກເມືອງ ຄົບຮອບ 10 ປີຢ່າງຄຶກຄື້ນ

20:26 | 23/05/2018

ພາຍຫລັງ​ທີ່​ລັດຖະບານ​ໄດ້​ປະກາດ​ ເປີດ​ປີທ່ອງ​ທ່ຽວລາວ 2018 ຢ່າງ​ເປັນ​ທາງ​ການ​ ເມື່ອ​ທ້າຍ​ປີ 2017 ​ເປັນ​ຕົ້ນ​ມາ, ບັນດາ​ແຂວງ​ຕ່າງໆໄດ້​ສຸມ​ໃສ່​ສ້າງ​ກິດຈະກຳ ​ທີ່​ເປັນ​ມູນ​ເຊື້ອ​ປະ​ເພນີ ​​ແລະ ປະດິດ​ສ້າງ​ສິ່ງ​ໃໝ່ໆ ເພື່ອ​ດຶງ​ດູດ​ນັກທ່ອງ​ທ່ຽວ ​ເຂົ້າ​ມາ​ທ່ຽວ ​ໃນ​ແຂວງ​ຂອງ​ຕົນ​ໃຫ້​ຫລາຍ​ຂຶ້ນ.

ແຂວງຫົວພັນ ເປີດປີທ່ອງທ່ຽວລາວ ພ້ອມສະຫລອງໜ່ວຍ ແກ້ວຫລັກເມືອງ ຄົບຮອບ 10 ປີຢ່າງຄຶກຄື້ນ

ທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາຍົກລັດຖະມົນຕີ ເປັນ​ກຽດ​ລັ່ນ​ຄ້ອງ​ເປີດ​ງານສະ​ເຫລີ​ມສະຫລອງຫລັກ​ເມືອງ ຄົບຮອບ 10 ປີ ຢູ່​ແຂວງ​ຫົວພັນ.

ໃນ​ຕອນ​ແລງ​ຂອງ​ ວັນ​ທີ 18 ພຶດສະພາ 2018, ​ໄດ້​ຈັດ​ມີ​ພິທີ​​ເປີດ ​ປີ​ທ່ອງ​ທ່ຽວລາວ 2018 ​ແລະ​ ງານສະ​ເຫລີ​ມສະຫລອງ ໜ່ວຍ​ແກ້ວ​ຫລັກ​ເມືອງ ຄົບຮອບ 10 ປີ ຢູ່​ແຂວງ​ຫົວພັນ ຢ່າງ​ຄຶກຄື້ນ, ​ໂດຍ​ມີ​ທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາຍົກລັດຖະມົນຕີ, ທ່ານ ວັນ​ໄຊ ​ແພງ​ຊຸມ​ມາ ​ເຈົ້າ​ແຂວງ​ຫົວພັນ, ພ້ອມ​ດ້ວຍ​ບັນດາ​ແຂກຜູ້​ມີ​ກຽດ ​ແລະ ມວນ​ຊົນ​ຊາວ​ແຂວງ​ຫົວພັນ ​ ເຂົ້າ​ຮ່ວມ​ຢ່າງ​ຫລວງຫລາຍ.

