ຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ພົບປະກັບ ນາຍົກລັດຖະມົນຕີ ລາວ

15:14 | 12/06/2018

ຍ​ສ​ໝ - ຮອງນາຍົກລັດຖະມົນຕີປະຈຳ ທ່ານເຈືອງຮວ່າບິ່ງ ໄດ້ພົບປະສອງຝ່າຍກັບ ນາຍົກລັດຖະມົນຕີ ລາວ ທ່ານ ທອງລຸນ ສີສຸລິດ ອ້ອມຂ້າງກອງປະຊຸມສາກົນກ່ຽວກັບອານາຄົດຂອງ ທະວີບ ອາຊີ ຄັ້ງທີ 24.

ຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ພົບປະກັບ ນາຍົກລັດຖະມົນຕີ ລາວ

ທ່ານຮອງນາຍົກລັດຖະມົນຕີ ຫ​ວຽດ​ນາມ ເຈືອງ​ຮ​ວ່າ​ບິ່ງ ແລະ ທ່ານນາຍົກລັດຖະມົນຕີ ທອງລຸນ ສີ​ສຸ​ລິດ ແຫ່ງ ສ​ປ​ປ ລາວ.

ແຕ່​ວັນ​ທີ 11ຫາ12 ມິ​ຖຸ​ນາ, ຢູ່ໂຕກຽວ, ປະ​ເທດຍີ່ປຸ່ນໄດ້ຈັດກອງປະຊຸມສາກົນກ່ຽວກັບອະນາຄົດຂອງອາຊີຄັ້ງທີ 24.

ດ້ວຍ​ຫົວ​ຂໍ້ "ອາ​ຊີ ສືບ​ຕໍ່ເປີດ​ເຜີຍ-ມາດ​ຕະ​ການຮັບ​ປະ​ກັນ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ ແລະ ມີ​ສະ​ຖຽນ​ລະ​ພາບ” ໄດ້​ປືກ​ສາ​ຫາ​ລື​ກ່ຽວ​ກັບ​ທ່າ​ອ່ຽງ, ປັດ​ໃຈ​ສຳ​ຄັນ​ທີ່​ກະ​ທົບ​ເຖິງ​ການ​ພັດ​ທະ​ນາ ຂອງ​ອາ​ຊີ.

ຄະນະຜູ້ແທນໄດ້ປຶກສາຫາລືລົງ​ເລິກກ່ຽວກັບສາຍ​ພົວພັນລະຫວ່າງບັນດາປະເທດ; ຄວາມກົດດັນການຄ້າ; ຄວາມ​ມຸ້ງ​ມາດ​ປາ​ຖະ​ໜາ ແລະ ຄວາມໝາຍຄວາມ​ສຳ​ຄັນຂອງສົນ​ທິສັນຍາການຄ້າ ສະ​ໄໝ​ໃໝ່ ຄື: ​ສົນ​ທິສັນຍາການຮ່ວມມືຮອບ​ດ້ານ ແລະ ກ້າວ​ໜ້າ ທົ່ວ​ທັງປາຊີຟິກ (CPTPP), ສົນ​ທິສັນຍາການຮ່ວມມື​ຮອບດ້ານເສດຖະກິດພາກພື້ນ(RCEP); ສະ​ຖາ​ນະ​ການແຫຼມເກົາຫຼີ ແລະ ກອງປະຊຸມສຸດຍອດ ສະຫາລັດອາ​ເມ​ລິ​ກາ - ​ເກົາ​ຫຼີ​ເໜຶອ; ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ ແລະ ເຄື່ອງມ​ທາງ​ດ້ານການເງິນ ເພື່ອ​ຮັບ​ໃຊ້ການພັດທະນາພື້ນຖານໂຄງລ່າງຢູ່ອາຊີ.

ບັນດາຜູ້ແທນ ຍັງໄດ້ແລກ​ປ່ຽນເຖິງ​ບັນ​ດາມາດຕະການທີ່ບັນດາປະເທດໃນ ອາຊີ ຈະ​ຕ້ອງ​ໄດ້​ຈັດ​ຕັ້ງປະຕິບັດໃນສະພາບການໃຫມ່ເພື່ອຮັກສາສັນຕິພາບ, ສະຖຽນລະພາບ ແລະ ຮັບປະກັນການພັດທະນາແບບຍືນຍົງໃນແຕ່ລະປະເທດ ແລະ ທົ່ວ​ທັງທະວີບ.

​ຂ້າງນອກກອງ​ປະ​ຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈືອງ​ຮ​ວ່າ​ບິ່ງ ໄດ້ພົບປະກັບ ທ່ານນາຍົກລັດຖະມົນຕີລາວ ທ່ານ ທອງ​ລຸນ ສີ​ສຸ​ລິດ, ນາຍົກລັດຖະມົນຕີ ມາເລເຊຍ Mahathir Mohamad ແລະ ທ່ານຮອງນາຍົກລັດຖະມົນຕີສິງກະໂປ ຕຽວ​ຈີ໋​ຮ່​ຽນ .

ໃນກາ​ນາ​ພົບ​ປະ​ກັບ​ທ່ານນາຍົກລັດຖະມົນຕີ ທອງລຸນ ສີ​ສຸ​ລິດ, ທັງສອງຝ່າຍໄດ້ເນັ້ນຫນັກເຖິງຄວາມສໍາຄັນຂອງມິດຕະພາບພິ​ເສດ, ເຊື່ອ​ໝັ້ນ ລະຫວ່າງ ຫວຽດນາມ ແລະ ລາວ ກ່ຽວ​ກັບຄວາມ​ສະ​ຫງົບ, ການພັດທະນາຂອງແຕ່ລະປະເທດ, ຢືນ​ຢັນ​ຄວາມ​ຕັດ​ສິນ​ໃຈ ສືບ​ຕໍ່​ນຳ​ພາການຮ່ວມມືສອງຝ່າຍໃຫ້​ເລິກ​ເຊິ່ງ.

ສອງຝ່າຍໄດ້ເຫັນດີສືບຕໍ່ເພີ່ມທະວີການຮ່ວມມືດ້ານເສດຖະກິດ ຕາມທິດທາງອັນ​ມີ​ປະສິດທິຜົນ ແລະ ຮັບ​ປະ​ກັນຄວາມກ້າວຫນ້າ, ສຸມໃສ່ໂຄງການທີ່ສໍາຄັນເຊື່ອມຕໍ່ການ​ຄົມ​ມະ​ນາ​ຄົມ-ເສດຖະກິດ-ພື້ນ​ຖານໂຄງລ່າງ.

​ທ່ານນາຍົກລັດຖະມົນຕີ ທອງລຸນສີສຸລິດໄດ້ຢືນຢັນວ່າ: ລັດຖະບານລາວ ຍິນດີຕ້ອນຮັບ ແລະ ສ້າງເງື່ອນໄຂສະ​ດວກສູງສຸດ ເພື່ອຊຸກຍູ້ໃຫ້ບັນດານັກທຸລະກິດຂອງສອງປະເທດເພີ່ມທະວີການຮ່ວມມື; ​ແກ້​ຂອດ​ຫຍຸ້ງ​ຍາກໃຫ້​ກັບ​ນັກ​ທຸ​ລະ​ກິດ, ໂດຍສະເພາະໃນໂຄງການທີ່ສໍາຄັນ ມີ​ຄວາມ​ໝາຍ​ຍິ່ງ​ໃຫຍ່​ແກ່ ການພັດທະນາເສດຖະກິດ-ສັງຄົມ, ນຳ​ຜົນ​ປະໂຫຍດອັນ​ຍິ່ງ​ໃຫຍ່​ມາ​ແກ່​ທັງສອງຝ່າຍ.

ສອງຝ່າຍໄດ້ເຫັນ​ດີ​ເປັນ​ເອ​ກະ​ພາບຕົກລົງທີ່ຈະສືບຕໍ່ແລກປ່ຽນຂໍ້ມູນຂ່າວສານ ແລະ ປະ​ສານ​ງານ​ຢ່າງ​ສະ​ໜິດ​ແໜ້ນ ບົນ​ເວ​ທີ ພົບ​ປະຫຼາຍຝ່າຍເພື່ອປະກອບສ່ວນເພື່ອຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງໃນແຕ່ລະປະເທດ ແລະ ທະວີບ.

(ຫັດ​ທະ​ບູນ)