ອັດຖິທະຫານນິ​ລະ​ນາມຫວຽດນາມ ທີ່ເສຍສະຫຼະ​ຊີ​ວິດ ຢູ່ລາວ ​ຈຳ​ນວນ 25 ອັດຖິຈະໄດ້ຖືກນຳກັບຄືນບ້ານ

13:39 | 12/06/2018

ຍ​ສ​ໝ - ອັດຖິດທະຫານຜູ່ເສຍສະຫຼະເພື່ອຊາດ 25 ອັດຖິ ໄດ້ຖືກຄົ້ນພົບຢູ່ຕ່າງຖ້ຳຕ່າງໆ ຂື້ນກັບ ເມືອງ ປາກອູ, ແຂວງ ຫຼວງພະບາງ ແລະ ເມືອງ ເມືອງງາ, ແຂວງ ອຸດົມໄຊ ພາກເໜືອຂອງລາວ.

ອັດຖິທະຫານນິ​ລະ​ນາມຫວຽດນາມ ທີ່ເສຍສະຫຼະ​ຊີ​ວິດ ຢູ່ລາວ ​ຈຳ​ນວນ 25 ອັດຖິຈະໄດ້ຖືກນຳກັບຄືນບ້ານ

ອັດ​ຖິ ​ຈຳ​ນວນ 25 ອັດ​ຖິຈະ​ຖືກ​ນຳ​ສົ່ງ​ມອບ​ກັບ​ຫວຽດ​ນາມ.

ອີງຕາມຂໍ້ມູນທີ່ໄດ້ຮັບ​ຈາກ ກອງ​ຄົ້ນ​ຫາ ຜູ່​ເສຍ​ສະ​ຫຼ​ະຊີ​ວິດ​ເພື່ອ​ຊາດ ທະຫານເຂດ 2 ສະ​ໜອງ​ໃຫ້, ຈັດ​ຕັ້ງ​ປະ​ຕິ​ບັດ​ໜ້າ​ທີ່ ແຕ່​ວັນທີ 1 ມັງກອນ 2018 ຫາມິຖຸນາ 2018. ກອງ​ຄົ້ນ​ຫາ ຜູ່​ເສຍ​ສະ​ຫຼ​ະຊີ​ວິດ​ເພື່ອ​ຊາດ, ກົມ​ການ​ເມືອງ ທະ​ຫານ​ເຂດ 2 ໄດ້​ຈັດ​ຕັ້ງ​ກອງກໍາລັງ ໄປ​ຊອກ​ຫາ ຢູ່ໃນ 6 ແຂວງພາກເຫນືອ ປະເທດລາວ ແລະ ໄດ້ຄົ້ນພົບ ແລະ ຂຸດ​ຄົ້​ນຂື້ນ​ມາ​ໄດ້ 25 ອັດ​ຖິ ນັກ​ຮົບນິ​ລະ​ນາມ ​ຜູ່​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ.

ອັດ​ຖິ​ຈຳ​ນວນ 25 ອັດ​ຖິ​ຖືກ​ຄົ້ນ​ພົບ ຢູ່​ທີ່​ຖ້ຳ​ຕ່າງໆຂອງ​ເຂດເມືອງ​ປາກ​ອູ, ແຂວງ ຫຼວງ​ພະ​ບາງ ແລະ ເມືອງ ເມືອງ​ງາ, ແຂວງ​ອຸ​ດົມ​ໄຊ ພາກ​ເໜືອ​ລາວ.

ອັດຖິທະຫານນິ​ລະ​ນາມຫວຽດນາມ ທີ່ເສຍສະຫຼະ​ຊີ​ວິດ ຢູ່ລາວ ​ຈຳ​ນວນ 25 ອັດຖິຈະໄດ້ຖືກນຳກັບຄືນບ້ານ

ການ​ຊອກ​ຫາ ແລະ ຂຸດ​ຄົ້ນ ອັດ​ທິດ​ຂອງ​ທ​ະ​ຫານ​ທີ່​ເສຍ​ຊີ​ວິດ​ໃນ​ປາງ​ສົງ​ຄາມ.

​ທ່ານ​ພັນ​ໂທ ຫງວ໋ຽນ​ເຖ​ຢາງ, ຜູ່​ຮັບ​ຜິດ​ຊອບ​ການ​ເມືອງ ກອງ​ຄົ້ນ​ຫາ ທະ​ຫານ​ຜູ່​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ-ທະຫານເຂດ 2 ໃຫ້​ຮູ້​ວ່າ: ຕາມ​ຂໍ້​ມູນ​ຈາກ​ປະ​ຊາ​ຊົນ​ທ້ອງ​ຖິ່ນ​ເວົ້າ​ວ່ານີ້​ແມ່ນ​ບັນ​ດາ​ຖ້ຳ​ທີ່ ທະຫານ ຫວຽດ​ນາມ ເຄີຍ​ເປັນ​ບ່ອນ​ຕໍ່​ສູ້. ໂດຍຜ່ານສ​ະ​ຖານ​ນີ​ວິດ​ທະ​ຍຸ​ກະ​ຈາຍ​ສຽງຫວຽດນາມ, ຫວັງວ່າເມື່ອ​ຮັບ​ຊາບຂ່າວ​ສານນີ້, ນັກຮົບເກົ່າຫວຽດນາມ ແລະ ທະຫານຊ່ຽວຊານ ທີ່ເຄີຍຕໍ່ສູ້ຢູ່ລາວ​ເວົ້າ​ລວມ ແລະ ຢູ່ແຂວງຫຼວງພະບາງ, ແຂວງອຸດົມໄຊ ເວົ້າ​ສະ​ເພາະ, ໃຫ້​ສົ່ງຂໍ້ມູນ ກັບ​ມາ​ກົມ​ກອງ​ເພື່ອ​ທຽບ​ຄຽງ ແລະ ໃສ່​ຊື່​ໃຫ້​ນັກ​ຮົບ​ນິ​ລະ​ນາມ.

ຕາມແຜນໃນວັນທີ 14 ມິຖຸນາ, ເຈົ້າຫນ້າທີ່ຂັ້ນ​ສູງຂອງກອງ​ບັນ​ຊາ​ການ​ໃຫຍ່ ທະຫານເຂດ 2 ພ້ອມກັບ ຄະນະຮັບ​ຜິດ​ຊອບພິເສດ ຂອງລັດຖະບານ, ຄະ​ນະ​ຮັບ​ຜິດ​ຊອບພິເສດ 6 ແຂວງພາກເຫນືອ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ກອງ​ກຳ​ລັງ​ຄົ້ນ​ຫາ ອັດ​ຖິ​ວິ​ລະ​ຊົນ, ກົມ​ການເມືອງທະ​ຫານ​ເຂດ 2 ຈະຈັດຕັ້ງ​ພິ​ທີ​ຈັດ​ສົ່ງ, ມອບ​ຮັບ ອັດ​ຖິ​ຈຳ​ນວນ 25 ອັດ​ຖິ ທະ​ຫານ​ວິ​ລະ​ຊົນ​ກັບ​ຄືນ​ຫວຽດ​ນາມ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.