ມີຈຳນວນຜູ້ຕິດເຊື້ອໄວຣັດ SARS – CoV – 2 ໃນທົ່ວໂລກເກືອບ 170.000 ຄົນ, ໃນນັ້ນ ເສຍຊີວິດ 6515 ຄົນ

17:06 | 16/03/2020

ຍສໝ - ມີ 2 ປະເທດທີ່ເກີດມີໂລກລະບາດ Covid – 19 ຮ້າຍແຮງທີ່ສຸດນັ້ນແມ່ນ ອີຕາລີ ແລະ ແອັດສະປາຍ ໂດຍສືບຕໍ່ກວດພົບຜູ້ຕິດເຊື້ອໃໝ່ ແລະ ເສຍຊີວິດຕື່ມອີກໃນວັນທີ 15 ມີນາ, ໂດຍບໍ່ຫົວຊາຕໍ່ເລື່ອງໄດ້ປະຕິບັດມາດຕະການປິດລ້ອມເຂດໃນທົ່ວປະເທດແລ້ວ.

ມີຈຳນວນຜູ້ຕິດເຊື້ອໄວຣັດ SARS – CoV – 2 ໃນທົ່ວໂລກເກືອບ 170.000 ຄົນ, ໃນນັ້ນ ເສຍຊີວິດ 6515 ຄົນ

ພາບປະກອບ


ອົງການອະນາໄມໂລກ (WHO) ໄດ້ຢັ້ງຢືນວ່າ ມີຈຳນວນຜູ້ຕິດເຊື້ອໄວຣັດ SARS – CoV – 2 ໃນທົ່ວໂລກເກືອບ 170.000 ຄົນ, ໃນນັ້ນ ເສຍຊີວິດ 6515 ຄົນ. ໂລກລະບາດໄດ້ແຜ່ລາມອອກສູ່ 157 ປະເທດ ແລະ ເຂດແຄ້ວນ. ຕອນຄ່ຳວັນທີ 15 ມີນາ, ກະຊວງສາທາລະນະສຸກຫວຽດນາມ ໄດ້ປະກາດມີຊາວຕ່າງປະເທດ 3 ຄົນຕິດເຊື້ອໄວຣັດ Sars-CoV-2. ຜູ້ຕິດເຊື້ອໄວຣັດຄົນທີ 56 ແມ່ນເພດຊາຍ, ອາຍຸ 30 ປີ, ສັນຊາດອັງກິດ, ໄດ້ບິນຈາກອັງກິດ ມາສະໜາມບິນໂນ້ຍບ່າຍ, ຮ່າໂນ້ຍ, ໃນຕອນເຊົ້າວັນທີ 09 ມີນາ. ນັບແຕ່ວັນທີ 10 ມີນາ ຮອດວັນທີ 13 ມີນາ, ນັກທ່ອງທ່ຽວຜູ້ນີ້ໄດ້ໄປທ່ອງທ່ຽວຢູ່ຊາປາ, ຫຼັງຈາກນັ້ນໄດ້ກັບເມືອຮ່າໂນ້ຍ.

ເລີ່ມແຕ່ວັນທີ 15 ມີນາ, ຫວຽດນາມປະຕິບັດການວິໄຈເລືອດຕໍ່ຜູ້ໂດຍສານທີ່ມາຈາກເອີລົບ ແລະ ອາເມລິກາ, ຢູ່ບັນດາດ່ານຊາຍແດນສາກົນ. ນີ້ແມ່ນຂໍ້ມູນເຊິ່ງໄດ້ທ່ານ ຫງວຽນແທງລອງ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມຍົກອອກທີ່ກອງປະຊຸມທາງອອນລາຍເຝິກອົບຮົມການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ຮັບໃຊ້ການສະກັດກັ້ນໂລກລະບາດ Covid – 19 ເຊິ່ງໄດ້ດຳເນີນໃນຕອນເຊົ້າວັນທີ 15 ມີນາ ຢູ່ຮ່າໂນ້ຍ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.