ລາວ-ຫວຽດນາມ ເພີ່ມທະວີການຮ່ວມມືດ້ານແຮງງານ ແລະ ສະຫວັດດີການສັງຄົມ

00:54 | 15/05/2019

ໃນວັນທີ 28 ມີນາ 2019, ທີ່ນະຄອນຫລວງວຽງຈັນ ໄດ້ໄຂ ກອງປະຊຸມລັດຖະມົນຕີແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ລາວ-ຫວຽດນາມ ຄັ້ງທີ VIມ ເພື່ອເພີ່ມທະວີການຮ່ວມມືດ້ານແຮງງານ ແລະ ສະຫວັດດີການສັງຄົມ ຂອງສອງປະເທດ ລາວ- ຫວຽດນາມ ໃຫ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວ.

ລາວ-ຫວຽດນາມ ເພີ່ມທະວີການຮ່ວມມືດ້ານແຮງງານ ແລະ ສະຫວັດດີການສັງຄົມ

ກອງປະຊຸມ ຮ່ວມມືດ້ານແຮງງານ ແລະ ສະຫວັດດີການສັງຄົມ ລາວ-ຫວຽດນາມ.

ກອງປະຊຸມດັ່ງກ່າວດຳເນີນພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງ ຮສສ, ສປປ ລາວ ແລະ ທ່ານ ດາວ ຫງອກ ຢຸງ ລັດຖະມົນຕີ
ກະຊວງແຮງງານ-ເສຍອົງຄະ ແລະ ສັງຄົມ ແຫ່ງ ສສ ຫວຽດນາມ ໂດຍມີບັນດາຮອງລັດຖະມົນຕີ, ຄະນະນຳ ແລະພະນັກງານວິຊາການຂອງສອງກະຊວງດັ່ງກ່າວເຂົ້າຮ່ວມ.
ໂອກາດນີ້, ທ່ານ ປອ ຄຳແພງ ໄຊສົມແພງ ກ່າວວ່າ: ກອງປະຊຸມລັດຖະມົນຕີແຮງງານ ແລະ ສະຫວັດດີການສັງຄົມ ລາວ ແລະ ຫວຽດນາມ ຄັ້ງນີ້້ ມີຄວາມໝາຍສຳຄັນຍິ່ງ ທີ່ໄດ້ຈັດຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ໄດ້ເພີ່ມທະວີການຮ່ວມມືຮອບດ້ານ ບົນພື້ນຖານສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຊຶ່ງໄດ້ຮັບການເສີມຂະຫຍາຍ ໃນທຸກຂົງເຂດວຽກງານ ອັນໄດ້ນໍາຜົນປະໂຫຍດມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ນັບມື້ນັບເພີ່ມຂຶ້ນ ໂດຍສະເພາະແມ່ນການຮ່ວມມືໃນດ້ານແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ນັບມື້ຫັນໄປສູ່ລວງເລິກ ແລະ ເປັນຮູບປະທໍາຫລາຍຂຶ້ນ.
ກອງປະຊຸມຄັ້ງນີ້ ມີຄວາມໝາຍຄວາມສໍາຄັນຢ່າງໃຫຍ່ຫລວງ ໂດຍຈະໄດ້ທົບທວນຄືນການຮ່ວມມືຂອງສອງກະຊວງ ໃນການຈັດຕັ້ງປະຕິບັດເນື້ອໃນຂໍ້ຕົກລົງວ່າດ້ວຍການຮ່ວມມືໃນຂົງເຂດແຮງງານ ແລະ ສະຫວັດດີການສັງຄົມ ລາວ ແລະ ຫວຽດນາມ, ສັນຍາວ່າດ້ວຍການຮ່ວມມືດ້ານແຮງງານ ລາວ ແລະ ຫວຽດນາມ ແລະ ບົດບັນທຶກກອງປະຊຸມລັດຖະມົນຕີແຮງງານ ແລະ ສະຫວັດດີການສັງຄົມ ລາວ ແລະ ຫວຽດນາມຄັ້ງທີ V ປີ 2017, ພ້ອມທັງ ຈະໄດ້ວາງແຜນການຮ່ວມມືກັນໃນຕໍ່ໜ້າ ເພື່ອພ້ອມກັນເພີ່ມທະວີການຮ່ວມມືດ້ານແຮງງານ ແລະ ສະຫວັດດີການສັງຄົມ ຂອງສອງປະເທດ ລາວ ແລະ ຫວຽດນາມ ໃຫ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວ ແລະ ມີຜົນສຳເລັດຫລາຍກ່ວາເກົ່າ.
ພ້ອມດຽວກັນນັ້ນ, ຍັງກໍໄດ້ຮັບຟັງການລາຍງານຜົນຂອງກອງປະຊຸມວິຊາການຂອງຄະນະຜູ້ແທນສອງຝ່າຍ ທີ່ໄດ້ຈັດຂຶ້ນໃນວັນທີ 27 ມີນາຜ່ານມາ ຊຶ່ງໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນ ກ່ຽວກັບຜົນສຳເລັດໃນການຮ່ວມມືດ້ານແຮງງານ ແລະ ສະຫວັດດີການສັງຄົມ ໃນໄລຍະ ປີ 2017-2019 ທີ່ຜ່ານມາ ແລະ ຜົນການປຶກສາຫາລື ກ່ຽວກັບເນື້ອໃນແຜນການຮ່ວມມື ໃນໄລຍະປີ 2019-2020 ໃຫ້ມີຄວາມຊັດເຈນ ແລະ ສາມາດນໍາໄປຈັດຕັ້ງປະຕິບັດ ໃຫ້ມີປະສິດທິຜົນດີຂຶ້ນ.

