ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີຫວຽດນາມ ຈິ້ງ ​ດິ່ງ ​ຢຸງ ພົບ​ປະ​ເຈ​ລະ​ຈາ​ກັບ​ ທ່ານນາ​ຍົກ​ລັດ​ຖະ​ມົ​ນ​ຕີລາວ ທອງລຸນ ສິສຸລິດ

22:08 | 25/06/2019

ວັນທີ 25 ມິຖຸນາ 2019, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽດ ຢູ່ ລາວ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງ ດິ່ງ ຢຸງ ໄດ້ມີການພົບປະເຈລະຈາກັບ ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສິສຸລິດ.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີຫວຽດນາມ ຈິ້ງ ​ດິ່ງ ​ຢຸງ ພົບ​ປະ​ເຈ​ລະ​ຈາ​ກັບ​ ທ່ານນາ​ຍົກ​ລັດ​ຖະ​ມົ​ນ​ຕີລາວ ທອງລຸນ ສິສຸລິດ

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງ ດິ່ງ ຢຸງ ພົບປະເຈລະຈາກັບ ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສິສຸລິດ.(ພາບ:VGP)

ທີ່ການພົບປະສົນທະນາກັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສິສຸລິດ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງ ດິ່ງ ຢຸງ ປາດຖະໜາວ່າ: ສອງຝ່າຍຈະຮັກສາບັນດາການຢ້ຽມຢາມ ແລະ ພົບປະຂັ້ນສູງ, ຍູ້ແຮງການຮ່ວມມືໃນບັນດາຂົງເຂດການຮ່ວມມື, ສືບຕໍ່ປະຕິບັດບັນດາຂໍ້ຕົກລົງ, ສັນຍາລະຫວ່າງສອງປະເທດ, ສືບຕໍ່ສົມທົບກັນຄົ້ນຫາ ແລະ ທ້ອນໂຮມອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະ ຊີວິດຢູ່ ລາວ ກັບເມືອປະເທດ.

ສ່ວນ ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສິສຸລິດ ເຫັນດີສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດຫວຽດນາມມາຊອກຫາກາລະໂອກາດຮ່ວມມື ແລະ ຜັນຂະຫຍາຍບັນດາໂຄງການຢູ່ລາວ; ຈັດຕັ້ງກອງປະຊຸມໂອ້ລົມສົນທະນາຄັ້ງທີ່ສອງລະຫວ່າງ ນາຍົກລັດຖະມົນຕີລາວ ແລະ ວິສາຫະກິດຫວຽດນາມໂດຍໄວ, ຢັ້ງຢືນຈະສົມທົບກັນຊຸກຍູ້ການຜັນຂະຫຍາຍບັນດາໂຄງການຮ່ວມມືຈຸດສູມທີ່ພວມໄດ້ຮັບການຜັນຂະຫຍາຍລະຫວ່າງສອງປະເທດ.

(ແຫຼ່ງ​ຂໍ້​ມູນ​: http://vovworld.vn)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.