ການເຂົ້າຮ່ວມການແຂ່ງຂັນບານເຕະມິດຕະພາບຄັ້ງນີ້ມີ ທ່ານ ເລກວາງທ້ຽນ, ບັນນາທິການໃຫຍ່ໜັງສືພິຍຸກສະໄໝ; ທ່ານ ຟ້າມຮົ່ງເຊີນ, ຮອງບັນນາທິການຫນັງສືພິມ ຍຸກສະໄໝ ແລະ ພະນັກງານ ຫນັງສືພິມ ຍຸກສະໄໝ ທຸກທົ່ວໜ້າ.
|
ທ່ານ ເລກວາງທ້ຽນ ບັນນາທິການໃຫຍ່ ໜັງສືພິມ ຍຸກສະໄໝ.
ຝ່າຍພະນັກງານ ແລະ ນັກຮຽນລາວ ນຳພາໂດຍ ທ່ານ ຊາຍທິເດດ ຈິນທະສອນ, ທີ່ປຶກສາການຄ້າຂອງສະຖານທູດ ລາວ ປະຈຳ ສສ ຫວຽດນາມ, ພະນັກງານ ຂອງສະຖານທູດ ແລະ ອ້າຍນ້ອງນັກສຶກສາລາວ ທີ່ ກຳລັງຮ່ຳຮຽນ ຢູ່ ມະຫາວິທະຍາໄລ ເສດຖະສາດແຫ່ງຊາດ ຮ່າໂນ້ຍ.
|
ທ່ານ ຊາຍທິເດດ ຈິນທະສອນ(ຊ້າຍ) ແລະ ທ່ານ ເລກວາງທ້ຽນ ມອບດອກຳໄມ້ແລະທຸງເຕະບານ.
ກິດຈະກໍາດັ່ງກ່າວໄດ້ຈັດຕັ້ງປະຕິບັດເພື່ອແນໃສ ເສີມສ້າງມິດຕະພາບປະຊາຊົນຂອງສອງປະເທດ ຫວຽດ-ລາວ ເວົ້າລວມ, ເພື່ອມິດຕະພາບຂອງ ໜັງສືພິມ ຍຸກສະໄໝ ແລະ ພະນັກງານ ສະຖານທູດລາວ, ພະນັກງານນ້ອງນັກຮຽນທີ່ກຳລັງສຶກສາ ຢູ່ ສສ ຫວຽດນາມເວົ້າສະເພາະ.
ທ່ານ ເລກວາງທ້ຽນ ໄດ້ກ່າວໃນການແຂ່ງຂັນບານເຕະຄັ້ງນີ້ວ່າ: ການແຂ່ງຂັນໄດ້ຈັດຂຶ້ນເພື່ອຄຳນັບຮັບຕ້ອນວັນໜັງສືພິມຫວຽດນາມ (21 ມິຖຸນາ); ພ້ອມນີ້ກໍ່ແມ່ນ ໂອກາດດີທີ່ຈະເປີດ ເວບໄຊ ໜັງສືພິມ ເປັນພາສາ ລາວ ທີ່ມີຊື່ວ່າ: huunghivietlao.thoidai.com.vn.
ທ່ານ ເລກວາງທ້ຽນ ຫວັງວ່າ, ອ້າຍນ້ອງຄົນລາວຈະພ້ອມກັນອ່ານ, ຮ່ວມກັນສ້າງຫນ້າໜັງສືພິມເອເລັກໂຕຣນິກ ເປັນພາສາລາວ ໃຫ້ມີຄວາມຫນ້າສົນໃຈ ແລະ ເປັນປະໂຫຍດຕໍ່ທຸກໆຄົນ. ສ່ວນທ່ານ ທ່ານ ຊາຍທິເດດ ຈິນທະສອນ ໄດ້ເນັ້ນຫນັກວ່າ: ການແຂ່ງຂັນບານເຕະຄັ້ງນີ້ແມ່ນກິດຈະກໍາທີ່ມີຄວາມຫມາຍ ແລະ ເປັນນາມມະທຳ. ນອກເໜືອ ຈາກການແລກປ່ຽນດ້ານກິລາ, ນີ້ກໍ່ແມ່ນໂອກາດສໍາລັບພະນັກງານ, ວິຊາການຂອງສອງ ອົງການຈັດຕັ້ງ ແລະ ນັກຮຽນ ມີການແລກປ່ຽນ, ໂອ້ລົມ, ຮຽນຮູ້ເຊິ່ງກັນ ແລະ ກັນ, ຊ່ວຍໃນການປະສານງານ ຊ່ວຍເຫຼືອເຊິ່ງກັນແລະກັນໃນການເຮັດວຽກ.
ການແຂ່ງຂັນ ດຳເນີນໄປບົນບັນຍາກາດ ທີ່ຟົດຟື້ນ, ນັກກິລາ ແຂ່ງຂັນດ້ວຍຈິດໃຈມິດຕະພາບ ແລະ ທຸມເທ ທັງແຮງກາຍແຮງໃຈ ເຮັດໃຫ້ມີສາຍຝົນແຫ່ງການຍິງປະຕູເກີດຂື້ນ. ການແຂ່ງຂັນສິ້ນສຸດລົງ ໂດຍທາງຝ່າຍໜັງສືພິມ ຊະນະດ້ວຍສະກໍ 7-5 ປະຕູ.
ຫຼັງຈາກການແຂ່ງຂັນ, ນັກກິລາທັງສອງທີມ ແລະ ເອື້ອຍອ້າຍນ້ອງກອງເຊຍ ໄດ້ເຂົ້າຮ່ວມພາເຂົ້າເລກໜ້ອຍ, ລຽບງ່າຍ ແລະ ເຕັມໄປດ້ວຍຄວາມອົບອຸ່ນ.
ພາບບັນຍາກາດການແຂ່ງຂັນເຕະບານ:
|
|
|
|
|
|
(ຫັດທະບູນ)