ລັດຖະມົນຕີ ຫງວ໋ຽນງັອກ ທ້ຽນ ຕ້ອນຮັບ ລັດຖະມົນຕີ ກະຊວງ ຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ລາວ

08:50 | 11/09/2018

ຍສໝ - ສອງວັນທີ່ຜ່ານມາ, ທີ່​ນະ​ຄອນ​ຫລວງ​ຮ່າ​ໂນ້ຍ ສ​ສ.ຫວຽດ​ນາມ; ທ່ານ ບໍ່​ແສງ​ຄຳ ວົງ​ດາ​ລາ ລັ​ດ​ຖ​ະ​ມົນ​ຕີ​ ກະ​ຊວງ​ຖະ​ແຫລງ​ຂ່າວ, ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ ​(ຖວ​ທ) ແຫ່ງ ສ​ປ​ປ ລາວ ແລະ ຄະ​ນະ ໄດ້​ພົບ​ປະ​ສອງ​ຝ່າຍກັບ​ ທ່ານ ຫງວ໋ຽນງັອກ ທຽນ ລັດ​ຖະ​ມົນ​ຕີ​ ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວແຫ່ງ ສ​ສ.ຫວຽດ​ນາມ ພ້ອມ​ດ້ວຍ​ຄະ​ນະ ໃນ​ໂອ​ກາດ​ທີ່ ​ທ່ານ​ລັດ​ຖະ​ມົນ​ຕີ ຖ​ວ​ທ ເດີນ​ທາງ​ໄປ​ຢ້ຽມ​ຢາມ ສ​ສ.ຫວຽດ​ນາມ ເພື່ອ​ຮັດ​ແໜ້ນ​​ສາຍພົວ​ພັນ​ອັນ​ເປັນ​ມູນ​ເຊື້ອ​, ຄວາມ​ສາ​ມັກ​ຄີ​ພິ​ເສດ ແລະ ການຮ່ວມ​ມື​​ຮອບ​ດ້ານ ລະ​ຫວ່າງ ສອງ​​​ຊາດ ລາວ-ຫວຽດ​ນາມ ​ເວົ້າ​ລວມ, ​ເວົ້າສະ​ເພາະ​ແມ່ນ​ການ ​ຮ່ວມ​ມື​ດ້ານ​ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ ໃຫ້​ນັບ​ມື້​​ເລິກ​ເຊິ່ງ ແລະ ມີ​ປະ​ສິດ​ທິ​ຜົນ​ສູງ​ຂຶ້ນ​ໄປ​ເລື້ອຍໆ.

ລັດຖະມົນຕີ ຫງວ໋ຽນງັອກ ທ້ຽນ ຕ້ອນຮັບ ລັດຖະມົນຕີ ກະຊວງ ຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ລາວ

ລັດຖະມົນຕີ ຫງວ໋ຽນງັອກ ທ້ຽນ ລັດ​ຖະ​ມົນ​ຕີ​ ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວແຫ່ງ ສ​ສ.ຫວຽດ​ນາມ.

ໃນ​ໂອ​ກາດ​ພົບ​ປະ, ສອງ​ຝ່າຍ​ລ້ວນ​ແຕ່​ໄດ້​​ຕີ​ລາ​ຄາ​ສູງ ແລະ ຊົມ​ເຊີຍ​ບັນ​ດາ​ຜົນ​ສຳ​ເລັດ​ຂອງ​ການ​ພົວ​ພັນຮ່ວມ​ມື ​ທີ່​ພ້ອມ​ກັນ​ຍາດ​ມາ​ໄດ້, ໃນຊຸມປີຜ່ານ​ມາ​ນີ້ ເຊິ່ງສອງ​ຝ່າຍ​ ໄດ້​ພ້ອມ​ກັນຖະ​ນຸ​ບຳ​ລຸງ​ເຮັດ​ໃຫ້​ການ ​ພົວ​ພັນ​ຮ່ວມ​ມື​ອັນ​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ ລະ​ຫວ່າງ​ສອງ​ຊາດ ລາວ-ຫວຽດ​ນາມ, ຫວຽດ​ນາມ-ລາວ, ເວົ້າ​ສ​ະ​ເພາະ ​ແມ່ນ​ລະ​ຫວ່າງ​ສອງ​ກະ​ຊວງ ​ນັບ​ມື້​ເກີດດອກ​ອອກ​ຜົນ​ເປັນ​ກ້າວໆ. ສອງ​ຝ່າຍ​ ຍັງ​ໄດ້​ກ່າວ​ສະ​ແດງ​ຄວາມ​ຂອບ​ໃຈ ເຊິ່ງ​ກັນ ແລະ ກັນ ທີ່​ເຫັນ​ວ່າ​ບັນ​ດາ​ ແຜນ​ການ​ພົວ​ພັນຮ່ວມ​ມື ໄດ້​ຮັບ​ການ​ຈັດ​ຕັ້ງ​ ປະ​ຕິ​ບັດ​ຢ່າງ​ມີ​ຄວາມເອົາ​ໃຈ​ໃສ່​​ເປັນ​ພິ​ເສດ, ເປັນ​ຕົ້ນ​ແມ່ນ​​ບັນ​ດາ​​ກິດ​ຈະ​ກຳຈັດ​ຕັ້ງ ​ສະ​ເຫລີມ​ສະ​ຫລອງ​ວັນສໍາຄັນຕ່າງໆ ແລະ ການຜັດປ່ຽນຈັດງານ ສັບປະດາວັດທະນະທໍາຂອງສອງຊາດ ​ເຕັມ​ໄປ​ດ້ວຍ​ບັນ​ຍາ​ກາດ​ອັນ​ຟົດ​ຟື້ນ ທີ່ເຕັມໄປດ້ວຍຄວາມໝາຍ ຄວາມສໍາຄັນອັນເລິກເຊິ່ງ. ນອກນັ້ນ, ການ​ແລກ​ປ່ຽນ​ຢ້ຽມ​ຢາມ ຂອງ​ຄະ​ນະ​ຜູ້​ແທນ​ໃນ​ລະ​ດັບ​ຕ່າງໆ​ ກໍ່​ໄດ້​ຮັບ​ການ​ຈັດ​ຕັ້ງປະ​ຕິ​ບັດຢ່າງ​ເປັນ​ປົກ​ກະ​ຕິ ແລະ ມີ​ຜົນ​ສຳ​ເລັດ​​ສູງ​ພໍ​ສົມ​ຄວນ.

