ລາວ: ເຜີຍແຜ່ຄຳສັ່ງຂອງນາຍົກລັດຖະມົນຕີກ່ຽວກັບການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ເຊື້ອໂຄວິດ-19

18:21 | 30/03/2020

ກະຊວງການຕ່າງປະເທດ ໄດ້ນຳເອົາຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 06/ນຍ ລົງວັນທີ 29 ມີນາ 2020 ວ່າດ້ວຍການເພີ່ມທະວີ ມາດຕະການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມຄວາມ ພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ມາເຜີຍແຜ່ໃຫ້ບັນດາທຸຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ເພື່ອໃຫ້ຮັບຊາບ, ທັງນີ້ ກໍເພື່ອໃຫ້ທຸກພາກສ່ວນ, ທຸກຂັ້ນ ແລະ ທົ່ວສັງຄົມ ຈັດຕັ້ງປະຕິບັດຢ່າງເປັນເອກະພາບ, ມີປະສິດທິພາບ ແລະ ປະສິດທິຜົນ.

ລາວ: ເຜີຍແຜ່ຄຳສັ່ງຂອງນາຍົກລັດຖະມົນຕີກ່ຽວກັບການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ເຊື້ອໂຄວິດ-19

ພາບປະກອບ

ພິທີຖະແຫລງຂ່າວ, ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 30 ມີນາ 2020 ທີ່ນະຄອນຫລວງວຽງຈັນ, ເຊິ່ງເຜີຍແຜ່ໂດຍ ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ, ພ້ອມກັນນັ້ນ ກໍໄດ້ແຈກຢາຍ ຄຳສັ່ງດັ່ງກ່າວ ຊຶ່ງເປັນສະບັບພາສາອັງ ໃຫ້ບັນດາຜູ້ເຂົ້າຮ່ວມ ເພື່ອໃຫ້ສາມາດເຂົ້າໃຈລາຍລະອຽດຂອງຄຳສັ່ງ ແລະ ນຳໄປຈັດຕັ້ງປະຕິບັດຢ່າງເຄັ່ງຄັດ.

ຄຳສັ່ງດັ່ງກ່າວ ຈະເລີ່ມປະຕິບັດຕັ້ງແຕ່ ມື້ນີ້ເປັນຕົ້ນໄປ, ພ້ອມໄດ້ເນັ້ນບາງປະເດັນ ທີ່ສຳຄັນຂອງຄຳສັ່ງເປັນຕົ້ນ ແມ່ນ: ລັດຖະບານລາວ ຈະໄດ້ສືບຕໍ່ປິດດ່ານປະເພນີ ແລະ ດ່ານທ້ອງຖິ່ນຢ່າງເຂັ້ມງວດເດັດຂາດ ແລະ ປິດດ່ານສາກົນທັງໝົດ ນັບຕັ້ງແຕ່ມື້ນີ້ຮອດວັນທີ 19 ເມສາ 2020 ສໍາລັບການເຂົ້າອອກ ຂອງບຸກຄົນລວມທັງ ຜູ້ທີ່ໄດ້ຮັບອະນຸຍາດແລ້ວ ແຕ່ບໍ່ທັນໄດ້ອອກ ຫລື ເຂົ້າມາ. ກະລຸນານໍາ ເອົາຂໍ້ມູນດັ່ງກ່າວ, ໄປແຈ້ງໃຫ້ປະຊາຊົນ ແລະ ປະເທດຂອງຕົນຮັບຊາບໂດຍດ່ວນ ໂດຍສະເພາະຕໍ່ຜູ້ທີ່ມີ ຈຸດປະສົງເດີນທາງມາ ສປປ ລາວ.

ພ້ອມດຽວກັນນີ້ ກໍຫ້າມຈັດກິດຈະກໍາ, ປະຊຸມ ຫລື ໂຮມຊຸມນຸມຕ່າງໆ ທີ່ມີຜູ້ເຂົ້າຮ່ວມຫລາຍກວ່າ 10 ຄົນ. ສຳລັບ ທະນາຄານ, ສະຖາບັນການເງິນ ທີ່ບໍ່ແມ່ນທະນາຄານ, ຕະຫລາດຫລັກຊັບ, ບໍລິສັດຫລັກຊັບ, ໂຮງຫມໍ, ສູນການແພດ, ຮ້ານຂາຍຢາ, ໜ່ວຍກູ້ໄພ, ກິດຈະການໄປສະນີ, ໂທລະຄົມມະ ນາຄົມ, ໄຟຟ້າ, ນໍ້າປະປາ, ການບໍລິການເກັບ ແລະ ຖິ້ມຂີ້ເຫຍື້ອ, ຕະຫລາດກະສິກໍາ, ຮ້ານຂາຍເຄື່ອງຍ່ອຍ, ຮ້ານຄ້າ (ຊຸບເປີມາເກັດ), ປໍ້ານໍ້າມັນ, ຮ້ານອາຫານ ແລະ ຮ້ານກາເຟ, ລວມທັງໂຮງແຮມ, ຣີສອດ ທີ່ໃຫ້ບໍລິການທີ່ພັກ ແລະ ຮ້ານອາຫານ ແມ່ນຍັງອະຍຸຍາດໃຫ້ສືບຕໍ່ ດຳເນີນກິດຈະການ ແຕ່ຕ້ອງປະຕິບັດມາດຕະການ ປ້ອງກັນຢ່າງເຂັ້ມງວດ.

