ສປປ ລາວ ຫາລືປັບປຸງຂອດບໍລິການ ການທ່ອງທ່ຽວ

08:18 | 12/06/2018

ທ້າຍ​ອາ​ທິດ​ທີ່​ຜ່ານ​ມາ, ສະພາການຄ້າ ແລະ ອຸດ ສາຫະກຳແຫ່ງຊາດລາວ ໄດ້ຈັດກອງປະຊຸມກ​ານໂຮງແຮມ ແລະ ການທ່ອງທ່ຽວລາວ 2018 ທີ່​ຫໍ​ປະ​ຊຸມ​ແຫ່ງ​ຊາດ, ນະ​ຄອນ​ຫຼວງວຽງ​ຈັນ.

ສປປ ລາວ ຫາລືປັບປຸງຂອດບໍລິການ ການທ່ອງທ່ຽວ

ກອງປະຊຸມ​ການໂຮງແຮມ ແລະ ການທ່ອງທ່ຽວລາວ 2018

ສະພາການຄ້າ ແລະ ອຸດ ສາຫະກຳແຫ່ງຊາດລາວ ໄດ້ຈັດກອງປະຊຸມກ​ານໂຮງແຮມ ແລະ ການທ່ອງທ່ຽວລາວ 2018 ໃນ ວັນທີ 8 ມິຖຸນານີ້ ທີ່ຫໍປະຊຸມ ແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍມີທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ລີໂອ ຟາເບີ ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈຳ ສປປ ລາວ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ປະກາສິດ ຈັນທະປັນຍາ ຮອງປະທານສະມາຄົມ ໂຮງແຮມ ແລະ ຮ້ານອາຫານລາວ ໄດ້ກ່າວວ່າ: ຂະແໜງ ການທ່ອງທ່ຽວແມ່ນໜຶ່ງຂະ ແໜງຍຸດທະສາດທີ່ສຳຄັນ ແລະ ຂະຫຍາຍຕົວໄວຂອງ ສປປ ລາວ ມີບົດບາດສຳຄັນ ຕໍ່ການພັດທະນາເສດຖະກິດ, ໄດ້ຮັບຄວາມນິຍົມ ແລະ ມີຊື່ ສຽງຈາກນັກທ່ອງທ່ຽວໃນເຂດ ພາກພື້ນອາຊຽນ ແລະ ທະວີບ ອື່ນໆ ເພາະວ່າປະເທດລາວເຮົາ ຍັງມີທຳມະຊາດທີ່ສວຍສົດງົດງາມ, ວັດທະນະທຳທີ່ເປັນ ເອກະລັກ, ຮີດຄອງປະເພນີອັນດີງາມ ແລະ ມາລະຍາດອ່ອນນ້ອມ, ຄວາມມີນ້ຳໃຈຂອງຄົນລາວ ໄດ້ສ້າງຄວາມປະທັບໃຈຕໍ່ນັກທ່ອງທ່ຽວເປັນຢ່າງຍິ່ງ. ດັ່ງນັ້ນ ຈຶ່ງບໍ່ແປກໃຈວ່າຂະແໜງການທ່ອງທ່ຽວຂອງລາວ ກໍສາມາດຂະຫຍາຍຕົວ ແລະ ແຂ່ງຂັນກັບປະເທດ ອື່ນໆ.

ແຕ່ເຖິງຢ່າງໃດກໍຕາມ ເມື່ອປຽບທຽບກັນທາງດ້ານ ຄຸນນະພາບ, ລາຄາ ແລະ ຊື່ ສຽງຂອງການບໍລິການໃນທຸລະກິດ ໂຮງແຮມ-ຮ້ານອາຫານແລ້ວ ລາວຍັງບໍ່ສາມາດ ຕອບສະໜອງການບໍລິການ ທີ່ດີພໍໃຫ້ກັບນັກທ່ອງທ່ຽວໄດ້ ຍັງມີຜູ້ປະກອບການຈຳນວນໜຶ່ງບໍ່ທັນເຂົ້າໃຈກ່ຽວກັບວຽກງານການບໍລິການ, ມີຄວາມຮູ້ດ້ານພາສາຕ່າງປະເທດຂອງ ພະນັກງານຍັງມີຈຳກັດຈຶ່ງເປັນອຸປະສັກໃນການຕິດຕໍ່ສື່ສານ, ການຕັ້ງລາຄາບໍລິການ ຂ້ອນຂ້າງສູງຖ້າທຽບໃສ່ກັບປະເທດເພື່ອນບ້ານ, ຜູ້ປະກອບການຍັງພົບອຸປະສັກດ້ານທຶນ ຮອນເພື່ອປັບປຸງສິ່ງເອື້ອອຳນວຍຄວາມສະດວກ, ຫຼາຍຄົນຍັງຂາດຄວາມຮູ້ກ່ຽວກັບ ການສ້າງມູນຄ່າເພີ່ມ, ການຫຼຸຸດຕົ້ນທຶນ ແລະ ອື່ນໆ, ການບໍລິການ ຂອງຄົນລາວ ຍັງບໍ່ທັນເປັນທີ່ ຮູ້ຈັກຢ່າງແຜ່ຫຼາຍ. ສິ່ງເຫຼົ່ານັ້ນ ເຮັດໃຫ້ຜູ້ປະກອບການຍັງບໍ່ ທັນສາມາດຕອບສະໜອງ ການບໍລິການທີ່ດີ ແລະ ຄຸ້ມຄ່າ ພຽງພໍໃຫ້ກັບນັກທ່ອງທ່ຽວ, ເສຍໂອກາດ ແລະ ພົບກັບ ຄວາມທ້າທາຍ ໃນການພັດທະ ນາຂະແໜງທ່ອງທ່ຽວລາວ ເພື່ອໃຫ້ກາຍເປັນຂະແໜງ ການທີ່ຍືນຍົງໄດ້. ກອງປະຊຸມຄັ້ງນີ້ ແມ່ນ ຈະໄດ້ລົງເລິກກ່ຽວກັບການ ສ້າງຫຍີ່ຫໍ້ລາວ ແລະ ພາລະບົດ ບາດຂອງທຸລະກິດ ແລະ ແຟຣນ ຊາຍການທ່ອງທ່ຽວ, ປັດໄຈສຳ ຄັນໃນການລົງທຶນຂະແໜງ ການໂຮງແຮມ-ຮ້ານອາຫານ, ສະຖານະພາບຂອງຂະແໜງ ການທ່ອງທ່ຽວລາວ ແລະ ວິທີ ທາງແກ້ໄຂສຳລັບການພັດທະ ນາເສດຖະກິດ-ສັງຄົມແບບ ຍືນຍົງ. ດັ່ງນັ້ນ ຄວາມຮູ້ທີ່ໄດ້ ຮັບໃນກອງປະຊຸມຄັ້ງນີ້ ຈະ ເປັນປະໂຫຍດຫຼາຍໃຫ້ບັນດາ ຜູ້ປະກອບການທຸລະກິດທ່ອງທ່ຽວ ແລະ ທຸກພາກສ່ວນທີ່ ກ່ຽວຂ້ອງໃນຂະແໜງການດັ່ງກ່າວ.

(ແຫຼ່ງ​ຂໍ້​ມູນ​: ປ​ຊ​ຊ)

ເຫດການ
302 Found

Found

The document has moved here.