ນາຍົກລັດຖະມົນຕີ ແຫ່ງ ສປປ ລາວຢ້ຽມຢາມຫວຽດນາມ: 2 ຈຸດທີ່ເປັ່ງປະກາຍຂອງ ສາຍພົວພັນແບບພິເສດ

12:15 | 01/10/2019

ຍສໝ - ການລົງທືນ ແລະ ການຄ້າ ແມ່ນສອງຈຸດ ທີ່ເປັ່ງປະກາຍ ຂອງ ສາຍພົວພັນພິເສດ ຫວຽດນາມ - ລາວ. ປະຈຸບັນ, ຫວຽດນາມແມ່ນຜູ້ລົງທຶນໃຫຍ່ອັນດັບທີ 3 ໃນລາວ ດ້ວຍຍອດການລົງທຶນ ເຖິງ 4,1 ຕື້ USD.

ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທ່ານ ທອງລຸນ ສີສຸລິດ ພ້ອມພັນລະຍາ ຈະນຳ ພາ ຄະນະຜູ້ແທນຂັ້ນສູງຂອງລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄປຢ້ຽມຢາມສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 1-3 ຕຸລານີ້.

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວຢ້ຽມຢາມຫວຽດນາມ: 2 ຈຸດທີ່ເປັ່ງປະກາຍຂອງ ສາຍພົວພັນແບບພິເສດ

ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີ ຫງວຽ໋ນ ຊົນ ຟຸກ.(ພາບ : VGP / ກວາງຫ໋ຽວ)

ແຜນໃນການຢ້ຽມຢາມຄັ້ງນີ້, ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ຈະມີການພົບປະກັບ ທ່ານນາຍົກລັດຖະມົນຕີ ຫງວ໋ຽນ ຊົນ ຟຸກ, ຢ້ຽມຢາມຖາມຂ່າວ ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວ໋ຽນ ຟູ໋ ຈ້ອງ ແລະ ພົບປະກັບ ປະທານສະພາແຫ່ງຊາດ ທ່ານນາງ ຫງວ໋ຽນ ທິ ກິມ ເງິນ, ນາຍົກລັດຖະມົນຕີຫວຽດນາມ-ລາວ ທັງສອງທ່ານ ກໍ່ຈະເປັນສັກຂີພິຍານໃນການເຊັນລົງນາມ ໃນເອກະສານຮ່ວມມື ທີ່ສຳຄັນ ລະຫວ່າງ ຫວຽດນາມ ແລະ ລາວ.

ປະສິດທິພາບຈາກໂຄງການທີ່ສຳຄັນ

ສາຍພົວພັນພິເສດ ລະຫວ່າງ ຫວຽດນາມ ແລະ ລາວ ມັກຈະໄດ້ຮັບການກ່າວເຖິງ ຄືຄວາມໄກ້ສິດສະໜິດສະໜົມ, ຊື່ສັດ ຜ່ານການເວລາໃນປະຫວັດສາດຂອງແຕ່ລະປະເທດ. ສາຍພົວພັນນີ້ໄດ້ຮັບການຊຸກຍູ້, ເພີ່ມພູນຄູນສ້າງ ຈາກປະທານ ໂຮ່ຈີມິນ ແລະ ເຈົ້າສົມເດັດ ສຸພານຸວົງ, ປະທານ ໄກສອນ ພົມວິຫານ ແລະ ຜູ້ນຳ ຂອງສອງພັກ, ສອງລັດ ແລະ ປະຊາຊົນຂອງທັງສອງປະເທດ.

ໃນຊຸມປີມໍ່ໆມານີ້, ນອກຈາກບັນດາໝາກຜົນກໍ່ຄືຜົນສຳເລັດຂອງການຮ່ວມມື ດ້ານການເມືອງ, ຄວາມສະຫົງບ, ປ້ອງກັນຊາດ, ສັງຄົມ, ການສຶກສາ ແລະ ບຳລຸງສ້າງ, ການພົວພັນຫວຽດນາມ - ລາວ ກໍ່ເຫັນໄດ້ ບັນດາບາດກ້າວອັນດີໃນການລົງທຶນ ແລະ ການຄ້າ. ໃນນັ້ນມີບັນດາໂຄງການທີ່ໂດດເດັ່ນເຊັ່ນ: ເຂື່ອນໄຟຟ້ານ້ຳຕົກ ເຊຂະໝານ 1, ໂຮງແຮມ ເມື່ອງແທັງວຽງຈັນ (Muong Thanh Vientaine Hotel) ແລະ ກຸ່ມບໍລິສັດ ໂທລະຄົມທະຫານ ຫວຽດເທວ (Viettel) ຢູ່ ລາວ.

