ສາຍພົວພັນລະຫວ່າງສອງປະເທດຫວຽດນາມ ແລະລາວ ແມ່ນສາຍພົວພັນບໍລິສຸດຜຸດຜ່ອງ, ສັດຊື່ບໍລິສຸດ

16:38 | 23/03/2020

ຍສໝ - ສາຍພົວພັນສາມັກຄີແບບພິເສດ ຫວຽດນາມ-ລາວ ເຊິ່ງປະທານ ໂຮ່ຈີມິນ ແລະປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ກໍ່ຕັ້ງ, ການນໍາຮຸ່ນຕ່າງໆຂອງສອງພັກ, ສອງລັດ ແລະປະຊາຊົນສອງປະເທດໄດ້ທຸ້ມເທເຫື່ອແຮງເພີ່ມພູນຄູນສ້າງພວມພັດທະນາຢູ່ໃນລະດັບສູງສຸດນັບແຕ່ກ່ອນມາຮອດປະຈຸບັນ.

ສາຍພົວພັນລະຫວ່າງສອງປະເທດຫວຽດນາມ ແລະລາວ ແມ່ນສາຍພົວພັນບໍລິສຸດຜຸດຜ່ອງ, ສັດຊື່ບໍລິສຸດ

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ( (ພາບ:dangcongsan.vn)

ສາຍພົວພັນລະຫວ່າງສອງປະເທດຫວຽດນາມ ແລະລາວ

ແມ່ນສາຍພົວພັນບໍລິສຸດຜຸດຜ່ອງ, ສັດຊື່ບໍລິສຸດແບບພິເສດຫາຍາກລະຫວ່າງສອງປະເທດ, ຖືກຕ້ອງຄືດັ່ງໜັງສືພິມປະຊາຊົນ, ເຊິ່ງແມ່ນອົງການກະບອກສຽງຂອງສູນກາງພັກປະຊາຊົນປະຕິວັດລາວ ຢັ້ງຢືນເນື່ອງໃນໂອກາດການຢ້ຽມຢາມລາວ ຂອງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໃນປີ 2019, ນັ້ນແມ່ນສາຍພົວພັນທີ່ສະແດງໃຫ້ເຫັນບັນດາຄວາມຄາດຫວັງຂອງປະຊາຊົນສອງປະເທດແມ່ນຄວາມສາມັກຄີ, ສ້າງການພົວພັນສະເໝີພາບ, ເປັນເຈົ້າຕົນເອງ, ມິດຕະພາບ, ຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງສອງປະເທດ; ນັ້ນແມ່ນສາຍພົວພັນຮ່ວມມືຮອບດ້ານ, ຍືນຍົງມີລັກສະນະຊອດທະລຸໃນປະຫວັດສາດໄລຍະຕ່າງໆ, ບັນດາໄລຍະທາງ, ບາດກ້າວເດີນກ່ອນແມ່ນກະກຽມໃຫ້ບາດກ້າວເດີນຕາມຫຼັງເພື່ອສືບຕໍ່ພັດທະນາ, ນໍາມາເຊິ່ງບັນດາໄຊຊະນະປະຫວັດສາດຂອງສອງປະເທດຫວຽດນາມ, ລາວ ໃນພາລະກິດຕໍ່ສູ້ຍາດເອົາເອກະລາດໃນເມື່ອກ່ອນ ແລະພາລະກິດແຫ່ງການປ່ຽນແປງໃໝ່, ສ້າງສາປະເທດຊາດພ້ອມກັນກ້າວຂຶ້ນລັດທິສັງຄົມນິຍົມໃນປະຈຸບັນ.

