ເມືອງແກ່ນທ້າວ ກຽມເປີດປີທ່ອງທ່ຽວ ຕິດພັນກັບບຸນ ພະເຫວດ

15:57 | 14/05/2018

ປະເພນີບຸນເດືອນ 7 ຫລື ບຸນພະເຫວດ ເລີ່ມແຕ່ ວັນທີ 23 ພຶດສະພາ 2018​ , ເມືອງແກ່ນທ້າວ - ແຂວງ ໄຊຍະບູລີ ມີຫລາຍ​ກິດຈະກຳ​ສຳຄັນ ​ເພື່ອ​ໃຫ້​ມວນ​ຊົນ​​, ນັກ​ທ່ອງ​ທ່ຽວ ທັງພາຍ​​ໃນ​ເມືອງ, ​ແຂວງ ​ແລະ ຕ່າງ​ແຂວງ ​ເຂົ້າ​ມາ​ຮ່ວມ​ງານ​ຢ່າງ​ເບີກບານ​ມ່ວນ​ຊື່ນ.

ເມືອງແກ່ນທ້າວ ກຽມເປີດປີທ່ອງທ່ຽວ ຕິດພັນກັບບຸນ ພະເຫວດ

ບຸນນະມັດສະການ ພຣະທາດທ້າວແກ່ນ-ພະທາດນາງແພງສີ.

ເມືອງແກ່ນທ້າວ ແຂວງໄຊຍະບູລີ ຈະເປີດປີທ່ອງທ່ຽວລາວ 2018 ຕິດພັນກັບບຸນນະມັດສະການ ພຣະທາດທ້າວແກ່ນ-ພະທາດນາງແພງສີ ປະເພນີບຸນເດືອນ 7 ຫລື ບຸນພະເຫວດ ເລີ່ມແຕ່ ວັນທີ 23 ພຶດສະພາ 2018 ​ໂດຍ​ຈະ​ມີ​ ຫລາຍ​ກິດຈະກຳ​ສຳຄັນ ​ເພື່ອ​ໃຫ້​ມວນ​ຊົນ​ທັງ ​ພາຍ​​ໃນ​ເມືອງ, ​ແຂວງ ​ແລະ ຕ່າງ​ແຂວງ ​ເຂົ້າ​ມາ​ຮ່ວມ​ງານ​ຢ່າງ​ເບີກບານ​ມ່ວນ​ຊື່ນ.

ສຳລັບ​ ກິດຈະກຳ​ພາຍ​ໃນ​ງານ​ ຈະມີການປະກວດນັກຮ້ອງສຽງດີ ແລະ ການສະ ແດງສິລະປະ-ວັນນະຄະດີ, ໃນຕອນຄໍ່າວັນທີ 24 ພຶດສະພາ ປະກວດນາງສາວງາມບຸນເດືອນ 7 ແລະ ການສະແດງສິລະປະ-ວັນນະຄະດີ, ວັນທີ 26 ພຶດສະພາ 2018 ພິທີເປີດປີທ່ອງທ່ຽວຂອງເມືອງ ຢ່າງເປັນທາງການ, ວັນທີ 27 ພຶດສະພາ 2018 ກົງກັບມື້ຂຶ້ນ 13 ຄໍ່າ ເດືອນ 7 ເປັນມື້ຫ້າງຫາກະກຽມ, ຕົບແຕ່ງເຄື່ອງສັກກາລະບູຊາ, ຕົບແຕ່ງ ປະດັບປະດາວັດວາອາຮາມ ໃຫ້ມີຄວາມຈົບງາມ ແລະ ເປັນລະຮຽບຮ້ອຍ, ວັນທີ 28 ພຶດສະພາ 2018 ກົງກັບມື້ຂຶ້ນ 14 ຄໍ່າ ເດືອນ 7 ເຕົ້າໂຮມບຸນ, ຕ້ອນຮັບພະສົງສາມະເນນ, ເຖົ້າແກ່ທີ່ມາຈາກບ້ານຕ່າງໆ, ຮັບກັນສົມໂພດຈາກສັດທາຍາດໂຍມ ຈາກບ້ານຕ່າງໆ ແລະ ຕອນຄໍ່າຊົມການສະແດງຄອນເສີດ, ໝໍລໍາເລື່ອງ, ວັນທີ 29 ພຶດສະພາ 2018 ກົງກັບມື້ຂຶ້ນ 15 ຄໍ່າ ເດືອນ 7 ພິທີຖວາຍສັງຄະທານ ແດ່ພະສົງສາມະເນນ, ບາສີສູ່ຂວັນນາກຜູ້ຈະບວດ, ແຫ່ນາກຈາກວັດຈອມແຈ້ງ ໄປບວດຢູ່ວັດສີພູມ, ເຕົ້າໂຮມຊັ້ນຄົນຕ່າງໆ ເພື່ອໄປເຊີນພະເຫວດສັນດອນ, ຊົມການຈູດບັ້ງໄຟຫາງ, ເລີ່ມພິທີອັນ ເຊີນພະເຫວດຢ່າງເປັນທາງການ ຈາກນັ້ນເລີ່ມ ເຄື່ອນຍ້າຍ ຂະບວນພະເວດເຂົ້າເມືອງ ແລະ ຕອນຄໍ່າຊົມການສະແດງຄອນເສີດ, ໝໍລໍາເລື່ອງ ແລະ ການຈູດບັ້ງໄຟດອກ,

ພ້ອມນີ້ ຕະຫລອດງານບຸນຍັງມີ ຕະຫລາດນັດວາງສະແດງ ແລະ ຂາຍສິນຄ້າ ຈາກບ້ານ-ກຸ່ມບ້ານ ບໍລິເວນໃນທົ່ວເມືອງ ຕື່ມອີກ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.