ຮັດແໜ້ນການຮ່ວມມືມິດຕະພາບລະຫວ່າງໄວໜຸ່ມກະຊວງຍຸຕິທໍາສອງປະເທດ ຫວຽດນາມ-ລາວ

22:13 | 13/06/2019

ຍສໝ - ໃນລະຫວ່າງແຕ່ວັນທີ 14 -16 ມິຖຸນາ 2019, ຢູ່ແຂວງ ກວ໊າງບິ່ງ, ຄະນະຊາວໜຸ່ມກະຊວງຍຸຕິທໍາ ຫວຽດນາມ ຈະເປັນປະທານຈັດຕັ້ງລາຍການເຮັດວຽກ ແລະ ພົບປະແລກປ່ຽນລະຫວ່າງຄະນະຊາວໜຸ່ມກະຊວງຍຸຕິທໍາ ຫວຽດນາມ ແລະ ຄະນະຊາວໜຸ່ມກະຊວງຍຸຕິທໍາ ລາວ.

ຮັດແໜ້ນການຮ່ວມມືມິດຕະພາບລະຫວ່າງໄວໜຸ່ມກະຊວງຍຸຕິທໍາສອງປະເທດ ຫວຽດນາມ-ລາວ

ສະຫາຍ ໂຮ່ ກວາງ ຮຸຍ ເລຂາຄະນະຊາວໜຸ່ມກະຊວງຍຸຕິທໍາຫວຽດນາມ.(ພາບ:baophapluat.vn)

ສໍາລັບເຫດການນີ້, ສະຫາຍ ໂຮ່ ກວາງ ຮຸຍ, ເລຂາຄະນະຊາວໜຸ່ມກະຊວງຍຸຕິທໍາຫວຽດນາມ ໄດ້ໃຫ້ຮູ້ວ່າ: ນີ້ແມ່ນເຫດການທີ່ສອງຝ່າຍໄດ້ເຫັນດີເປັນເອກະພາບຈັດຕັ້ງເປັນຄັ້ງທໍາອິດ, ສະນັ້ນມີຄວາມໝາຍສໍາຄັນຫຼາຍຢ່າງ, ທັງເປັນການສືບທອດ, ພັດທະນາບັນດາໝາກຜົນໃນການຮ່ວມມືລະຫວ່າງກະຊວງຍຸຕິທໍາສອງປະເທດໃນໄລຍະຜ່ານມາ. ລາຍການຈະແມ່ນເວທີປາໄສເພື່ອໃຫ້ຊາວໜຸ່ມກະຊວງ, ຂະແໜງຍຸຕິທໍາ ຫວຽດນາມ-ລາວ ແລກປ່ຽນ, ແບ່ງປັນບົດຮຽນ, ສະເໜີຂໍ້ລິເລີ່ມ, ເສີມຂະຫຍາຍບົດບາດ, ຄວາມຮັບຜິດຊອບຂອງພາລະກອນ, ລັດຖະກອນໜຸ່ມ, ອົງການຈັດຕັ້ງຊາວໜຸ່ມໃນການຜັນຂະຫຍາຍບັນດາໜ້າທີ່ການເມືອງ, ວິຊາສະເພາະຂອງກະຊວງ, ຂະແໜງຍຸຕິທໍາຫວຽດນາມ ແລະລາວ, ພ້ອມທັງແມ່ນກາລະໂອກາດເພື່ອຊຸກຍູ້ຈິດໃຈພົບປະແລກປ່ຽນມິດຕະພາບລະຫວ່າງຄົນຮຸ່ມໜຸ່ມກະຊວງຍຸຕິທໍາສອງປະເທດ, ປະກອບສ່ວນເພີ່ມທະວີການພົວພັນຮ່ວມມືໃນຂົງເຂດກົດໝາຍ ແລະ ຕຸລາການລະຫວ່າງກະຊວງຍຸຕິທໍາຫວຽດນາມ ແລະກະຊວງຍຸຕິທໍາລາວ ໃຫ້ນັບມື້ນັບຮັດແໜ້ນ, ຍືນຍົງ.

