ລົງນາມບົດບັນທຶກຊ່ວຍຈໍາ ລະຫວ່າງ ກະຊວງປ້ອງກັນປະເທດຫວຽດນາມ ກັບ ກະຊວງປ້ອງກັນປະເທດລາວ

11:01 | 27/06/2019

ຍສໝ - ໃນຕອນບ່າຍຂອງວັນທີ 25 ມິຖຸນາ 2019, ຢູ່ ຮ່າໂນ້ຍ, ກອງບັນຊາການສື່ສານ ໄດ້ມີການພົບປະເຈລະຈາ ກັບຄະນະປະຕິບັດງານຂອງກົມສື່ສານ, ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ນໍາໂດຍທ່ານພັນໂທ ພູວຽງ ຈັນທະວົງ, ຮອງຫົວໜ້າກົມສື່ສານ, ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ຫວຽດນາມ.

ລົງນາມບົດບັນທຶກຊ່ວຍຈໍາ ລະຫວ່າງ ກະຊວງປ້ອງກັນປະເທດຫວຽດນາມ ກັບ ກະຊວງປ້ອງກັນປະເທດລາວ

ການນໍາເຫຼົ່າທັບສື່ສານ ຕ້ອນຮັບ ກົມສື່ສານ, ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ.(ພາບ:qdnd.vn)

ກ່າວຄໍາເຫັນທີ່ການພົບປະເຈລະຈາ, ຕາງໜ້າຄະນະພັກ, ກອງບັນຊາການຕິດຕໍ່ສື່ສານ, ທ່ານພັນເອກພິເສດ ເລຢູ໊ງ ໄດ້ຢັ້ງຢືນວ່າ: ຫຼາຍປີຜ່ານມາ, ການພົວພັນ ລະຫວ່າງສອງປະເທດເວົ້າລວມ, ການພົວພັນລະຫວ່າງກອງທັບສອງປະເທດເວົ້າສະເພາະ ໄດ້ຮັບການປັບປຸງ ແລະ ພັດທະນາ ໃນທຸກຂົງເຂດ ຢ່າງບໍ່ຢຸດຢັ້ງ. ໂດຍປະຕິບັດຕາມນະໂຍບາຍຂອງພັກ, ລັດ ແລະ ກະຊວງປ້ອງກັນປະເທດສອງປະເທດ, ເຫຼົ່າທັບສື່ສານ ຍາມໃດກໍ່ເປັນເຈົ້າການສ້າງບັນດາເນື້ອໃນການຮ່ວມມືກັບກົມສື່ສານ, ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ແລະ ຂະແໜງສື່ສານການທະຫານຂອງປະເທດລາວ ເປັນຕົ້ນຄື: ການແລກປ່ຽນເຕັກໂນໂລຢີ, ຜັນຂະຫຍາຍບັນດາໂຄງການຊອບແວ, ພັດທະນາບັນດາຊອບແວເອເລັກໂຕນິກໂທລະຄົມມະ​ນາ​ຄົມ, ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ຮັບໃຊ້ໜ້າທີ່ການທະຫານ, ການປ້ອງກັນຊາດ ແລະ ອື່ນ.

ລົງນາມບົດບັນທຶກຊ່ວຍຈໍາ ລະຫວ່າງ ກະຊວງປ້ອງກັນປະເທດຫວຽດນາມ ກັບ ກະຊວງປ້ອງກັນປະເທດລາວ

ບັນຍາກາດທີ່ການພົບປະເຈລະຈາ. (ພາບ:qdnd.vn)

ສ່ວນ ທ່ານພັນໂທ ພູວຽງ ຈັນທະວົງ ຕີລາຄາສູງການສົມທົບກັນໃນວຽກງານ, ຊ່ວຍເຫຼືອຢ່າງສຸດອົກສຸດໃຈຂອງກອງບັນຊາການສື່ສານ ກັບ ກົມສື່ສານ, ກົມໃຫຍ່ເສນາທິການ ກໍ່ຄື ຂະແໜງສື່ສານການທະຫານຂອງກອງທັບປະຊາຊົນລາວ ແລະ ປາດຖະໜາວ່າ: ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສ້າງແຜນການຮ່ວມມືກ່ຽວກັບວິທະຍາສາດ, ຜັນຂະຫຍາຍບັນດາເນື້ອໃນຢ່າງມີປະສິດຜົນ ເຊ່ິງຕ່າງຝ່າຍຕ່າງມີຄວາມສົນໃຈ. ສິ້ນສຸດການພົບປະເຈລະຈາ, ສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈໍາດ້ານເຕັກນິກກ່ຽວກັບການສ້າງຕັ້ງໂທລະສັບສາຍດ່ວນລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ກັບກະຊວງປ້ອງກັນປະເທດລາວ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.