ທ່ານ ພູ​ວັນ ​ເພັດ​ມີ​ໄຊ ຮອງ​ຫົວໜ້າ ພະ​ແນ​ກຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ກ່າວ​ວ່າ: ພາຍຫລັງ​ທີ່​ລັດຖະບານ​ໄດ້​ປະກາດ​ ເປີດ​ປີທ່ອງ​ທ່ຽວລາວ 2018 ຢ່າງ​ເປັນ​ທາງ​ການ​ ເມື່ອ​ທ້າຍ​ປີ 2017 ​ເປັນ​ຕົ້ນ​ມາ, ບັນດາ​ແຂວງ​ຕ່າງໆໄດ້​ສຸມ​ໃສ່​ສ້າງ​ກິດຈະກຳ ​ທີ່​ເປັນ​ມູນ​ເຊື້ອ​ປະ​ເພນີ ​​ແລະ ປະດິດ​ສ້າງ​ສິ່ງ​ໃໝ່ໆ ເພື່ອ​ດຶງ​ດູດ​ນັກທ່ອງ​ທ່ຽວ ​ເຂົ້າ​ມາ​ທ່ຽວ ​ໃນ​ແຂວງ​ຂອງ​ຕົນ​ໃຫ້​ຫລາຍ​ຂຶ້ນ. ​ເພາະ​ແຂວງ​ຫົວພັນ ກໍ​ໄດ້​ສ້າງ​ປະຕິທິນ ​ປີທ່ອງ​ທ່ຽວ 2018 ຂຶ້ນ, ລວມມີ 19 ລາຍການ ​ເຊັ່ນ: ບຸນ​ຊົນ​ເຜົ່າ​ເມືອງ​ວຽງ​ໄຊ, ບຸນ​ກິນ​ຈຽງ​ເຜົ່າ​ມົ້ງ ​ເມືອງ​ຊຳ​ເໜືອ, ບຸນ​ເກຣິ​ເຜົ່າ​ຂະມຸ ​ເມືອງ​ຫົວ​ເມືອງ, ບຸນ​ກິນ​ຈຽງ​ເຜົ່າ​ໄທ​ດຳ ​ເມືອງ​ຊ່ອນ, ບຸນ​ເຂົ້າ​ໃໝ່​ໄຕ​ແດງ, ​ເທດສະການ​ໄໝມ້ອນ, ບຸນ​ປົດ​ປ່ອຍ​ຜາ​ຖີ່ຄົບຮອບ 50 ປີ, ລວມທັງ​ບຸນໜ່ວຍ​ແກ້ວ​ຫລັກ​ເມືອງ, ບຸນ​ສ້າງຕັ້ງ​ເມືອງ​ວຽງ​ໄຊ​ ຄົບຮອບ 50 ປີ ​ແລະ ອື່ນໆ. ກິດຈະກຳ​ທັງໝົດ​ໄດ້​ຮັບ​ການ ຈັດ​ຕັ້ງ​ປະຕິບັດ​ແລ້ວ ​ແລະ ສືບຕໍ່ປະຕິບັດ​ໄປ​ຈົນ​ສິ້ນ​ປີ. ສຳລັບ​ປີ 2017 ຜ່ານ​ມາ ມີ​ນັກທ່ອງ​ທ່ຽວ​ເຂົ້າ​ມາ​ທ່ຽວ ຢູ່​ແຂວງ​ຫົວພັນ ປະມານ 50 ພັນ​ເທື່ອຄົນ, ສ້າງ​ລາຍ​ຮັບ​ໃຫ້​ສັງຄົມ​ຫລາຍ​ກວ່າ 34 ຕື້​ກີບ ​ແລະ ຄາດ​ວ່າ​ປີ​ນີ້ ຈະ​ມີ​ນັກທ່ທອງ​ທ່ຽວ ​ເຂົ້າ​ມາ​ແຂວງ​ຫົວພັນ​ເພີ່ມ​ຂຶ້ນ.

