ກອງ​ປະ​ຊຸມ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດຄັ້ງ​ທີ 43

12:51 | 24/03/2020

ຍສໝ - ກອງປະຊຸມຄະນະປະຈຳສະພາແຫ່ງຊາດຄັ້ງທີ 43 ຈະດຳເນີນໃນລະຫວ່າງວັນທີ 23 – 25 ມີນາຢູ່ຮ່າໂນ້ຍ.

ກອງ​ປະ​ຊຸມ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດຄັ້ງ​ທີ 43

ໄຂ​ກອງ​ປະ​ຊຸມ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດຄັ້ງ​ທີ 43. (ພາບ:bnews.vn)

ທີ່ວາລະປະຊຸມ, ຄະນະປະຈໍາສະພາແຫ່ງຊາດ ໃຫ້ຄໍາເຫັນກ່ຽວກັບບັນດາບັນຫາຍັງມີຄໍາຄິດເຫັນແຕກຕ່າງກັນຂອງຮ່າງກົດໝາຍ 6 ສະບັບ. ນອກຈາກນັ້ນ, ຄະນະປະຈໍາສະພາແຫ່ງຊາດ ກໍ່ໃຫ້ຄໍາເຫັນກ່ຽວກັບຮ່າງກົດໝາຍວ່າດ້ວຍການປ້ອງກັນຊາຍແດນຫວຽດນາມ.ຄະນະປະຈໍາສະພາແຫ່ງຊາດ ກໍ່ໃຫ້ຄໍາເຫັນກ່ຽວກັບການດັດປັບອັດຕາສ່ວນງົບປະມານຮັບປະກັນໃຫ້ການເຄື່ອນໄຫວສໍາລັບກົມໃຫຍ່ພາສີອາກອນ ແລະກົມໃຫຍ່ພາສີ ໄລຍະ 2016-2020; ເລື່ອງດັດປັບສົ່ງງົບປະມານສ່ວນໜຶ່ງເພື່ອຮັບປະກັນການເຄື່ອນໄຫວຂອງກົມໃຫຍ່ພາສີອາກອນ ໄປສູ່ກົມສະສົມແຫ່ງລັດ, ຄະນະກໍາມະການຫຼັກຊັບແຫ່ງລັດ ແລະສະຖາບັນການເງິນ; ກົນໄກຄຸ້ມຄອງການເງິນ ແລະລາຍຮັບຕິດພັນກັບລັກສະນະພິເສດສະເພາະຂອງບັນດາອົງການຄຸ້ມຄອງການບໍລິຫານຂອງລັດ; ຮ່າງດໍາລັດຂອງລັດຖະບານສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງດໍາລັດເລກທີ 165/2016/NĐ-CP ລົງວັນທີ 24 ທັນວາ 2016 ກໍານົດລະອຽດກ່ຽວກັບການຄຸ້ມຄອງ, ນໍາໃຊ້ງົບປະມານຂອງລັດສຳລັບການເຄື່ອນໄຫວຈໍານວນໜຶ່ງທີ່ຂຶ້ນກັບຂົງເຂດການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ການດັດປັບແຜນລາຍຈ່າຍງົບປະມານຂອງລັດປີ 2020 ຂອງຫ້ອງວ່າການສູນກາງພັກ ແລະກະຊວງການຕ່າງປະເທດ.

ກອງ​ປະ​ຊຸມ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດຄັ້ງ​ທີ 43

ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີຫວຽດນາມ.(ພາບ:TTXVN)

ໃນກອງປະຊຸມຄັ້ງນີ້ຄະນະປະຈຳສະພາແຫ່ງຊາດຈະຮັບຟັງ ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີຫວຽດນາມ, ຫົວໜ້າຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດ Covid – 19 ແຫ່ງຊາດລາຍງານກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19. ສະເໜີບົດລາຍການກ່ຽວກັບວຽກງານປ້ອງກັນ, ຄວບຄຸບໂລກລະບາດໂຄວິດ-19, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ໃຫ້ຮູ້ວ່າ, ປະຊາຊົນນັບມື້ນັບມີຄວາມເຊື່ອໝັ້ນຕໍ່ການຊີ້ນຳ, ນຳພາຂອງພັກ, ລັດ ໃນການປ້ອງກັນ, ຄວບຄຸມໂລກລະບາດ, ຜ່ານນັ້ນປຸກລຸກນ້ຳໃຈຮັກຊາດ, ຄວາມຮັບຜິດຊອບຕໍ່ກັບປະຊາຄົມ; ຍາດແຍ່ງເອົາການສະໜັບສະໜູນຂອງບັນດາອົງການຈັດຕັ້ງສາກົນ, ອາຊຽນ, ບັນດາປະເທດໃນການປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19.

ທີ່ກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ໄດ້ສະເໜີໃຫ້ທ້ອງຖິ່ງຕ່າງໆກວດກາຄືນສຳລັບ 350.000 ຄົນທີ່ໄດ້ເຂົ້າເມືອງຫວຽດນາມ ແລ້ວນັ້ນ, ເພື່ອຈະກວດພົບກໍລະນີຕິດເຊື້ອພະຍາດ ແລະ ກໍລະນີທີ່ໄດ້ສຳຜັດກັບປະຊາຄົມໂດຍໄວ.

(ໄຊພອນ)

ເຫດການ
302 Found

Found

The document has moved here.