ສະຫາຍ ໂຮ່ ກວາງ ຮຸຍ ໄດ້ມີການແບ່ງປັນກ່ຽວກັບບັນດາເນື້ອໃນການເຄື່ອນໄຫວໃນລາຍການພົບປະແລກປ່ຽນໃນຄັ້ງນີ້ວ່າ: ໃນເວລາ 3 ວັນດໍາເນີນເຫດການ, ຜູ້ແທນສອງປະເທດຈະພ້ອມກັນເຂົ້າຮ່ວມການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ, ແທດຈິງ. ຄຽງຂ້າງນັ້ນ, ເພື່ອຊ່ວຍໃຫ້ຊາວໜຸ່ມສອງກະຊວງຊອກຮູ້ຕື່ມກ່ຽວກັບປະຫວັດສາດ, ມູນເຊື້ອຕໍ່ສູ້ປະຕິວັດ, ຕອບບຸນແທນຄຸນຕໍ່ຮຸ່ນກ່ອນ, ພ້ອມກັນນັ້ນກໍາແໜ້ນການເຄື່ອນໄຫວຂອງຊາວໜຸ່ມທ້ອງຖິ່ນໃນພາລະກິດສ້າງສາ, ພັດທະນາບ້ານເກີດເມືອງນອນ, ປະເທດຊາດ, ພວກຂ້າພະເຈົ້າ ຈະຈັດຕັ້ງລາຍການຖະຫວາຍທູບທຽນຢູ່ເຂດສຸສານພົນເອກ ຫວໍ ຫງວຽນ ຢາບ ແລະ ໄປທັດສະນະສຶກສາຮູບແບບຊາວໜຸ່ມເຮັດເສດຖະກິດເກັ່ງໃນບໍລິເວນແຂວງກວາງບິ່ງ. ຄາດຄະເນວ່າໃນວັນທີ 15 ມິຖຸນາ 2019 ຈະດໍາເນີນລາຍການພົບປະເຈລະຈາ ພາຍໃຕ້ຫົວຂໍ້ “ແລກປ່ຽນບົດຮຽນຂອງຄະນະຊາວໜຸ່ມກະຊວງຍຸຕິທໍາສອງປະເທດ ຫວຽດນາມ-ລາວ ກ່ຽວກັບການເສີມຂະຫຍາຍບົດບາດ, ຄວາມຮັບຜິດຊອບຂອງພາລະກອນ, ລັດຖະກອນໜຸ່ມ ແລະ ອົງການຈັດຕັ້ງຊາວໜຸ່ມໃນໄລຍະປັດຈຸບັນ”. ທີ່ການພົບປະເຈລະຈາ, ສອງຝ່າຍຈະພ້ອມກັນແບ່ງປັນບົດຮຽນໃນການຈັດຕັ້ງບັນດາການເຄື່ອນໄຫວຂອງຄະນະຊາວໜຸ່ມໃນວຽກງານວິຊາສະເພາະ, ວິຊາການໃນຂົງເຂດສ້າງກົດໝາຍ, ຈັດຕັ້ງການປະຕິບັດກົດໝາຍຢູ່ແຕ່ລະປະເທດ.

ນອກຈາກນັ້ນ, ສະຫາຍ ໂຮ່ ກວາງ ຮຸຍ ກໍ່ໄດ້ມີຄວາມເຊື່ອໝັ້ນວ່າ: ຜ່ານລາຍການເຮັດວຽກ ແລະ ພົບປະແລກປ່ຽນໃນຄັ້ງນີ້, ສະມາຊິກຊາວໜຸ່ມ, ຊາວໜຸ່ມສອງຝ່າຍຈະຊອກຮູ້ຕື່ມກ່ຽວກັບກະຊວງຍຸຕິທໍາສອງປະເທດ; ກ່ຽວກັບວຽກງານຈັດຕັ້ງຄະນະຊາວໜຸ່ມຂອງແຕ່ລະອົງການ; ຜ່ານນັ້ນເຮັດໃຫ້ນໍ້າໃຈສາມັກຄີສະໜິດຕິດພັນລະຫວ່າງປະຊາຊົນ ແລະ ຊາວໜຸ່ມສອງປະເທດອ້າຍນ້ອງ ຫວຽດນາມ-ລາວ ນັບມື້ນັບເລິກເຊິ່ງກວ່າອີກ. ພ້ອມທັງປາດຖະໜາວ່າຄະນະຊາວໜຸ່ມກະຊວງຍຸຕິທໍາສອງປະເທດ ຈະຮັດແໜ້ນສາຍພົວພັນກວ່າອີກ, ປ່ຽນແປງໃໝ່ເນື້ອໃນ, ຮູບການໂຄສະນາໃນການພົບປະແລກປ່ຽນຊາວໜຸ່ມສອງປະເທດ ເພື່ອແນໃສ່ປະຕິບັດຂໍ້ຕົກລົງຮ່ວມມືສະບັບໃໝ່ ໄລຍະ 2017-2022 ທີ່ໄດ້ລົງນາມແລ້ວ ລະຫວ່າງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ແລະ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ, ໃນນັ້ນສຸມໃສ່ຍູ້ແຮງບັນດາການເຄື່ອນໄຫວສຶກສາອົບຮົມມູນເຊື້ອ, ແນວຄິດ, ຄຸນສົມບັດຂອງປະທານໂຮ່ຈີມິນ ແລະ ປະທານ ໄກສອນ ພົມວິຫານ, ກ່ຽວກັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ນໍ້າໃຈສາມັກຄີມິດຕະພາບແບບພິເສດຂອງສອງປະເທດໃຫ້ແກ່ຄົນຮຸ່ນໜຸ່ມ; ເພີ່ມທະວີສ້າງບັນດາເວທີປາໄສເພື່ອໃຫ້ພະນັກງານ, ສະມາຊິກຊາວໜຸ່ມ, ຊາວໜຸ່ມສອງປະເທດໄດ້ພົບປະ, ແລກປ່ຽນຂໍ້ມູນຂ່າວສານ, ພ້ອມກັນຮ່ວມມື, ພ້ອມກັນພັດທະນາ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