ທ່ານ ພູ​ວັນ ​ເພັດ​ມີ​ໄຊ ​ໃຫ້​ຮູ້​ຕື່ມ​ວ່າ: ໜ່ວຍ​ແກ້ວ​ຫລັກ​ເມືອງຂອງ​ແຂວງ​ຫົວພັນ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 2008, ​ ໂດຍ​ການ​ຊີ້​ນຳ-​ນຳພາ ຂອງ​ອົງຄະ​ນະ​ພັກ​ແຂວງ​ ຊຸດ​ທີ VII, ​ໂດຍ​ທ່ານ ພັນ​ຄຳ ວິພາ​ວັນ ​ເປັນ​ແຈົ້າ​ແຂວງ​ໃນ​ເວລາ​ນັ້ນ. ມາ​ເຖິງ​ປັດຈຸບັນ ໜ່ວຍ​ແກ້ວ​ໄດ້​ກາຍ​ເປັນ​ສັນຍາ​ລັກ ໜຶ່ງທີ່​ສະ​ແດງ​ເຖິງ​ຄວາມ​ຮູ້​ບຸນຄຸນ ຕໍ່ວິລະ​ກຳ​ອັນ​ລ້ຳ​ເລີດ​ຂອງ​ບັນພະບຸລຸດ, ພະນັກງານ​ນັກ​ຮົບ ​ແລະ ປະຊາຊົນ​ບັນດາ​ເຜົ່າ ທີ່​ໄດ້​ເສຍສະຫລະ​ຊີວິດ ​ເພື່ອ​ຊາດ, ​ເພື່ອ​ແຜ່ນດິນ​ແຂວງ​ຫົວພັນ ​ເຊິ່ງ​​ ເປັນ​ການ​ຢັ້ງຢືນ​ວ່າ ປະຊາຊົນ​ທີ່​ດຳລົງ​ຊີວິດ​ ຢູ່​ຜືນ​ແຜນ​ດິນ​ແຫ່ງ​ນີ້ ມີ​ມູນ​ເຊື້ອຄວາມ​ສາມັກຄີ, ຮັກຫອມ​ຕອມ​ຕຸ້ມ​ເປັນ​ປຶກ​ແຜ່ນ​ແໜ້ນໜາ, ມີ​ວັດທະນະທຳ​ຮີດຄອງ​ປະ​ເພນີ​ອັນ​ດີງາມ ​ແລະ ມີ​ນ້ຳ​ໃຈ​ເດັດດ່ຽວອົງອາດ​ກ້າຫານ ບໍ່ຍອມ​ຈຳນົນ​ມາ​ແຕ່​ດຶກ​ດຳ​ບັນ. ໜ່ວຍ​ແກ້ວ​ຫລັກ​ເມື​ອງ ​ແມ່ນ​ສະຖາປັ​ດຕະຍາ​ກຳ​ ແຫ່ງ​ຍຸກ​ສະ​ໄໝ ຕິດ​ພັນ​ກັບ​ມູນ​ເຊື້ອ​ ປະຫວັດ ສາດ ​ແລະ ວັດທະນະທຳ​ອັນ​ດີງາມ ຂອງ​ຊາວ​ແຂວງ​ຫົວພັນ ທີ່​ຖ່າຍ​ຖອດ​ມາ​ແຕ່​ຍຸກ​ສະ​ໄໝ ກາຍ​ເປັນ​ສິ່ງ​ສັກສິດ ​ແລະ ລ້ຳ​ຄ່າ​ ຢູ່​ຄູ່​ບ້ານ​ຄູ່​ເມືອງ, ທັງ​ເປັນ​ບ່ອນ​ທ່ຽວຊົມ ​ແລະ ​ເຄົາລົບ​ບູຊາ​ຂອງ​ຊາວ​ແຂວງ​ຫົວພັນ.

​ໃນ​ໂອກາດ​ດຽວກັນ, ທ່ານ ວັນ​ໄຊ ​ແພງ​ຊຸມ​ມາ ​ໄດ້​ກ່າວ​ສະ​ແດງ​ຄວາມ​ຊົມ​ເຊີຍ ​ຄະນະ​ຮັບຜິດ ຊອບ​ຈັດ​ງານ ​ແລະ ທຸກ​ພາກສ່ວນ​ກ່ຽວຂ້ອງ ທີ່​ໄດ້​ເອົາ​ໃຈ​ໃສ່​ກະກຽມທຸກ​ດ້ານ ເຮັດ​ໃຫ້​ງານ​ນີ້​ດຳ​ເນີນ​ໄປ​ດ້ວຍ​ຜົນສຳ​ເລັດ, ພ້ອມ​​ໄດ້​ກ່າວ​ເປີດ​ປີທ່ອງ​ທ່ຽວລາວ 2018 ຢູ່​ແຂວງ​ຫົວພັນ​ ຂຶ້ນ​ຢ່າງ​ເປັນ​ທາງ​ການ. ​ໃນ​ຂະນະ​ດຽວກັນ ທ່ານ​ຮອງ​ນາຍົກລັດຖະມົນຕີ ສອນ​ໄຊ ສີ​ພັນ​ດອນ ກໍ​ໄດ້​ໃຫ້ກຽດລັ່ນຄ້ອງ 9 ບາດ ​ ເພື່ອ​ເປັນ​ສີ​ລິ​ມຸງຄຸນ​ໃນ​ງານ​ນີ້​ດ້ວຍ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.