ໂດຍສຸມໃສ່ບາງເນື້ອໃນຕົ້ນຕໍ ດັ່ງນີ້: ໜຶ່ງ. ສອງຝ່າຍ ສືບຕໍ່ຊຸກຍູ້ຈັດຕັ້ງຜັນຂະຫຍາຍສັນຍາວ່າດ້ວຍການຮ່ວມມືດ້ານແຮງງານ ລາວ-ຫວຽດນາມ ປີ 2013 ໃຫ້ມີປະສິດທິຜົນ; ເພີ່ມທະວີການເຜີຍແຜ່ຂໍ້ມູນກ່ຽວກັບເນື້ອໃນຂອງສັນຍາໃຫ້ແກ່ບັນດາຫົວໜ່ວຍທຸລະກິດ, ຜູ້ອອກແຮງງານ ແລະ ບັນດາແຂວງທີ່ມີຊາຍແດນຮ່ວມກັບລາວ-ຫວຽດນາມ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບຂໍ້ກຳນົດ ແລະ ລະບຽບການຂອງສອງປະເທດ ທີ່ພົວພັນເຖິງການຄຸ້ມຄອງແຮງງານຕ່າງປະເທດ; ຝ່າຍລາວ ຈະອະນຸຍາດນຳເຂົ້າແຮງງານຈາກ ສສ ຫວຽດນາມ ສະເພາະແຕ່ວິສາຫະກິດທີ່ໄດ້ຮັບອະນຸຍາດຈາກກະຊວງແຮງງານ, ເສຍອົງຄະ ແລະ ສັງຄົມ ຂອງຫວຽດນາມ ກ່ຽວກັບການນຳແຮງງານຫວຽດນາມເຂົ້າມາເຮັດວຽກຢູ່ ລາວ. ຄະນະຮ່ວມ ຮັບຜິດຊອບຕິດຕາມຊຸກຍູ້ການປະຕິບັດສັນຍາຮ່ວມມືດ້ານແຮງງານ ລາວ-ຫວຽດນາມ ປະສານສົມທົບກັນໃນຮ່ວມມືກັນຢ່າງໃກ້ຊິດ ໂດຍມີການຜັດປ່ຽນຈັດກອງປະຊຸມປຶກສາຫາລືກັນ.
ກອງປະຊຸມ ເຫັນດີຮັບຮອງ ຂໍ້ແນະນຳ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວ ຂອງຄະນະຮ່ວມປະຕິບັດ ສັນຍາວ່າດ້ວຍການຮ່ວມມືດ້ານແຮງງານ ລາວ-ຫວຽດນາມ ເຊັນປີ 2013 (ເອກະສານຊ້ອນທ້າຍຄັດຕິດທີ 3).
ສອງ. ສອງຝ່າຍ ສືບຕໍ່ປະສານງານສົມທົບກັບກະຊວງປ້ອງກັນປະເທດ ແລະ ພາກສ່ວນທີ່ກ່ຽວຂ້ອງໃນການຊອກຫາ,
ຂຸດຄົ້ນ, ເຕົ້າໂຮມ ແລະ ເຄື່ອນຍ້າຍອັດຖິທະຫານອາສາສະໝັກຫວຽດນາມທີ່ເສັຍສະຫຼະຊີວິດໃນປາງສົງຄາມຢູ່ແຜ່ນດິນ
ລາວ ແລະ ທະຫານລາວ ທີ່ເສຍສະຫຼະຊີວິດຢູ່ຫວຽດນາມ ເພື່ອໃຫ້ນຳກັບຄືນປະເທດ.