ໃນນັ້ນ, ໂຄງການເຂື່ອນໄຟຟ້ານ້ຳຕົກ ເຊຂະໝານ 1 ມີກຳລັງຕິດຕັ້ງ 322 MW, ມີກຳລັງການຜະລິດກະແສໄຟຟ້າ ສະເລ່ຍຕໍ່ປີ 1,2 ຕື້ kW / h, ມູນຄ່າການລົງທຶນທັງໝົດ ຈຳນວນ 441 ລ້ານໂດລາສະຫະລັດ. ໂຄງການປະກອບມີ 2 ຂັ້ນ: ຂັ້ນເທິງແມ່ນ ເຊຂະໝານ 1 (290MW) ແລະ ຂັ້ນລຸ່ມແມ່ນ ເຊຂະໝານ 1 - ຊານໄຊ (32MW). ໂຄງການດັ່ງກ່າວແມ່ນຈັດຕັ້ງປະຕິບັດໃນຮູບແບບຂອງ BOT, ພາຍຫຼັງ 25 ປີນັບແຕ່ ສຳເລັດ, ດຳເນີນການຜລິດໄຟຟ້າ ໃນທ້າຍປີ 2014, ກຸ່ມບໍລິສັດ ຊົງດ່າ (Song Da) ຈະມອບ ເຂື່ອນໄຟຟ້ານຳ້ຕົກ ເຊຂະໝານ 1 ໃຫ້ແກ່ລັດຖະບານ ສປປ ລາວ.

ພາຍຫຼັງ 13 ປີ ທີ່ລົງທຶນ ຢູ່ ສປປ ລາວ, ເຄື່ອງໝາຍການຄ້າ Unitel ຂອງ ກຸ່ມບໍລິສັດ ຫວຽດເທວ Viettel ໄດ້ກາຍເປັນເຄື່ອງໝາຍ ການຄ້າອັນດັບ 1 ຂອງປະເທດລາວ ໃນຂົງເຂດໂທລະຄົມມະນາຄົມເຊິ່ງມີລູກຄ້າຫລາຍກວ່າ 3 ລ້ານຄົນ, ກວມເອົາ 54% ຂອງສ່ວນແບ່ງຕະຫລາດໂທລະຄົມມະນາຄົມ ແລະ ສ້າງລາຍໄດ້ຫຼາຍກ່ວາ 1,35 ຕື້ໂດລາສະຫະລັດ. ນອກຈາກ ຫວຽດເທວ Viettel, ກຸ່ມບໍລິສັດ ຮວ່າງ ແອັງ ຢາ ລາຍ (Hoang Anh Gia Lai) ກໍ່ໄດ້ລົງທຶນເຂົ້າໃນຫຼາຍໂຄງການປູກຕົ້ນຢາງພາລາ, ຕົ້ນປາມ ຢູ່ ສປປ ລາວ. ກຸ່ມບໍລິສັດດັ່ງກ່າວຍັງໄດ້ສ້າງ ສະ ໜາມບິນ ຢູ່ ແຂວງອັດຕະປື, ເຊິ່ງປະກອບສ່ວນສ້າງລາຍຮັບໃຫ້ແກ່ຕະຫຼາດລາວ ຫຼາຍກ່ວາ 2,300 ຕື້ດົງ.

ຜົນສຳເລັດຂອງບັນດາໂຄງການຂອງຫວຽດນາມ ທີ່ລົງທຶນ ຢູ່ສປປ ລາວ ຍັງໄດ້ສະແດງອອກໃນຕົວເລກເສດຖະກິດ ອັນຕັ້ງໜ້າ. ອີງຕາມຂໍ້ມູນຈາກກະຊວງແຜນການ ແລະ ການລົງທືນ, ກະແສການລົງທືນຈາກປະເທດວຽດນາມເຂົ້າມາປະເທດລາວ ໄດ້ເພີ່ມຂື້ນຢ່າງຕໍ່ເນື່ອງໃນຊຸມປີທີ່ຜ່ານມາ, ທັງໃນຈຳນວນໂຄງການ ແລະ ຍອດລວມທຶນຈົດທະບຽນ.

