WHO ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ ການ​ຕ​ິດ​​ແປດ ລະ​ຫວ່າງ ຄົນ​ກັບ​ຄົນ​ຢູ່ ນອກ​ປະ​ເທດຈ​ີນ

16:57 | 31/01/2020

ຍສໝ - ອົງການອານາໄມໂລກ(WHO)ໄດ້ປະກາດວ່າ, ເລື່ອງ ເຊື້ອຈຸລະໂລກສາຍພັນໃໝ່ ທີ່ເກີດຂຶ້ນຢູ່ ນະຄອນ ອູຫັ່ນ (ປະເທດຈີນ) ທີ່ຕິດແປດ ລະຫວ່າງ ຄົນກັບຄົນ ຢູ່ 3 ປະເທດ ເຢຍລະມັນ, ຫວຽດນາມ, ຍີ່ປຸ່ນ ແມ່ນສິ່ງທີ່ໜ້າວິຕົກກັງວົນ ແລະ ວຽກນີ້ຈະໄດ້ຮັບການຕີລາຄາຈາກບັນດານັກຊ່ຽວຊານ ຂອງ WHO ເມື່ອຈັດກອງປະຊຸມກຸ່ມອີກຄັ້ງໜຶ່ງເພື່ອພິຈາລະນາວ່າ ຈະປະກາດ ສະພາບການສຸກເສີນທົ່ວໂລກຫຼືບໍ່?

WHO ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ ການ​ຕ​ິດ​​ແປດ ລະ​ຫວ່າງ ຄົນ​ກັບ​ຄົນ​ຢູ່ ນອກ​ປະ​ເທດຈ​ີນ

ພາບປະກອບ

ຕໍ່ໜ້າສະພາບການດັ່ງກ່າວ, ຈີນ ໄດ້ອະນຸຍາດໃຫ້ ອົງການອະນາໄມໂລກ (WHO) ແຕ່ງຕັ້ງນັກຊ່ຽວຊານໄປຍັງປະເທດນີ້ ເພື່ອຊອກຮູ້ກ່ຽວກັບຈຸລະໂລກເຊື້ອໄວຣັດ ສາຍພັນໃໝ່ໂຄໂຣນາ ແລະ ແນະນໍາໂລກຮັບມືກັບໂລກລະບາດດັ່ງກ່າວ. ຍ້ອນມີຄວາມວິຕົກກັງວົນວ່່າ ເຊື້ອໄວຣັດສາຍພັນໃໝ່ນີ້ຈະລະບາດຢ່່າງແຮງ, ສະນັ້ນ, ບໍລິສັດການບິນຫຼາຍແຫ່ງ ໄດ້ຫຼຸດຜ່ອນຈໍານວນຖ້ຽວບິນ ທີ່ເດີີນທາງໄປຍັງປະເທດ ຈີນ ລົງ. ກຸ່ມບໍລິສັດຫຼາຍແຫ່ງໃນທົ່ວໂລກ ກໍຈໍາກັດພະນັກງານໄປຍັງປະເທດນີ້. ວັນທີ 31 ມັງກອນ, ຈຳນວນກໍລະນີເສຍຊີວິດຍ້ອນຕິດເຊື້ອຈຸລະໂລກສາຍພັນໃໝ່ (ຫຼືເຊື້ອໄວຣັດ corona) ຢູ່ຈີນ ໄດ້ເພີ່ມຂຶ້ນເປັນ 121 ຄົນແລ້ວ.

ອຳນາດການປົກຄອງແຂວງ ຮູເປີຍ ກໍ່ຢັ້ງຢືນວ່າ ມີ 1.220 ກໍລະນີຖືກຕິດເຊື້ອຈຸລະໂລກສາຍພັນໃໝ່ຕື່ມອີກ, ເພີ່ມຂຶ້ນໜ້ອຍໜຶ່ງເມື່ອທຽບໃສ່ກ່ອນໜ້ານັ້ນ 1 ວັນ. ບັນດາຕົວເລກດັ່ງກ່າວໄດ້ປະກາດໃຊ້ພາຍຫຼັງທີ່ອົງການອະນາໄມໂລກ (WHO) ປະກາດສະພາບເປັນສະພາວະສຸກເສີນທົ່ວໂລກກ່ຽວກັບເຊື້ອພະຍາດທີ່ເຮັດໃຫ້ເກີດມີກໍລະນີເສຍຊີວິດພວມແຜ່ລາມອອກໄປສູ່ 18 ປະເທດໃນທົ່ວໂລກ ເປັນເວລາ 2 – 3 ຊົ່ວໂມງ. ນີ້ກໍ່ໄດ້ຮັບຖືວ່າແມ່ນສັນຍານຊີ້ໃຫ້ເຫັນວ່າ ຈຳນວນຜູ້ເສຍຊີວິດຍັງຈະສືບຕໍ່ເພີ່ມຂຶ້ນໃນແຕ່ລະມື້, ເຖິງວ່າມີບັນດາມາດຕະການປ້ອງກັນທີ່ບໍ່ເຄີຍມີມາກ່ອນໄດ້ຮັບການຜັນຂະຫຍາຍຢູ່ແຂວງ ຮູເປີຍ ກ່ອນນີ້ 1 ອາທິດກໍ່ຕາມ.

(ໄຊພອນ)

ເຫດການ
302 Found

Found

The document has moved here.