ສະໜາມບິນ ໂນ້ຍບ່າຍ ຢຸດຮັບຜູ້ໂດຍສານ ຫວຽດນາມ ໃນຖ້ຽວບິນສາກົນ ຈົນຮອດວັນທີ 31 ມີນານີ້

11:43 | 28/03/2020

ຍສໝ - ເລີ່ມແຕ່ວັນທີ 26 ມີນາຈົນເຖິງວັນທີ 31 ມີນາ, ສະໜາມບິນ ໂນ້ຍບ່າຍ (ຮ່າໂນ້ຍ) ຈະບໍ່ຍອມຮັບເອົາຖ້ຽວບິນສາກົນສຳລັບສາຍການບິນ ຂົນສົ່ງຊາວຫວຽດນາມ ຈາກຕ່າງປະເທດ.

ຕາມຕາຕະລາງການບິນວັນທີ 26 ມີນາ, ສະໜາມບິນສາກົນ ໂນ້ຍ​ບ່າຍ ຈະຕ້ອນຮັບຜູ້ໂດຍສານ 577 ຄົນທີ່ເປັນສັນຊາດ ຫວຽດນາມ ໃນຖ້ຽວບິນ 4 ຖ້ຽວ ຈາກລັດເຊຍ, ຍີ່ປຸ່ນ ແລະ ໄທ. ບັນດາຖ້ຽວບິນລະຫວ່າງປະເທດຈຳນວນໜຶ່ງ ໃນອາທິດທີ່ຜ່ານມາ ໄດ້ຫັນມາລົງຈອດທີ່ສະໜາມບິນ ເວີນໂດນ (ກ໋ວາງນິງ) ແທນໃຫ້ ສະໜາມບິນ ​ໂນ້ຍ​ບ່າຍ.

ສະໜາມບິນ ໂນ້ຍບ່າຍ ຢຸດຮັບຜູ້ໂດຍສານ ຫວຽດນາມ ໃນຖ້ຽວບິນສາກົນ ຈົນຮອດວັນທີ 31 ມີນານີ້

ສະໜາມບິນ ໂນ້ຍບ່າຍ ຢຸດຮັບຜູ້ໂດຍສານ ຫວຽດນາມ ໃນຖ້ຽວບິນສາກົນ ຈົນຮອດວັນທີ 31 ມີນານີ້. (ພາບ: thanhnien)

ເພື່ອເປັນເປັນເຈົ້າການໃນປ້ອງກັນ ແລະ ຕ້ານລະບາດຂອງ Covid-19, ໃນຕອນແລງຂອງວັນທີ 27 ມີນາ, ປະທານຄະນະກຳມະການປະຊາຊົນນະຄອນຫຼວງ ຮ່າໂນ້ຍ ໄດ້ອອກຄຳສັ່ງວ່າ ຈາກວັນທີ 28 ມີນາ, ຕ້ອງໃຫ້ປິດຮ້ານທຸກແຫ່ງໃນບໍລິເວນ ນະຄອນຫຼວງ ຮ່າໂນ້ຍ ຈົນເຖິງວັນທີ 5 ເດືອນເມສາ,ຍົກເວັ້ນແຕ່ສິນຄ້າທີ່ຈຳເປັນ ເພື່ອຈຳກັດການເຕົ້າໂຮມຫຼາຍຄົນ, ສະກັດກັ້ນສ່ຽງຕໍ່ການແຜ່ລະບາດຂອງພະຍາດ Covid 19.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.