ຜູ້ຕິດເຊື້ອໄວຣັດໂຄວິດ-19 ຢູ່ ລາວ ເພີ່ມຂຶ້ນອີກ 2 ກໍລະນີ ລວມທັງໝົດເປັນ 14 ກໍລະນີ

06:30 | 08/04/2020

ຍອດຜູ້ຕິດເຊື້ອໄວຣັດໂຄວິດ-19 ຢູ່ ສປປ ລາວ ເພີ່ມຂຶ້ນອີກ 2 ກໍລະນີ ລວມທັງໝົດເປັນ 14 ກໍລະນີ ເຊິ່ງໄດ້ຮັບການຢືນຢັນຈາກກະຊວງສາທາລະນະສຸກ ໃນຕອນບ່າຍວັນທີ 7 ເມສາ 2020 ຈາກຜົນກວດວິເຄາະຫາເຊື້ອທັງໝົດ 73 ກໍລະນີ.

ຜ ຕ ດເຊ ອໄວຣ ດໂຄວ ດ 19 ຢ ລາວ ເພ ມຂ ນອ ກ 2 ກ ລະນ ລວມທ ງໝ ດເປ ນ 14 ກ ລະນ ກະຊວງສາທາລະນະສຸກ ສປປ ລາວ ຢັ້ງຢືນວ່າ ລາວ ປະສົບກັບກໍລະນີຕິດເຊື້ອ Covid-19 ເປັນ 2 ຄົນທຳອິດ
ຜ ຕ ດເຊ ອໄວຣ ດໂຄວ ດ 19 ຢ ລາວ ເພ ມຂ ນອ ກ 2 ກ ລະນ ລວມທ ງໝ ດເປ ນ 14 ກ ລະນ ຢູ່ ສປປ ລາວ ຍັງບໍ່ມີກໍລະນີຜູ້ຕິດເຊື້ອໂຄວິດ-19 ເທື່ອ
ຜ ຕ ດເຊ ອໄວຣ ດໂຄວ ດ 19 ຢ ລາວ ເພ ມຂ ນອ ກ 2 ກ ລະນ ລວມທ ງໝ ດເປ ນ 14 ກ ລະນ

ຜູ້ຕິດເຊື້ອໄວຣັດໂຄວິດ-19 ຢູ່ ສປປ ລາວ ເພີ່ມຂຶ້ນອີກ 2 ກໍລະນີ ລວມທັງໝົດເປັນ 14 ກໍລະນີ.(ພາບປະກອບ)

ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ປະຈໍາການຄະນະສະເພາະກິດ ກ່າວໃນພິທີຖະແຫລງຂ່າວໃນວັນທີ 7 ເມສາ ນີ້ວ່າ: ຜູ້ຕິດເຊື້ອເພີ່ມສອງຄົນແມ່ນ ເພດຊາຍ ອາຍຸ 40 ປີ, ພະນັກງານບໍລິສັດພູເບ້ຍມາຍນິງ ຢູ່ບ້ານດອນກອຍ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ເຊິ່ງຜູ້ກ່ຽວແມ່ນໄດ້ພົວພັນ ວຽກກັບຜູ້ຕິດເຊື້ອ ກໍລະນີທີ 11 ແລະ ຜູ້ທີ 14 ເປັນເພດຍິງ ອາຍຸ 19 ປີ ເປັນນັກສຶກສາລາວ ຮຽນຢູ່ປະເທດອັງກິດ, ຢູ່ບ້ານຊ້າງຄູ້ ເມືອງໄຊທານີ ນະຄອນຫລວງວຽງຈັນ.

ທ່ານ ຮສ ດຣ. ພູທອນ ເມືອງປາກ ໄດ້ອະທິບາຍເຖິງ ກໍລະນີຜູ້ຕິດເຊື້ອທີ 13 ໂດຍວັນທີ 30-31 ມີນາ 2020 ຜູ້ກ່ຽວແມ່ນໄດ້ພົວພັນ ວຽກກັບຜູ້ຕິດເຊື້ອທີ 11, ວັນທີ 1 ເມສາ ເລີ່ມມີອາການໄຂ້, ເຈັບຫົວ, ຫາຍໃຈຍາກ ແຕ່ບໍ່ໄດ້ປິ່ນປົວ, ຕໍ່ມາວັນທີ 2 ເມສາ ເດີນທາງຈາກແຄມພູຄຳ ແຂວງໄຊສົມບູນ ມາພັກທີ່ບ້ານ (ເມຍ ແລະ 2 ຄົນໄປຮັບ), ວັນທີ 3-4 ເມສາ ເຮັດວຽກຢູ່ບ້ານ ແລະ ໄດ້ພົບກັບແມ່, ນ້ອງສາວ, ນ້ອງເຂີຍ ແລະ ເພື່ອນບ້ານອີກ 2 ຄົນ. ໃນວັນທີ 5 ເມສາ ໄດ້ຮັບຂ່າວວ່າກໍລະນີທີ 11 ຕິດເຊື້ອ ຈຶ່ງໄດ້ມາກວດທີ່ໂຮງໝໍມິດຕະພາບ ເພື່ອເກັບຕົວຢ່າງ ມາວິເຄາະ ແລະ ຢັ້ງຢືນວ່າຕິດເຊື້ອ ເຊິ່ງລວມຜູ້ສຳຜັດທັງໝົດມີ 18 ຄົນ.

ລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ອອກຄຳສັ່ງສະບັບເລກທີ 06/ນຍ, ລົງວັນທີ 29 ມີນາ 2020 ວ່າດ້ວຍການເພີ່ມທະວີ ມາດຕະການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 (COVID-19)ຍ້ອນເຫັນໄດ້ຄວາມອັນຕະລາຍຮ້າຍແຮງ ສະພາບການແຜ່ລະບາດ ຂອງເຊື້ອພະຍາດດັ່ງກ່າວ ທີ່ຍັງສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ກວມເອົາທຸກປະເທດໃນໂລກ, ຈໍານວນຜູ້ຕິດເຊື້ອແລະ ຜູ້ເສຍຊີວິດຈາກພະຍາດ ດັ່ງກ່າວກໍ່ເພີ່ມຂຶ້ນທຸກມື້.

ຮອດວັນທີ 6 ເມສາ 2020 ຍັງມີຜູ້ສຳຜັດໃກ້ຊິດກັບ ກໍລະນີຢັ້ງຢືນການຕິດເຊື້ອ ທີ່ຈະຕ້ອງສືບຕໍ່ຕິດຕາມອາການ ທັງໝົດ 70 ຄົນ. ນັບແຕ່ເດືອນມັງກອນ 2020 ຫາວັນທີ 6 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 765 ຄົນ, ກວດພົບເຊື້ອທັງໝົດ 14 ຄົນ. ສະເພາະແຮງງານລາວ ທີ່ກັບມາຈາກປະເທດໄທ ໄດ້ເກັບຕົວຢ່າງທັງໝົດ 92 ຄົນ ເຊິ່ງຜົນກວດທັງໝົດແມ່ນບໍ່ພົບເຊື້ອ.

ຜ ຕ ດເຊ ອໄວຣ ດໂຄວ ດ 19 ຢ ລາວ ເພ ມຂ ນອ ກ 2 ກ ລະນ ລວມທ ງໝ ດເປ ນ 14 ກ ລະນ ສປປ ລາວ ​ໄດ້​ມີ​ຄວາມ​ພ້ອມໃນ​ທຸກ​ດ້ານ ​ເພື່ອ​ຮອງ​ຮັບ​ການ​ລະບາດ​ ຂອງ​ເຊື້ອພະຍາດ Covid-19 ທີ່​ອາດ​ຈະ​​ແຜ່​ລະບາດ​ ຢູ່​ ສປປ ລາວ

ວັນ​ທີ 16 ມີນາ 2020 ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ພ້ອມ​ດ້ວຍ​ຄະນະ ​ໄດ້​ລົງ​ເຄື່ອນ​ໄຫວ ​ຕິດຕາມ​ການ​ເຝົ້າ​ລະວັງ, ປ້ອງ​ກັນ, ຄວບ​ຄຸມ ​ແລະ ​ແກ້​ໄຂ​ການ​ແຜ່​ລະບາດ ຂອງ​ເຊື້ອ​ໄວຣັດ​ໂຄ​ວິດ-19 ຢູ່ດ່ານ​ສາກົນ ຂົວ​ມິດຕະພາບ ​ລາວ-​ໄທ1, ສະໜາມ​ບິນ​ສາກົນ​ວັດ​ໄຕ, ​ໂຮງໝໍສູນ​ກາງ 103 ​ແລະ ​ໂຮ​ງໝໍ ມິດຕະພາບ ...

ຜ ຕ ດເຊ ອໄວຣ ດໂຄວ ດ 19 ຢ ລາວ ເພ ມຂ ນອ ກ 2 ກ ລະນ ລວມທ ງໝ ດເປ ນ 14 ກ ລະນ ຊາວຫວຽດນາມ ຢູ່ 2 ເຂດເກີດໂລກລະບາດຂອງ ສ.ເກົາຫຼີ ແມ່ນນະຄອນ Daegu ແລະ ແຂວງ Gyeongbuk, ຍັງສືບຕໍ່ເຮັດວຽກເປັນປົກກະຕິ

ຍສໝ - ລັດຖະບານ ສ.ເກົາຫຼີ ໃຫ້ຮູ້ວ່າ, ຈະປິ່ນປົວໃຫ້ພົນລະເມືອງຫວຽດນາມ ຢູ່ປະເທດນີ້ໂດຍບໍ່ເສຍຄ່າ ຖ້າມີກໍລະນີຕິດເຊື້ອພະຍາດ SARS-CoV-2.

ຜ ຕ ດເຊ ອໄວຣ ດໂຄວ ດ 19 ຢ ລາວ ເພ ມຂ ນອ ກ 2 ກ ລະນ ລວມທ ງໝ ດເປ ນ 14 ກ ລະນ ກະຊວງປ້ອງກັນປະເທດ ສປປ.ລາວ ມອບເຄື່ອງການແພດ ຊ່ວຍເຫຼືອ ສປ.ຈີນ ມູນຄ່າ 2 ຕື້ກີບ.

ໃນວັນທີ 14 ກຸມພານີ້, ທີ່ດ່ານສາກົນບໍ່ເຕັນແຂວງຫຼວງ ນໍ້າທາ ສະຫາຍ ພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມທະຫານຊາຍແດນກົມໃຫຍ່ເສນາທິການກອງທັບ, ພ້ອມດ້ວຍຄະນະໄດ້ຕາງໜ້າໃຫ້ກະ ຊວງປ້ອງກັນປະເທດແຫ່ງ ສປປ.ລາວ ໄດ້ນໍາເອົາເຄື່ອງອຸປະກອນການແພດ ສປ.ຈີນ ມູນຄ່າ 2 ຕື້ກີບ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.