ຄິດໄລ່ມາຮອດທ້າຍປີ 2018, ບັນດາວິສາຫະກິດຫວຽດນາມ ໄດ້ລົງທຶນເຂົ້າປະເທດລາວ 409 ໂຄງການ, ດ້ວຍຍອດລວມທຶນຈົດທະບຽນ 4,1 ຕື້ USD. ປະຈຸບັນຫວຽດນາມແມ່ນຜູ້ລົງທືນໃຫຍ່ ອັນດັບທີ 3 ຢູ່ ສປປ ລາວ, ຕໍ່ຈາກ ປະເທດຈີນ ແລະ ລາຊະອານາຈັກ ໄທ.

ຊຸກຍູ້, ສົ່ງເສີມການຄ້າຂ້າມແດນ

ໃນປີ 2018, ວົງເງິນການຄ້າສອງສົ້ນບັນລຸ ເກືອບ 1 ຕື້ USD. ສິນຄ້າຕົ້ນຕໍທີ່ ປະເທດລາວ ສົ່ງອອກໄປ ປະເທດຫວຽດນາມ ແມ່ນຜະລິດຕະພັນນ້ຳດື່ມ, ສິນຄ້າຈາກໄມ້ ແລະ ແຮ່ທາດ, ຜະລິດຕະພັນກະເສດ ເຊັ່ນ: ຢາງພາລາ, ກາເຟ, ສາລີ, ມັນຕົ້ນ, ເຂົ້າ ແລະ ງົວ-ຄວາຍ. ຜະລິດຕະພັນທີ່ສປປ ລາວ ນຳເຂົ້າຈາກ ປະເທດຫວຽດນາມ ສຸມໃສ່ກຸ່ມໃຫຍ່ເຊັ່ນ: ນ້ຳມັນ ແລະ ອາຍແກັດ, ປຸ໋ຍ, ເຫຼັກ, ເຄື່ອງຈັກ, ອຸປະກອນໄຟຟ້າ, ວັດສະດຸກໍ່ສ້າງ ແລະ ອາໄຫຼ່.

ເຖິງຢ່າງໃດກໍ່ຕາມ, ທັງລາວ ແລະ ຫວຽດນາມ ຮັບຮູ້ວ່າຕົວເລກນີ້ຍັງບໍ່ທັນສອດຄ່ອງກັບ ຄວາມສາມາດບົ່ມຊ້ອນໃນການຮ່ວມມືດ້ານການຄ້າ ລະຫວ່າງສອງຝ່າຍ. ສະນັ້ນ, ໃນຊຸມປີມໍ່ໆມານີ້, ສອງປະເທດໄດ້ຈັດຕັ້ງປະຕິບັດສົນທິສັນຍາການຄ້າສອງຝ່າຍ ສະບັບໃໝ່, ສົນທິສັນຍາການຄ້າຊາຍແດນ, ອະນຸສັນຍາ ວ່າດ້ວຍການປັບປຸງ ສົນທິສັນຍາ ການຂົນສົ່ງສິນຄ້າຂ້າມແດນ ຫວຽດນາມ - ລາວ, ແລະໄດ້ຈັດຕັ້ງປະຕິບັດ ກົນໄກ“ ປະຕູດຽວ ແລະ ຢຸດເທື່ອດຽວ” ຢູ່ດ່ານຊາຍແດນສາກົນລາວບາວ - ແດນສະຫວັນ, ຈັດຕັ້ງການຊຸກຍູ້, ສົ່ງເສີມການຄ້າ, ງານຕະຫຼາດນັດ ແລະ ກອງປະຊຸມສຳມະນາຕ່າງໆ; ເຊັນລົງນາມໃນອະນຸສັນຍາສະບັບປັບປຸງ, ດັດແກ້ສົນທິສັນຍາການ ຂົນສົ່ງສິນຄ້າຜ່ານຊາຍແດນ ຫວຽດນາມ - ລາວ.

