ອັດຕະປື-ອານຢາງ ແລກປ່ຽນບົດຮຽນວຽກງານອຸດສະຫະກຳ ແລະ ການຄ້າ

16:18 | 24/05/2019

​ເມື່ອ​ບໍ່​ດົນ​ມາ​ນີ້, ພະແນກອຸດສະຫະກຳ ແລະ ການຄ້າແຂວງອັດຕະປື ແລະ ພະແນກອຸດສະຫະກຳ ແລະ ການຄ້າ ແຂວງອານຢາງ ສສ ຫວຽດນາມ ຈັດກອງປະຊຸມພົບແລກປ່ຽນບົດຮຽນກ່ຽວກັບການພັດທະນາລະບົບຈຳໜ່າຍ ສິນຄ້າ, ການນຳເຂົ້າສີນຄ້າຜ່ານດ່ານຊາຍແດນຂອງແຂວງອັດຕະປື ໂດຍມີທ່ານ ສຸດໃຈ ກົມມະເມືອງ ຮອງຫົວໜ້າ ພະແນກອຸດສະຫະກຳ ແລະ ການຄ້າແຂວງອັດຕະປື, ມີທ່ານ ຟານ ເລີ້ຍ ຮອງຫົວໜ້າ ພະແນກ ອຸດສະຫະກຳ ແລະ ການຄ້າແຂວງອານຢາງ ພ້ອມຄະນະທັງສອງຝ່າຍເຂົ້າຮ່ວມ.

ອັດຕະປື-ອານຢາງ ແລກປ່ຽນບົດຮຽນວຽກງານອຸດສະຫະກຳ ແລະ ການຄ້າ

ອັດຕະປື-ອານຢາງ ແລກປ່ຽນບົດຮຽນວຽກງານອຸດສະຫະກຳ ແລະ ການຄ້າ.(ພາບ:ຂປລ)

​ໃນກອງປະຊຸມ ສອງຝ່າຍຕ່າງ​ ກໍໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມແຂວງຂອງຕົນໃຫ້ກັນຊາບພ້ອມທັງໄດ້ແລກປ່ຽນບົດຮຽນໃນຂົງເຂດອຸດສະຫະກໍາ ແລະ ການຄ້າ ນໍາກັນ. ຈາກ​ນັ້ນ​ກໍໄດ້ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືພັດທະນາ ວຽກງານອຸດສະຫະກຳ ແລະ ການຄ້າ ແນ່ໃສ່ເສີມຂະຫຍາຍຄວາມອາດສາມາດ, ທ່າແຮງຂອງສອງຝ່າຍ, ສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ພ້ອມກັນພັດທະນາດ້ານອຸດສະຫະກຳ ແລະ ການຄ້າ, ສົ່ງເສີມພັດທະນາເສດຖະກິດ-ສັງຄົມ, ຕອບສະໜອງຄວາມຕ້ອງການໃນການຮ່ວມມືພັດທະນາ ແລະ ເຊື່ອມໂຍງ ເສດຖະກິດສາກົນ, ສອງຝ່າຍເຫັນດີເພີ່ມທະວີສ້າງສາຍພົວພັນຮ່ວມມືນໍາກັນເພື່ອຄວາມຢູ່ດີກິນດີຂອງປະຊາຊົນທັງສອງຊາດ ລາວ-ຫວຽດນາມ ກໍຄື ປະຊາຊົນສອງແຂວງ ອັດຕະປື ແລະ ອານຢາງ ໃຫ້ນັບມືດີຂື້ນເປັນກ້າວ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ
302 Found

Found

The document has moved here.