ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ, ການຮ່ວມມື ລະຫວ່າງດ່າໜັງ - ຈໍາປາສັກ

13:46 | 22/05/2019

ຍສໝ - ໃນຕອນເຊົ້າຂອງວັນທີ 21 ພຶດສະພາ, ສະຫາຍ ຮອງເລຂາພັກນະຄອນ ຜູ້ປະຈໍາການ ຫວໍ ກົງ ຈີ໋ ໄດ້ໃຫ້ການຕ້ອນຮັບ ຄະນະປະຕິບັດງານ ຄະນະກຳມະການພັກແຂວງຈໍາປາສັກ (ລາວ) ໂດຍ ສະຫາຍ ນີພອນ ວຽງປະເສີດ ຮອງເລຂາພັກແຂວງ, ຫົວໜ້າຈັດຕັ້ງແຂວງ ເປັນຫົວໜ້າຄະນະ ມາຢ້ຽມຢາມ, ແລກປ່ຽນບົດຮຽນ ທີ່ ນະຄອນດ່າໜັງ.

ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ, ການຮ່ວມມື ລະຫວ່າງດ່າໜັງ - ຈໍາປາສັກ

ສະຫາຍ ຫວໍກົງຈີ໋ (ຂວາ) ແລະ ສະຫາຍ ນີພອນ ວຽງປະເສີດ (ຊ້າຍ).(ພາບ: baodanang.vn)

ທີ່ການຕ້ອນຮັບ, ສະຫາຍ ຫວໍ ກົງ ຈີ໋ ໄດ້ໃຫ້ຮູ້ວ່າ: ໃນໄລຍະ 2013 – 2017, ນະຄອນດ່າໜັງ ໄດ້ຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ບັນດາໂຄງການ-ການຮ່ວມມື ກັບ ແຂວງຈໍາປາສັກ ມີທຶນລວມທັງໝົດ ປະມານ 4,2 ຕື້ດົ່ງ, ສຸມໃສ່ ແລະ ສະໜອງທຶນ ການສຶກສາໃຫ້ແກ່ນັກຮຽນ; ກໍ່ສ້າງພື້ນຖານໂຄງລ່າງຈໍານວນໜຶ່ງ; ສໍາຫຼວດ, ໃຫ້ຄໍາປຶກສາໃນການຍົກລະດັບເມືອງປາກເຊ ເພື່ອໃຫ້ກາຍເປັນນະຄອນ.

ປະຈຸບັນ, ສອງທ້ອງຖິ່ນ ໄດ້ ແລະ ກຳລັງສືບຕໍ່ຈັດຕັ້ງປະຕິບັດ ເນື້ອໃນຂອງບົດບັນທຶກຊ່ວຍຈໍາ ປີ 2018 – 2022 ຂົງເຂດສຶກສາທິການ ແລະ ການກໍ່ສ້າງ, ວາງຜັງເມືອງ, ການກໍ່ສ້າງພະນັກງານ. ໃນນັ້ນ, ໃຫ້ບູລິມະສິດແກ່ວຽກງານສຶກສາທິການ ແລະ ບຳລຸງກໍ່ສ້າງ, ປະກອບສ່ວນໃນການກໍ່ສ້າງຖັນແຖວພະນັກງານແຂວງຈໍາປາສັກ.

ສ່ວນ ສະຫາຍ ນີພອນ ວຽງປະເສີດ ໄດ້ສະແດງຄວາມປິຕິຊົມຊື່ນ ກ່ຽວກັບການພັດທະນາ ຂອງ ນະຄອນ ດ່າໜັງ ໃນຂົງເຂດເສດຖະກິດ - ສັງຄົມ ໃນຊຸມປີຜ່ານມາ; ຂອບອົກຂອບໃຈຄວາມຮູ້ສຶກອັນດີງາມ ເຊິ່ງຄະນະພັກ, ອໍານາດການປົກຄອງ ແລະ ປະຊາຊົນ ນະຄອນດ່າໜັງສະຫງວນໃຫ້ແກ່ແຂວງຈໍາປາສັກ; ພ້ອມກັນນັ້ນ ກໍ່ມີຄວາມມຸ້ງປາດຖະໜາວ່າສອງທ້ອງຖິ່ນສືບຕໍ່ ຮັກສາ ແລະ ເສີມຂະຫຍາຍສາຍພົວພັນ ລະຫວ່າງ ສອງທ້ອງຖິ່ນຈົ່ງ “ສວຍສົດງົດງາມ, ໜັ້ນຄົງຂະໜົງແກ່ນຊົ່ວກາລະນານ”.

(ໄຊພອນ)

ເຫດການ
302 Found

Found

The document has moved here.