ຍູ້ແຮງບັນດາການເຄື່ອນໄຫວໂຄສະນາເຜີຍແຜ່ກ່ຽວກັບສັນຍາການຄ້າເສລີ ລະຫວ່າງຫວຽດນາມ - ສະຫະພາບເອີຣົບ (EVFTA) ໃຫ້ແກ່ວິສາຫະກິດ

12:50 | 26/02/2020

ຍສໝ - ບັນດາວິສາຫະກິດຕ້ອງເປັນເຈົ້າການໃນການເຂົ້າຮ່ວມວິວັດການຫັນບັນດາຄໍາໝັ້ນສັນຍາໃນສັນຍາ EVFTA ໃຫ້ເປັນຂໍ້ກໍານົດກົດໝາຍ ພ້ອມກັບບັນດາອົງການເຈົ້າໜ້າທີ່, ເພື່ອບັນລຸໄດ້ບັນດາຂໍ້ກໍານົດທີ່ເປັນປະໂຫຍດທີ່ສຸດສໍາລັບວິສາຫະກິດ.

ຍູ້ແຮງບັນດາການເຄື່ອນໄຫວໂຄສະນາເຜີຍແຜ່ກ່ຽວກັບສັນຍາການຄ້າເສລີ  ລະຫວ່າງຫວຽດນາມ - ສະຫະພາບເອີຣົບ (EVFTA) ໃຫ້ແກ່ວິສາຫະກິດ

ຍູ້ແຮງບັນດາການເຄື່ອນໄຫວໂຄສະນາເຜີຍແຜ່ກ່ຽວກັບສັນຍາການຄ້າເສລີ ລະຫວ່າງຫວຽດນາມ - ສະຫະພາບເອີຣົບ (EVFTA) ໃຫ້ແກ່ວິສາຫະກິດ. (ພາບ: tienphong.vn)

ຕາມທ່ານນາງ ຟຸ່ງທິລານເຟືອງ ຜູ້ຕາງໜ້າຫ້ອງການການຄ້າ ແລະ ອຸດສາຫະກໍາຫວຽດນາມ ແລ້ວ, ບັນດາວິສາຫະກິດຕ້ອງເປັນເຈົ້າການໃນການເຂົ້າຮ່ວມວິວັດການຫັນບັນດາຄໍາໝັ້ນສັນຍາໃນສັນຍາ EVFTA ໃຫ້ເປັນຂໍ້ກໍານົດກົດໝາຍ ພ້ອມກັບບັນດາອົງການເຈົ້າໜ້າທີ່, ເພື່ອບັນລຸໄດ້ບັນດາຂໍ້ກໍານົດທີ່ເປັນປະໂຫຍດທີ່ສຸດສໍາລັບວິສາຫະກິດ. ດ້ວຍຖານະເປັນອົງການຕາງໜ້າໃຫ້ແກ່ປະຊາຄົມວິສາຫະກິດຫວຽດນາມທີ່ໃຫຍ່ສຸດ, VCCI ມີສູນ WTO ແລະ ການເຊື່ອມໂຍງ ພ້ອມແລ້ວທີ່ຈະໜູນຊ່ວຍບັນດາວິສາຫະກິດກ່ຽວກັບທຸກບັນຫາທີ່ກ່ຽວຂ້ອງເຖິງ WTO ແລະ FTA, ໃນນັ້ນ ມີສັນຍາ EVFTA.

EVFTA ກໍ່ໄດ້ຮັບຖືວ່າແມ່ນຮູບແບບໜຶ່ງໃຫ້ແກ່ບັນດາຂໍ້ຕົກລົງດ້ານການຄ້າໃນອະນາຄົດລະຫວ່າງ EU ແລະ ບັນດາປະເທດພວມພັດທະນາ. ດ້ວຍໝາກຜົນການປ່ອນບັດ ຕໍ່ EVFTA, ບັນດາສະມາຊິກລັດຖະສະພາເອີລົບ ໄດ້ສົ່ງສານສະໜັບສະໜູນການຄ້າເສລຢ່າງແຮງ, ມີຄວາມສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດໃນໄລຍະທີ່ຄວາມເຄັ່ງຕຶງດ້ານການຄ້າ ແລະ ທ່າອ່ຽງອາລັກຂາ ນັບມື້ນັບເພີ່ມຂຶ້ນສູງ.

(ໄຊພອນ)

ເຫດການ
302 Found

Found

The document has moved here.