ສາມ. ສອງຝ່າຍ ຈະສ້າງເງື່ອນໄຂໃນການຜັດປ່ຽນກັນແລກປ່ຽນຄະນະຜູ້ແທນພະນັກງານອາວຸໂສບຳນານ ກ່ຽວກັບວຽກງານນະໂຍບາຍຕໍ່ຜູ້ມີຜົນງານຂອງສອງປະເທດ.
ສີ່. ສອງຝ່າຍ ຈະເພີ່ມທະວີການແລກປ່ຽນປະສົບການດ້ານວິຊາການ ແນໃສ່ການສະໜອງຂໍ້ມູນ ກ່ຽວກັບກົດໝາຍ ແລະ ນະໂຍບາຍດ້ານແຮງງານ ແລະ ສະຫວັດດີການສັງຄົມ, ຕະຫຼາດແຮງງານ, ການສ້າງມາດຕະຖານທັກສະສີມືແຮງງານ ແລະ ການຢັ້ງຢືນສີມືແຮງງານ, ການພັດທະນາສີມືແຮງງານໃຫ້ຜູ້ອອກແຮງງານ, ການຈັດຫາງານ, ຄວາມປອດໄພແຮງງານ, ສຸຂະພາບແຮງງານ, ວຽກງານກວດກາ, ການປະກັນສັງຄົມ, ນະໂຍບາຍຕໍ່ຜູ້ທີ່ມີຜົນງານ, ການຊ່ວຍເຫຼືອຜູ້ອາຍຸສູງ ແລະ ຜູ້ພິການ, ການປົກປ້ອງດູແລເດັກ, ການຊ່ວຍເຫຼືອຜູ້ປະສົບໄພພີບັດທຳມະຊາດ, ກໍ່ສ້າງພະນັກງານ, ນະໂຍບາຍຫຼຸດຜ່ອນຄວາມທຸກຍາກ ແລະ ການຊ່ວຍເຫຼືອສັງຄົມ; ຍົກສູງຄວາມສາມາດຂອງພະນັກງານ ດ້ານການສ້າງແຜນການ, ການບໍລິຫານຫ້ອງການ, ຂໍ້ມູນຂ່າວສານ, ໜັງສືພິມ-ວາລະສານ; ເພີ່ມທະວີການແລກປ່ຽນຂໍ້ມູນ ແລະ ການປະສານງານ ໃນບັນດາບັນຫາການເຊື່ອມໂຍງສາກົນ ກ່ຽວກັບແຮງງານ ແລະ ສັງຄົມ.
ຫ້າ. ສອງຝ່າຍ ສືບຕໍ່ປະຕິບັດຮ່ວມມືແຮກສ່ຽວ ເພື່ອແນໃສ່ແລກປ່ຽນເຕັກນິກວິຊາການ ລະຫວ່າງ ສະຖາບັນພັດທະນາສີມືແຮງງານ ລາວ ແລະ ສະຖາບັນວິທະຍາສາດອາຊີວະສຶກສາ ຫວຽດນາມ; ຮ່ວມມືແຮກສ່ຽວດ້ານເຕັກນິກວິຊາການໃຫ້ມີປະສິດທິພາບ ລະຫວ່າງບັນດາຫົວໜ່ວຍວິສາຫະກິດຈັດຫາງານຂອງສອງຝ່າຍ; ການຮ່ວມມືແຮກສ່ຽວດ້ານເຕັກ ນິກວິຊາການ ລະຫວ່າງ ສູນອົງຄະທຽມ ແລະ ຟື້ນຟູສະມັດຕະພາບ ບ້ານເກິນ ຂອງລາວ ແລະ ໂຮງໝໍສັນຍະກຳ ແລະ ຟື້ນຟູສະມັດຕະພາບ ດານັງ ຂອງຫວຽດນາມ. ສອງຝ່າຍຮັບຊາບ ແລະ ຕີລາຄາສູງ ຕໍ່ການຊ່ວຍເຫຼືອອຸປະກອນສັນຍະກຳ, ຟື້ນຟູສະມັດຕະພາບ ໃນມູນຄ່າ 640 ລ້ານດົ່ງ ຂອງກະຊວງແຮງງານ-ເສັຍອົງຄະ ແລະ ສັງຄົມ ຫວຽດນາມ ທີ່ໄດ້ມອບໃຫ້ສູນອົງຄະທຽມ ແລະ ຟື້ນຟູສະມັດຕະພາບ ບ້ານເກິນ ຂອງລາວ.
ຫົກ. ສອງຝ່າຍ ຊົມເຊີຍ ແລະ ຕີລາຄາສູງ ຕໍ່ການຊ່ວຍເຫຼືອດ້ານງົບປະມານ ແລະ ເຕັກນິກຂອງບັນດາຫົວໜ່ວຍວິສາຫະກິດ ແລະ ສະຖາບັນສຶກສາໃນຂົງເຂດອະຊີວະສຶກສາ ຂອງຫວຽດນາມ. ສອງຝ່າຍ ຈະເພີ່ມທະວີສືບຕໍ່ຮ່ວມມື ດ້ານນະໂຍບາຍຮັບນັກຮຽນ, ນັກສຶກສາ, ຄູຝຶກວິຊາຊີບ ໃນແຕ່ລະປະເທດ. ສອງຝ່າຍ ຮັບຊາບການສືບຕໍ່ໃຫ້ການຊ່ວຍເຫຼືອອຸປະກອນຝຶກວິຊາຊີບ ແລະ ເຄື່ອງໃຊ້ຫ້ອງການ ໃນມູນຄ່າ 3,9 ຕື້ດົ່ງຫວຽດນາມ ຂອງກະຊວງແຮງງານ-ເສັຍອົງຄະ ແລະ ສັງຄົມ ຫວຽດນາມ ໃຫ້ແກ່ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ລາວ.
ເຈັດ. ສອງຝ່າຍ ສົ່ງເສີມຊຸກຍູ້ໃຫ້ອໍານາດການປົກຄອງທ້ອງຖິ່ນ ແລະ ອົງການທີ່ກ່ຽວຂ້ອງ ເພື່ອເພີ່ມທະວີການແຮກສ່ຽວ, ເປີດກວ້າງການຮ່ວມມືໃນຂົງເຂດແຮງງານ, ການຈັດຫາງານ, ອະຊີວະສຶກສາ ແລະ ສະຫວັດດີການສັງຄົມ. ໃນນັ້ນ, ລວມທັງການແລກປ່ຽນຂໍ້ມູນຂ່າວສານການຄຸ້ມຄອງ, ການປະສານງານຢ່າງໃກ້ຊິດ ໃນວຽກຄຸ້ມຄອງແຮງງານຫວຽດ ນາມ ທີ່ເຮັດວຽກຢູ່ລາວ ແລະ ແຮງງານລາວ ທີ່ເຮັດວຽກຢູ່ຫວຽດນາມ.