ການຊ່ວຍຊາດໃນຍາມມີໄພ ຫລື ພົບວິກິດຂອງການແຜ່ລະບາດ ໄວຣັດໂຄວິດ-19 ຄືໃນປັດຈຸບັນ ບໍ່ໄດ້ໝາຍຄວາມ ວ່າຕ້ອງບໍລິຈາກເງິນ-ວັດຖຸເປັນ ຈຳນວນຫລວງຫລາຍ ຫລື ເຂົ້າໄປຊ່ວຍແພດໝໍ ໃນການຮັກສາ ຫລື ໄປຊ່ວຍເຈົ້າໜ້າທີ່ສະເພາະກິດ ປະຕິບັດວຽກງານ ພຽງແຕ່ທຸກຄົນ, ທຸກຄອບຄົວ ຢູ່ເຮືອນ, ງົດອອກໄປທ່ຽວຫລີ້ນ, ງົດຈັດງານ, ບໍ່ເຂົ້າຮ່ວມງານພົບປະສ້າງສັນ ທີ່ມີຄົນຈຳນວນຫລາຍ, ປະຕິມາລະ ຍາດໃນການໄອ-ຈາມ ແລະ ປັດຕິບັດຕາມຄຳແນະນຳ ໃນການປ້ອງກັນໂຕເອງ ຢ່າງເຄັ່ງຄັດ ກໍຖືວ່າເປັນການ ປະກອບສ່ວນທີ່ປະເສີດ ແລະ ດີທີ່ສຸດ (ອາດສາມາດເວົ້າໄດ້ວ່າ ດີກວ່າວັກຊີນປ້ອງກັນ ແລະ ຢາຮັກ ສາໂຣກທີ່ມີລາແພງອີກ) ໃນການຊ່ວຍ ລັດຖະບານປ້ອງກັນ ແລະ ຄວບຄຸມພະຍາດອັນຕະລາຍນີ້ ໄດ້ຢ່າງທັນການ.

ລັດຖະບານ ໄດ້ພະຍາຍາມເຮັດທຸກສິ່ງທຸກຢ່າງ ເພື່ອຄວາມຢູ່ດີກິິນດີ, ເພື່ອຄວາມສະດວກສະບາຍ ແລະ ເພື່ອຄວາມປອດໄພ ຂອງພໍ່ແມ່ພີ່ນ້ອງ ປະຊາຊົນລາວບັນດາເຜົ່າ ຢ່າງບໍ່ຮູ້ອິດຮູ້ເມື່ອຍ ແລ້ວ ພວກເຮົາເດພ້ອມລະບໍ ທີ່ຈະປະກອບສ່ວນ ຊ່ວຍປົກປ້ອງໂຕເຮົາເອງ, ພໍ່ແມ່, ພີ່ນ້ອງ, ລູກຫລານ, ສັງຄົມ ແລະ ປະເທດຊາດຂອງເຮົາ. ຄວາມສາມັກຄີ, ຄວາມເປັນຈິດໜຶ່ງໃຈດຽວ, ຄວາມອົດທົນ, ຄວາມເສຍສະຫລະ ແລະ ການຮ່ວມແຮງຮ່ວມໃຈກັນ ຂອງຄົນລາວທັງຊາດ ຈະເຮັດໃຫ້ປະເທດຊາດ ຂອງເຮົາເຂັ້ມແຂງ ແລະ ສາມາດຕໍ່ສູ້ເພື່ອເອົາຊະນະ ແລະ ຜ່ານຜ່າວິກິດຄັ້ງນີ້ໄປໄດ້ດ້ວຍດີ.

(ໄຊພອນ)

ເຫດການ
302 Found

Found

The document has moved here.