ນາຍົກລັດຖະມົນຕີ ລາວ ຕ້ອນຮັບ ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ

17:55 | 16/07/2019

ຍສໝ - ໃນຕອນບ່າຍຂອງວັນທີ 16 ກໍລະກົດ 2019, ທ່ານຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ບຸ່ຍວັນນາມ, ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ແລະ ຄະນະປະຕິບັດງານ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ.

ນາຍົກລັດຖະມົນຕີ ລາວ ຕ້ອນຮັບ ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ

ທ່ານ ບຸ່ຍວັນນາມ ແລະ ທ່ານ ທອງລຸນ ສີສຸລິດ.(ພາບ:vov.vn)

ທີ່ການຕ້ອນຮັບ, ທ່ານຮອງລັດຖະມົນຕີ ບຸ່ຍວັນນາມ ໄດ້ລາຍງານກັບ ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ຊາບກ່ຽວກັບໝາກຜົນກອງປະຊຸມຮ່ວມມືການປ້ອງກັນຄວາມສະຫງົບລະຫວ່າງສອງປະເທດຫຽດນາມ - ລາວ ຄັ້ງທີ 10. ທ່ານຮອງລັດຖະມົນຕີ ບຸ່ຍວັນນາມ ໃຫ້ຮູ້ວ່າ: ສອງຝ່າຍໄດ້ເປັນເອກະພາບນຳກັນທິດທາງຮ່ວມມືລະຫວ່າງກຳລັງປ້ອງກັນຄວາມສະຫງົບຂອງປະເທດໃນໄລຍະຈະມາເຖິງ.

ທ່ານຮອງລັດຖະມົນຕີ ບຸ່ຍວັນນາມ ກໍ່ໃຫ້ຮູ້ຕື່ມອີກວ່າເນື່ອງໃນໂອກາດນີ້ກະຊວງຕຳຫຼວດຫວຽດນາມ ໄດ້ມອບໃຫ້ກະຊວງປ້ອງກັນຄວາມສະຫງົບລາວ ບາງເຄື່ອງອຸປະກອນຮັບໃຊ້ການເຄື່ອນໄຫວວິຊາສະເພາະ ແລະ ພ້ອມແລ້ວທີ່ຈະໜູນຊ່ວຍບຳລຸງສ້າງໃຫ້ແກ່ພະນັກງານກະຊວງປ້ອງກັນຄວາມສະຫງົບລາວ.

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຕີລາຄາສູງການຮ່ວມມືລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະ ກະຊວງປ້ອງກັນຄວາມສະຫງົບລາວ ໃນຫຼາຍຂົງເຂດ. ພ້ອມທັງຢືນຢັນຈະເອົາໃຈໃສ່ຊີ້ນຳກະຊວງປ້ອງກັນຄວາມສະຫງົບລາວ ແລະ ບັນດາອົງການຂຶ້ນກັບກະຊວງ ສົມທົບກັບກະຊວງຕຳຫຼວດຫວຽດນາມ ໃນການຮ່ວມມືປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດຂອງແຕ່ລະປະເທດ.

(ໄຊພອນ)

ເຫດການ