ແປດ. ສອງຝ່າຍ ສືບຕໍ່ຊຸກຍູ້ການຮ່ວມມືດ້ານວຽກກໍ່ສ້າງພະນັກງານໄລຍະສັ້ນ ແລະ ໄລຍະຍາວ, ບຳລຸງ, ກໍ່ສ້າງຄູຝຶກວິຊາຊີບ ແລະ ຝຶກອົບຮົມຄູສອນ ແລະ ນັກແຂ່ງຂັນ ເພື່ອເຂົ້າຮ່ວມການແຂ່ງຂັນສີມືແຮງງານອາຊຽນ, ສະໜັບສະໜູນເພື່ອໃຫ້ ສປປ ລາວ ກາຍເປັນສະມາຊິກຂອງການຈັດຕັ້ງສີມືແຮງງານສາກົນ ໃນໄລຍະຕໍ່ໜ້າ; ນຳສະເໜີໃຫ້ລັດຖະບານ ແລະ ຄະນະກຳມະການຮ່ວມມື ລາວ-ຫວຽດນາມ ຂອງສອງປະເທດ ເພື່ອສ້າງເງື່ອນໄຂໃຫ້ສອງກະຊວງ ໄດ້ຮັບທຶນຊ່ວຍເຫຼືອລ້າ ODA ຂອງລັດຖະບານຫວຽດນາມ ຊຶ່ງລວມມີ ທຶນໄລຍະສັ້ນ ໂດຍຜ່ານທຶນຊ່ວຍເຫຼືອລ້າ: ທຶນກໍ່ສ້າງພະນັກງານ 20 ທຶນ, ທຶນຝຶກຄູຝຶກວິຊາຊີບ ຈຳນວນ 15 ທຶນ; ທຶນການສຶກສາ ຈາກບັນດາມະຫາວິທະຍາໄລສ້າງຄູເຕັກນິກ ແລະ ໂຮງຮຽນວິຊາຊີບຊັ້ນສູງ: ປະລິນຍາເອກ 1 ທຶນ, ປະລິນຍາໂທ 6 ທຶນ, ປະລິນຍາຕີ 5 ທຶນ, ຊັ້ນສູງ 15 ທຶນ, ຄູຝຶກວິຊາຊີບ 7 ທຶນ.
ເກົ້າ. ສອງຝ່າຍ ສືບຕໍ່ແລກປ່ຽນກັນຢ່າງເປັນປົກກະຕິ ເພື່ອແນໃສ່ການຕີລາຄາບັນດາຜົນສໍາເລັດທີ່ຍາດມາໄດ້ ແລະ ແກ້ໄຂບັນຫາຄົງຄ້າງ ພ້ອມທັງລາຍງານລັດຖະບານຂອງສອງປະເທດຮັບຊາບ.
ສິບ. ກອງປະຊຸມລັດຖະມົນຕີແຮງງານ ແລະ ສະຫວັດດີການສັງຄົມ ລາວ-ຫວຽດນາມ ຄັ້ງທີ VII ຈະໄດ້ຈັດຂຶ້ນທີ່ ສສ ຫວຽດນາມ ໃນປີ 2021.
ພ້ອມນີ້, ທ່ານ ປອ ຄຳແພງ ໄຊສົມແພງ ຕີລາຄາສູງ ຕໍ່ຜົນສຳເລັດໃນການຮ່ວມມື ທີ່ສອງກະຊວງຍາດມາໄດ້ໃນໄລຍະ 2 ປີ ຜ່ານມາ ແລະ ສະໜັບສະໜູນຕໍ່ແຜນການຮ່ວມມືໃນ 2 ປີ ຕໍ່ໜ້າ ເພື່ອສືບຕໍ່ເພີ່ມທະວີການວາງມາດຕະການໃນການຈັດຕັ້ງປະຕິບັດການຮ່ວມມືດ້ານແຮງງານ ແລະ ສະຫວັດດີການສັງຄົມ ຂອງສອງຝ່າຍ ໃຫ້ກ້ວາງຂວາງ, ມີປະສິດທິພາບ ແລະ ປະສິດທິຜົນຫລາຍຂຶ້ນກວ່າເກົ່າ./

(ແຫຼ່ງ​ຂໍ້​ມູນ​: ນ. ເພັດສະໄໝ/ຮສສ)

ເຫດການ
302 Found

Found

The document has moved here.