ລັດຖະສະພາເອີລົບ ຕີລາຄາສູງຄວາມກຽມພ້ອມຂອງຫວຽດນາມຕໍ່ກັບສັນຍາ EVFTA ແລະ IPA

10:15 | 04/11/2019

ຍສໝ - ວັນທີ 31 ຕຸລາ, ທ່ານ Bernd Lange ປະທານກຳມາທິການການຄ້າສາກົນຂອງລັດຖະສະພາເອີລົບແລະທ່ານ Jan Zahradil ຮອງປະທານກຳມາທິການການຄ້າສາກົນຂອງລັດຖະສະພາເອີລົບ ໄດ້ມີການພົບປະກັບທ່ານນາງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກິມເງິນ.

ຕອນບ່າຍວັນທີ 31 ຕຸລາ, ທ່ານ Bernd Lange ປະທານກຳມາທິການການຄ້າສາກົນຂອງລັດຖະສະພາເອີລົບແລະທ່ານ Jan Zahradil ຮອງປະທານກຳມາທິການການຄ້າສາກົນຂອງລັດຖະສະພາເອີລົບ ມີການແລກປ່ຽນກັບສື່ມວນຊົນ, ແຈ້ງໃຫ້ຮູ້ກ່ຽວກັບໝາກຜົນຂອງການໄປປະຕິບັດງານຢູ່ ຫວຽດນາມແຕ່ວັນທີ 28-31 ຕຸລາ, ແນໃສ່ຕີລາຄາການກະກຽມແລະຄວາມພ້ອມຂອງຫວຽດນາມຕໍ່ການໃຫ້ສັດຕະຍາບັນ ສັນຍາການຄ້າເສລີ(EVFTA) ແລະສັນຍາອາລັກຂາການລົງທຶນ (IPA) ລະຫວ່າງສະຫະພາບເອີລົບ (EU) ແລະຫວຽດນາມໃນອະນາຄົດອັນໃກ້ນີ້.

ລັດຖະສະພາເອີລົບ ຕີລາຄາສູງຄວາມກຽມພ້ອມຂອງຫວຽດນາມຕໍ່ກັບສັນຍາ EVFTA ແລະ IPA

ທ່ານ ນາງຫງວຽນທິກິມເງິນປະທານສະພາແຫ່ງຊາດ ຫວຽດນາມ ແລະ ທ່ານ Bernd Lange ປະທານກຳມາທິການການຄ້າສາກົນຂອງລັດຖະສະພາເອີລົບ (ພາບ: TTXVN)

ຕາມທ່ານປະທານກຳມາທິການການຄ້າສາກົນຂອງລັດຖະສະພາເອີລົບBernd Langeແລ້ວ, ໃນຂະບວນວິວັດການເຈລະຈາສັນຍາການຄ້າເສລີລະຫວ່າງEUແລະ ຫວຽດນາມໄດ້ດຳເນີນໃນໄລຍະເວລາຍາວນານ. ຄະນະປະຕິບັດງານໄດ້ຊອກຮູ້ສະພາບຕົວຈິງຢູ່ ຫວຽດນາມເພື່ອໃຫ້ລັດຖະສະພາເອີລົບມີຂໍ້ມູນຂ່າວສານຢ່າງຄົບຖ້ວນກ່ອນທີ່ຈະຍົກອອກຂໍ້ສະຫຼຸບສຸດທ້າຍ. ໃນອາທິດທີ່ຈະມາເຖິງນີ້, ລັດຖະສະພາເອີລົບຈະມີການປຶກສາຫາລືຢ່າງລະອຽດຕໍ່ໝາກຜົນຂອງການເດີນທາງປະຕິບັດງານໃນຄັ້ງນີ້. ຕໍ່ຈາກນັ້ນ, ວິວັດການປ່ອນບັດຮັບຮອງເອົາສັນຍາສອງສະບັບດັ່ງກ່າວຈະໄດ້ດຳເນີນໃນຕົ້ນປີ 2020 ເພື່ອແນໃສ່ໃຫ້ສັດຕະຍາບັນສັນຍາ EVFTA ແລະ IPAຢ່າງເປັນທາງການ.

ທ່ານຮອງປະທານກຳມາທິການການຄ້າສາກົນຂອງລັດຖະສະພາເອີລົບJan Zahradil ໃຫ້ຮູ້ວ່າ: ນີ້ແມ່ນຈຸດເວລາທີ່ມີຄວາມໝາຍດ້ານປະຫວັດສາດຂອງສາຍພົວພັນລະຫວ່າງຫວຽດນາມ-EU, ທ່ານເຊື່ອໝັ້ນວ່າ:ໃນເດືອນກຸມພາ 2020 ນີ້ ສອງຝ່າຍຈະມີໝາກຜົນອັນຈົບງາມ.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.