ລາວ-ຫວຽດນາມ ຫາວິທີແກ້ໄຂ ແລະ ວາງທິດທາງແຜນການ ຮ່ວມມື ວຽກງານຍຸຕິທຳ ຂອງບັນດາແຂວງ ທີ່ ມີຊາຍແດນຕິດຈອດກັນ

22:23 | 03/07/2018

ຍ​ສ​ໝ - ອີງຕາມການລາຍງານຂອງສຳນັກຂ່າວຫວຽດນາມ ປະຈຳ ລາວ, ວັນທີ 3 ກໍລະກົດ ທີ່ນະຄອນຫຼວງວຽງຈັນ ກອງປະຊຸມ ວຽກງານຍຸດຕິທຳ ບັນດາແຂວງທີ່ມີຊາຍແດນຮ່ວມກັນລະຫວ່າງ ຫວຽດນາມ-ລາວ ເປີດກວ້າງ ຄັ້ງທີ 4 ໄດ້ດຳເນີນໄປດ້ວຍຫົວຂໍ້ “ ຊຸກຍູ້ການຮ່ວມມືດ້ານຍຸດຕິທຳທ້ອງຖິ່ນ ຫວຽດນາມ-ລາວ ເພື່ອຮັບປະກັນສິດ, ຜົນປະໂຫຍດອັນຊອບທຳ ແກ່ປະຊາຊົນເຂດຊາຍແດນ.”

ລາວ-ຫວຽດນາມ ຫາວິທີແກ້ໄຂ ແລະ ວາງທິດທາງແຜນການ ຮ່ວມມື ວຽກງານຍຸຕິທຳ ຂອງບັນດາແຂວງ ທີ່ ມີຊາຍແດນຕິດຈອດກັນ

ກອງປະຊຸມ ວຽກງານຍຸດຕິທຳ ບັນດາແຂວງທີ່ມີຊາຍແດນຮ່ວມກັນລະຫວ່າງ ຫວຽດນາມ-ລາວ ເປີດກວ້າງ ຄັ້ງທີ 4.


​ໂດຍ​ການ​ເປັນ​ປະທານຂອງ ​ທ່ານ ​ໄຊ​ສີ ສັນຕິ​ວົງ ກຳມະການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກ ລັດຖະມົນຕີ ​ກະຊວງ​ຍຸດຕິ​ທຳ ​ແຫ່ງ ສປປ ລາວ, ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ ທ່ານ ​ເລ​ແທັງລອງ ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ​ ກະຊວງ​ຍຸດຕິ​ທຳ ​ແຫ່ງ ສສ ຫວຽດນາມ, ທ່ານ ຫງວຽນແທັງຕຸ​ງ ອຸປະ​ທູດ ສສ ຫວຽດນາມ​ປະຈຳ​ລາວ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ ກະຊວງ​ຍຸດຕິ​ທຳ ລາວ-ຫວຽດນາມ ​ເຂົ້າ​ຮ່ວມ.

ກອງ​ປະ​ຊຸມ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ພະ​ນັກ​ງານ​ການ​ນຳ​ຂອງ​ຂະ​ແໜງ​ການ​ຂື້ນ​ກັບ​ກະ​ຊວງ​ຍຸດ​ຕິ​ທຳ ຫວຽດ​ນາມ ແລະ ລາວ; ການ​ນຳ​ບັນ​ດາ​ພະ​ແນກ​ຍຸດ​ຕິ​ທຳ ແລະ ບັນ​ດາ​ອົງ​ການ​ພິ​ພາກ​ສາ 18 ແຂ​ວງ​ຂອງ​ລາວ ແລະ 16 ແຂວງ​ຂອງ​ຫວຽ​ດ​ນາມ; ຕ່າງ​ໜ້າ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ​ອົງ​ການໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ, ສານ​ປະ​ຊາ​ຊົນ​ສູງ​ສຸດຂອງ​ລາວ ແລະ ບັນ​ດາ​ສຳ​ນັກ​ຂ່າວ ໜັງ​ສື​ພິມ ຂອງ​ທັງ​ສອງ​ປະ​ເທດ,

