ເກົາຫຼີໃຕ້ ເປີດໃຊ້ລະບົບ 5G ເປັນປະເທດທຳອິດ

16:10 | 04/04/2019

ເມື່ອວັນທີ 4 ເມສາ 2019 ວ່າ ເກົາຫຼີໃຕ້ ເປີດໃຊ້ເທັກໂນໂລຢີໄຮ້ສາຍຮຸ້ນທີ່ 5 (5G) ຫຼືເຄືອຂ່າຍໂທລະສັບມືຖືລະບົບ 5 ຈີແບບເຕັມສັກກະຍາພາບເປັນປະເທດທຳອິດຂອງໂລກເມື່ອວັນພຸດທີ 3 ເມສາ ໂດຍຕັ້ງເປົ້າໃຊ້ລະບົບ 5 ຈີ ເພື່ອກະຕຸ້ນການເຕີບໂຕເສດຖະກິດທີ່ຊະລໍໂຕ ລະບົບ 5 ຈີຈະເຮັດໃຫ້ສະມາດໂຟນເຮັດການເຊື່ອມຕໍ່ເກືອບຈະທັນທີ ຫຼືໄວກວ່າລະບົບ 4 ຈີ 20 ເທົ່າ ຜູ້ໃຊ້ດາວໂຫລດຫນັງທັງເລື່ອງທີ່ມີຄວາມຍາວ 120 ນາທີ ໂດຍໃຊ້ເວລາບໍ່ເຖິງ 1 ວິນາທີ

ເກົາຫຼີໃຕ້ ເປີດໃຊ້ລະບົບ 5G ເປັນປະເທດທຳອິດ

ລະບົບ 2 ຈີເຮັດໃຫ້ມືຖືເຂົ້າເວັບໄຊໄດ້ຢ່າງກ້ວາງຂວາງ ແລະລະບົບ 4 ຈີ ເຮັດໃຫ້ແອັບພິເຄຊັ່ນໃຫ່ມໆຕັ້ງແຕ່ສື່ສັງຄົມອອນໄລນໄປຈົນເຖິງແອັບພິເຄຊັ່ນຮຽກບໍລິການລົດອູເບີໃຫ້ເຮັດວຽກໄດ້ໄດ້ສ່ວນລະບົບ 5 ຈີຍົກລະດັບການເຊື່ອມຕໍ່ສູ່ຂັ້ນໃຫ່ມດ້ວຍຄວາມໄວເຫນືອກວ່າ ເປັນສ່ວນສຳຄັນຊ່ວຍພັດທະນາອຸປະກອນໃນອານາຄົດ ຕັ້ງແຕ່ລົດອັດສະລິຍະຂັບເຄື່ອນໂຕເອງ ຫຸ່ນຍົນອຸດສະຫະກຳອາກາດຊະຍານໄຮ້ຄົນຂັບ (ໂດຣນ) ແລະການພັດທະນາອື່ນໆຂອງການນຳອິນເຕີເນັດເຊື່ອມຕໍ່ອຸປະກອນໃຫ້ຮັບ-ສົ່ງຂໍ້ມູນ ເພື່ອໃຫ້ຜູ້ໃຊ້ຄວບຄຸມຫຼືນຳຂໍ້ມູນໄປໃຊ້ງານໄດ້ (Internet of Things) ຄາດສ້າງມູນຄ່າໃຫ້ເສດຖະກິດໂລກປະມານ 565.000 ລ້ານດອລລາ ພາຍໃນປີ 2034 ຫລືອີກ 15 ປີຂ້າງຫນ້າ.


ເກົາຫຼີໃຕ້ ເປີດໃຊ້ລະບົບ 5G ເປັນປະເທດທຳອິດ

ການໃຊ້ລະບົບ 5 ຈີເປັນປະເທດທຳອິດຂອງເກົາຫຼີໃຕ້ມີຂື້ນຂະນະອາເມຣິກາ ຂັດແຍ່ງການຄ້າກັບຈີນກະທັງລາມເປັນປໍລະປັກກັບຫົວເວີ່ຍ ບໍລິສັດຜູ້ນຳເທັກໂນໂລຢີ 5ຈີ ສັນຊາດຈີນ ພັນທະມິດຂອງອາເມຣິກາຫລາຍປະເທດສະກັດກັ້ນຫົວເວີ່ຍຕາມອາເມຣິກາດ້ວຍ.

(ແຫຼ່ງ​ຂໍ້​ມູນ​: ABC LAOS NEWS)

ເຫດການ
302 Found

Found

The document has moved here.