ເມື່ອຮູ້ວ່າການຊຸກຍູ້ສົ່ງເສີມການເຊື່ອມຕໍ່ຄົມມະນາຄົມແມ່ນປັດໃຈ ສຳຄັນເພື່ອສ້າງບາດກ້າວບຸກທະລຸໃຫ້ແກ່ການຮ່ວມມືດ້ານການຄ້າຂ້າມຊາຍແດນ, ຫວຽດນາມ ແລະ ລາວໄດ້ປະຕິບັດຢ່າງຕັ້ງໜ້າ ໃນສັນຍາວ່າດ້ວຍແຜນການ 5 ປີ (2016-2020) ກ່ຽວກັບ ຍຸດທະສາດການຮ່ວມມືດ້ານການຂົນສົ່ງ ຫວຽດນາມ - ລາວ.

ຈາກນັ້ນ, ສອງປະເທດໄດ້ຍູ້ແຮງການປະຕິບັດບັນດາໂຄງການຂົນສົ່ງໃນຂອບການຮ່ວມມືສອງຝ່າຍ ແລະ ອະນຸພາກພື້ນ; ສືບຕໍ່ປະສານສົມທົບການຈັດຕັ້ງປະຕິບັດໂຄງການທີ່ສຳຄັນມີລັກສະນະຍຸດທະສາດ. ໃນນັ້ນປະກອບມີສອງໂຄງການໃຫຍ່: ເສັ້ນທາງດ່ວນຮ່າໂນ້ຍ - ວຽງຈັນ, ຍາວປະມານ 725 ກມ ດ້ວຍຍອດເງິນການລົງທືນປະມານ 2,5 ຕື້ໂດລາສະຫະລັດ; ເສັ້ນທາງລົດໄຟ ວຸ່ງ ອ໋າງ - ເຕິນເອີ໋ບ - ມຸຢ້າ - ທ່າແຂກ - ວຽງຈັນ ມີຄວາມຍາວ 554 ກມ ດ້ວຍມູນຄ່າການລົງທືນຫລາຍກວ່າ 5 ຕື້ໂດລາສະຫະລັດ.

ນອກຈາກນີ້, ກະຊວງຄົມມະນາຄົມ-ຂົນສົ່ງ ຫວຽດນາມ ແລະ ລາວຍັງໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການພັດທະນາ ທ່າ ກຳປັ່ນ 1, 2 ແລະ 3 ຂອງທ່າກຳປັ່ນ ວຸ່ງອ໋າງ; ໄດ້ຕົກລົງປ່ຽນຊື່ບໍລິສັດຫຸ້ນສ່ວນທ່າເຮືອວຸ່ງອ່າງ - ລາວ ມາເປັນບໍລິສັດຫຸ້ນສ່ວນທ່າເຮືອສາກົນລາວ - ຫວຽດ, ເຊັນລົງນາມໃນສົນທິສັນຍາ ວ່າດ້ວຍການຮ່ວມມື ແລະ ພັດທະນາທ່າເຮືອວຸ່ງອ໋າງ (ທ່າ 1, 2, 3); ຊຸກຍູ້ ສຳເລັດໂຄງການກໍ່ສ້າງສະໜາມບິນ ໜອງຄ້າງ ແຂວງຫົວພັນ ຕາມແຜນການທີ່ວາງໄວ້ໃນທ້າຍປີ 2019.

ການຊຸກຍູ້ສົ່ງເສີມ ໂຄງການຂົນສົ່ງ ລະຫວ່າງ ສອງປະເທດຄາດວ່າຈະຊ່ວຍໃຫ້ຫວຽດນາມ ແລະ ລາວບັນລຸເປົ້າໝາຍ ທີ່ຈະເຮັດໃຫ້ການຄ້າສອງຝ່າຍຂະຫຍາຍຕົວໄດ້ຫຼາຍກວ່າ 10%, ຫຼືຫຼາຍກວ່າ 1,1 ຕື້ໂດລາສະຫະລັດໃນປີ 2019 ແລະ ສືບຕໍ່ເພີ່ມຂື້ນໃນຊຸມປີຕໍ່ໄປ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.