ທີ່ກອງ​ປະ​ຊຸມ ທັງ​ສອງ​ຝ່າຍ​ຕີ​ລາ​ຄາ​ສູງ​ຄວາມ​ພະ​ຍາ​ຍາມອັນ​ຕັ້ງ​ໜ້າ​ຂອງ ກະ​ຊວງ​ຍຸດ​ຕິ​ທຳ​ຫວຽດ​ນາມ ແລະ ລາວ, ບັນ​ດາ​ພະ​ແນກ​ ຍຸດ​ຕິ​ທຳ ແລະ ອົງ​ການ​ພິ​ພາກ​ສາທາງ​ແພ່ງ ຂອງ​ສອງ​ປະ​ເທດ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ບັນ​ດາ​ການ​ຮ່ວມ​ມື, ປະ​ສານ​ສົມ​ທົບ ແກ້​ໄຂ​ບັນ​ຫາຫຼາຍ​ຄະ​ດີ​ກ່ຽວ​ກັບ​ວຽກ​ງານ​ຍຸດ​ຕິ​ທຳ​ຂັ້ນ​ທ້ອງ​ຖິ່ນ, ພິ​ເສດ​ແມ່ນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ໂຄງ​ການ​ຊ່ວຍ​ເຫຼືອ ສະ​ຖາ​ບັນ​ຍຸດ​ຕິ​ທຳ​ແຫ່ງ​ຊາດ ລາວ ໂດຍ​ທືນ​ຊ່ວຍ​ເຫຼືອ​ຂອງ ລັດ​ຖະ​ບານ​ຫວຽດ​ນາມ ໃຫ້​ແກ່​ລາວ ເພື່ອ​ເພີ່ມ​ທະ​ວີ​ລະ​ດັບຄວາມ​ຮູ້​ຄວາມ​ສາ​ມາດ​ໃຫ້​ແກ່​ພະ​ນັກ​ງານ​ບຸກ​ຄະ​ລາກອນ​ຂອງ ​ກະ​ຊວງ​ຍຸດ​ຕິ​ທຳ ລາວ.

ກອງ​ປະ​ຊຸມ​ໄດ້​ເຫັນ​ດີ​ເປັນ​ເອກ​ກະ​ພາບ​ໃນ​ການ​ຕີ​ລາ​ຄາ, ​​ຫຼັງ ກອງ​ປະ​ຊຸມ​ຍຸດ​ຕິ​ທຳ ບັນ​ດາ​ແຂວງ​ທີ່​ມີ​ຊາຍ​ແດນ​ຕິດ​ຈອດ​ກັນ ລະ​ຫວ່າງ ຫວຽດ​ນາມ-ລາວ ເປີດກວ້າງ​ຄັ້ງ​ທີ 3, ວຽກ​ງ​ານ​ຄຸ້ມ​ຄອງ ແລະ ຈົດ​ທະ​ບຽນ​ສັນ​ຊາດ, ແກ້​ໄຂ​ບັນ​ຫາສັນ​ຊາດ ຂອງ​ບັນ​ດາ​ແຂວງ​ຊາຍ​ແດນ ຫວຽດ​ນາມ-ລາວ ນັບ​ມື້​ນັບ​ເພີ່ມ​ທະ​ວີ ແລະ ບັນ​ລຸ​ໄດ້​ຜົນ​ສຳ​ເລັດ​ຢ່າງ​ດີ; ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ສອງ​ກະ​ຊວງ​ຍຸດ​ຕິ​ທຳ ຂັ້ນ​ສູນ​ກາງ​ແລະ ທ້ອງ​ຖິ່ນ, ບັນ​ດາ​ອົງ​ການ​ຍຸດ​ຕິ​ທຳ​ຂອງ​ແຂວງ​ຊາຍ​ແດນ​ຫວຽດ​ນາມ-ລາວ ໄດ້ ແລະ ກຳ​ລັງ ປະ​ສົມ​ປະ​ສານ​ຢ່າງ​ຫ້າວ​ຫັນ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ສົນ​ທິ​ສັນ​ຍາ ລະ​ຫວ່າງ ລັດ​ຖະ​ບານ ສ​ປ​ປ ລາວ ແລະ ສ​ສ ຫວຽດ​ນາມ ກ່ຽວ​ກັບ ການ​ອົບ​ພະ​ຍົບ​ແບບ​ເອກ​ກະ​ລາດ ແລະ ການ​ແຕ່ງດອງ​ໂດຍ​ບໍ່​ຈົດ​ທະ​ບຽນ​ຂອງ​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ​ຂອງ​ສອງ​ປະ​ເທດ.