ລັດຖະມົນຕີ ຫງວ໋ຽນງັອກ ທ້ຽນ ຕ້ອນຮັບ ລັດຖະມົນຕີ ກະຊວງ ຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ລາວ

ບັນຍາກາດຂອງການພົບປະ ສອງຝ່າຍ.

ໃນ​ໂອ​ກາດ​ພົບ​ປະ​, ສອງ​ຝ່າຍ ​ຍັງ​ໄດ້​ແຈ້ງ​ໃຫ້​ກັນ​ຊາບ ​ສະ​ພາບ​ການ​ຈັດ​ຕັ້ງ​ປະ​ຕິບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ຂອງ​ແຕ່​ລະ​ປະ​ເທດ, ເວົ້າ​ສ​ະ​ເພາະ​ແມ່ນ​ຂົງ​ເຂດ ​ວັດ​ທະ​ນະ​ທຳ​ ແລະ ທ່ອງ​ທ່ຽວ ທີ່​ພວມ​ໄດ້​ຮັບ​ການ​ພັດ​ທະ​ນາ​ ຂຶ້ນ​ເປັນ​ກ້າວໆ​ໄປ​ຄຽງ​ຄູ່​ກັນ ແລະ ກັນ. ພ້ອມ​ດຽວ​ກັນ, ຍັງ​ໄດ້​ມີ​ການ​ສົນ​ທະ​ນາ​ປຶກ​ສາ​ຫາ​ລື ແລະ ແລກ​ປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ ບາງວຽກ​ງານ​ທີ່​ສອງ​ຝ່າຍ​ໃຫ້​ຄວາມ​ສົນ​ໃຈ ເພື່ອ​​ພ້ອມ​ກັນ​ເພີ່ມ​ທະ​ວີ​ການ​ຮັດ​ແໜ້ນ​ການ​ພົວ​ພັນ ແລະ ຮ່ວ​ມ​ມື​ສອງ​ຝ່າຍ ໃຫ້​ນັບ​ມື້​ເກີດດອກ​ອອກ​ຜົນ ແລະ ກ້າວ​ສູ່​ຄຸນ​ນະ​ພາບ​ໃໝ່ຍິ່ງ​ໆ​ຂຶ້ນ​ໄປ.

ການ​ພົບ​ປະ​ສອງ​ຝ່າຍ​ ລະ​ຫວ່າງ​ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ກະ​ຊວງ​ຖະ​ແຫລງ​ຂ່າວ, ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວແຫ່ງ ສ​ປ​ປ ລາວ ແລະ ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ແຫ່ງ ສ​ສ ຫວຽດ​ນາມ ໃນ​ຄັ້ງ​ນີ້, ໄດ້​ດຳ​ເນີນ​ໄປ​ດ້ວຍ​ບັນ​ຍາ​ກາດ​ແຫ່ງ​ໄມ​ຕີ​ຈິດ​​ມິດ​ຕະ​ພາບ ​ອັນສະ​ໜິດ​ສະ​ໜົມແຕ່​ຕົ້ນ ​ຕະ​ຫລອດ​ປາຍ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.