65 ປີທີ່ຜ່ານມາ, ພາຍໃຕ້ການຊີ້ນຳນຳພາຢ່າງສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວບັນລຸໄດ້ບັນດາໄຊຊະນະອັນຍິ່ງໃຫຍ່, ມີຄວາມໝາຍດ້ານປະຫວັດສາດໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍປະເທດຊາດ, ສ້າງສາແລະປົກປັກຮັກສາປະເທດຊາດ. ພັກກອມມູນິດຫວຽດນາມ ແລະ ປະຊາຊົນຫວຽດນາມໄດ້ຕີລາຄາສູງແລະສະແດງຄວາມຊົມເຊີຍຕໍ່ບັນດາຜົນງານ ແລະ ໄຊຊະນະອັນຍິ່ງໃຫຍ່ເຊິ່ງພັກປະຊາຊົນປະຕິວັດລາວບັນລຸໄດ້ໃນຕະຫຼອດໄລຍະເວລາທີ່ຜ່ານມາ. ບັນດາຜົນງານຂອງພັກປະຊາຊົນປະຕິວັດລາວບໍ່ພຽງແຕ່ມີຄວາມໝາຍເລິກເຊິ່ງສຳລັບພາລະກິດແຫ່ງການສ້າງສາ, ປົກປັກຮັກສາແລະພັດທະນາປະເທດລາວເທົ່ານັ້ນແຕ່ຍັງແມ່ນແຫຼ່ງກຳລັງໃຈອັນໃຫຍ່ຫຼວງຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມໃນວິວັດແຫ່ງການປ່ຽນແປງໃໝ່, ສ້າງສາແລະປົກປັກຮັກສາປະເທດຊາດອີກດ້ວຍ.

ສາຍພົວພັນລະຫວ່າງສອງປະເທດຫວຽດນາມ ແລະລາວ ແມ່ນສາຍພົວພັນບໍລິສຸດຜຸດຜ່ອງ, ສັດຊື່ບໍລິສຸດ

ທ່ານນາງສູນທອນ ໄຊຍະຈັກ ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ແລະ ທ່ານຫງວຽນບ໊າຮູ່ງເອກອັກຄະລັດຖະທູດ ຫວຽດນາມ ປະຈຳລາວ (ພາບ: TTXVN)

ກ່ຽວກັບການຮ່ວມມືດ້ານເສດຖະກິດ ປີ 2019

ວົງເງິນການຄ້າສອງສົ້ນລື່ນກາຍລະດັບຄາດໝາຍ 1 ຕື້ໂດລາສະຫະລັດ, ບັນລຸໄດ້ 1,2 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 12,6%. ບາງໂຄງການຈຸດສຸມລະຫວ່າງສອງປະເທດສືບຕໍ່ໄດ້ປະຕິບັດ, ເປັນໜ້າເອົາໃຈໃສ່ແມ່ນໄດ້ມີການກໍ່ສ້າງກິດຈະກຳຫໍສະພາແຫ່ງຊາດລາວຫຼັງໃໝ່, ເຊິ່ງເປັນຂອງຂວັນໂດຍພັກ, ລັດ ແລະປະຊາຊົນຫວຽດນາມ ມອບໃຫ້ພັກ, ລັດ ແລະປະຊາຊົນລາວ.

ການຮ່ວມມືໃນບັນດາຂົງເຂດອື່ນລະຫວ່າງສອງປະເທດ

ນັບມື້ນັບໄດ້ຮັບການຮັດແໜ້ນ, ເຂົ້າສູ່ລວງເລິກ. ການນໍາສອງປະເທດກໍ່ເຫັນດີເປັນເອກະພາບເພີ່ມທະວີເສົາຄໍ້າການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແນໃສ່ຮັກສາຄວາມໝັ້ນຄົງດ້ານການເມືອງ, ບັນດາການຢ້ຽມຢາມເຊິ່ງກັນ ແລະກັນຂອງເລຂາທິການໃຫຍ່, ປະທານປະເທດສອງປະເທດໃນປີ 2019 ແລະຫວ່າງມໍ່ໆມານີ້, ເປັນຕົ້ນແມ່ນການຢ້ຽມຢາມ ແລະເປັນປະທານຮ່ວມກອງປະຊຸມຄັ້ງທີ 42 ຄະນະກໍາມະການລະຫວ່າງລັດຖະບານຫວຽດນາມ-ລາວ ຂອງນາຍົກລັດຖະມົນຕີລາວ ໃນເດືອນມັງກອນ 2020 ພ້ອມກັບບັນດາການເຄື່ອນໄຫວຮ່ວມມື, ຊ່ວຍເຫຼືອເຊິ່ງກັນ ແລະກັນເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ຈະແມ່ນພື້ນຖານອັນໝັ້ນແກ່ນນໍາສອງປະເທດບັນລຸໄດ້ບັນດາໄຊຊະນະໃໝ່.

(ໄຊພອນ)

ເຫດການ
302 Found

Found

The document has moved here.