ທັງ​ສອງ​ກໍ່​ໄດ້​ມີ​ຄວາມ​ພະ​ຍາ​ຍາມ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ການ​ຕັດ​ສິນ​ຄະ​ດີ​ແພ່ງ ຕາມ​ຂໍ້​ຕົກ​ລົງ​ທີ່​ລະ​ບຸ​ໄວ້​ໃນ​ສົນ​ທິ​ສັນ​ຍາ ຊ່ວຍ​ເຫຼືອ​ທາງ​ດ້ານ​ຍຸດ​ຕິ​ທຳ ລະ​ຫວ່າງ ສ​ສ ຫວຽດ​ນາມ ແລະ ສ​ປ​ປ ລາວ ໄດ້​ເຊັນ​ກັນ ວັນ​ທີ 6 ກໍ​ລະ​ກົດ 1998.

ໃນ​ອາ​ນາ​ຄົດ ທັງ​ສອງ​ຝ່າຍ​ໄດ້​ຕົກ​ລົງ​ກັນ​ວ່າ​ຈະ​ພັດ​ທະ​ນາ ຈັດ​ຕັ້ງ​ປະ​ຕິ​ບັດ​ການ​ເຄື່ອນ​ໄຫວ​ດັ່ງນີ້: ກະ​ຊວງ​ຍຸດ​ຕິ​ທຳ​ຂອງ​ສອງ​ປະ​ເທດ ຈະ​ສືບ​ຕໍ່​ປະ​ສານ​ສົມ​ທົບ​ຢ່າງ​ສະ​ໜິດ​ແໜ້ນ ກັບ​ບັນ​ດາ​ກະ​ຊວງ, ຂ​ະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ເພື່ອ​ເພີ່ມ​ທະ​ວີ ​ການຊີ້​ນຳບັນ​ດາ​ອົງ​ການ​ຍຸດ​ຕິ​ທຳ ທ້ອງ​ຖິ່ນ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃຫ້​ມີ​ປະ​ສິດ​ທິ​ຜົນ ສົນ​ທິ​ສັນ​ຍາ ລະ​ຫວ່າງ​ລັດ​ຖະ​ບານ ສ​ປ​ປ ລາວ ແລະ ສ​ສ ຫວຽດ​ນາມ ກ່ຽວ​ກັບ​ວຽກ​ງານ​ການ​ແກ້​ໄຂ​ບັນ​ຫ​າ ການ​ອົບ​ພະ​ຍົບ​ຂອງ​ປະ​ຊາ​ຊົນ​ແບບ​ເອກ​ກະ​ລາດ ແລະ ແຕ່ງດອງ​ໂດຍ​ບໍ່​ຈົດ​ທະ​ບຽນ ຢູ່​ເຂ​ດ​ຊາຍ​ແດນ ໄດ້​ເຊັນ​ກັນ​ໃນ​ວັນ​ທີ 8 ກໍ​ລະ​ກົດ 2013 ໄດ້​ຕໍ່​ເວ​ລາ​ອອກ​ໄປ​ເຖິງ 14 ພະ​ຈິກ 2019, ເພື່ອ​ແກ້​ໄຂ​ບັນ​ຫາ​ໂດຍພື້ນ​ຖານ ກ່ຽວ​ກັບ​ການ​ອົບ​ພະ​ຍົບ​ແບບ​ເອກ​ກະ​ລາດ, ແຕ່ງດອງ​ໂດຍບໍ່​ຈົດ​ທະ​ບຽນ ຢູ່​ເຂດ​ຊາຍ​ແດນ ຫວຽດ-ລາວ ໃນ​ການ​ຕໍ່​ອາ​ຍຸ​ຂອງ​ສົນ​ທິ​ສັນ​ຍາ ແມ່ນ​ເພື່ອ ສະ​ກັດ​ກັ້ນ, ຕ້ານ ແລະ ປ້ອງ​ກັນ​ການ​ອົບ​ພະ​ຍົບແບບ​ເອກ​ກະ​ລາດ​ຄື​ທີ່​ຜ່ານ​ມາ.

ກະ​ຊວງ​ຍຸດ​ຕິ​ທຳ​ທັງ​ສອງ​ປະ​ເທດ​ປະ​ສານ​ສົມ​ທົບ​ກັນ​ສະ​ເໜີ​ປັບ​ປຸງ, ດັດ​ແກ້ ສົນ​ທິ​ສັນ​ຍາ​ເພື່ອ​ຮັບ​ປະ​ກັນ ຄວາມ​ແທດ​ເໝາະ​ກັນ​ສະ​ພາບ​ການ​ຕົວ​ຈິງ, ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່​າງ​ມີ​ປະ​ສິດ​ທິ​ຜົນ​ວຽກ​ງານ​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ຍຸດ​ຕິ​ທຳ ກ່ຽວ​ກັບ​ການ​ຄັດ​ສິນ​ຄະ​ດີ​ແພ່ງ ລ​ະ​ຫວ່າງ ອົງ​ການ​ພິ​ພາ​ສາຄະ​ດີ​ແພ່ງ ຢູ່ ແຂວງທັງ 10 ຄູ່.

ທັງ​ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອ​ກ​ກະ​ພາບ​ນຳ​ກັນ​ທີ່​ຈະ ສືບ​ຕໍ່​ປະ​ສານ​ສົມ​ທົບ​ກັນ​ໃຫ້​ດີ​ຂື້ນກວ່າ​ເກົ່າ ໃນ​ການ​ຮ່ວມ​ມື ຊ່ວຍ​ເຫຼືອ​​ຫຼາຍ​ຝ່າຍ ແລະ​ຂົງ​ເຂດ ທາງ​ດ້ານ​ຍຸດ​ຕິ​ທຳ; ບັນ​ດາ​ພະ​ແນກ​ຍຸດ​ຕິ​ທຳ​ຂັ້ນ​ແຂວງ​ທີ່​ມີ​ຊາຍ​ແດນ​ຕິດ​ຈອດ​ກັນ, ສືບ​ຕໍ່​ຊຸກ​ຍູ້​ແຮງວຽກ​ງານ​ໂຄ​ສະ​ນາ, ເຜີຍ​ແຜ່, ສຶກ​ສາ​ອົບ​ຮົມ​ດ້ານ​ກົດ​ໝາຍ, ຊ່ວຍ​ເຫຼືອ​ທາງ​ດ້ານ​ກົດ​ໝາຍ ແລະ ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ເບື້ອງ​ຕົ້ນ​ໃຫ້​ປະ​ຊາ​ຊົນ​ທົ່ວ​ໄປ​ຮັບ​ຮູ້​ເລື່ອງ​ກົດ​ໝາຍ ຂອງ​ສອງ​ປະ​ເທດ, ຊ່ວຍ​ໃຫ້​ພວກ​ເຂົາ​ມີ​ວິ​ທີ​ການ​ປະ​ພຶດ​ຕົວ​ໃຫ້​ຖືກ​ຕ້ອງ​ຕາມ​ລະ​ບຽບ​ກົດ​ໝາຍ.

ທັງ​ສອງ​ຝ່າຍ​ເຫັນ​ດີ ໃຫ້​ບັນ​ພະ​ແນກ​ຍຸດ​ຕິ​ທຳ​ຂັ້ນ​ແຂວງ ເຊັນ​ສັນ​ຍາ ຮ່ວມ​ມື​ເພີ່ມ​ທະ​ວີ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ການ​ເຄື່ອນ​ໄຫວ​ຕ່າງໆ​ທີ່​ໄດ້​ເຊັນ​ສັນ​ຍາ​ຕໍ່​ກັນ;ທັງ​ສອງ​ກະ​ຊວງ​ສະ​ໜັບ​ສະ​ໜູນ​ບັນ​ແຂວງ, ນະ​ຄອນ ຂອງ​ລາວ-ຫວຽ​ດ​ນາມ ແຮກ​ສ່ຽວ, ຊ່ວຍ​ເຫຼືອ, ຮ່ວມ​ມື​ກັນ ພ້ອມ​ກັນ​ພັດ​ທະ​ນາ; ເຫັນ​ດີ​ສ້າງ​ຕັ້ງ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ ບັນ​ດາ​ແນວ​ທາງ​ນະ​ໂຍ​ບາຍ​ໃນ​ແຕ່​ລະ​ປີ ລະ​ຫວ່າງ ສອງ​ກະ​ຊວງ ເອົາ​ໃຈ​ໃສ່​ເຖິງ​ປະ​ສິດ​ທິ​ຜົນທີ່​ເປັນ​ນາມ​ມະ​ທຳ​ຂອງ​ການ​ຮ່ວມ​ມື, ແທດ​ເໝາະ​ກັບ ສັນ​ຍາ​ການ​ຮ່ວມ​ມືກ່ຽວ​ກັບ ກົດ​ໝາຍ ແລະ ຍຸດ​ຕິ​ທຳ​ຂອງ​ສອງ​ກະ​ຊວງ ໄລ​ຍະ 2016-2020 ໄດ້​ເຊັນ​ກັນ​ວັນ​ທີ 26 ມັງ​ກອນ 2015;ເຫັນ​ດີ ໃຫ້​ກະ​ຊວງ​ຍຸດ​ຕິ​ທຳ​ຂອງ​ສອງ​ປະ​ເທດ, ບັນ​ດາ​ສະ​ຖາ​ບັນ​ສຶກ​ສາ ດ້ານ​ກົດ​ໝາຍ ຂອງ​ສອງ​ກະ​ຊວງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື ໃນ​ວຽກ​ງານ​ການ​ຍົກ​ສູງ​ຄວາມ​ຮູ້​ຄວາມ​ສາ​ມາດ​ຂອງ​ພະ​ນັກ​ງານ​ກະ​ຊວງ​ຍຸດ​ຕິ​ທຳ​ຂອງ​ກະ​ຊວງ ແລະ ຂະ​ແໜງ​ຍຸດ​ຕິ​ທຳ​ລາວ, ພິ​ເສດ​ແມ່ນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ໂຄງ​ການ ຊ່ວຍ​ເຫຼືອ ສະ​ຖາ​ບັນຍຸດ​ຕິ​ທຳ​ລາວ ຈາກ​ແຫຼ່ງ​ທືນ​ຊ່ວຍ​ເຫຼືອ​ຂອງ​ລັດ​ຖະ​ບານ​ຫວຽ​ດ​ນາມ.

ທ່ານ ​ເລ​ແທັງລອງ ກ່າວ​ວ່າ: ກ່ຽວ​ກັບ​ການ​ຮ່ວມ​ມື​ກົດໝາຍ ​ແລະ ຍຸ​ຕິ​ທຳ ຢູ່​ຂັ້ນ​ທ້ອງ​ຖິ່ນ, ຄະນະ​ພັກ, ການ​ນຳ​ກະຊວງ​ຍຸຕິ​ທຳຫວຽດນາມ ຍາມ​ໃດ​ກໍ​ໃຫ້ການ​ຊຸກຍູ້, ສະໜັບສະໜູນ ບັນດາ​ອົງການ​ຍຸຕິ​ທຳ, ອົງການ​ຈັດ​ຕັ້ງປະຕິບັດ​​ຄຳ​ຕັດສິນ​ທາງ​ແພ່ງ​ ຂອງ​ທ້ອງ​ຖິ່ນ​ຫວຽດນາມ ຍູ້​ແຮງ​ການ​ຮ່ວມ​ມື​ ກັບ​ບັນດາ​ອົງການ​ຍຸຕິ​ທຳ​ທ້ອງ​ຖິ່ນ​ຂອງ​ລາວ. ​ໃນ​ນັ້ນ​ ກະຊວງ​ຍຸຕິ​ທຳ​ຫວຽດນາມ ​ໄດ້​ປະສາ​ນສົມທົບ​ກັບກະຊວງ​ຍຸຕິ​ທຳລາວ ຈັດ​ກອງ​ປະຊຸມ​ຍຸຕິ​ທຳ​ບັນດາ​ແຂວງ ​ທີ່​ມີ​ຊາຍ​ແດນ​ຕິ​ຈອດ​ກັນ ລາວ-ຫວຽດນາມ ​ເປີດ​ກວ້າງ​ຕາມ​ກຳ​ນົດ ​ແມ່ນ​ໜຶ່ງ​ ໃນ​ບັນດາ​ໜ້າ​ທີ່​ສຳຄັນ ​ແນ່​ໃສ່​ເພື່ອ​ສ້າງ​ເວ​ທີ​ມີ​ປະສິດທິ​ຜົນ ​ເພື່ອ​ບັນດາ​ອົງການ​ຍຸຕິ​ທຳ ​ແລະ ອົງການ​ປະຕິບັດ​ຄໍາຕັດສິນ​ທາງ​ແພ່ງ ຂອງ​ບັນດາ​ແຂວງ​ທີ່​ມີ​ຊາຍ​ແດນ​ຕິດ​ຈອດ​ກັນ, ບັນດາ​ແຂວງ​ຄູ່​ຮ່ວມ​ຂອງຫວຽດນາມ​ ​ແລະ ລາວ, ພ້ອມ​ກັນ​ປຶກສາ​ຫາລື, ນຳ​ສະ​ເໜີ​ບັນດາ​ວິທີ​ແກ້​ໄຂ ​ເພີ່ມ​ທະວີ​ກາ​ນຮ່ວມ​ມື​ ລະຫວ່າງ​ອົງການ​ຍຸຕິ​ທຳ ​ແລ​ະ ອົງການ​ປະຕິບັດ​ຄຳ​ຕັດສິນ​ທາງ​ແພ່ງ ສອງ​ປະ​ເທດ ປະກອບສ່ວນ​ໃນ​ການ​ຮັບປະກັນ ການ​ດຳລົງ​ຊີວິດ​ທີ່​ສະຫງົບ​ສຸກ​ຂອງ​ປະຊາຊົນ ​ແລະ ປົກ​ປັກ​ຮັກສາ​ຊາຍ​ແດນ​ສັນຕິພາບ ຫວຽດນາມ-ລາວ.

ພາຍ​ຫຼັງ​ກອງ​ປະ​ຊຸມ​ໄດ້​ດຳ​ເນີນ​ການ​ເຊັນ​ສັນ​ຍາ​ບັນ​ດາ​ເອ​ກ​ກະ​ສານ​ກາ​ນ​ຮ່ວມ​ມື​ລະ​ຫວ່າງ ພະ​ແນກ​ຍຸດ​ຕິ​ທຳ​ແຂວງ ຂອງ​ຫວຽດ​ນາມ ແລະ ພະ​ແນກ​ຍຸດ​ຕິ​ທຳ​ແຂວງຂອງ​ລາວ : ສັນ​ຍາ​ການ​ຮ່ວມ​ມື ລະ​ຫວ່າງ ພະ​ແນກ​ຍຸດ​ຕິ​ທຳ​ແຂວງ ເຊີນ​ລາ ແລະ ພະ​ແນກ​ຍຸດ​ຕິ​ທຳ​ແຂວງບໍ່​ແກ້ວ; ສັນ​ຍາກ​ານ​ຮ່ວມ​ມື ລະ​ຫວ່າງ ພະ​ແນກ​ຍຸດ​ຕິ​ທຳ​ແຂວງ ຫ໋າຍ​ເຢືອງ ແລະ ພະ​ແນກ​ຍຸດ​ຕິ​ທຳ​ແຂວງ ວຽງ​ຈັນ; ສັນ​ຍາ​ການ​ຮ່ວມ​ມື ພະ​ແນກ​ຍຸດ​ຕິ​ທຳ​ແຂວງ ຫ໋າຍ​ຟ່ອງ ແລະ ພະ​ແນກ​ຍຸດ​ຕິ​ທຳ​ແຂວງ ວຽງ​ຈັນ; ບົດ​ບັນ​ທື​ການ​ຮ່ວມ​ມື ລະ​ຫວ່າງ ພະ​ແນກ​ຍຸດ​ຕິ​ທຳ​ແຂວງ ກອນ​ຕຸມ ແລະ ພະ​ແນກ​ຍຸດ​ຕິ​ທຳ​ແຂວງ ອັດ​ຕະ​ປື.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